ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ ເກົາຫຼີໃຕ້ ເປີດປະຕູ ເພື່ອ ການເຈລະຈາ ກັບ ຜູ້ນຳເກົາຫຼີເໜືອ


ປະທານາທິບໍດີ ເກົາຫຼີໃຕ້ ທ່ານມູນ ແຈ-ອິນ (Moon Jae-In) ນັ່ງຄຽງຂ້າງ ປະທານປະເທດຈີນ ທ່ານສີ ຈິ່ນຜິງ (ບໍ່ເຫັນ
ໃນພາບ) ໃນລະຫວ່າງພິທີລົງນາມ ຢູ່ຫໍປະຊາຊົນ ໃນນະຄອນ
ຫຼວງປັກກິ່ງ, ວັນທີ 14 ທັນວາ 2017.
ປະທານາທິບໍດີ ເກົາຫຼີໃຕ້ ທ່ານມູນ ແຈ-ອິນ (Moon Jae-In) ນັ່ງຄຽງຂ້າງ ປະທານປະເທດຈີນ ທ່ານສີ ຈິ່ນຜິງ (ບໍ່ເຫັນ ໃນພາບ) ໃນລະຫວ່າງພິທີລົງນາມ ຢູ່ຫໍປະຊາຊົນ ໃນນະຄອນ ຫຼວງປັກກິ່ງ, ວັນທີ 14 ທັນວາ 2017.

ປະທານາທິບໍດີ ເກົາຫຼີໃຕ້ ທ່ານມູນ-ແຈອິນ ໄດ້ກ່າວໃນວັນພຸດມື້ນີ້ ວ່າ ທ່ານເຕັມໃຈ
ທີ່ຈະຈັດ ການເຈລະຈາ ແບບນຶ່ງຕໍ່ນຶ່ງ ກັບ ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ຖ້າຫາກ
ວ່າ ມີການຮັບເອົາເງື່ອນໄຂບາງຢ່າງເສຍກ່ອນ.

ຂໍ້ສະເໜີເປີດການເຈລະຈາກ ກັບຄູ່ຕຳແໜ່ງຂອງປະທານາທິບໍດີ ມູນ-ແຈອິນ ນັ້ນ ໄດ້
ມີຂຶ້ນນຶ່ງມື້ ຫຼັງຈາກທີ່ບັນດານັກການທູດຂອງທັງສອງປະເທດ ໄດ້ພົບປະກັນຢ່າງເປັນ
ທາງການ ຮອບທຳອິດນັບຕັ້ງແຕ່ເດືອນທັນວາ ປີ 2015 ເປັນ ຕົ້ນມາ.

ປະທານາທິບໍດີເກົາຫຼີໃຕ້ ໄດ້ບອກບັນດານັກຂ່າວ ທີ່ນະຄອນຫຼວງໂຊລ ວ່າ ກອງປະຊຸມ
ສຸດຍອດສອງຝ່າຍ ຄວນເປັນການປະຊຸມ ທີ່ມີຄວາມສຳຄັນເກີນ ໄປກວ່າການຈັດການ
ປະຊຸມກັນເທົ່ານັ້ນ. ທ່ານມູນໄດ້ກ່າວວ່າ “ຕ້ອງໃຫ້ການຄ້ຳປະກັນວ່າ” ຈະໄດ້ຮັບຜົນ
ສຳເລັດ ໃນລະດັບໃດນຶ່ງ ກ່ອນທີ່ທ່ານຈະນັ່ງເຈລະຈາ ກັບ ທ່ານກິມ ຈົງ ອຶນ.

ໃນລະຫວ່າງກອງປະຊຸມສຸດຍອດ ໃນວັນອັງຄານວານນີ້ ຢູ່ທີ່ “ບ້ານສັນຕິພາບ”
ປັນມຸນຈອມ ອັນເປັນສະຖານທີ່ເປັນກາງຕັ້ງຢູ່ໃນເຂດປອດທະຫານ ທີ່ແບ່ງເກົາຫຼີ
ເໜືອ ຈາກເກົາຫຼີໃຕ້ ນັ້ນ ເກົາຫຼີເໜືອ ໄດ້ຕົກລົງທີ່ຈະສົ່ງຄະນະຜູ້ແທນ ໄປຮ່ວມກິລາ
ໂອລິມປິກ ລະດູໜາວ ໃນເດືອນໜ້ານີ້ ຢູ່ໃນເມືອງພຽງຈາງ ຂອງເກົາຫຼີໃຕ້. ທັງສອງ
ຝ່າຍຍັງໄດ້ຕົກລົງ ທີ່ຈະຈັດການເຈລະຈາ ໃນດ້ານການທະຫານ “ເພື່ອຫລຸດຜ່ອນ
ຄວາມເຄັ່ງຕຶງທາງທະຫານ ໃນປັດຈຸບັນ.”

ເກົາຫຼີໃຕ້ ຍັງໄດ້ນຳສະເໜີອີກເລື່ອງນຶ່ງ ກ່ຽວກັບການເຕົ້າໂຮມສະມາຊິກໃນຄອບຄົວ
ທີ່ໄດ້ພັດພາກຈາກກັນ ນັບຕັ້ງແຕ່ ສົງຄາມກາງເມືອງ ໃນລະຫວ່າງປີ 1950 ຫາ 1953
ທີ່ໄດ້ແບ່ງແຍກເກົາຫຼີເປັນສອງປະເທດ ນັ້ນ ໃຫ້ຈັດຂຶ້ນໃນເດືອນໜ້າ ລະຫວ່າງປີໃໝ່
ເວລາການແຂ່ງຂັນໂອລິມປິກ ພຽງຈາງ ຈະຍັງດຳ ເນີນໄປຢູ່ນັ້ນ.

ປະທານາທິບໍດີ ມູນ ຍັງໄດ້ຂອບໃຈ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໃນ
ວັນອັງຄານວານນີ້ ໂດຍກ່າວວ່າ ທ່ານຄວນຖືກຮັບຮູ້ ໃນການຊ່ອຍເຮັດໃຫ້ເກີດການ
ແລກປ່ຽນຂ້າມຊາຍແດນ ໃນວັນອັງຄານວານນີ້. ທ່ານໄດ້ກ່າວວ່າ ມາດຕະການລົງ
ໂທດຕ່າງໆ ທີ່ນຳພາໂດຍສະຫະລັດ ຕໍ່ລະບອບການປົກຄອງດັ່ງກ່າວ ພ້ອມດ້ວຍການ
ກົດດັນຢ່າງຕໍ່ເໜື່ອງ ເຊິ່ງເປັນໄປໄດ້ສູງ ທີ່ໄດ້ນຳເອົາພຽງຢ່າງ ກັບຄືນສູ່ໂຕະ
ການເຈລະຈາ.

ສ່ວນການເຈລະຈາ ໃນວັນອັງຄານວານນີ້ ໄດ້ຜ່ອນຄາຍ ສາຍສຳພັນທີ່ເຄັ່ງຕຶງມາໄດ້
ດົນນານ ລະຫວ່າງ ສອງເກົາຫຼີ ທີ່ໄດ້ທະວີຂຶ້ນ ໂດຍການພັດທະນາອາວຸດ ນິວເຄລຍ
ແລະລູກສອນໄຟຂີປະນາວຸດ ຂອງເກົາຫຼີເໜືອ ອັນເປັນການທ້າທາຍຕໍ່ມາດຕະການ
ລົງໂທດຕ່າງໆ ແລະເຮັດໃຫ້ສະຖານະການຮ້າຍແຮງຂຶ້ນ ໂດຍການປະທະຄາລົມກັນ
ລະຫວ່າງ ຜູ້ນຳເກົາຫຼີເໜືອ ແລະປະທານາທິບໍດີ ສະຫະລັດ.

ທ່ານກິມ ຈົງ ອຶນ ໄດ້ຜ່ອນຄາຍຄວາມເຄັ່ງຕຶງ ຢູ່ໃນຄຳປາໃສ ວັນຂຶ້ນປີໃໝ່ ເວລາທ່ານ
ໄດ້ສະເໜີແນະ ທີ່ຈະສົ່ງຄະນະຜູ້ແທນ ໄປຮ່ວມການແຂ່ງຂັນກິລາໂອລິມປິກພຽງຈາງ.

Koreas Diplomacy
please wait
Embed

No media source currently available

0:00 0:01:26 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG