ໃນຂະນະທີ່ຄົນອາເມລິກັນຈຳນວນຫຼວງຫຼາຍລວມຕົວກັນທີ່ໂຕະອາຫານໃນຊ່ວງມື້ພັກຂອບໃຈພະເຈົ້າທີ່ຜ່ານມາ ລາຍງານຫລ້າສຸດພົບວ່າ ໃນເມືອງທີ່ໃຫຍ່ທີ່ສຸດຂອງອາເມຣິກາ, ປະຊາຊົນຈຳນວນຫຼວງຫຼາຍເພີ້ມຂຶ້ນເລື້ອຍໆໄດ້ປະສົບບັນຫາຂາດແຄນອາຫານ. ສາງເກັບອາຫານໃນທ້ອງຖິ່ນ ຢູ່ນິວຢອກ ກຳລັງພົບເຫັນຜູ້ມາຢ້ຽມຢາມເພີ້ມຫຼາຍຂຶ້ນ, ລວມເຖິງຜູ້ທີ່ມີວຽກເຮັດງານທຳນຳ.
ທີ່ທະນາຄານອາຫານສຳລັບນະຄອນນິວຢອກ, ພວກພະນັກງານກຳລັງຫຍຸ້ງຢູ່ກັບການເຄື່ອນຍ້າຍ ແລະ ຫ້າງຫາອາຫານບໍລິຈາກເພື່ອສົ່ງໄປຍັງສາງເກັບອາຫານ ແລະເຮືອນຄົວໃນທ້ອງຖິ່ນ.
ທ່ານນາງ ຊານີດາ ທິສເດວ, ເປັນຮອງປະທານຂອງອົງການແລະຜົນກະທົບຕໍ່ອົງການຢູ່ທະນາຄານອາຫານສຳລັບນະຄອນນິວຢອກ ກ່າວວ່າ “ພວກເຮົາເປັນນຶ່ງໃນອົງກອນບັນເທົາທຸກແກ່ຜູ້ອຶດຫິວທີ່ໃຫຍ່ທີ່ສຸດ ທີ່ໃຫ້ບໍລິການໃນທັງ 5 ເຂດ. ພວກເຮົາດຳເນີນການ ແລະໃຫ້ການສະໜັບສະໜູນ ໃນເຂດລະຫັດໄປສະນີ ຫຼາຍກວ່າ 90 ເປີເຊັນ ທີ່ຕັ້ງຢູ່ໃນເມືອງຂອງພວກເຮົາ ແລະພວກເຮົາເຮັດແນວນັ້ນ ຜ່ານການຮ່ວມມືຢ່າງໃກ້ຊິດກັບພັນທະມິດທີ່ບໍ່ຫວັງຜົນກໍາໄລຫຼາຍກວ່າ 800 ແຫ່ງ.”
ມັນເປັນຊ່ວງເວລາທີ່ຫຍຸ້ງຫຼາຍຂອງປີ, ເນື່ອງຈາກຄົນອາເມຣິກັນຈໍານວນຫຼາຍຮ່ວມກັບຄອບຄົວ ແລະໝູ່ເພື່ອນສະເຫຼີມສະຫຼອງມື້ພັກຂອບໃຈພະເຈົ້າ, ແຕ່ລາຍງານໃໝ່ພົບວ່າ ໃນນິວຢອກ, ຊຶ່ງເປັນເມືອງໃຫຍ່ທີ່ສຸດໃນສະຫະລັດ ມີຜູ້ອາໃສຢູ່ຈໍານວນເພີ້ມຂຶ້ນເລື້ອຍໆທີ່ປະສົບບັນຫາໃນການກິນ.
ອົງກອນການກຸສົນ ໂຣບິນ ຮູດ ຊຶ່ງຕັ້ງຢູ່ໃນນິວຢອກ ໄດ້ຕິດຕາມການນໍາໃຊ້ຫ້ອງເກັບອາຫານຂອງເມືອງ ແລະພົບວ່າ ກ່ອນເກີດການລະບາດຂອງ ໂຄວິດ-19 ຜູ້ໃຫຍ່ 1 ໃນ 5 ຄົນ ຫຼື 20 ເປີເຊັນ ນໍາໃຊ້ສາງເກັບອາຫານຢ່າງຫນ້ອຍນຶ່ງເທື່ອ ລະຫວ່າງປີ 2015 ເຖິງປີ 2019 ຊຶ່ງເພີ້ມຂຶ້ນ 31 ເປີເຊັນ ຫຼືເກືອບ 1 ໃນ 3 ຂອງຜູ້ໃຫຍ່ໃນຊ່ວງຫຼາຍປີທີ່ຜ່ານມາ.
ທ່ານນາງ ທິສເດວ ເວົ້າວ່າ ພາບຫຼັກຂອງຄວາມອຶດຫິວກໍປ່ຽນໄປເຊັ່ນກັນ.
ທ່ານນາງ ທິສເດວ ກ່າວຕື່ມວ່າ “ສິ່ງທີ່ພວກເຮົາເຫັນໃນຕອນນີ້ ກໍຄືຄອບຄົວທີ່ເຮັດວຽກຫຼາຍຂຶ້ນເລື້ອຍໆ ກໍໄປຢ້ຽມຢາມຫ້ອງເກັບອາຫານ ແລະເຮືອນຄົວໃນທ້ອງຖິ່ນ ແລະຄວາມຈິງແລ້ວຜູ້ທີ່ໄປຢ້ຽມຢາມເຮືອນຄົວ ຫຼືສາງເກັບອາຫານມີເປີເຊັນໜ້ອຍທີ່ສຸດ ເປັນພວກຜູ້ຊາຍທີ່ບໍ່ມີເຮືອນຢູ່.”
ທ່ານນາງ ຊາມມີກາ ອອລຟອນສ໌, ຜູ້ອຳນວຍການ ຮັບຜິດຊອບ ພວກຜູ້ໃຫຍ່ ແລະຄອຄົວເຮືອນ ຢູ່ອົງການ ໂຣບິນ ຮູດ ກ່າວວ່າ “ມັນກໍມີຄວາມຄິດທີ່ຜິດໆນີ້ເຊັ່ນວ່າ “ໂອ້, ຄົນພວກນີ້ຕ້ອງການພຽງເງິນຊ່ວຍເຫຼືອ” ທີ່ຈິງແລ້ວ, ຂ້າພະເຈົ້າຄິດວ່າ ພວກເຂົາກໍາລັງດີ້ນຮົນເພື່ອໃຫ້ພໍຢູ່ພໍກິນ.”
ຫຼາຍຄົນມີວຽກເຮັດງານທໍາ, ອີງຕາມບົດລາຍງານຂອງອົງການ ໂຣບິນ ຮູດ ທີ່ພົບເຫັນວ່າ ມີຊາວນິວຢອກ 2 ໃນ 3 ຄົນທີ່ໄປເຮືອນຄົວ ກໍເຮັດວຽກເຊັ່ນກັນ.
ທ່ານນາງ ອອລຟອນສ໌ ກ່າວອີກວ່າ “ພວກເຮົາສູນເສຍວຽກໄປຫຼາຍໃນຊ່ວງການລະບາດໃຫຍ່, ວຽກຈໍານວນຫຼວງຫຼາຍໄດ້ກັບມາ, ແຕ່ໂຊກບໍ່ດີ, ວຽກຈໍານວນຫຼວງຫຼາຍທີ່ກັບມາ ຫຼືຫາກໍ່ມາທາງອອນໄລນ໌ ແທ້ຈິງແລ້ວຄືວຽກທີ່ຈ່າຍເງິນບໍ່ພຽງພໍ. ຄ່າຈ້າງບໍ່ຂຶ້ນຫຼາຍປານໃດເລີຍ.”
ຄ່າຈ້າງບໍ່ສອດຄ່ອງກັບຄ່າໃຊ້ຈ່າຍຫຼັກອື່ນໆ ເຊິ່ງເປັນການເພີ້ມພາລະທາງດ້ານການເງິນໃຫ້ແກ່ຊາວນິວຢອກຫຼາຍຂຶ້ນ.
ທ່ານນາງ ຊານິດາ ທິສເດວ, ຢູ່ທະນາຄານອາຫານສຳລັບນະຄອນນິວຢອກ ກ່າວວ່າ “ເນື່ອງຈາກປັດໄຈບັນເທົາທັງໝົດເຫຼົ່ານີ້ໃນປັດຈຸບັນ, ຊາວນິວຢອກພົບວ່າ ການໃຊ້ເງິນນຶ່ງໂດລາ ບໍ່ມີຄຸນຄ່າຫຼາຍຄືເມື່ອກ່ອນ ເປັນເລື່ອງຍາກຂຶ້ນເລື້ອຍໆ.”
ອີງຕາມທະນາຄານອາຫານ ທີ່ລະບຸວ່າ ຄວາມບໍ່ໝັ້ນຄົງດ້ານສະບຽງອາຫານໄດ້ສົ່ງຜົນກະທົບຕໍ່ຊາວນິວຢອກ 1 ລ້ານ 3 ແສນຄົນ ແລະມັນຄອບຄຸມກຸ່ມຜູ້ໃຊ້ບໍລິການທີ່ຫຼາກຫຼາຍ. ສໍາລັບບາງຄົວເຮືອນແລ້ວ ສາງເກັບອາຫານເປັນສິ່ງທີ່ສໍາຄັນ, ສໍາລັບຄົວເຮືອນອື່ນໆ ຖືເປັນມາດຕາການປ້ອງກັນ.
ທ່ານນາງຊາມມີກາ ອອລຟອນສ໌, ຢູ່ທີ່ອົງການ ໂຣບິນ ຮູດ ກ່າວວ່າ “ນະຄອນນິວຢອກມີບັນຫາສາມປະການ // ແລະບັນຫານສາມປະການຄື ຄ່າທີ່ຢູ່ອາໃສ, ຄ່າເບິ່ງແຍງເດັກນ້ອຍ ແລະຄ່າສິ່ງຂອງຈໍາເປັນຂັ້ນພື້ນຖານ ເຊັ່ນອາຫານ ແລະສາທາລະນຸປະໂພກ.”
ວິກິດການດ້ານຄວາມບໍ່ໝັ້ນຄົງທາງອາຫານ ສົ່ງຜົນເຮັດໃຫ້ມີຜູ້ຄົນຫຼາກຫຼາຍກຸ່ມເພີ້ມຂຶ້ນທີ່ຕ້ອງໄປເພິ່ງພາເຮືອນຄົວບໍລິຈາກອາຫານ ແລະນັ້ນຄືສາເຫດທີ່ຜູ້ຊ່ຽວຊານບາງຄົນເວົ້າວ່າ ເງິນທຶນຈາກລັດຖະບານມີຄວາມສໍາຄັນຍິ່ງ ເຖິງແມ່ນລັດຖະບານຊຸດໃໝ່ ຈະສົ່ງສັນຍານວ່າ ຈະຕັດງົບປະມານໂຄງການຕ່າງໆກໍຕາມ.
ທ່ານນາງ ອອລຟອນສ໌, ໂຣບິນ ຮູດ ກ່າວວ່າ “ການເລືອກຕັ້ງຄັ້ງນີ້ ເປັນເລື້ອງທີ່ລົມກັນຢູ່ໂຕະອາຫານ ແລະອາຫານກໍເປັນບັນຫາໃຫຍ່ທີ່ໂຕະອາຫານ ຢູ່ເຮືອນຄົວບໍລິຈາກເຊັ່ນກັນ. ແລະນີ້ເປັນໂອກາດທີ່ລັດຖະບານຊຸດໃໝ່ທີ່ກຳລັງຈະເຂົ້າມາ ແທ້ຈິງແລ້ວ ຄວນຈະສົງເສີມໃນດ້ານການຮອງຮັບ ແລະດ້ານການລົງທຶນໃນສິ່ງທັງຫຼາຍເຫຼົ່ານັ້ນ.”
ຖ້າບໍ່ດັ່ງນັ້ນແລ້ວ, ທ່ານນາງ ອອລຟອນສ໌ ເວົ້າວ່າ ເປັນໄປໄດ້ສູງທີ່ສາງອາຫານ ຈະດຶງດູດຜູ້ຄົນທີ່ຕ້ອງການຄວາມຊ່ວຍເຫຼືອ ຫຼາຍຂຶ້ນຕື່ມອີກ.
As many Americans gather around the dinner table this Thanksgiving holiday, a recent report finds that in America’s largest city, more residents are experiencing food insecurity. Local food pantries in New York are seeing an increase in visitors, including among those who are employed. VOA's Tina Trinh explains.
At Food Bank for New York City, workers are busy moving and packing donated food headed to local food pantries and soup kitchens.
Zanita Tisdale, Food Bank for New York City
“We are one of the largest hunger relief organizations serving all five boroughs. We operate and support over 90% of the zip codes that are located here in our city, and we do that through close partnership with over 800 nonprofit partners.”
It’s a busy time of year, as many Americans will join family and friends to celebrate the Thanksgiving holiday. But a new report finds that in New York, the largest U.S. city, an increasing number of its residents are struggling to eat.
New York-based philanthropy Robin Hood tracked usage of the city’s food pantries, finding that that before the COVID-19 pandemic, 1 in 5, or 20%, of adults used a food pantry at least once between 2015 and 2019. That has jumped to 31%, or nearly 1 in 3 adults, in the years since.
The face of hunger has also changed, Tisdale says.
Zanita Tisdale, Food Bank for New York City
“What we see now is that more and more working families are visiting the local food pantries and soup kitchens, and actually the smallest percentage of those visiting soup kitchens or food pantries are homeless men.”
Chymeka Olfonse, Robin Hood
“There’s this false mentality like, ‘Oh, these folks just want a handout,’ when really, I think people are really struggling to just make ends meet.”
Many are employed, according to the Robin Hood report, which found that 2 in 3 New Yorkers who visited food pantries were also working.
Chymeka Olfonse, Robin Hood
“We lost a lot of jobs in the pandemic. A lot of jobs have returned, but unfortunately, a lot of the jobs that returned or just came online were really those that are just not paying enough. There is not significant wage growth.”
Wages aren’t keeping pace with other major costs, adding to New Yorkers’ financial burdens.
Zanita Tisdale, Food Bank for New York City
“Because of all of those mitigating factors now, New Yorkers are finding it harder and harder for one dollar to stretch as far as it did before.”
Food insecurity affects 1.3 million New Yorkers, according to the food bank, and it spans a spectrum of users. For some households, pantries are critical; for others, a preventative measure.
Chymeka Olfonse, Robin Hood
“There is a trifecta of hardship in New York City // and the trifecta of hardship is the high cost of housing, childcare and also basic necessities like food and utilities.
The affordability crisis has resulted in a more diverse group of people visiting food pantries. And it’s why some experts say government funding is vital, even as the new administration has signaled impending cuts to certain programs.
Chymeka Olfonse, Robin Hood
“This election came down to kitchen table issues and food is very much so a kitchen table issue. And this is an opportunity for the incoming administration to really bolster the safety net and to make those investments.”
Otherwise, Olfonse says, the food pantries will likely attract even more people in need.
ຟໍຣັມສະແດງຄວາມຄິດເຫັນ