ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ວານົວຕູ ປະເຊີນກັບ ການຂາດແຄນອາຫານ ແລະການລະບາດຂອງເຊື້ອໂຣກ


ບັນດາ​ພະນັກງານ​ຊ່ອຍ​ເຫຼືອ​ບັນ​ເທົາ​ທຸກ ກ່າວ​ໃນ​ວັນ​ຈັນ​ມື້​ນີ້
​ວ່າ ສະພາບ​ການ​ໃນ​ວາ​ນົວ​ຕູ ຫຼັງ​ຈາກຖືກລົມພາຍຸ​ໄຊ​ໂຄລນ
Pam ປະ​ທະ ແມ່ນຮວມຢູ່​ໃນ​ພວກ​ທີ່ຮ້າຍ​ແຮງ​ທີ່​ສຸດ ເທົ່າທີ່
​ເຂົາ​ເຈົ້າ​ເຄີຍ​ເຫັນ​ມາ​ ​ແລະສະພາບແວດ​ລ້ອ​ມແມ່ນ​ພ້ອມ​ທີ່​
ຈະພາ​ໃຫ້​ເກີດໂຣກລະບາດ​ຂຶ້ນ.

ທ່ານ​ນາງ Aurelia Balpe ຫົວໜ້າຫ້ອງການປະຈຳ​ເຂດ
ມະຫາ​ສະມຸດ​ປາຊີ​ຟິກ ຂອງ​ສະຫະພັນ​ສະພາກາ​ແດງ​ແລະ
​ສ້ຽວພະຈັນ​ສາກົນ ​ກ່າວ​ວ່າ “ຂ້າພະ​ເຈົ້າ​ບໍ່​ເຄີຍ​ເຫັນ​ການ​
ທຳລາຍ​ເສຍ​ຫາຍ​ຫລາຍ​ຂະໜາດ​ນີ້ ​ຢູ່​ບ່ອນ​ດຽວ ​ມາ​
ກ່ອນ​ເລີຍ.”

ທ່ານ Colin Collect van Rooyen ຜູ້ອຳນວຍການ​ອົງການ Oxfam ປະຈຳ Vanua
tu ກ່າວ​ວ່າ “ຄືນ​ວັນ​ສຸກ​ຜ່ານ​ມາ ​ແມ່ນ​ເປັນ​ພາວະ​ສຸກ​ເສີນ​ຄັ້ງ​ທຳ​ອິດ ​ເວລາ​ພາຍຸ​
ໄຊ​ໂຄລນປະ​ທະ. ການລະບາດ​ຂອງ​ພະຍາດ​ຈະ​ເປັນ​ພາວະ​ສຸກ​ເສີນຄັ້ງ​ທີ​ສອງ ​
ໂດຍ​ບໍ່​ມີ​ນ້ຳ​ສະອາດ ບໍ່​ມີ​ການ​ອະນາ​ໄມ ແລະສະໜອງ​ສຸຂາພິບານ​.”

ສ່ວນທ່ານ​ນາງ Jacqueline de Gaillarde ຫົວໜ້າ​ສະພາກາແດງ​ Vanuatu ກ່າວວ່າ “ພວກ​ເຮົາ​ຕ້ອງການ​ເຂົ້າປາ​ອາຫານ​ໃນ​ອີກ​ບໍ່​ເທົ່າ​ໃດອາທິດ​ຕໍ່ໜ້າ​ນີ້.”

ຜູ້​ສື່​ຂ່າວ​ວີ​ໂອ​ເອ ​ໄດ້​ໂອ້​ລົມ​ກັບ​ທ່ານ Derek Brien ທີ່​ນະຄອນຫຼວງ Port Vila ຂອງ​ວາ​ນົວ​ຕູ ບ່ອນ​ທີ່​ທ່ານ​ເຮັດ​ວຽກ​ໃຫ້​ສະ​ຖາ​ບັນນະ​ໂຍ ບາຍ​ສາທາລະນະ​ປາຊີ​ຟິກ. ທ່ານ Brien ​ເວົ້າ​ວ່າ “ທຸກ​ສິ່ງ​ທຸກ​ຢ່າງ​ໄດ້​ຖືກ​ທຳລາຍ​ເສຍ​ຫາຍ​ໝົດ” ​ແລະ​ອັນ​ນີ້ “ແມ່ນ​ສິ່ງ​ທີ່​ໜ້າ​ຢ້ານ​ກົວ​ທີ່​ສຸດ ​ເພາະວ່າ ປະຊາຊົນ​ສ່ວນ​ຫຼາຍ​ຢູ່​ທີ່​ນີ້​ອາ​ໄສ​ສວນ​ຂອງ​ເຂົາ​ເຈົ້າ​ ສຳ​ຫລັບ​ອາຫານ.”

ທ່ານ Brien ກ່າວ​ຕໍ່​ໄປ​ວ່າ ພວກ​ຕົ້ນ​ໄມ້​ກິນ​ໝາກ​ແລະ​ພືດ​ພັນທຸ​ກຢ່າງ​ໄດ້​ຖືກ​ທຳລາຍ​ ໝົດໄປ. ​

ປະທານາທິບໍດີ Baldwin Lonsdale ​ແຫ່ງ​ວາ​ນົວ​ຕູ ກ່າວໃນ​ວັນ​ຈັນມື້​ນີ້​ວ່າ ພາວະ​ສຸກ​ເສີນທີ່​ໄດ້ປະກາດ​ໃຊ້​ແມ່ນ​ມີ​ຜົນ​ບັງຄັບ​ຢູ່​ໃນ​ສະເພາະ ນະຄອນຫຼວງ Port Vila ​ເທົ່າ​ນັ້ນ ບ່ອນ​ທີ່​ພວກ​ຕຶກ​ອາຄານ​ແລະ​ບ້ານ​ເຮືອນ​ໃນ​ຈຳນວນ 90 ​ເປີ​ເຊັນ​ໄດ້​ຖືກ​ທຳລາຍ​ເສຍ​ຫາຍ​. ທ່ານ​ກ່າວ​ຕໍ່​ໄປ​ວ່າ ຈະການ​ປະກາດ​ໃຊ້​ກົດ​ພາວະ​ສຸກ​ເສີນ​ ​ໃນ​ເກາະດອນ​ອື່ນໆ​ອີກ​ຈຳນວນ​ນຶ່ງ ​ເວລາ​ໃດ​ມີ​ການ​ຮື້​ຟື້ນການ​ຄົມມະນາຄົມ​ຕິດ​ຕໍ່ຄືນມາ.

Vanuatu Cyclone
please wait
Embed

No media source currently available

0:00 0:02:09 0:00

XS
SM
MD
LG