ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີກຸ່ມທີ່ສ່ຽງຕໍ່ການຕິດເຊື້ອ HIV/AIDS ເພີ່ມຫລາຍຂຶ້ນ ໃນລາວ


ມີກຸ່ມທີ່ສ່ຽງຕໍ່ການຕິດເຊື້ອ HIV/AIDS ເພີ່ມຫລາຍຂຶ້ນ ໃນລາວ
ມີກຸ່ມທີ່ສ່ຽງຕໍ່ການຕິດເຊື້ອ HIV/AIDS ເພີ່ມຫລາຍຂຶ້ນ ໃນລາວ

ເຈົ້າໜ້າ​ທີ່ຂັ້ນ​ສູງ​ຂອງ​ລາວ​ຍອມຮັບ​ວ່າ​ມີ​ປະຊາຊົນ​ລາວ​ເຖິງ 6 ກຸ່ມ​ດ້ວຍ​ກັນ ​ທີ່​ມີສະພາບ ​ຊີວິດ​ການ​ເປັນ​ຢູ່​ທີ່​ສຸ່ມສ່ຽງ​ຢ່າງ​ສູງ​ທີ່​ຈະ​ຕິດ​ເຊື້ອ HIV-Aids ສ່ວນ​ຜົນ​ຈາກ​ການ​ເກັບ​ກໍາ​ຂໍ້​ມູນ​ ກໍ​ພົບ​ວ່າ​ສາ​ເຫດ​ທີ່​ເຮັດ​ໃຫ້​ມີ​ການຕິດ​ເຊື້ອຫລາຍ​ທີ່​ສຸດ ​ກໍ​ຄື​ການ​ມີ​ເພດສໍາພັນ​ໂດຍ​ຂາດ​ການ​ປ້ອງ​ກັນ.

ຫົວໜ້າ​ຝ່າຍ​ການ​ສຶກສາ​ແລະ​ປະຊາ​ສໍາພັນ​ ຂອງ​ສູນ​ຕ້ານ ​ໂຣກ​ເອດ​ສ໌​ແ​ຫ່ງຊາດ​ລາວ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າ ​ວຽກງານ​ສຳຄັນ​ທີ່​ສຸດ​ຢ່າງ​ນຶ່ງ​ທີ່​ສູນ​ຕ້ານ​ໂຣກ​ເອດ​ສ໌​ແຫ່ງ​ຊາດ​ລາວ​ຈະ​ດໍາ​ເນີນ​ການ​ປະຕິບັດ​ຢ່າງ​ຕັ້ງໜ້າ ​ໃນ​ຕະຫລອດ​ໄລ​ຍະ 5 ປີ ຕໍ່​ໄປ​ນີ້ ກໍ​ຄື​ການ​ປຸກລະດົມ​ແລະ​ໂຄສະ​ນາ​ປະຊາ​ສໍາພັນ​ເພື່ອ​ໃຫ້​ຂໍ້​ມູນ​ກັບ​ປະຊາຊົນ​ລາວ​ໃນ​ວົງ​ກວ້າງ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຕົນ​ເອງ​ຈາກ​ຄວາມ​ສ່ຽງ​ທີ່​ໄດ້​ຮັບ​ເຊື້ອ HIV-AIDS ​ໃຫ້​ໄດ້​ຢ່າງ​ມີ​ປະສິດທິ​ຜົນ.

ທັງ​ນີ້​ໂດຍ​ກຸ່ມ​ປະຊາກອນ​ລາວ​ທີ່​ເປັນ​ເປົ້າໝາຍ​ສໍາຄັນ​ຂອງ​ການ​ດໍາ​ເນີນ​ການ​ປະຕິບັດ​ດັ່ງກ່າວ​ນີ້ ກໍ​ຄື​ກຸ່ມ​ແມ່ຍິງ​ທີ່ປະກອບ​ອາຊີບຢູ່​ໃນ​ພາກ​ບໍລິການ ກຸ່ມ​ແຮງ​ງານ​ເຄຶ່ອນຍ້າຍ ກຸ່ມ​ທີ່​ຊົ​ມໃຊ້​ຢາ​ເສບຕິດ ກຸ່ມ​ແຮງງານ​ອຸດສາຫະກໍາ ກຸ່ມ​ນັກຮຽນ​ນັກ​ສຶກ ສາ​ທີ່ຢູ່​ຕາມ​ຫໍ​ພັກ ​ແລະ​ກຸ່ມຣັກຮ່ວມ​ເພດ ​ເນຶ່ອງຈາກ​ຖື​ວ່າ​ເປັນ​ກຸ່ມ​ທີ່​ມີ​ຄວາມ​ສຸ່ມ​ສ່ຽງ​ທີ່​ຈະ​ໄດ້​ຮັບ​ເຊື້ອ HIV-AIDS ຫລາຍ​ທີ່​ສຸດ.

ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານພອນ​ເທບ ພົນ​ເສນາ ຮອງ​ຫົວໜ້າ​ກໍາມາ​ທິການ​ວັດທະນະ​ທໍ​າສັງຄົມ​ປະ​ຈໍາ​ສະພາ​ແຫ່ງ ຊາດ​ລາວ​ກໍ​ໄດ້​ຖະ​ແຫລ​ງຢືນຢັນ​ເມື່ອ​ບໍ່​ນານ​ມາ​ນີ້​ວ່າ ​ອັດຕາ​ການ​ຕິດ​ເຊື້ອ HIV-AIDS ຂອງ​ຄົນ​ລາວ​ໃນ​ປັດຈຸບັນ​ນີ້ ຍັງ​ຄົງ​ຢູ່​ໃນ​ລະດັບ​ທີ່​ຕໍ່າ ເມື່ອ​ທຽບ​ໃສ່​ກັບປະ​ເທດ​ ອື່ນໆ​ໃນ​ກຸ່ມອາຊຽນດ້ວຍ​ກັນ ​ໂດຍ​ຈາ​ກການ​ສຸ່ມກວດ​ເລືອດ​ຂອງປະຊາຊົນ​ລາວ​ທີ່​ສະມັກ​ໃຈ ​ຈໍານວນ​ທັງ​ໝົດ 227,879 ຄົນ​ໃນ 17 ​ແຂວງ​ທົ່ວ​ປະ​ເທດໃນຊ່ວງ​ປີ 1990 ຫາ​ທ້າຍ​ປີ 2009 ທີ່​ຜ່ານ​ມາ ກໍ​ພົບ​ວ່າ​ມີ​ຄົນ​ລາວ​ຕິດ​ເຊື້ອ​ຈໍານວນ 3,659 ຄົນ ​ຫລື​ຄິດ​ເປັນ​ອັດຕາ​ສະ​ ເລ່ຍການ​ຕິດເຊື້ອ​ໂຣກດັ່ງກ່າວ​ນີ້​ພຽງ​ແຕ່ 1.6% ​ເທົ່າ​ນັ້ນ.

ຫາກ​ແຕ່​ວ່າ​ໃນ​ຈໍ​ານວນ​ຄົນ​ລາວ​ທີ່​ຕ້ດ​ເຊື້ອ​ທັງ​ໝົດ​ດັ່ງກ່າວ​ນີ້​ ກໍ​ປາກົດ​ວ່າ​ມີ​ຜູ້​ທີ່​ເປັນ​ໂຣກ ​ເອດ​ສ໌ຢ່າງ​ສົມບູນ​ແບບ​ແລ້ວ​ຈໍານວນ​ເຖິງ 2,376 ຄົນ ​ແລະ​ກໍ​ໄດ້​ເສຍ​ຊີວິດ​ໄປ​ແລ້ວ​ເຖິງ 1,038 ຄົນ​ອີກ​ດ້ວຍ ຊຶ່ງ​ກໍ​ຍ້ອນ​ວ່າ​ລະບົບ​ໃນ​ບໍລິການ​ດ້ານ​ກາ​ນປິ່ນປົວ ​ແລະ​ການ​ຮັກສາ​ສຸຂະພາບ​ຂອງ​ລັດຖະບານ​ນັ້ນ​ຍັງ​ຄົງ​ບໍ່​ສາມາດ​ທີ່​ຈະ​ໃຫ້ການ​ເບິ່ງ​ແຍງ​ບັນດາ​ຄົນ​ລາວ​ທີ່​ຕິດ​ເຊື້ອ​ໂຣກດັ່ງ ກ່າວ​ນີ້​ໄດ້​ຢ່າງ​ທົ່ວ​ເຖິງ. ຍິ່ງ​ໄປ​ກວ່າ​ນັ້ນ ​ເມື່ອ​ປະກອບ​ກັບ​ການ​ທີ່​ລາວ​ເປັນ​ປະ​ເທດ​ທີ່​ມີ​ຈຸດ​ທີ່​ຕັ້ງ​ຢູ່​ເຂດ​ສູນ​ກາງ​ທີ່​ສາມາດ​ຈະ​ເຊື່ອມ​ຕໍ່​ການ​ຄົມມະນາ​ຄົນ​ແລະ​ຂົນ​ສົ່ງ​ກັບປະ​ເທດ​ທີ່ຢູ່​ໃນ ​ເຂດ​ລຸ່ມ​ແມ່​ນໍ້າຂອງ​ດ້ວຍ​ກັນ​ໄດ້​ໃນ​ທຸກ​ທິດ​ທຸກ​ທາງ​ດ້ວຍ​ແລ້ວ ​ກໍ​ຍັງ​ນັບ​ເປັນ​ເງຶ່​ອນ​ໄຂ​ສໍາຄັນ​ທີ່​ຈະ​ ເຮັດ​ໃຫ້​ປະຊາຊົນ​ລາວ​ມີ​ຄວາມ​ສ່ຽງ​ຢ່າງ​ສູງ​ທີ່​ຈະ​ຕິດ​ເຊື້ອ​ໂຣກດັ່ງກ່າວ​ນີ້​ຫລາຍ​ຂຶ້ນນັບ​ມື້​ອອີກ​ດ້ວຍ ດັ່ງ​ທີ່​ທ່ານ​ພອນເທບໄດ້ຊີ້​ແຈງ ​ໃນ​ຕອນ​ນຶ່ງ​ວ່າ:

“ເຖິງ​ແມ່ນ​ວ່າ​ເຊື້ອ HIV-AIDSຍັງ​ຢູ່​ໃນ​ຂອບ​ເຂດ​ບໍ່​ສູງ​ໃນ​ປະ​ເທດ​ເຮົາ​ເມື່ອ​ທຽບ​ໃສ່​ກັບປະ​ເທດ​ຂ້າງຄຽງ ​ແຕ່​ປັດ ​ໄຈ​ສ່ຽງ​ໃນ​ການ​ແຜ່​ລະບາດ​ນັ້ນ​ກໍ​ມີ​ຢູ່ ​ເພາະວ່າ​ການ​ຕິດ​ເຊື້ອ​ທາງ​ເພດ​ສໍາພັນ​ຢູ່​ບ້ານ​ເຮົາ​ເຫັນ​ວ່າ​ມັນ​ເພີ່ມ​ຫລາຍ​ຂື້ນ​ ​ແລະ​ຢູ່​ໃນ​ຂົງ​ເຂດ​ປະ​ເທດ​ອ້ອມ​ຂ້າງ​ຂອງ​ເຮົາ​ກໍ​ມີ​ການ​ຕິດ​ເຊື້ອ​ຫລາຍ​ຂຶ້ນ​ ​ແລະ​ປະ​ເທດ​ເຮົາ​ກໍ​ເປັນ ທາງ​ຜ່ານ ຊຶ່ງ​ແນ່ນອນ​ການ​ເດີນທາງ​ໄປ​ມາ​ຫາ​ສູ່ກັນ​ຂອງ​ບັນດາ​ນັກ​ທ່ອງ​ທ່ຽວ​ກໍ ​ແມ່ນບັນຫາ​ທີ່​ສະກັດ​ກັ້ນ​ບໍ່​ໄດ້”

ໂດຍ​ອິງ​ຕາມ​ລາຍ​ງາຍ​ຂອງ​ກະຊວງ​ສາທາລະນະ​ສຸກ​ລາວ​ໄດ້​ລະບຸ​ວ່າ​ສາ​ເຫດ​ສໍາຄັນ​ທີ່​ເຮັດ​ໃຫ້​ຄົນ​ລາວຕິດ​ເຊື້ອ HIV-AIDS ຫລາຍ​ທີ່​ສຸດ​ນັ້ນ ກໍ​ຄື​ການ​ມີ​ເພດ​ສໍາພັນ​ໂດຍ​ບໍ່​ມີ​ການ​ປ້ອງ​ກັນ​ດ້ວຍ​ການ​ສວມ​ຖົງ​ຢາງ​ອະນາ​ໄມ ​ໂດຍ​ສະ​ເພາະ​ແມ່ນ​ການ​ຕິດ​ເຊື້ອ​ໃນ​ກຸ່ມ​ຜູ້ຍິງ ​ທີ່​ຂາຍ​ບໍລິ ການ​ທາງ​ເພດ ​ແລະ​ການຮັກ​ຮ່ວມ​ເພດ​ດຽວ​ກັນ​ນັ້ນກໍ​ຍັງນັບ​ເປັນ​ພາຫະນະ​ທີ່​ເຮັດ​ໃຫ້​ມີ​ການ ​ແຜ່​ລະບາດ​ຂອງ​ເຊື້ອ​ໂຣກຢ່າງ​ໄວວາ​ອີກ​ດ້ວຍ.

ຍິ່ງ​ໄປ​ກວ່າ​ນັ້ນ ກຸ່ມ​ແຮງງານ​ລາວ​ທີ່​ໄດ້​ພາກັນ​ລັກລອບ​ທໍາ​ງານ​ໂດຍ​ຜິດ​ກົດໝາຍ ​ຢູ່​ໃນ​ປະ​ເທດ​ເພື່ອ​ນບ້ານ​ກໍ​ນັບ ​ເປັນ​ອີກ​ກຸ່ມ​ນຶ່ງ​ທີ່​ມີ​ຄວາມ​ສ່ຽງ​ຢ່າງ​ສູງ​ທັງ​ໃນ​ຖານະ​ທີ່​ເປັນ​ຜູ້​ຮັບ​ເຊື້ອ​ແລະ​ຜູ້​ນໍາ​ເອົາ​ເຊຶ້ອ​ໂຣກ​ໄປ​ຕິດ​ຕໍ່​ເຖິງ​ຄົນ​ຮັກ ​ໂດຍ​ສະ​ເພາະ​ແມ່ນ​ກຸ່ມ​ແຮງ​ງານ​ລາວ​ເພດ​ຍິງ​ທີ່​ພາກັນ​ລັກລອບ​ທໍາ​ງານ​ຢູ່​ໃນ​ໄທ​ໂດຍ​ຜິດ​ກົດໝາຍ ກໍ​ຍັງ​ມີ​ໂອກາດ​ທີ່​ຈະ​ຖືກ​ບັງຄັບ​ໃຫ້​ຕ້ອງ​ຂາຍ​ບໍລິການ​ທາງ​ເພດ​ໂດຍ​ຂາດ​ການ​ປ້ອງ​ກັນ​ຕົນ​ເອງ​ອີກ​ດ້ວຍ. ທັງ​ນີ້​ໂດຍອິງ​ຕາມ​ຂໍ້​ມູນ​ຂອງ​ກຸ່ມ​ອົງການ​ຄຸ້ມ​ຄອງ​ແຮງ​ງານ​ຕ່າງ​ດ້າວ​ຈາກ​ລາວ ພະມ້າ ​ແລະ​ກໍາປູ​ເຈຍ​ໃນ​ໄທ ກໍ​ໄດ້​ລະບຸວ່າ​ ໃນ​ປັດຈຸບັນ​ມີ​ແຮງ​ງານ​ຜິດ​ກົດໝາຍ​ແລະເກີນ​ກວ່າ 56% ກໍ​ຄື​ແຮງ​ງານ​ລາວ​ເພດ ຍິງ​ດ້ວຍ​ແລ້ວ ຈຶ່ງ​ຖື​ເປັນກຸ່ມ​ທີ່​ສຸ່ມ​ສ່ຽງ​ຢ່າງ​ຍິ່ງ​ທີ່​ຈະ​ຖືກ​ບີບ​ບັງ​ຄັບ​ໃຫ້​ຕ້ອງ​ຂາຍ​ບໍລິການ​ທາງ ​ເພດ​ໂດຍ​ຂາດ​ການ​ປ້ອງ​ກັນ.

XS
SM
MD
LG