ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ແຮງງານລາວທີ່ລັກລອບ ທໍາງານໃນໄທຫລາຍກວ່າ 15 ພັນຄົນ ຢາກກັບຄືນບ້ານ


ເຈົ້າໜ້າທີ່ການທູດລາວທີ່ນະຄອນຫລວງບາງກອກຂອງໄທ ໂອ້ລົມກັບ ພວກຜູ້ຍິງໜຸ່ມລາວ ທີ່ໄດ້​ພາກັນ​ລັກລອບ​ທໍາ​ງານ​ຢູ່​ໃນ​ໄທ​ ໂດຍຜິດ ​ກົດໝາຍ ແລະຕົກເປັນເຫຍື່ອຂອງວົງການຄ້າມະນຸດຂ້າມຊາດ ໃນ ທ້າຍເດືອນ ກຸມພາ ທີ່ຜ່ານມາ.
ເຈົ້າໜ້າທີ່ການທູດລາວທີ່ນະຄອນຫລວງບາງກອກຂອງໄທ ໂອ້ລົມກັບ ພວກຜູ້ຍິງໜຸ່ມລາວ ທີ່ໄດ້​ພາກັນ​ລັກລອບ​ທໍາ​ງານ​ຢູ່​ໃນ​ໄທ​ ໂດຍຜິດ ​ກົດໝາຍ ແລະຕົກເປັນເຫຍື່ອຂອງວົງການຄ້າມະນຸດຂ້າມຊາດ ໃນ ທ້າຍເດືອນ ກຸມພາ ທີ່ຜ່ານມາ.

ແຮງງານລາວທີ່ລັກລອບທໍາງານຢູ່ໃນໄທ ຫລາຍກວ່າ 15.000 ຄົນ ໄດ້ຕິດຕໍ່ສະຖານທູດ ລາວປະຈໍາບາງກອກ ເພື່ອຂໍໃຫ້ຊ່ວຍເຫລືອແລະອໍານວຍຄວາມສະດວກ ໃນການເດີນທາງ ຄືນເມືອປະເທດລາວ.

ແຮງງານລາວ ທີ່ລັກລອບທໍາ
ງານຢູ່ໃນໄທຫລາຍກ່ວາ
15.000 ຄົນ ໄດ້ຕິດຕໍ່ສະຖານ
ທູດລາວປະຈໍາບາງກອກ ເພື່ອຂໍ
ໃຫ້ຊ່ວຍເຫລືອ ແລະອຳນວຍ
ຄວາມສະດວກໃນການເດີນທາງ
ຄືນເມືອ ປະເທດລາວ.

ເຈົ້າໜ້າທີ່ຂັ້ນສູງປະຈໍາສະຖານ
ທູດລາວຢູ່ບາງກອກ ໄດ້ໃຫ້ການ
ຍອມຮັບວ່າ ແຮງງານລາວທີ່ລັກ
ລອບໄປທໍາງານໂດຍຜິດກົດ
ໝາຍຢູ່ໃນປະເທດໄທ ໄດ້ຕົກ
ເປັນເຫຍື່ອຂອງການຄ້າມະນຸດ
ຢູ່ໃນໄທເພີ່ມຂຶ້ນນັບມື້ ໂດຍສະຖິຕິສະເພາະໃນລະຫວ່າງ ເດືອນມັງກອນ-ຕຸລາ 2010
ທີ່ຜ່ານມາກໍປາກົດວ່າທາງການຕໍາຫລວດ ໄທ ສາມາດໃຫ້ການຊ່ວຍເຫລືອແຮງງານ
ລາວ ທີ່ຕົກເປັນເຫຍື່ອຂອງການຄ້າມະນຸດໄດ້ເຖິງ 614ຄົນ ແລະໃນໄລຍະເວລານີ້ ກໍ
ຍັງສັງເກດເຫັນວ່າ ຍັງມີແຮງງານຄົນລາວ ທີ່ລັກລອບທໍາງານຢູ່ໄທ ຈໍານວນເຖິງ
15,970 ຄົນ ທີ່ຕິດຕໍ່ທາງສະຖານທູດລາວປະຈໍາບາງກອກເພື່ອຂໍໃຫ້ຊ່ວຍເຫຼືອ ແລະ
ອໍານວຍຄວາມສະດວກໃນການເດີນທາງກັບຄືນເມືອບ້ານຢູ່ໃນລາວ.

ຜູ້ເຄາະຮ້າຍຄົນນຶ່ງຈາກການລັກລອບຄ້າມະນຸດ ທີ່ຖືກບັງຄັບໃຫ້ເປັນໂສເພນີທີ່ປະເທດໄທ
ຜູ້ເຄາະຮ້າຍຄົນນຶ່ງຈາກການລັກລອບຄ້າມະນຸດ ທີ່ຖືກບັງຄັບໃຫ້ເປັນໂສເພນີທີ່ປະເທດໄທ

ສາຍເຫດ ທີ່ເຮັດໃຫ້ແຮງງານ
ຄົນລາວຢາກຈະກັບຄືນເມືອ
ບ້ານຫຼາຍຂຶ້ນນັ້ນ ກໍຍ້ອນສາຍ
ເຫດວ່າ ຜົນທີ່ໄດ້ຮັບຈາກການ
ລັກລອບທໍາງານໂດຍຜິດກົດ
ໝາຍ ຢູ່ໃນໄທນັ້ນມັນບໍ່ກຸ້ມ
ຄ່າກັບການທີ່ຕ້ອງເຮັດວຽກ
ຢ່າງໜັກຕິດຕໍ່ກັນເກີນກ່ວາ
12 ຊົ່ວໂມງໃນແຕ່ລະມື້ ເພື່ອ
ແລກກັບຄ່າແຮງານ 3,000-
5,000 ບາດຕໍ່ເດືອນ ແຕ່ຖ້າ
ຫາກວ່າແຮງານລາວຄົນໃດທີ່
ໂຊກຮ້າຍໄປກ່ວານັ້ນ ກໍຍັງບໍ່
ມີໂອກາດໄດ້ຮັບຄ່າຈ້າງເລີຍ ດັ່ງທີ່ນາງ ວາດສະໜາ ຊຶ່ງຕົກເປັນເຫຍື່ອຂອງການຄ້າ
ມະນຸດ ແລະຖືກຂາຍໃຫ້ໄປເປັນຄົນຮັບໃຊ້ຂອງຄອບຄົວຄົນໄທຢູ່ບາງກອກ ແລະຖືກ ບັງຄັບໃຫ້ແຕ່ຢູ່ໃນເຮືອນເປັນເວລາເຖິງ 16 ປີ ຕິດຕໍ່ກັນໄດ້ສະທ້ອນເຖິງຊິວິດການ
ເປັນຢູ່ ຂອງຕົນ ໃນໄລຍະເວລາດັ່ງກ່າວ:

“ບ່ອນພັກ ບ່ອນເຊົາກະເປັນຫ້ອງນ້ອຍໆ ຕື່ນກະສີ່ໂມງ ຫ້າໂມງ ແລ້ວກະຕອນ
ແລງກະທໍາງານ ແລ້ວກະ ຫົກໂມງ ເຈັດໂມງແຫລ
ແຕ່ວ່າມັນວຽກຫຼາຍຫັ້
ນາ ຖ້າເຮົາເຮັດບໍ່ທັນໃຈເ
ພິ່ນຫັ້ນ ນຶ່ງມາເພິ່ນກະຊິດ່າ ຄັນທໍາງານບໍ່ໄດ້ໃຈເຂົາ
ເຂົ້າກະຕົບໜ້າ ບັດໜີ້ສີ້ນເດືອນໄປຖາມ ຖາມເພິ່ນວ່າຢາກໄດ້ເງິນເດືອນຫັ້ນນາ
ເພິ່ນບອກວ່າ ເພິ່ນຊື້ເອົາພວກຂ້ອຍຜູ້ນຶ່ງນັ້ນ ແປດພັນ ສິບປີ ສິບປາຍປີ ເອື້ອຍ
ກະຍັງບໍ່ໄດ້ ”
.

ພວກຜູ້ຍິງທີ່ຖືກຫລອກລວງໄປຂາຍທີ່ປະເທດໄທ ໄດ້ຖືກຊ່ວຍເອົາໄວ້ ທີ່ແຂວງ ປຣະຈັນບູຣີຂອງໄທ
ພວກຜູ້ຍິງທີ່ຖືກຫລອກລວງໄປຂາຍທີ່ປະເທດໄທ ໄດ້ຖືກຊ່ວຍເອົາໄວ້ ທີ່ແຂວງ ປຣະຈັນບູຣີຂອງໄທ

ທາງດ້ານທ່ານ ຄໍາໄຊ ຈັນທະວິສຸກ ຫົວໜ້າຝ່າຍປ້ອງກັນ
ແລະຮັກສາຜູ້ຕິດເຊື້ອ HIV-AIDS ປະຈໍາໂຮງໝໍແມ່
ແລະເດັກຢູ່ນະຄອນຫຼວງວຽງຈັນໄດ້ເປີດເຜີຍໃຫ້ຮູ້ວ່າໃນ
ແຕ່ລະເດືອນຈະມີແຮງງານລາວທີ່ຕົກເປັນ ເຫຍື່ອຂອງ
ການຄ້າມະນຸດ ຢູ່ໃນໄທທີ່ໄດ້ຮັບການຊ່ວຍເຫຼືອ ແລະຖືກ
ສົ່ງກັບຄືນມາລາວແລ້ວນັ້ນ ຈໍານວນລະຫວ່າງ 15-45
ຄົນທີ່ເຂົ້າຮັບການຮັກສາອາການເຈັບປ່ວຍດ້ວຍໂຣກຕ່າງໆ
ໂດຍສະເພາະແມ່ນຜູ້ທີ່ຕິດເຊື້ອ HIV-AIDS ນັ້ນກໍມີຢູ່
ຫລາຍກ່ວາ 500 ຄົນ ທີ່ເຂົ້າຮັກສາຢູ່ໃນປັດຈຸບັນຊຶ່ງຄິດເປັນ 75% ທີ່ເປັນຜູ້ປ່ວຍເພດຍິງ ທີ່ໄດ້ຮັບເຊື້ອຈາກການຖືກບັງຄັບໃຫ້ຂາຍບໍລິການທາງເພດຢູ່ໃນໄທ .

ໃນປັດຈຸບັນນີ້ ອົງການເຄືອຂ່າຍເພື່ອໃຫ້ການຊ່ວຍເຫລືອແຮງງານຕ່າງດ້າວຈາກລາວ, ກຳ
ປູເຈຍ ແລະພະມ້າ ຢູ່ໃນໄທໄດ້ປະເມີນວ່າ ມີແຮງງານລາວຫຼາຍກ່ວາ 4 ແສນຄົນ ທີ່ລັກ
ລອບທໍາງານໂດຍຜິດກົດໝາຍຢູ່ໃນໄທ ແລະໃນຈໍານວນດັ່ງກ່າວນີ້ກໍຄິດເປັນ 63% ທີ່
ເປັນແຮງງານລາວ ເພດຍິງ ທີ່ມີຄວາມສ່ຽງສູງ ທີ່ຈະຕົກເປັນເຫຍື່ອຂອງການຄ້າມະນຸດ
ເພາະວ່າ ແຮງງານລາວເພດຍິງດັ່ງກ່າວນີ້ ນອກຈາກຈະເປັນເຍົາວະຊົນ ທີ່ມີອາຍຸລະຫວ່າງ
13-18 ປີແລ້ວ ກໍຍັງບໍ່ຈົບຊັ້ນປະຖົມສຶກສາເປັນສ່ວນໃຫຍ່ ອີກດ້ວຍ ຈຶ່ງເຮັດໃຫ້ຖືກລອກ
ລວງໄດ້ງ່າຍນັ້ນເອງ.

ກໍາມະກອນລາວຈໍານວນນຶ່ງທີ່ເຮັດວຽກໜັກ ແຕ່ມີລາຍໄດ້ໜ້ອຍ
ກໍາມະກອນລາວຈໍານວນນຶ່ງທີ່ເຮັດວຽກໜັກ ແຕ່ມີລາຍໄດ້ໜ້ອຍ

ແຕ່ຢ່າງໃດກໍຕາມ ການທີ່ຢູ່ໃນລາວມີອັດຕາຄ່າຈ້າງທີ່
ຕໍ່າຫລາຍ ກໍຄື 348,000 ກີບ ຊຶ່ງເມື່ອຮວມກັບຄ່າລ່ວງ
ເວລາ ແລະເງິນອຸດໜູນຕ່າງໆ ເພື່ອການຄອງຊີບແລ້ວ
ກໍຈະເຮັດໃຫ້ຜູ້ໃຊ້ແຮງງານລາວແຕ່ລະຄົນ ມີລາຍໄດ້
ສະເລ່ຍປະມານ 5 ແສນກີບຕໍ່ເດືອນເທົ່ານັ້ນ ຈຶ່ງຖືວ່າ
ເປັນລາຍໄດ້ທີ່ຕໍ່າຫລາຍ ເມື່ອທຽບໃສ່ກັບຄ່າຄອງຊີບ ທີ່ເພີ້ມສູງຂຶ້ນຕະຫລອດເວລາ.

ຍິ່ງໄປກ່ວານັ້ນ ການທີ່ຢູ່ໃນລາວກໍມີຕໍາແໜ່ງງານຢູ່ຢ່າງຈໍາກັດ ໃນຂະນະທີ່ການຂຶ້ນທະ
ບຽນກັບທາງການລາວເພື່ອເປັນແຮງງານທີ່ທໍາງານໃນໄທຢ່າງຖືກຕ້ອງຕາມກົດໝາຍນັ້ນ
ກໍຈະຕ້ອງໃຊ້ເງິນເຖິງ 4 ລ້ານກີບ ຫຼື ປະມານ 15,000 ບາດອີກດ້ວຍແລ້ວ ຈຶ່ງເຮັດໃຫ້
ແຮງງານລາວ ສ່ວນໃຫຍ່ໄດ້ພາກັນສະໝັກໃຈເດີນທາງໄປ ລັກລອບທໍາງານຢູ່ໃນໄທຫຼາຍ
ຂຶ້ນນັບມື້ອີກດ້ວຍ.

XS
SM
MD
LG