ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທຸລະກິດບໍລິການ ກວ່າ 530 ແຫ່ງ ໃນນະຄອນວຽງຈັນ ຕ້ອງຢຸດດຳເນີນກິດຈະການ ເພາະຜົນກະທົບຈາກໄວຣັສໂຄວິດ-19


ເຈົ້າໜ້າທີ່ຮັບຜິດຊອບດ້ານຜົນກະທົບຍ້ອນການລະບາດ ຕໍ່ການບໍລິການແລະການທ່ອງທ່ຽວ ຈັດກອງປະຊຸມຖະແຫລງຂ່າວ ກ່ຽວກັບສະພາບການດ້ານບໍລິການ ແລະທ່ອງທ່ຽວໃນຄອນວຽງຈັນ, ວັນທີ 21 ສິງຫາ 2020.
ເຈົ້າໜ້າທີ່ຮັບຜິດຊອບດ້ານຜົນກະທົບຍ້ອນການລະບາດ ຕໍ່ການບໍລິການແລະການທ່ອງທ່ຽວ ຈັດກອງປະຊຸມຖະແຫລງຂ່າວ ກ່ຽວກັບສະພາບການດ້ານບໍລິການ ແລະທ່ອງທ່ຽວໃນຄອນວຽງຈັນ, ວັນທີ 21 ສິງຫາ 2020.

ທຸລະກິດບໍລິການ ກວ່າ 530 ແຫ່ງໃນນະຄອນວຽງຈັນ ຕ້ອງຢຸດດຳເນີນກິດຈະການ ເພາະຖືກກະທົບຈາກການລະບາດຂອງໄວຣັສໂຄວິດ-19 ທີ່ເຮັດໃຫ້ມີຕ່າງຊາດເດີນທາງມາທ່ອງທ່ຽວບໍ່ເຖິງ 6 ເປີເຊັນ ຂອງແຜນການ. ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານອາດສະພັງທອງ ສີພັນດອນ ເຈົ້າຄອງເຂດນະຄອນວຽງຈັນ ຖະແຫລງວ່າ ການລະບາດຂອງໄວຣັສໂຄວິດ-19 ຍັງໄດ້ສົ່ງຜົນກະທົບຕໍ່ພາກທຸລະກິດໃນນະຄອນວຽງຈັນຢ່າງໜັກໜ່ວງ ສະເພາະໃນໄລຍະ 9 ເດືອນຂອງປີ 2021 ນີ້ ກໍປາກົດວ່າ ມີຜູ້ປະກອບການໂຮງແຮມ ແລະທຸລະກິດບໍລິການ 532 ລາຍ ທີ່ໄດ້ແຈ້ງຂໍຢຸດດຳເນີນກິດຈະການ ເພາະວ່າບໍ່ມີລາຍໄດ້ຈາກການດຳເນີນກິດຈະການໃນຕະຫຼອດ 9 ເດືອນທີ່ຜ່ານມາ ທັງເຊື່ອວ່າ ຍັງມີຫົວໜ່ວຍທຸລະກິດໃນພາກບໍລິການອີກຈຳນວນຫຼາຍທີ່ຍຸຕິດຳເນີນກິດຈະການ ໂດຍທີ່ບໍ່ໄດ້ແຈ້ງຕໍ່ທາງການລາວໃນປັດຈຸບັນ ເນື່ອງຈາກວ່າ ມີແຂກເຂົ້າພັກ ແລະໃຊ້ບໍລິການຫລຸດລົງເກີນກວ່າ 80 ເປີເຊັນ ແລະປາກົດວ່າ ມີນັກທ່ອງທ່ຽວຕ່າງຊາດເດີນທາງມານະຄອນວຽງຈັນພຽງແຕ່ 5.8 ເປີເຊັນຂອງແຜນການປີໃນໄລຍະ 9 ເດືອນທີ່ຜ່ານມານີ້ ດັ່ງທີ່ ທ່ານອາດສະພັງທອງ ໄດ້ໃຫ້ການຢືນຢັນວ່າ:

“ການບໍລິການແລະການທ່ອງທ່ຽວ ມີຈໍານວນນັກທ່ອງທ່ຽວປະຕິບັດໄດ້ພຽງ 5.78 ເປີເຊັນ ການຈອງທີ່ພັກ-ໂຮງແຮມຫລຸດລົງປະມານ 82 ເປີເຊັນ ຈຳນວນທຸລະກິດທ່ອງທ່ຽວທີ່ຂໍການຢັ້ງຢືນຜົນກະທົບຈາກການແຜ່ລະບາດຂອງໂຄວິດ-19 ແລະໂຈະກິດຈະການປະມານ 532 ແຫ່ງ ນອກຈາກນັ້ນ ຍັງມີຫຼາຍພາກສ່ວນໄດ້ຍຸຕິການເຄື່ອນໄຫວໂດຍບໍ່ໄດ້ແຈ້ງເອກະສານຫາຂະແໜງການກ່ຽວຂ້ອງ.”

ທັງນີ້ ການລະບາດຂອງໄວຣັສໂຄວິດ-19 ທີ່ເຮັດໃຫ້ລັດຖະບານລາວ ຕ້ອງປິດດ່ານຊາຍແດນທົ່ວປະເທດ ນັບແຕ່ເດືອນເມສາ 2020 ເປັນຕົ້ນມານັ້ນ ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງທີ່ສຸດ ຊຶ່ງຈາກການສຳຫຼວດພົບວ່າ ຫົວໜ່ວຍທຸລະກິດໃນພາກບໍລິການໄດ້ຮັບຜົນກະທົບເກີນກວ່າ 82 ເປີເຊັນ ຂອງໜ່ວຍທຸລະກິດທັງໝົດ ສ່ວນພາກອຸດສາຫະກຳ ແລະກະສິກຳໄດ້ຮັບຜົນກະທົບເກີນກວ່າ 50 ເປີເຊັນ ແລະ 26 ເປີເຊັນຕາມລຳດັບ.

ສ່ວນທ່ານພູໂຂງ ບັນນະວົງ ຮອງເຈົ້າຄອງນະຄອນວຽງຈັນ ກໍຢືນຢັນວ່າ ແຜນ ການພັດທະນາເສດຖະກິດຂອງເຂດນະຄອນວຽງຈັນ ໃນຊ່ວງປີ 2021-2025 ຊຶ່ງໄດ້ວາງຄາດໝາຍການເຕີບໂຕທາງເສດຖະກິດໄວ້ທີ່ລະດັບ 7 ເປີເຊັນ ຫາ 8 ເປີເຊັນຕໍ່ປີ ຍ່ອມຈະເປັນໄປບໍ່ໄດ້ເພາະຜົນກະທົບຈາກການລະບາດຂອງໄວຣັສໂຄວິດ-19 ໂດຍສະເພາະໃນປີ 2021 ຍັງຈະຕ້ອງໄດ້ນໍາໃຊ້ເງິນທຶນຈຳນວນຫຼາຍ ເພື່ອຟື້ນຟູພາກທຸລະກິດແລະການຜະລິດຕ່າງໆ ທີ່ຖືກກະທົບຈາກການລະບາດຂອງໄວຣັສໂຄວິດ-19 ດ້ວຍນັ້ນ ຈຶ່ງຄາດວ່າ ເສດຖະກິດນະຄອນວຽງຈັນ ຈະຂະຫຍາຍໂຕເພີ້ມຂຶ້ນໄດ້ບໍ່ເກີນ 6.5 ເປີເຊັນໃນປີ 2021 ນີ້ ດັ່ງທີ່ທ່ານພູໂຂງ ໄດ້ໃຫ້ການຢືນຢັນວ່າ:

“ການເຕີບໂຕເສດຖະກິດ 2021 ຂອງນະຄອນຫຼວງວຽງຈັນນີ້ ຈະມີຄວາມສາ ມາດເຕີບໂຕ ເປັນຄາດໝາຍສູ້ຊົນຢູ່ໃນລະດັບ 6.5 ເປີເຊັນ ເພາະວ່າ ອີງໃສ່ເລື້ອງທ່າແຮງຕ່າງໆໃນແຜນ 5 ປີ ເຮົາໄດ້ຄາດວ່າ ປະມານ 7 ຫາ 8 ເປີເຊັນໂດຍສະເລ່ຍ ແຕ່ວ່າເລີ້ມປີທຳອິດຂອງແຜນ 5 ປີນີ້ ເຮົາບໍ່ສາມາດຈະໄດ້ໃນລະດັບນັ້ນ ມັນຈະໄດ້ໃນລະດັບແຕ່ 6.5 ເປີເຊັນ ເພາະວ່າປີ 2020 ນີ້ເຮົາບັນລຸໄດ້ 6.4 ເປີເຊັນ ຄາດວ່າປີ 2021 ນີ້ເຮົາຈະບືນໃສ່ປະມານ 6.5 ເປີເຊັນ ມີຄວາມເປັນໄປໄດ້.”

ພວກພະນັກງານໂຮງງານຕັດຫຍິບ ຕ້ອງໄດ້ຖືກກັກບໍລິເວນ ຍ້ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນໂຮງງານ.
ພວກພະນັກງານໂຮງງານຕັດຫຍິບ ຕ້ອງໄດ້ຖືກກັກບໍລິເວນ ຍ້ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນໂຮງງານ.

ໂດຍໃນປີ 2020 ທາງການລາວ ໄດ້ວາງເປົ້າໝາຍການເຕີບໂຕທາງເສດຖະກິດຂອງນະຄອນວຽງຈັນ ໄວ້ທີ່ອັດຕາສະເລ່ຍ 9.5 ເປີເຊັນ ທຽບໃສ່ປີ 2019 ຊຶ່ງຖ້າຫາກວ່າ ສາມາດຈັດຕັ້ງປະຕິບັດໄດ້ຈິງ ກໍຈະເຮັດໃຫ້ລາຍໄດ້ສະເລ່ຍຂອງປະຊາ ຊົນລາວ ໃນເຂດນະຄອນວຽງຈັນ ເພີ້ມຂຶ້ນເປັນ 6,120 ໂດລາຕໍ່ຄົນໃນປີ 2020 ແຕ່ວ່າເມື່ອເສດຖະກິດຂະຫຍາຍໂຕ 6.4 ເປີເຊັນ ຈຶ່ງເຮັດໃຫ້ປະຊາຊົນໃນນະຄອນວຽງຈັນ ມີລາຍໄດ້ສະເລ່ຍພຽງ 6,064 ຕໍ່ຄົນໃນປີ 2020 ສ່ວນໃນປີ 2019 ເສດຖະກິດຂອງນະຄອນວຽງຈັນ ຂະຫຍາຍໂຕເພີ້ມຂຶ້ນ 9.58 ເປີເຊັນທຽບໃສ່ປີ 2018 ໂດຍຜະລິດຕະພັນລວມ (GDP) ມີມູນຄ່າເກີນກວ່າ 48,895 ຕື້ກີບ ໂດຍພາກອຸດສາຫະກຳກວມເອົາ 50.28 ເປີເຊັນ ພາກບໍລິການ 34.43 ເປີເຊັນ ແລະພາກກະສິກຳ 15.29 ເປີເຊັນຂອງ GDP ຕາມລໍາດັບ.

ນອກຈາກນີ້ ອຳນາດຈາກປົກຄອງນະຄອນວຽງຈັນ ກໍຍັງໄດ້ວາງເປົ້າໝາຍທີ່ຈະຈັດເກັບລາຍຮັບໃນປີ 2021 ໃຫ້ໄດ້ໃນມູນຄ່າ 4,609 ຕື້ 71 ລ້ານກີບ ແຕ່ວ່າໃນປີ 2020 ກໍສາມາດຈັດເກັບລາຍຮັບໄດ້ພຽງແຕ່ 4,094 ຕື້ກີບເທົ່ານັ້ນ ໃນຂະນະທີ່ແຜນການໄດ້ວາງເປົ້າໝາຍການຈັດເກັບລາຍຮັບໄວ້ເກີນກວ່າ 5,245 ຕື້ກີບ ໝາຍຄວາມວ່າ ການຈັດເກັບລາຍຮັບສາມາດຈັດຕັ້ງປະຕິບັດໄດ້ຈິງພຽງ 78 ເປີເຊັນ ຂອງແຜນການປີ ແລະເຮັດໃຫ້ອຳນາດການປົກຄອງນະຄອນວຽງຈັນ ສາມາດສົ່ງມອບລາຍຮັບເພື່ອສົມທົບເຂົ້າງົບປະມານຂອງລັດຖະບານລາວ ໄດ້ພຽງ 539 ຕື້ກີບເທົ່ານັ້ນ ໃນແຜນການປີ 2020 ທີ່ຜ່ານມາ.

XS
SM
MD
LG