ອົງການອະນາໄມໂລກ ຫຼື WHO ໄດ້ເຕືອນໃນວັນພຸດວານນີ້ ວ່າ ຄວາມສ່ຽງໄຂ້ລີງທີ່ຈະຖືກພົບເຫັນໃນບັນດາປະເທດທີ່ບໍ່ມີໂຣກປະຈຳທ້ອງຖິ່ນນີ້ແມ່ນ ເປັນເລື້ອງຈິງ, ໂດຍມີຫຼາຍກວ່າ 1,000 ກໍລະນີ ທີ່ໄດ້ຖືກຢັ້ງຢືນແລ້ວ ໃນຫຼາຍໆປະເທດດັ່ງກ່າວ.
ຫົວໜ້າອົງການ WHO ທ່ານເຕໂດຣສ ອາດານົມ ເກເບຣເຢຊຸສ ໄດ້ກ່າວວ່າ ໜ່ວຍງານສາທາລະນະສຸກຂອງອົງການສະຫະປະຊາຊາດ ບໍ່ໄດ້ແນະນຳໃຫ້ມີການສັກຢາວັກຊີນກັນໄວຣັສດັ່ງກ່າວໃຫ້ຄົນຈຳນວນຫຼາຍ ແລະກ່າວຕື່ມວ່າບໍ່ມີການເສຍຊີວິດໄດ້ຖືກລາຍງານຈາກການລະບາດຂອງໂຣກດັ່ງກ່າວ.
ທ່ານເຕໂດຣສ ໄດ້ກ່າວຕໍ່ກອງປະຊຸມຖະແຫລງຂ່າວວ່າ “ຄວາມສ່ຽງຂອງໄຂ້ລີງ ທີ່ຈະເກີດຂຶ້ນຢູ່ໃນປະເທດທີ່ບໍ່ມີການລະບາດທັງຫຼາຍນັ້ນ ແມ່ນເປັນຈິງ.”
ພະຍາດທີ່ຕິດແປດງ່າຍຈາກສັດສູ່ມະນຸດນີ້ ແມ່ນເຊື້ອພະຍາດທີ່ພົບເຫັນຢູ່ໃນມະນຸດໂດຍທົ່ວໄປ ຢູ່ໃນເກົ້າປະເທດເຂດທະວີບອາຟຣິກາ ແຕ່ການລະບາດໄດ້ຖືກລາຍງານໃນເດືອນແລ້ວນີ້ຢູ່ປະເທດອື່ນໆ ໂດຍສ່ວນໃຫຍ່ແມ່ນຢູ່ໃນທະວີບຢູໂຣບ ແລະໃນອັງກິດ ສະເປນແລະ ປອກຕຸຍການ.
ທ່ານເຕໂດຣສ ເວົ້າວ່າ “ຫຼາຍກວ່າ 1,000 ກໍລະນີຂອງໄຂ້ລີງທີ່ຖືກຢັ້ງຢືນ ບັດນີ້ໄດ້ຖືກລາຍງານໄປໃຫ້ອົງການ WHO ຈາກ 29 ປະເທດ ທີ່ວ່າ ບໍ່ໄດ້ພົບເຫັນພະຍາດນີ້ຢູ່ໃນມະນຸດ.”
ມາເຖິງເວລານີ້ ບໍ່ມີລາຍງານຂອງການເສຍຊີວິດຢູ່ໃນປະເທດທັງຫຼາຍເຫຼົ່ານັ້ນ. ຕົ້ນຕໍແລ້ວ ກໍລະນີຕ່າງໆໄດ້ຖືກລາຍງານບໍ່ພຽງແຕ່ຢູ່ພາຍໃນພວກກຸ່ມຜູ້ຊາຍ ຜູ້ທີ່ມີເພດສຳພັນກັບພວກຜູ້ຊາຍເທົ່ານັ້ນ.
ທ່ານກ່າວອີກວ່າ “ບາງປະເທດບັດນີ້ ແມ່ນເລີ້ມທີ່ຈະລາຍງານກໍລະນີຕ່າງໆຂອງການຕິດແປດຢູ່ໃນຊຸມຊົນ ລວມທັງບາງກໍລະນີໃນພວກແມ່ຍິງນຳດ້ວຍ.”
ປະເທດ ກຣີສ ໃນວັນພຸດວານນີ້ ໄດ້ກາຍເປັນປະເທດຫຼ້າສຸດທີ່ໄດ້ຢັ້ງຢືນວ່າ ຕົນມີກໍລະນີທຳອິດຂອງພະຍາດດັ່ງກ່າວ ໂດຍເຈົ້າໜ້າທີ່ສາທາລະນະສຸກຢູ່ທີ່ນັ້ນ ກ່າວວ່າ ມັນພົວພັນກັບຊາຍຄົນນຶ່ງຜູ້ທີ່ຫາກໍ່ເດີນທາງໄປປະເທດປອກຕຸຍການ ແລະຜູ້ທີ່ໄດ້ເຂົ້າຮັກສາຢູ່ໃນໂຮງໝໍໃນອາການທີ່ທຸ່ນທ່ຽງ.
ອາການຕ່າງໆໃນເບື້ອງຕົ້ນຂອງໄຂ້ລີງລວມມີ ໄຂ້ສູງ, ຕ່ອມນ້ຳເຫຼືອງບວມ ແລະມີຕຸ່ມຄ້າຍຄືກັບອີສຸກອີໃສ ທີ່ເຮັດໃຫ້ມີອາການຄັນ.
ທ່ານເຕໂດທສ ໄດ້ກ່າວວ່າ ທ່ານມີຄວາມກັງວົນໂດຍສະເພາະ ກ່ຽວກັບຄວາມສ່ຽງທີ່ໄວຣັສນີ້ມີຕໍ່ພວກກຸ່ມທີ່ມີຄວາມສ່ຽງສູງ ລວມມີພວກແມ່ຍິງຖືພາ ແລະພວກເດັກນ້ອຍ.