ບັນຫາຍາກຈົນຂອງປະຊາຊົນ ລາວ ບັນດາເຜົ່າໃນເຂດແຂວງຜົ້ງສາລີໃນປັດຈຸບັນ
ຍັງກວມເອົາເກີນກວ່າ 70 ເປີເຊັນຂອງຈຳນວນບ້ານທັງໝົດ ຈຶ່ງຍາກທີ່ຈະລົບລ້າງ
ບັນຫາຍາກຈົນໃຫ້ໄດ້ໃນປີ 2020. ຊົງລິດ ໂພນເງິນ ມີລາຍງານກ່ຽວກັບເລື້ອງນີ້ ມາ
ສະເໜີທ່ານ ຈາກບາງກອກ.
ທ່ານ ຄຳພອຍ ວັນນະສານ ຮອງເຈົ້າແຂວງຜົ້ງສາລີ ຖະແຫຼງວ່າບັນຫາຍາກຈົນຂອງ
ປະຊາຊົນໃນແຂວງ ຜົ້ງສາລີ ໃນປັດຈຸບັນຍັງກວມເອົາເກີນກວ່າ 70 ເປີເຊັນຂອງຈຳ
ນວນບ້ານທັງໝົດ ແລະ ຈຳນວນຄອບຄົວທີ່ທຸກຍາກນັ້ນກໍຄິດເປັນອັດຕາສ່ວນທີ່ເກີນ
ກວ່າ 27 ເປີເຊັນ ສ່ວນຈຳນວນເມືອງທີ່ທຸກຍາກຍັງຢູ່ໃນລະຫວ່າງ ການເກັບກຳຂໍ້ມູນ
ແຕ່ຖ້າຫາກອີງຕາມຂໍ້ມູນເມື່ອປີ 2015 ກໍປາກົດວ່າຍັງບໍ່ມີເມືອງໃດໃນແຂວງຜົ້ງສາລີ
ທີ່ຫຼຸດພົ້ນຈາກບັນຫາຍາກຈົນໄດ້ເລີຍ.
ແຕ່ຢ່າງໃດກໍຕາມ ທາງການຜົ້ງສາລີກໍໄດ້ວາງແຜນການພັດທະນາ 23 ຈຸດສຸມເພື່ອ
ຈະແກ້ໄຂບັນຫາຍາກຈົນໃຫ້ໄດ້ຢ່າງມີປະສິດທິຜົນສູງຂຶ້ນ ດ້ວຍການນຳໃຊ້ຈຸດພິເສດ
ຂອງແຂວງທີ່ມີເຂດທີ່ຕັ້ງທີ່ຕິດຕໍ່ຊາຍແດນກັບ ຈີນ ແລະ ຫວຽດນາມ ໃຫ້ເປັນປະ
ໂຫຍດຕໍ່ການເພີ່ມມູນຄ່າການສົ່ງສິນຄ້າໄປ ຈີນ ແລະ ຫວຽດນາມ ໃຫ້ຫຼາຍຂຶ້ນ ດັ່ງທີ່
ທ່ານ ຄຳພອຍ ໄດ້ໃຫ້ການຢືນຢັນວ່າ
"ກຳນົດຫັ້ນມີ 23 ຈຸດສຸມຢູ່ໃນ 3 ວຽກໃຫຍ່ຫັ້ນ ວຽກໃຫຍ່ທີ 1 ກໍແມ່ນຈັດສັນພູມລຳ
ເນົາຕິດພັນກັບອາຊີບໝັ້ນຄົງຖາວອນ, ວຽກໃຫຍ່ທີ 2 ນີ້ສຸມໃສ່ການຜະລິດເປັນສິນ
ຄ້າ, ວຽກໃຫຍ່ທີ 3 ກະສຸມໃສ່ສ້າງບ້ານໃຫຍ່ໃນຊົນນະບົດໃຫ້ຫຼາຍເປັນຕົວເມືອງ
ນ້ອຍຢູ່ໃນຊົນນະບົດ ທ່າແຮງເວົ້າເລື່ອງທີ່ຕັ້ງຂອງແຂວງນີ້ ພວກເຮົາຕິດກັບ ສປ ຈີນ
ແລະ ສສ ຫວຽດນາມ ຫັ້ນ ປະຊາຊົນເຮົາກະມີມູນເຊື້ອ ແລະ ການຜະລິດເປັນສິນຄ້າ
ໂຕໃດທີ່ເຂົາໄດ້ເງິນຫັ້ນ ເຂົາເຈົ້າກໍມີຄວາມກະຕືລືລົ້ນໃນການຜະລິດ ພວກເຮົາໄດ້ມີ
ແຜນການໂຄງການທີ່ຈະແຈ້ງແລ້ວ."
ກ່ອນໜ້ານີ້ ເຈົ້າໜ້າທີ່ຂັ້ນສູງໃນແຂວງຜົ້ງສາລີ ເປີດເຜີຍວ່າ ປະຊາຊົນ ລາວ ໃນ
ແຂວງຜົ້ງສາລີ ຍັງໄດ້ຮັບຜົນກະທົບຈາກການຍົກຍ້າຍເທດສະບານແຂວງຈາກເມືອງ
ຜົ້ງສາລີ ມາຕັ້ງໃໝ່ຢູ່ເຂດເມືອງ ບຸນເໜືອ ອີກດ້ວຍ ຊຶ່ງເປັນການປະຕິບັດຕາມການ
ອະນຸມັດຂອງລັດຖະບານ ລາວ ນັບແຕ່ປີ 2010 ເປັນຕົ້ນມາຈົນເຖິງປັດຈຸບັນກໍຍັງມີ
ບັນຫາຄົງຄ້າງ ທີ່ບໍ່ສາມາດປະຕິບັດໃຫ້ສຳເລັດໄດ້ເລີຍ ກໍຄືການຈ່າຍເງິນຊົດເຊີຍ
ຄ່າທີ່ດິນ ແລະ ສິ່ງປູກສ້າງຂອງປະຊາຊົນທີ່ຖືກເວນຄືນທີ່ມີມູນຄ່າລວມເກີນກວ່າ 60
ຕື້ກີບ ແຕ່ອຳນາດການປົກຄອງແຂວງຜົ້ງສາລີ ມີງົບປະມານພຽງ 3 ຕື້ກີບ ຈຶ່ງບໍ່ສາມາດ
ຈ່າຍເງິນຊົດເຊີຍໃຫ້ກັບປະຊາຊົນທີ່ຖືກກະທົບໄດ້ເລີຍ ຈົນເຖິງປັດຈຸບັນນີ້.
ບັນຫາດຽວກັນຍັງໄດ້ເກີດຂຶ້ນກັບປະຊາຊົນ ລາວ ໃນແຂວງຜົ້ງສາລີ ທີ່ໄດ້ຮັບຜົນກະ
ທົບຈາກໂຄງການເຂື່ອນໄຟຟ້ານ້ຳອູ 4 ແລະ 7 ດ້ວຍເຊັ່ນກັນ ໂດຍເຖິງແມ່ນວ່າພວກ
ເຂົາເຈົ້າຈະໄດ້ຮັບການຈັດສັນທີ່ຢູ່ອາໄສ ແລະ ທີ່ທຳກິນຈາກກຸ່ມຜູ້ລົງທຶນໃນໂຄງການ
ແລ້ວກໍຕາມ ຫາກແຕ່ວ່າພວກເຂົາເຈົ້າກໍຍັງບໍ່ມີຄວາມໝັ້ນຄົງໃນຊີວິດແຕ່ຢ່າງໃດ
ເພາະພວກເຂົາເຈົ້າຍັງບໍ່ມີເງື່ອນໄຂສະດວກໃນການຜະລິດໃນທີ່ດິນທີ່ໄດ້ຮັບການຈັດ
ສັນ ໂດຍສະເພາະແມ່ນການບໍ່ມີຖະໜົນທີ່ເຊື່ອມຕໍ່ໄປເຖິງຕະຫຼາດນັ້ນ.
ສ່ວນທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່
ຍອມຮັບວ່າ ການເກັບກຳຂໍ້ມູນກ່ຽວກັບ ປະຊາຊົນ ລາວ ທີ່ຖືກກະທົບຈາກໂຄງການ
ເຂື່ອນນ້ຳອູ ໃນໄລຍະທີ່ຜ່ານມາຍັງເຮັດໄດ້ບໍ່ດີ ໂດຍສະເພາະແມ່ນການປະເມີນຄ່າ
ເສຍຫາຍທີ່ຕັ້ງຊົດເຊີຍໃຫ້ປະຊາຊົນທີ່ຖືກເວນຄືນທີ່ດິນ ແລະ ສິ່ງປູກສ້າງນັ້ນ ຍັງຈະ
ຕ້ອງເກັບກຳຂໍ້ມູນຢ່າງລະອຽດເພີ່ມຂຶ້ນອີກ ເພາະຍັງມີຫາງສຽງຈາກປະຊາຊົນທີ່ຖືກ
ກະທົບວ່າ ພວກເຂົາເຈົ້າຍັງບໍ່ໄດ້ຮັບການຊົດເຊີຍທີ່ເປັນທຳ ຊຶ່ງພາກສ່ວນທີ່ກ່ຽວຂ້ອງ
ຈະຕ້ອງປະເມີນຄ່າຊົດເຊີຍໃຫ້ຖືກຕ້ອງຕາມລະບຽບກົດໝາຍຕໍ່ໄປ.
ບໍລິສັດ Power China ລາຍງານວ່າມີປະຊາຊົນລາວ 10,000 ກວ່າຄົນໃນ 28 ບ້ານ
ທີ່ຖືກກະທົບຈາກເຂື່ອນໄຟຟ້ານ້ຳອູທັງ 7 ໂຄງການຊຶ່ງບໍລິສັດໄດ້ຈ່າຍຄ່າຊົດເຊີຍໃຫ້
ກັບປະຊາຊົນ ລາວ ທີ່ຖືກກະທົບຈາກໂຄງການເຂື່ອນນ້ຳອູ 2, 5 ແລະ 6 ແລ້ວ ແຕ່ວ່າ
ຈາກການເກັບກຳຂໍ້ມູນໂດຍອົງການແມ່ນ້ຳສາກົນ ພົບວ່າມີປະຊາຊົນ ລາວ ຢູ່ເຂດ 89
ບ້ານທັງໃນແຂວງຜົ້ງສາລີ, ອຸດົມໄຊ ແລະ ຫຼວງພະບາງ ທີ່ໄດ້ຮັບຜົນກະທົບຈາກໂຄງ
ການເຂື່ອນນ້ຳອູ ຂອງກຸ່ມລົງທຶນຈາກ ຈີນ ນັ້ນສ່ວນໃຫຍ່ຍັງບໍ່ໄດ້ຮັບການຊົດເຊີຍຢ່າງ
ເປັນທຳແຕ່ຢ່າງໃດ.