ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ຮັບຮູ້ວ່າ ການພົບປະ ສຸດຍອດ ກັບ ເກົາຫຼີເໜືອ ຍັງບໍ່ແນ່ນອນ


Trump Renews Threat to Scrap North Korea Summit
please wait

No media source currently available

0:00 0:01:48 0:00

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ກ່າວ​ວ່າ ມັນ​ບໍ່​ແນ່ນອນ​ວ່າ ຈະ​ເກີດ​ມີຂຶ້ນ,
ແຕ່ວ່າ ​ແຜນ​ກຳໜົດ​ການ ​ທີ່​ໄດ້​ວາງ​ໄວ້​ນັ້ນ ​ແມ່ນ​ຈະ​ດຳ​ເນີນ​ສືບ​ຕໍ່​ໄປ ສຳລັບ​ການ​ພົບ​ປະ
​ກັບຜູ້ນຳ​ເກົາຫຼີ​ເໜືອ ກິມ ຈົງ ອຶນ ​ເຖິງ​ແມ່ນ​ວ່າ ພຽງ​ຢາງຈະໄດ້​ຂົ່ມຂູ່​ວ່າ ຈະ​ຍົກ​ເລີກ​ການ
​ພົບ​ປະສຸ​ດຍອດ​ນັ້ນ ກໍ​ຕາມ. ຄວາມ​ເຫັນ​ຂອງ​ທ່ານ​ທຣຳ ໄດ້ມີ​ຂຶ້ນ ​ໃນ​ວັນ​ອັງຄານ​ວານ​ນີ້
ໃນ​ຂະນະ​ທີ່​ພົບ​ປະ​ກັບ ປະທານາທິບໍດີ​ເກົາຫຼີ​ໃຕ້ ທ່ານ​ມູນ ​ແຈ​-ອິນ ຊຶ່ງ ​ນັກ​ຂ່າວ​ວີ​ໂອ​ເອ
Bill Gallo ມີ​ລາຍ​ລະອຽດ ​ກ່ຽວ​ກັບ​ເລື່ອງ​ດັ່ງກ່າວ ທີ່​ວັນນະ​ສອນ ຈະ​ນຳ​ມາສະ​ເໜີທ່ານ ​
ໃນ​ອັນ​ດັບ​ຕໍ່​ໄປ.

ການ​ພົບ​ປະກັນ​ຂອງປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ກັບ​ຄູ່​ຕຳ​ແໜ່​ງ​ເກົາຫຼີ​
ໃຕ້ທີ່​ທຳນຽບຂາວ ​ໄດ້​ມີ​ຂຶ້ນ ​ໃນ​ຂະນະ​ທີ່ ການພົບ​ປະສຸດ​ຍອດ​ກັບ ກິມ ຈົງ ອຶນ ຍັງເປັນ
ຄຳ​ຖາມຢູ່​.

ປະທານາທິບໍດີ​ທຣຳ ກ່າວ​ວ່າ “ມັນ​ມີ​ບາງ​ເງື່ອນໄຂ​ທີ່​ພວກ​ເຮົາ​ຕ້ອງການ, ​ແລະຂ້າພະ​
ເຈົ້າຄິດ​ວ່າ ​ພວກ​ເຮົາຈະ​ໄດ້ຮັບສິ່ງ​ທີ່​ພວກ​ເຮົາ​ຕ້ອງການ, ຖ້າ​ຫາກ​ວ່າ ພວກ​ເຮົາ ບໍ່​ໄດ້​
ຕາມ​ທີ່ພວກ​ເຮົາ​ມັກ ມັນກໍ​ຈະ​ບໍ່​ມີ​ການ​ພົບ​ປະກັນ. ຖ້າ​ຫາກ​ວ່າ​ມັນ​ບໍ່​ເກີດ​ຂຶ້ນ, ມັນ​ກໍ
​ອາດຈະ​ເກີດ​ຂຶ້ນ​ນຳ​ຫຼັງ. ບາງທີ ມັນ​ອາດ​ຈະ​ເກີດ​ຂຶ້ນ ​ໃນ​ເວລາ​ອື່ນ.”

​ເກົາຫຼີ​ເໜືອ ​ໄດ້ເລີ່​ມ​ມີຄວາມສົງໄສ ​ກ່ຽວ​ກັບ​ການ​ພົບ​ປະກັນດັ່ງກ່າວ...ຫຼັງ​ຈາກ​ທີ່​ສະຫະ
ລັດ ​ກັບເກົາຫຼີ​ໃຕ້ ​ໄດ້​ເລີ່ມຝຶກ​ຊ້ອມ​ທາງ​ທະຫານ​ແລ້ວ.

ທີ່​ປຶກສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ທ່ານ​ຈອນ ​ໂບລ​ເຕິນ ​ໄດ້​ແນະນຳໃຫ້ນຳໃຊ້​
ຕົວຢ່າງແບບ “ລີ​ເບຍ” ໃນການເຮັດ​ໃຫ້​ປອດ​ນິວ​ເຄລຍ.

ນັ້ນເປັນການ​ອ້າງ​ອີງ​ໃສ່ ຜູ້ນຳ​ລີ​ເບຍ ມົວ​ມາ ກາ​ດາ​ຟີ ຜູ້ທີ່​ໄດ້​ຍົກ​ເລີກອາວຸດ​ນິວ​ເຄລຍ
ຂອງ​ເຂົາ ​ໃນ​ປີ 2003 ນັ້ນ.

ອີກ 8 ປີ ຕໍ່​ມາ ​ເຂົາກໍ​ໄດ້​ຖືກໂຄ່ນລົ້ມ....ຖືກຂຸດ​ອອກມາ​ຈາກ​ຂຸມ ​ແລະຖືກ​ຍິງ​ໃສ່​ຫົວ
​ໃນ​ຂະນະ​ທີ່​ມີ​ການ​ລຸກ​ຮື​ຂຶ້ນ ທີ່​ໜຸນ​ຫຼັງ​ໂດຍ​ສະຫະລັດ​.

ໃນ​ວັນ​ອັງຄານ​ວານ​ນີ້ ທ່ານ​ທຣຳ ​ໄດ້ເນັ້ນຢໍ້າ​ວ່າກິມ ບໍ່​ມີ​ຫຍັງ​ຕ້ອງໄດ້​ກັງວົນ ຖ້າ​ຫາກ​ວ່າ
ເພິ່ນຍົກ​ເລີກ​ໂຄງການ​ອາວຸດ​ນິວ​ເຄລຍຂອງເພິ່ນ.

ທ່ານທຣຳ ກ່າວ​ວ່າ “​ແມ່ນ​ແລ້ວ, ພວກ​ເຮົາ​ຈະ​ຄ້ຳປະກັນ​ຄວາມ​ປອດ​ໄພ​ຂອງ​ເພິ່ນ. ​
ແລະ​ພວກ​ເຮົາ ກໍ​ເຄີຍໄດ້​ໂອ້​ລົ​ມ ກ່ຽວ​ກັບ​ເລື່ອງ​ນັ້ນມາ ຕັ້ງ​ແຕ່​ຕອນ​ເລີ່​ມຕົ້ນ​ພຸ້ນ​ແລ້ວ.
ເພິ່ນ​ຈະ​ໄດ້ຮັບຄວາມປອດ​ໄພ. ເພິ່ນ​ຈະ​ມີ​ຄວາມສຸກ, ປະ​ເທດ​ຂອງ​ເພິ່ນ ກໍ​ຈະ​ຮັ່ງມີ​ຂຶ້ນ,
ປະ​ເທດ​ຂອງເພິ່ນ ກໍ​ຈະ​ປະກອບ​ກິດຈະການ​ຢ່າງ​ແຂງ​ຂັນ ​ແລະ​ຈະ​ເລີ​ນຮຸ່ງ​ເຮືອງ.”

ພວກຜູ້ຄົນ ພາກັນເບິ່ງໂທລະພາບ ທີ່ສະແດງໃຫ້ເຫັນປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກັບຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ໃນສະຖານີລົດໄຟໃຕ້ດິນທີ່ໂຊລ, ເກົາຫຼີໃຕ້, 18 ພຶດສະພາ 2018.
ພວກຜູ້ຄົນ ພາກັນເບິ່ງໂທລະພາບ ທີ່ສະແດງໃຫ້ເຫັນປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກັບຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ໃນສະຖານີລົດໄຟໃຕ້ດິນທີ່ໂຊລ, ເກົາຫຼີໃຕ້, 18 ພຶດສະພາ 2018.

ແຕ່​ ໃນ​ຂະ​ດຽວ​ກັນ​ ​ເກົາຫຼີ​ເໜືອ ​ ​ກໍແມ່ນຍັງສືບຕໍ່​ ກ່າວ​ຕຳ​ໜິການຊ້ອມ​ລົບ​ທາງ​ທະຫານ
ລະຫວ່າງ​ສະຫະລັດ ກັບ​ເກົາຫຼີ​ໃຕ້ຢູ່...​ເຖິງ​ແມ່ນ​ວ່າ ຕົນ​ກຳລັງ​ຕຽມ​ການ​ທີ່​ຈະ​ທຳລາຍ​
ສະຖານ​ທີ່​ທົດ​ລອງ​ນິວ​ເຄລຍທາງ​ຝັ່ງ​ທະ​ເລ​ຕາ​ເວັນ​ອອກ ໃນ​ທ້າ​ຍສັບປະດາ​ນີ້ ຢູ່ ກໍ​ຕາມ.

ພວກນັກ​ຊ່ຽວຊານ​ພາກັນກ່າວວ່າ ສັນຍານ​ທີ່ສັບສົນປົນ​ກັນດັ່ງກ່າວ ຊຶ່ງ​ເປັນ​ຜົນ​ມາຈາກ
​ຫຼາຍໆ​ທົດ​ສະ​ວັດ​ ໃນ​ການ​ເປັນ​ປໍ​ລະ​ປັກ​ກັນນັ້ນ ບໍ່​ເປັນ​ການ​ງ່າຍທີ່​ຈະ​ແກ້ໄຂໄດ້.

ທ່ານ​ໂຣ​ເບີຣ໌ດ ​ແມນ​ນິງ ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ ຈາກ​ສະພາ​ອັດ​ແລນ​ຕິກ ກ່າວ​ວ່າ “ມັນ​ມີ​
ຄວາມ​ບໍ່​ເຊື່ອໃຈກັນ ​ຈາກ​ທັງ​ສອງ​ຝ່າຍຢ່າງຫຼວງຫຼາຍ ​ໃນ​ຄວາມ​ຄິດ​ທີ່ເອີ້ນວ່າ
ການ​ເອົາບົດ​ບາດ​ ຕ້ານບົດບາດ, ນັ້ນໝາຍຄວາມວ່າ ຖ້າ​ຫາກພວກ​ເຂົາ​ເຈົ້າ​ເຮັດ​ແນວໃດແນວນຶ່ງ

​ພວກ​ເຮົາ ກໍຈະ​ເຮັດ​ສິ່ງ​ໃດ​ສິ່ງ​ນຶ່ງ ​ແລ້ວໃນ​ທີ່​ສຸດພວກ​ເຮົາ ກໍ​ຈະ​ສ້າງ​ຄວາມ​ເຊື່ອ​ໃຈກັນ ເທື່ອລະນ້ອຍ ຄວາມ​ໄວ້​ວາງ​ໃຈກັນ​. ຂ້າພະ​ເຈົ້າ​ເຊື່ອ​ວ່າ ບາງທີ ນັ້ນອາດ​ຈະ​ເປັນ​ການ
​ເອົາ​ບາດກ້າວ​ຂອງ​ປະທານາທິບໍດີ ມູນ ​ໄປສູ່ປະທານາທິບໍດີ​ທຣຳ.”

ທັງນີ້ ມັນ​ຈະ​ສຳ​ເລັດ​ ຫຼື​ບໍ່​ ກໍ​ໃຫ້ທຸກຄົນລອງ​ເດົາ​ເບິ່ງ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG