ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາບໍລິສັດຈີນ ພາກັນປະຖິ້ມສຳປະທານຂຸດຄົ້ນແຮ່ທາດແບບເລັ່ງດ່ວນໃນລາວ ເພາະລາຄາແຮ່ເຫຼັກ ໃນຕະຫຼາດຕົກຕໍ່າ ແລະ ຄ່າຂົນສົ່ງສູງ


ນຶ່ງໃນສະຖານທີ່ຂຸດຄົ້ນແຮ່ທາດ ໃນສປປ ລາວ.
ນຶ່ງໃນສະຖານທີ່ຂຸດຄົ້ນແຮ່ທາດ ໃນສປປ ລາວ.

ບັນດາບໍລິສັດຈີນພາກັນປະຖິ້ມສຳປະທານຂຸດຄົ້ນແຮ່ທາດແບບເລັ່ງດ່ວນໃນລາວ ເພາະລາຄາແຮ່ເຫຼັກໃນຕະຫຼາດຕົກຕໍ່າ ແລະ ຄ່າຂົນສົ່ງສູງ ຈຶ່ງຕ້ອງການໃຫ້ລັດຖະບານລາວຫຼຸດຄ່າສຳປະທານລົງອີກ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ສະມາຊິກສະພາແຫ່ງຊາດລາວ ເປີດເຜີຍວ່າ ບັນດາບໍລິສັດຈີນ ທີ່ໄດ້ຮັບອະນຸຍາດສຳປະທານການຂຸດຄົ້ນແຮ່ທາດແບບເລັ່ງດ່ວນ ໂດຍສະເພາະແມ່ນສຳປະທານຂຸດຄົ້ນແຮ່ເຫຼັກນັບຈາກປີ 2021 ເປັນຕົ້ນມານັ້ນ ໄດ້ພາກັນຢຸດເຊົາການຂຸດ​ຄົ້ນ ແລະ ປະຖິ້ມສຳປະທານເພີ້ມຂຶ້ນນັບມື້ ຊຶ່ງມີສາເຫດສຳຄັນມາຈາກລາຄາແຮ່ເຫຼັກ ໃນຕະຫຼາດສາກົນທີ່ຕົກຕໍ່າລົງຢ່າງຕໍ່ເນື່ອງ ທີ່ສົມທົບກັບລາຄານໍ້າມັນທີ່ສູງຂຶ້ນ ຈຶ່ງບໍ່ຄຸ້ມຄ່າທີ່ຈະຂຸດຄົ້ນ ແລະ ສົ່ງອອກໄປຕ່າງປະເທດ ນອກຈາກວ່າ ລັດຖະບານລາວ ຈະປັບຫຼຸດລາຄາສຳປະທານລົງໃຫ້ຕໍ່າກວ່າ 30 ໂດລາ ຕໍ່ການຂຸດຄົ້ນແຮ່ທາດ ນຶ່ງໂຕນ ຫາກບໍ່ສະນັ້ນ ບໍລິສັດຈີນກໍ່ຈະປະຖິ້ມສຳປະທານເພີ້ມຂຶ້ນອີກ, ດັ່ງທີ່ສະມາຊິກສະພາແຫ່ງຊາດລາວ ໄດ້ໃຫ້ການຢືນຢັນວ່າ:

ຜ່ານການຕິດຕາມກວດກາກໍ່ເຫັນຫຼາຍສິ່ງຫຼາຍຢ່າງທີ່ພວກເຮົາເກັບລາຍຮັບຍັງບໍ່ທັນໄດ້ຕົວເລກ ທີ່ພວກເຮົາຄາດໄວ້ເນາະ ສະໄໝທີ່ແລ້ວພວກເຮົາກໍ່ເວົ້າແລ້ວວ່າແຮ່ທາດພວກເຮົານີ້ຂຸດມາແລ້ວບໍ່ໄດ້ຂາຍ ສະນັ້ນນີ້ ຢາກສະເໜີທາງກະຊວງການເງິນ ກະຊວງພະ ລັງງານແລະບໍ່ແຮ່ ກະຊວງແຜນການໄດ້ທົບທວນຄືນເບິ່ງສິເຮັດແນວໃດ? ໃນເມື່ອແຮ່ທາດ ໂດຍສະເພາະແຮ່ເຫຼັກໃນຕະຫຼາດໂລກນີ້ຫຼຸດ ແລ້ວພວກເຮົາສິຍັງຄົງຢູ່ 30 ໂດລາ ຕໍ່ໂຕນ ນັ້ນມັນສິບໍ່ໄດ້ຂາຍ ຍັງກອງກັນຢູ່ແຮ່ທາດຂຸດມາໄວ້ຫັ້ນນະ ລະພວກເຮົາສິກຳນົດເປັນຂັ້ນບໍ ໃນການສິເກັບລາຍຮັບ ຄັນບໍ່ຈັງຊັ້ນເຮົາກະສິບໍ່ໄດ້ເງິນ ເພາະວ່າແຮ່ທາດມັນບໍ່ໄດ້ເກນທີ່ຈະຂາຍໄດ້”

ທັງນີ້ ໂດຍສາເຫດສຳຄັນທີ່ເຮັດໃຫ້ລັດຖະບານລາວໄດ້ຮັບຜົນປະໂຫຍດຈາກສຳປະ ທານຂຸດຄົ້ນແຮ່ທາດແບບເລັ່ງດ່ວນໃນອັດຕາທີ່ຕໍ່າຫຼາຍ ໂດຍສະເພາະໃນການອະນຸ ຍາດໃຫ້ສຳປະທານແກ່ບໍລິສັດຈີນ 93 ລາຍ ທີ່ມີຄ່າສຳປະທານລວມກັນພຽງ 228 ລ້ານໂດລາ ໃນຊ່ວງປີ 2022-2023 ເພາະວ່າລັດຖະບານລາວບໍ່ມີບຸກຄະລາກອນທີ່ມີຄວາມຮູ້ກ່ຽວກັບເທັກໂນໂລຈີທີ່ທັນສະໄໝໃນດ້ານເໝືອງແຮ່ ແລະ ປາກົດດ້ວຍວ່າມີການທຸດຈະຣິດໂດຍກພະນັກງານລັດເກີດຂຶ້ນຢ່າງກວ້າງຂວາງ ແລະ ບໍ່ມີການກວດກາສຳປະທານຢ່າງແທ້ຈິງດ້ວຍນັ້ນ ຈຶ່ງເຮັດໃຫ້ການຈັດເກັບລາຍໄດ້ບໍ່ມີປະສິດທິພາບ ແລະ ຖືກເອົາລັດເອົາປຽບໄດ້ງ່າຍທັງຍັງບໍ່ມີລາຍງານຜົນການກວດກາ ແລະ ຂໍ້ມູນສະຖິຕິກ່ຽວກັບການສົ່ງຄືນໂຄງການສຳປະທານໃຫ້ລັດຖະບານດ້ວຍ, ດັງທີ່ສະມາຊິກສະພາແຫ່ງຊາດອີກທ່ານນຶ່ງ ໄດ້ໃຫ້ການຢືນຢັນວ່າ:

ມີຫຼາຍໂຄງການທີ່ທາງບໍລິສັດໄດ້ສະເໜີຢຸດແລ້ວ ກະສົ່ງຄືນຍ້ອນວ່າລາຄາຫົວໜ່ວຍສິນຄ້ານີ້ ມັນເພີ້ມຂຶ້ນຫຼາຍ ລວມທັງລາຄານໍ້າມັນນີ້ ມັນກະຫຍຸ້ງຍາກ ແຕ່ກໍບໍ່ເຫັນລັດ ຖະບານ ສະຫຼຸບວ່າມີຈັກໂຄງການ ອັນນີ້ລວມສິແກ້ກັນແນວໃດ ອັນນີ້ນິ ເຮົາກໍຕ້ອງໄດ້ມີຕົວເລກເພື່ອມາໃຫ້ພວກເຮົານີ້ໄດ້ຄົ້ນຄວ້າຊ່ວຍວ່າ ຫາວິທິໃດ? ຫຼືວ່າລັດຖະບານໄດ້ເອີ້ນມາແລ້ວບໍ ບໍລິສັດ,​ ຂ້າພະເຈົ້າວ່າພວກເຮົາເຮັດແບບກະຈັດກະຈາຍ ເຮົາຄວນໂຮມເຂົ້າບໍ ຫຼືລັດຖະບານເປັນຜູ້ຕັດສິນໃຈວ່າ ເຮົາສິເອົາຕົວໃດ? ສົ່ງເສີມ ປຶກສາກັບທຸລະກິດໃດນຶ່ງ ທີ່ເຂົາເຈົ້າມີປະສົບການ ແລະ ມີຄວາມສະມັກໃຈຊ່ວຍລັດຖະບານ

ໂດຍກໍລະນີຕົວຢ່າງຂອງການຈັດເກັບລາຍຮັບບໍ່ມີປະສິດທິພາບ ແລະ ມີລາຍຮັບຄ່າສຳປະທານຕໍ່າຫຼາຍໃນໄລຍະຜ່ານມາ ກໍ່ຄືສຳປະທານການຂຸດຄົ້ນແຮ່ທາດຫາຍາກ (Rare Earth) ທີ່ລັດຖະບານລາວໄດ້ຮັບສະເລ່ຍພຽງ 30 ໂດລາ ເທົ່ານັ້ນ ຕໍ່ການຂຸດຄົ້ນແຮ່ຫາຍາກໃນປະລິມານ ນຶ່ງໂຕນ ທັງຍັງບໍ່ຮູ້ປະລິມານ ທີ່ຊັດເຈນອີກດ້ວຍວ່າ ບັນດາບໍລິ ສັດຈີນໄດ້ຂົນສົ່ງແຮ່ຫາຍາກ ຈາກລາວໄປຈີນ ເທົ່າໃດແທ້ ໃນໄລຍະທີ່ຜ່ານມາ ເນື່ອງຈາກບໍ່ມີໜ່ວຍງານກາງຂອງລັດຖະບານລາວທີ່ດຳເນີນການຄວບຄຸມ ແລະ ກວດກາຢ່າງມີປະສິດທິພາບ ລວມທັງຍັງບໍ່ມີການກວດກາ ແລະກວດສອບການຈັດຕັ້ງປະຕິບັດ ຂອງບັນດາພະນັກງານລັດທີ່ກ່ຽວຂ້ອງອີກດ້ວຍ.

ໂດຍສຳລັບການຂຸດຄົ້ນແຮ່ທາດຫາຍາກນັ້ນ ບໍລິສັດຊຸນຕ້າພັດທະນາບໍ່ແຮ່ ແລະ ບໍລິ ສັດຕົງຫຼີເຊິງ ພັດທະນາບໍ່ແຮ່ຈາກຈີນ ໄດ້ຮັບອະນຸຍາດໃຫ້ຂຸດຄົ້ນໃນເນື້ອທີ່ລວມ 29 ກິໂລແມັດມົນທົນ ຢູ່ເຂດບ້ານປຸ່ງ, ບ້ານນາຂີ່ ບ້ານໃໝ່ ແລະ ບ້ານນາສາບ ເມືອງຜາໄຊ ແຂວງຊຽງຂວາງ ກໍ່ໄດ້ທຳການຂຸດຄົ້ນເພື່ອສຳຫຼວດຫາແຮ່ທາດດັ່ງກ່າວ ນັບແຕ່ປີ 2021 ແຕ່ກໍຍັງບໍ່ມີລາຍງານຜົນຄືບໜ້າແຕ່ຢ່າງໃດ ຈຶ່ງຍັງບໍ່ຊັດເຈນວ່າລັດຖະບານລາວ ຈະໄດ້ຮັບຜົນປະໂຫຍດຕອບແທນເທົ່າໃດແທ້ ຈົນເຖິງປັດຈຸບັນນີ້.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG