ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ເກົາຫຼີໃຕ້ ພະຍາຍາມ ຫຼຸດຜ່ອນ ຄວາມສົງໄສ ຂອງ ປ. ທຣຳ ກ່ຽວກັບ ກອງປະຊຸມສຸດຍອດ


ປະທານາທິບໍດີ ທຣຳ ພົບປະກັບ ປະທານາທິບໍດີ ເກົາຫຼີໃຕ້ ທ່ານມູນ ແຈ-ອິນ ໃນຫ້ອງການໂອໂວລ ຂອງທຳນຽບຂາວ ທີ່ນະຄອນຫຼວງວໍຊິງຕັນ, ວັນທີ 22 ພຶດສະພາ 2018.
ປະທານາທິບໍດີ ທຣຳ ພົບປະກັບ ປະທານາທິບໍດີ ເກົາຫຼີໃຕ້ ທ່ານມູນ ແຈ-ອິນ ໃນຫ້ອງການໂອໂວລ ຂອງທຳນຽບຂາວ ທີ່ນະຄອນຫຼວງວໍຊິງຕັນ, ວັນທີ 22 ພຶດສະພາ 2018.

ປະທານາທິບໍດີ ເກົາຫຼີໃຕ້ ທ່ານມູນ ແຈ-ອິນ ໄດ້ມີຄວາມຫວັງໃນແງ່ດີ ຫຼາຍກວ່າ ປະທາ-
ນາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກ່ຽວກັບໂອກາດ ທີ່ຈະມີກອງປະຊຸມສຸດຍອດ
ນິວເຄລຍ ລະຫວ່າງ ສະຫະລັດ ແລະເກົາຫຼີເໜືອ ລຸນຫຼັງ ການພົບປະກັນ ໃນວັນອັງຄານ
ວານນີ້ ທີ່ນະຄອນຫຼວງວໍຊິງຕັນ.

ປະທານາທິບໍດີ ທຣຳ ໄດ້ກ່າວວ່າ ໄດ້ມີ “ໂອກາດຫຼາຍສົມຄວນ” ທີ່ການພົບປະກັນ
ລະຫວ່າງ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ກັບທ່ານ ໃນວັນທີ 12 ເດືອນມິຖຸນາ ທີ່
ປະເທດສິງກະໂປ ນັ້ນ ອາດຈະບໍ່ເກີດຂຶ້ນ ຍ້ອນຄວາມກັງວົນຕ່າງໆ ທີ່ວ່າ ເກົາຫຼີເໜືອ
ແມ່ນຍັງບໍ່ພ້ອມທີ່ຈະຍຸຕິ ໂຄງການນິວເຄລຍຂອງຕົນ.

ປະທານາທິບໍດີ ທຣຳ ໄດ້ກ່າວວ່າ “ຂ້າພະເຈົ້າ ບໍ່ຢາກໃຫ້ເສຍເວລາຫຼາຍ ແລະຂ້າ
ພະເຈົ້າໝັ້ນໃຈວ່າ ກິມ ຈົງ ອຶນ ກໍບໍ່ຢາກເສຍເວລາເຊັ່ນກັນ.”

ແຕ່ປະທານາທິບໍດີ ມູນ ໃນການວິງວອນ ເຖິງຄວາມໄຝ່ຝັນຂອງທ່ານທຣຳ ທີ່ຈະເຈ
ລະຈາ ຂໍ້ຕົກລົງສັນຕິພາບ ແບບບໍ່ເຄີຍມີມາກ່ອນ ເພື່ອຍຸຕິໄພຂົ່ມຂູ່ ຈາກໂຄງການ
ນິວເຄລຍ ຂອງເກົາຫຼີເໜືອນັ້ນ ກໍໄດ້ຮູ້ສຶກຍ້ອງຍໍ ແລະໝັ້ນໃຈ ໃນຄຳເຫັນຂອງທ່ານ
ທຣຳ ນັ້ນ.

ປະທານາທິບໍດີ ມູນ ເວົ້າວ່າ “ຂ້າພະເຈົ້າ ເຊື່ອໝັ້ນວ່າ ປະທານາທິບໍດີ ທຣຳ ຈະ
ສາມາດບັນລຸ ຄວາມສຳຄັນປະຫວັດສາດ ໃນການເຮັດໃຫ້ກອງປະຊຸມສຸດ ທີ່ມີຂຶ້ນ
ລະຫວ່າງ ສະຫະລັດ ແລະເກົາຫຼີເໜືອ ປະສົບຜົນສຳເລັດໄດ້ ແລະ ຍຸຕິສົງຄາມ
ເກົາຫຼີ ທີ່ໄດ້ຍືດເຍື້ອມາໄດ້ 65 ປີແລ້ວນັ້ນ.”

ທ່ານມູນ ແມ່ນບຸກຄົນສຳຄັນ ໃນການສ້າງເງື່ອນໄຂທີ່ອຳນວຍໃຫ້ມີກອງປະຊຸມສຸດຍອດ
ລະຫວ່າງ ສະຫະລັດ ແລະເກົາຫຼີເໜືອ ໂດຍການເຮັດໃຫ້ ທ່ານກິມ ໝັ້ນໝາຍຢ່າງກວ້າງ
ຂວາງ ຕໍ່ການປົດອາວຸດນິວເຄລຍ ຢູ່ທີ່ການເຈລະຈາ ລະຫວ່າງ ສອງເກົາຫຼີ ທີ່ໄດ້ຈັດຂຶ້ນ
ໃນເດືອນເມສາຜ່ານມາ. ແຕ່ເມື່ອບໍ່ດົນມານີ້ ພຽງຢາງ ໄດ້ຂົ່ມຂູ່ທີ່ຈະຖອນໂຕອອກຈາກ
ກອງປະຊຸມສຸດຍອດ ກັບສະຫະລັດ ຍ້ອນ ຄວາມເຫັນອັນໜັກແໜ້ນທີ່ໄດ້ກ່າວໄປໂດຍ
ທ່ານ ຈອນ ໂບລຕັນ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ສະຫະລັດ ໃນການຮຽກຮ້ອງ
ໃຫ້ເກົາຫຼີເໜືອ ຍົກເລີກໂຄງການນິວເຄລຍ ລູກສອນໄຟຂີປະນາວຸດ ແລະອາວຸດ
ຊີວະພາບ ທັງໝົດ ແຕ່ພຽງຝ່າຍດຽວ ກ່ອນທີ່ຈະໄດ້ຮັບການຍິນຍອມໃດໆ.

ລັດຖະບານທ່ານກິມ ໄດ້ຮ້ອງຂໍໃຫ້ມີຂັ້ນຕອນການປົດອາວຸດນິວເຄລຍ ເທື່ອລະກ້າວ ທີ່
ຈະເຊື່ອມໂຍງມາດຕະການຜ່ອນຜັນໃນເມື່ອກ່ອນ ແລະ ການຍິນຍອມອື່ນໆ ຕໍ່ມາດຕະ
ການ ສະເພາະເຈາະຈົງ ທີ່ໄດ້ເຮັດໄປແລ້ວນັ້ນ ເຊັ່ນວ່າ ການຫລຸດຫົວລະເບີດນິວເຄລຍ
ໃນບາງສ່ວນ ຫຼື ການຮື້ຖອນລູກສອນໄຟຂີປະນາວຸດຂ້າມທະວີບ ທີ່ເປັນໄພຂົ່ມຂູ່ໂດຍກົງ
ຕໍ່ຜືນແຜ່ນດິນໃຫຍ່ສະຫະລັດ.

Trump Renews Threat to Scrap North Korea Summit
please wait

No media source currently available

0:00 0:01:48 0:00

ອ່ານຂ່ານີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG