ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສູນຕ້ານໂຣກເອດສ໌ລາວຄາດວ່າ ຄົນລາວຈະຕິດເຊື້ອ ໂຣກເອດສ໌ ເພີ້ມຂຶ້ນ


ເຈົ້າໜ້າທີ່ການທູດລາວທີ່ນະຄອນຫລວງບາງກອກຂອງໄທ ໂອ້ລົມກັບ
ພວກຜູ້ຍິງໜຸ່ມລາວ ທີ່ໄດ້​ພາກັນ​ລັກລອບ​ທໍາ​ງານ​ຢູ່​ໃນ​ໄທ​ ໂດຍຜິດ
​ກົດໝາຍ ແລະຕົກເປັນເຫຍື່ອຂອງວົງການຄ້າມະນຸດຂ້າມຊາດ.
ເຈົ້າໜ້າທີ່ການທູດລາວທີ່ນະຄອນຫລວງບາງກອກຂອງໄທ ໂອ້ລົມກັບ ພວກຜູ້ຍິງໜຸ່ມລາວ ທີ່ໄດ້​ພາກັນ​ລັກລອບ​ທໍາ​ງານ​ຢູ່​ໃນ​ໄທ​ ໂດຍຜິດ ​ກົດໝາຍ ແລະຕົກເປັນເຫຍື່ອຂອງວົງການຄ້າມະນຸດຂ້າມຊາດ.

ເຈົ້າໜ້າທີ່ຂັ້ນສູງຂອງສູນຕ້ານໂຣກເອດສ໌ແຫ່ງຊາດລາວຄາດວ່າ ຄົນລາວຈະຕິດເຊື້ອໂຣກ HIV-AIDS ເພີ້ມຂຶ້ນເປັນຫລາຍກວ່າ 1,400 ຄົນພາຍໃນປີ 2015 ຊຶ່ງສ່ວນໃຫຍ່ເປັນ ການຕິດເຊື້ອມາຈາກການມີເພດສໍາພັນໂດຍບໍ່ມີການປ້ອງກັນ.

ເຈົ້າໜ້າທີ່ຂັ້ນສູງຂອງສູນຕ້ານໂຣກເອດແຫ່ງຊາດລາວໄດ້ໃຫ້
ການຄາດໝາຍວ່າຄົນລາວຈະຕິດເຊື້ອໂຣກ HIV-AIDS
ເພີ້ມຂຶ້ນເປັນຫຼາຍກວ່າ 1,400 ຄົນພາຍໃນປີ 2015 ເປັນຢ່າງຊ້າ ຖ້າຫາກວ່າອັດຕາສະ ເລ່ຍການຕິດເຊື້ອໃນກຸ່ມຄົນລາວຈະຍັງຄົງເພີ່ມສູງຂຶ້ນຢ່າງຕໍ່ເນື່ອງຄືກັບໃນຕະຫຼອດໄລຍະ
20 ປີມານີ້ ໂດຍສະເພາະແມ່ນການຕິດເຊື້ອໂລກ HIV-AIDS ໃນກຸ່ມປະຊາກອນເພດຍິງ
ຂອງລາວນັ້ນກໍຍັງຖືວ່າໄດ້ມີການເພີ່ມສູງຂຶນຢ່າງໄວວ່າທີ່ສູດເມື່ອທຽບກັບປະເທດອື່ນໆໃນ
ພູມີພາກເອເຊຍອີກດ້ວຍ ຊຶ່ງກໍຄືເພີ່ມຈາກ 18% ໃນປີ 1990 ຂຶ້ນມາເປັນ 35% ຂອງ ຈໍານວນຜູ້ຕິດເຊື້ອທັງໝົດໃນປີ 2010 ທີ່ຜ່ານມາ.

ຈາ​ກການ​ສຸ່ມກວດ​ເລືອດ​ຂອງປະຊາຊົນ​ລາວຫລາຍກວ່າ 2 ແສນຄົນ​ໃນ 17 ​ແຂວງ​ທົ່ວ
ປະ​ເທດໃນຊ່ວງ​ປີ 1990 ຫາ​ທ້າຍ​ປີ 2010 ທີ່​ຜ່ານ​ມານັ້ນ ກໍ​ພົບ​ວ່າ​ມີ​ຄົນ​ລາວ​ຕິດ​ເຊື້ອ
ຈໍານວນ 4,272 ຄົນ ຊຶ່ງ​ໃນ​ຈຳນວນດັ່ງກ່າວ​ນີ້​ ກໍ​ປາກົດ​ວ່າ​ມີ​ຜູ້​ທີ່​ເປັນ​ໂຣກ​ເອດ​ສ໌ຢ່າງສົມ
ບູນ​ແບບ​ແລ້ວ​ ຈໍານວນ​ເຖິງ 2,376 ຄົນ ​ແລະ​ກໍ​ໄດ້​ເສຍ​ຊີວິດ​ໄປ​ແລ້ວ​ເຖິງ 1,170 ຄົນ
ຫລື​ຄິດ​ເປັນ​ອັດຕາ​ສ່ວນ ສູງ​ກວ່າ 27% ຂອງ​ຈຳນວນ​ທັງໝົດ ຊຶ່ງ​ກໍເປັນຍ້ອນ​ວ່າ​ລະບົບ
ການ​ບໍລິການ​ດ້ານ​ກາ​ນປິ່ນປົວ ​ແລະ​ການ​ຮັກສາ​ສຸຂະພາບ​ຂອງ​ລັດຖະບານ​ນັ້ນ ​ຍັງ​ຄົງ​
ບໍ່ສາມາດ​ທີ່​ຈະ​ໃຫ້ການ​ເບິ່ງ​ແຍງ​ບັນດາ​ຄົນ​ລາວ​ທີ່​ຕິດ​ເຊື້ອ​ໂຣກດັ່ງກ່າວ​ນີ້​ ໄດ້​ຢ່າງ​ທົ່ວ​ເຖິງ
ເນື່ອງຈາກວ່າໃນປັດຈຸບັນ ຍັງຄົງມີສູນປິ່ນປົວຄົນຕິດເຊື້ອໂລກ HIV-AIDs ຂອງລັດຖະ
ບານລາວພຽງ 7 ແຫ່ງເທົ່ານັ້ນໃນທົ່ວປະເທດ ໂດຍ 2 ແຫ່ງ ຢູໃນເຂດນະຄອນວຽງຈັນ.
ສ່ວນອີກ 5 ແຫ່ງ ຕັ້ງຢູ່ໃນແຂວງສະຫວັນນະເຂດ, ຈໍາປາສັກ, ຫຼວງພະບາງ, ບໍ່ແກ້ວ
ແລະຫລວງນໍ້າທາ.

ຍິງສາວລາວຜູ້ນຶ່ງທີ່ຖືກຫລອກລວງໄປເປັນໂສເພນີ ທີ່ປະເທດໄທ
ຍິງສາວລາວຜູ້ນຶ່ງທີ່ຖືກຫລອກລວງໄປເປັນໂສເພນີ ທີ່ປະເທດໄທ

ພ້ອມກັນນັ້ນ ​ເມື່ອ​ປະກອບ​ກັບ​
ການ​ທີ່​ລາວ​ເປັນ​ປະ​ເທດ​ທີ່​ມີ​ຈຸດ
ທີ່​ຕັ້ງ​ຢູ່​ເຂດ​ສູນ​ກາງ​ທີ່​ສາມາດ​ຈະ
ເຊື່ອມ​ຕໍ່ກັບທຸກປະ​ເທດ​ທີ່ຕັ້ງຢູ່​ໃນ​
ເຂດ​ລຸ່ມ​ແມ່​ນໍ້າຂອງ​ດ້ວຍ​ກັນ​ໄດ້​
ໃນ​ທຸກ​ທິດ​ທຸກ​ທາງ​ດ້ວຍ​ແລ້ວ ​
ກໍ​ຍັງ​ນັບ​ເປັນ​ປັດ​ໃຈສໍາຄັນ​ທີ່​ຈະ
ເຮັດ​ໃຫ້​ປະຊາຊົນ​ລາວ​ມີ​ຄວາມ​
ສ່ຽງ​ຢ່າງ​ສູງ ​ທີ່​ຈະ​ຕິດ​ເຊື້ອ​ໂຣກ
ດັ່ງກ່າວ​ນີ້​ ຫລາຍ​ຂຶ້ນນັບ​ມື້​ອີກ​
ດ້ວຍ ​ໂດຍສະເພາະ​ແມ່ນ​ການ
ຕິດ​ເຊື້ອຈາກ​ການ​ມີ​ເພດ​ສໍາພັນ
ດັ່ງ​ທີ່​ເຈົ້າໜ້າທີ່ລາວໄດ້​ໃຫ້ການ
ຊີ້​ແຈງໃນ​ຕອນ​ນຶ່ງ​ວ່າ:

“ການ​ຕິດ​ເຊື້ອ​ທາງ​ເພດ​ສໍາພັນ​ຢູ່​ບ້ານ​ເຮົາ​ເຫັນ​ວ່າ​ມັນ​ເພີ່ມ​ຫລາຍ​ຂຶ້ນ​ ​ແລະ​ຢູ່​ໃນ​ຂົງ​ເຂດ​ປະ​ເທດ​ອ້ອມ​ຂ້າງ​ຂອງ​ເຮົາ​ກໍ​ມີ​ການ​ຕິດ​ເຊື້ອ​ຫລາຍ​ຂຶ້ນ​ ​ແລະ​ປະ​ເທດ​ເຮົາ​ກໍ​ເປັນທາງ​ຜ່ານ ຊຶ່ງ​ແນ່ນອນ​ການ​ເດີນທາງ​ໄປ​ມາ​ຫາ​ສູ່ກັນ​ຂອງ​ບັນດາ​ນັກ​ທ່ອງ​ທ່ຽວ​ ກໍແມ່ນບັນຫາ​ທີ່​ສະກັດ​ກັ້ນ​ບໍ່​ໄດ້”

ກຸ່ມ​ປະຊາກອນ​ລາວ​ທີ່​ຕິດເຊື້ອໂຣກ HIV-AIDS ຫລາຍທີ່ສຸດ ກໍ​ຄື​ກຸ່ມ​ແມ່ຍິງ​ທີ່ປະກອບ​ອາ
ຊີບຢູ່​ໃນ​ພາກ​ບໍລິການ, ກຸ່ມ​ແຮງ​ງານ​ເຄື່ອນຍ້າຍ, ກຸ່ມ​ທີ່​ຊົ​ມໃຊ້​ຢາ​ເສບຕິດ, ກຸ່ມ​ແຮງງານ
ອຸດສາຫະກໍາ, ກຸ່ມ​ນັກຮຽນ​ນັກ​ສຶກສາ​ທີ່ຢູ່​ຕາມ​ຫໍ​ພັກ ​ແລະ​ກຸ່ມຮັກຮ່ວມ​ເພດ ​ເນື່ອງຈາກ
ຖື​ວ່າ​ເປັນ​ກຸ່ມ​ທີ່​ມີ​ຄວາມ​ສຸ່ມ​ສ່ຽງ​ທີ່​ຈະ​ໄດ້​ຮັບ​ເຊື້ອ HIV-AIDS ຫລາຍ​ທີ່​ສຸດ.

ລາຍ​ງານ​ຂອງ​ກະຊວງ​ສາທາລະນະ​ສຸກ​ລາວ​ໄດ້​ລະບຸ​ວ່າ​ສາ​ເຫດ​ສໍາຄັນ​ທີ່​ເຮັດ​ໃຫ້​ຄົນ​ລາວຕິດ
ເຊື້ອ HIV-AIDS ຫລາຍ​ທີ່​ສຸດ​ນັ້ນ ກໍ​ຄື​ການ​ມີ​ເພດ​ສໍາພັນ​ໂດຍ​ບໍ່​ມີ​ການ​ປ້ອງ​ກັນ​ດ້ວຍ​ການ
ສວມ​ຖົງ​ຢາງ​ອະນາ​ໄມ ​ໂດຍ​ສະ​ເພາະ​ແມ່ນ​ການ​ຕິດ​ເຊື້ອ​ໃນ​ກຸ່ມ​ຜູ້ຍິງ​ທີ່​ຂາຍ​ບໍລິການ​ທາງ​ເພດ
ແລະ​ການຮັກ​ຮ່ວມ​ເພດ​ດຽວ​ກັນ​ນັ້ນ ກໍ​ຍັງນັບ​ເປັນ​ພາຫະນະ​ທີ່​ເຮັດ​ໃຫ້​ມີ​ການ​ແຜ່​ລະບາດ​ຂອງ
ເຊື້ອ​ໂຣກຢ່າງ​ໄວວາ​ອີກ​ດ້ວຍ.

ນອກຈາກນັ້ນ ກຸ່ມ​ແຮງງານ​ລາວ​ທີ່​ໄດ້​ພາກັນ​ໄປລັກລອບ​ທໍາ​ງານ​ໂດຍ​ຜິດ​ກົດໝາຍ​ຢູ່​ໃນ​ປະ
ເທດເພື່ອ​ນບ້ານ ໂດຍສະເພາະແມ່ນປະເທດໄທ ​ກໍ​ນັບວ່າ​ເປັນ​ອີກ​ກຸ່ມ​ນຶ່ງ​ທີ່​ມີ​ຄວາມ​ສ່ຽງ​ຢ່າງ
ສູງທັງ​ໃນ​ຖານະ​ທີ່​ເປັນ​ຜູ້​ຮັບ​ເຊື້ອ​ແລະ​ຜູ້​ນໍາ​ເອົາ​ເຊື້ອ​ໂຣກ​ໄປ​ຕິດ​ຕໍ່​ເຖິງ​ຄົນ​ຮັກ ​ໂດຍ​ສະ​ເພາະ
ແມ່ນ​ກຸ່ມ​ແຮງ​ງານ​ລາວ​ເພດ​ຍິງ​ທີ່​ພາກັນ​ລັກລອບ​ທໍາ​ງານ​ຢູ່​ໃນ​ໄທ​ໂດຍ​ຜິດ​ກົດໝາຍ ກໍ​ຍັງ​ມີ
ໂອກາດ​ທີ່​ຈະ​ຖືກ​ບັງຄັບ​ໃຫ້​ຕ້ອງ​ຂາຍ​ບໍລິການ​ທາງ​ເພດ​ໂດຍ​ບໍ່ມີ​ການ​ປ້ອງ​ກັນ​ຕົນ​ເອງ​ນັ້ນ
ຖື​ເປັນກຸ່ມ​ທີ່​ສຸ່ມ​ສ່ຽງທີ່ສຸດ ໃນການນຳເອົາເຊື້ອ​ໂຣກເຂົ້າມາໃນລາວ.

XS
SM
MD
LG