ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພະ​ສົງ​ໄທ ເດີນ​ທຸ​ດົງ ຜ່ານ​ດິນ ສ​ຫລ ຈາກ​ພາກຕາ​ເວັນຕົກ ສູ່​ພາກ​ຕາ​ເວັນອອກ ເພື່ອ​ສັນ​ຕິ​ພາບ


ບົ​ດ​ສະ​ຫລຸບ​ເສັ້ນ​ທາ​ງ​ເດີນ ເພື່ອ​ສັນ​ຕິ​ພາບ 5,000 ກມ ຂ້າມ​ສະ​ຫະ​ລັດ ອາ​ເມ​ຣິ​ກາຂອງ 'ພະ​ອາ​ຈານ​ສຸ​ທຳ ນາ​ທີ​ທອງ'

ຈາກ​ແຄ​ມຝັ່ງທະ​ເລເບື້ອງນຶ່ງ​ໄປ​ຫາ​ຝັ່ງ​ທະ​ເລ​ອີກ​ເບື້ອງນຶ່ງຂອງສະ​ຫະ​ລັດ​ແມ່ນ​ມີ​ໄລ​ຍະ​ທາງ​ປະ​ມານ 4,800 ກິ​ໂລ​ແມັດ. ສຳ​ລັ​ບຜູ້​ທີ່ມາ​ຢ້ຽມຢາມ​ຫຼາຍ​ຄົນ​ແລ້ວ ການເດີນ​ທາງໄປທົ່ວ​ປະ​ເທດ ແມ່ນເປັນ​ການເດີນ​ທາງ​ຜ່ານ​ພິ​ທີ​ກຳ​ທາງ​ສາ​ສະ​ໜາ. ນີ້ຄືເລື້ອງ​ລາວງ​ຂອງ​ຊາຍ​ຄົນ​ນຶ່ງ ​ທີ່​ຕັດ​ສິນ​ໃຈ​ເດີນ​ທາງຍ້ອນ​ເຫດ​ຜົນ ທີ່​ແຕກ​ຕ່າງ​ໄປ​ອີກ. ວາ​ຣັງ​ກາ​ນາ ຈອມ​ເຈີນ (Warangkana Chomchuen) ແລະ ພິ​ນິດ​ການ ຕຸ​ລາ​ຈອມ (Pinitkarn Tulachom) ນັກ​ຂ່າວ​ວີ​ໂອ​ເອໄດ້​ນຳ​ເອົາ​ເລື້ອງ​ລາວ​ຂອງ​ເພິ່ນ​ມາ​ເລົ່າ​ສູ່​ຟັງ ຊຶ່ງ​ບົວ​ສະ​ຫວັນ ຈະ​ນຳ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.


ພະ​ສົງ​ຈາກ​ໄທກຳ​ລັງຢູ່​ໃນ​ການເດີນ​ທາງ​ເພື່ອບຳ​ເພັນ​ພຽນ​ກິດ​ຈະ​ວັດຂອງ​ເພິ່ນ​ຢູ່. ເພິ່​ນ​ໄດ້​ໃຊ້​ເວ​ລາ 4 ເດືອນເພື່ອເດີນ​ທາງຂ້າມແຜ່ນດິນ​ສະ​ຫະ​ລັດດ້ວຍ​ການ​ຍ່າງເພື່ອ​ປຸກ​ລະ​ດົມໃຫ້ມີ​ການ​ສົ່ງ​ເສີມ​ສັນ​ຕິ​ພາບ.

ພະ​ອາ​ຈານສຸ​ທຳ ນາ​ທີ​ທອງ (Sutham Nateetong), ພະ​ສົງ​ໄທໃຫ້​ຄຳ​ເຫັນ​ວ່າ:
"ການ​ເດີນທຸ​ດົງແມ່ນ​ວິ​ທີບໍ​າເພັນ​ພຽນສະ​ມາ​ທິ ​ທີ່​ອາດ​ຕະ​ມາ​ມັກ. ຖ້າ​ຫາກ​ອາດ​ຕະ​ມາເດີນທຸ​ດົງເພື່ອ​ສົ່ງ​ເສີມ​ສັນ​ຕິ​ພາບ​ໄດ້, ມັນ​ກໍ​ຈະຍິ່ງ​ເຮັດ​ໃຫ້ມີ​ຫລາຍ​ເພີ້ມ​ຂຶ້ນອີກທີ່​ໄດ້​ຮັບຜົນ​ບຸນ​ກຸ​ສົນຈາກ​ການ​ເຮັດ​ແນວນີ້. ໃນ​ຂະ​ນະ​ດຽວ​ກັນການເດີນ​ທຸ​ດົງຈະ​ເຮັດ​ໃຫ້​ອາດ​ຕະ​ມາໄດ້ໄປເຖິງ​ທີ່ບ່ອນ​ທີ່​ຕາມ​ປົກ​ກະ​ຕິ​ແລ້ວຜູ້​ຄົນບໍ່​ເຄີຍ​ເຫັນ​ພະ​ສົງ​ຈັກ​ເທື່ອ. ການ​ເຮັດ​ແນວນັ້ນ ກໍ​ຍັງ​ເປັນ​ໂອ​ກາດດີ​ທີ່​ຈະ​ໄດ້​ເຜີຍ​ແຜ່ເຮັດ​ໃຫ້​ຄົນ​ຮູ້​ຈັກ​ສາ​ສະ​ໜາ​ພຸດ​ເພີ້ມ​ຂຶ້ນອີກ."

ພະ​ສຸ​ທຳ ນາ​ທີ​ທອງໄດ້​ເລືອກເອົາ​ການບວດ​ເປັນ​ພະເພື່ອ​ເປັນ​ເສັ້ນ​ທາງນຳ​ໄປ​ສູ່​ສັນ​ຕິ
ພາບ ແລະວິປັສສະນາ ຫລືຄວາມຮູ້ແຈ້ງໃນທຳມະ ພາຍຫລັງທີ່ໄດ້ເຮັດວຽກເປັນນັກ
ການເມືອງຢູ່ໃນໄທເປັນເວລາດົນນານ ທີ່ບໍ່ໄດ້ເຮັດໃຫ້ເພິ່ນມີຄວາມຮູ້ສຶກເພິ່ງພໍໃຈເລີຍ.
ການຕັດສິນໃຈເດີນທຸດົງຜ່ານດິນແດນຂອງສະຫະລັດ ເປັນພຽງບາດກ້າວຕໍ່ໄປອັນນຶ່ງ ຢູ່ໃນການເດີນທາງດ້ານ
ສາສະໜາຂອງເພິ່ນ.

ເພິ່ນ​ໄດ້​ເລີ້ມ​ຕົ້ນ​ຍ່າງ​ໃນ​ເດືອນ​ມີ​ນາຈາກ​ເມືອງ ແຊນ​ຕາ ໂມ​ນິ​ກາ (Santa Monica), ລັດ​ຄາ​ລິ​ຟໍ​ເນຍ ແລະເລືອກ​ເດີນ​ໄປຕາມເສັ້ນ​ທາງເລກ​ທີ 66 ຊຶ່ງ​ເປັນ​ເສັ້ນ​ທາງ​ປະ​ຫວັດ​ສາດ, ເສັ້ນ​ທາງ​ສຳ​ຄັນທີ່​ຕັດ​ຜ່ານ 8 ລັດນັ້ນ.

ຂ່າວ​ກ່ຽວ​ກັບ​ການ​ເດີນທຸ​ດົງຂອງ​ເພິ່ນໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຊາວ​ອາ​ເມ​ຣິ​ກັນ ຊຶ່ງ​ຫລາຍ​ຄົນ​ໃນ​ນັ້ນ ບໍ່​ເຄີຍ​ໄດ້​ພົບ​ເຫັນ​ພະ​ສົງ​ໃນ​ສາ​ສະ​ໜາ​ພຸດ​ຈັກ​ເທື່ອ ເຊັ່ນ ທ່ານ ສ​ເປັນ​ເຊີ ໂຈ​ແອນ​ສັນ (Spencer Johansen), ເຈົ້າ​ເມືອງ​ ເມືອງ ເລັກ​ຊິງ​ຕັນ (Lexington), ລັດ​ອີລີ​ນອຍ ​ເລົ່າ​ສູ່​ຟັງ​ວ່າ:
"ຕາມ​ປົກ​ກະ​ຕິ​ແລ້ວ​ພວກ​ເດີນ​ທາງ… ເຂົາ​ເຈົ້າ​ແມ່ນ​ເດີນ​ທາງ​ຕາມ​ເສັ້ນ​ທາງ​ເລກ​ທີ 66 ແລະ​ຂ້າ​ພະ​ເຈົ້າ​ບໍ່​ຈື່​ໄດ້​ວ່າ ເຄີຍ​ມີໃຜ​ແດ່ ທີ່​ເຮັ​ດ​ໃຫ້​ຂ້າ​ພະ​ເຈົ້າ​ມີ​ຄວາມ​ຮູ້​ສຶກບັນ​ດານ​ໃຈ​ຫລາຍ​ເທົ່າ​ກັບ​ການ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຂອງ​ເພິ່ນ. ຂ້າ​ພະ​ເຈົ້າ ໄດ້​ທຳ​ການ​ຄົ້ນ​ຄວ້າ​ໂດຍ​ຕັ້ງ​ຄຳ​ຖາມ​ວ່າ "ເຮົາ​ຄວນ​ຈະ​ໃຫ້​ການ​ຕ້ອນ​ຮັບ​ແກ່​ພະ​ສົງ​ແບບ​ໃດ?" ເພາະ​ວ່າ ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ໄດ້​ພົບ​ເຫັນ​ພະ​ສົງ​ຄົນ​ໃດມາ​ກ່ອນ. ແລະ​ຂ້າ​ພະ​ເຈົ້າເປັນ​ຫ່ວງ​ກ່ຽວ​ກັບ​ເລື້ອງນີ້. ແລະ​ເມື່ອ​ເພິ່ນ​ຍ່າງ​ເຂົ້າ​ມາ​ຫາ​ຂ້າ​ພະ​ເຈົ້າທຳ​ອິດ ເພິ່ນ​ກໍ​ໂອບກອດ​ດ້ວຍ​ຄວາມ​ຮັກ​ແພງ​ຕໍ່​ຂ້າ​ພະ​ເຈົ້າ ແລະ​ຂ້າ​ພະ​ເຈົ້າ​ກໍ​ຄິດອອກ​ເລີຍ​ວ່າ "ໂອ້ຍ​ຈັ່ງ​ແມ່ນ​ມັນ​ງ່າຍ." ມັນ​ເປັນ​ເລື້ອງງ່າຍ​ຫລາຍ."

ນາງ ແຄ​ເຣັນ ວິ​ງໂກ (Karen Wingo), ເຈົ້າ​ຂອງ​ຮ້ານ​ຂາຍ​ເຄື່ອງ​ເກົ່າ ຫລື thrift shop ຢູ່​ໃນ​ເມືອງ ເລັກ​ຊິງ​ຕັນ (Lexington) ເວົ້າ​ວ່າ ລາວ​ໄດ້​ປິດ​ຮ້ານ​ຂອງ​ຕົນໄວ​ກວ່າ​ປົກ​ກະ​ຕິ ເພື່ອ​ວ່າ​ລາວ​ຈະ​ໄປຍ່າງ ແລະ​ເວົ້າ​ລົມ​ກັບພະ​ສຸ​ທຳໄດ້. ນາງວິງ​ໂກ ເລົ່າ​ສູ່​ຟັງ​ວ່າ:
"ຂ້ອຍ​ຢາກ​ຮູ້​ວ່າ ເພິ່ນ​ຍ່າງ​ເພື່ອ​ສັນ​ຕິ​ພາບ​ໄດ້ແນວ​ໃດ. ເຮົາ​ສົ່ງ​ເສີມ​ການ​ເຮັດ​ແນວນັ້ນ​ໄດ້​ແນວ​ໃດ? ແລະ​ຈາກນັ້ນເພິ່ນ​ກໍ​ເວົ້າ​ວ່າ "ຖ້າ​ຫາກ​ເຈົ້າ​ມີ​ຄວາມ​ສຸກ ຢູ່​ໃນ​ໃຈ, ແລ້ວເຈົ້າ​ກໍ​ມີ, ຜູ້​ຄົນ​ສາ​ມາດ​ຮູ້​ສຶກ​ເຖິງ​ຄວາມ​ສະ​ຫງົ​ບສຸກ​ຢູ່​ໃນ​ຈິດ​ໃຈ​ຂອງ​ເຈົ້າໄດ້."

ພະ​ສຸ​ທຳ​ໃຫ້​ຄວາມ​ເຫັນ​ເພີ້ມ​ອີກວ່າ:
"​ເຮົາຍ່າງ​ເພື່ອ​ສັນ​ຕິ​ພາບນີ້ ເຮົາບໍ່​ຕ້ອງເຮັດ​ອັນ​ໃດ​ຫລາຍດອກ. ອາດ​ຕະ​ມາ​ກໍ​ມີ​ແຕ່ສຸມ​ຈິດ​ໃຈ​ບຳ​ເພັນພຽນ​ແບ່ງ​ປັນ​ໃຫ້​ຄົນ​ອື່ນຮູ້​ສຶກວ່າຕົນ​ມີ​ຄວາມ​ສະ​ຫງົບ​ສຸກ, ສະ​ແດງ​ໃຫ້​ເຂົາ​ເຈົ້າ​ເຫັນ​ໄດ້​ເຖິງ​ຄ​ວາມ​ເມດ​ຕາ, ແລະ​ອາດ​ຕະ​ມາ​ຄິດ​ວ່າ ເຂົາ​ເຈົ້າ​ສາ​ມາດ​ຮູ້​ສຶກເຖິງ​ສິ່ງນັ້ນໄດ້ ເພາະ​ວ່າ ຄວາມ​ຮູ້​ສຶກນຶກ​ຄິດຂອງ​ເຮົາ​ແມ່ນ​ສາ​ມາດຈັບ​ຕ້ອງ​ໄດ້.”


ທ້າວຄ​ຣິດ​ສ​ຕຽນ ໂຄ​ແບ​ລ (Christian Kobel) ແລະ ນາງແຄ​ຣິ​ສ​ຊາ ກັນ​ຕີ (Carissa Gunty), ຄູ່​ສາ​ມີ​ພັນ​ລະ​ຍາ​ຊາວ​ອາ​ເມ​ຣິ​ກັນ​ຄູ່​ນຶ່ງຢູ່​ໃນ​ເມືອງດ​ໄວ​ທ໌ (Dwight), ລັດ​ອີ​ລີ​ນອຍ ໄດ້​ນິ​ມົນພະ​ສຸ​ທຳ​ໃຫ້​ໄປ​ນອນ​ພັກຢູ່​ໃນ​ເຮືອນ​ຂອງ​ເຂົາ​ເຈົ້າ. ພວກ​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້​ການ​ເຮັດ​ສະ​ມາ​ທິ ແລະ​ອື່ນໆ​ອີກຈາກ​ພະ​ສົງ​ໄທ...

ທ້າວ ຄ​ຣິດ​ສ​ຕຽນ ໂຄ​ແບ​ລ (Christian Kobel) ບອກວ່າ,
"ມີ​ອີກຫລາຍ​ສິ່ງ​ຫລາຍ​ຢ່າງທີ່​ພວກ​ເຮົາ​ສາ​ມາດ​ສະ​ແດງ​ຄວາມ​ເປັນ​ມະ​ນຸດ​ຕໍ່​ກັນ ແລະ​ກັນ​ໄດ້. ແລະເພິ່ນ​ໄດ້​ເປັນ​ຕົວ​ແທນ​ໃຫ້​ການ​ເຮັດ​ແນວນັ້ນ​. ແລະ​ການ​ເຮັດ​ຈັ່ງ​ຊັ້ນກໍ​ເປັນ​ວິ​ທີ​ ທີ່​ດີ​ຫລາຍ​. ຂ້ອຍ​ຫວັງ​ວ່າ ນັ້ນ​ຄື​ເນື້ອ​ໃນ​ໃຈຄວາມ​ທີ່ຜູ້​ຄົນ​ພວກ​ເຮົາ​ໄດ້​ຮັບ​ຈາກ​ເພິ່ນ ເມື່ອ​ເຂົາ​ເຈົ້າມີ​ໂອ​ກາດ​ໄດ້​ພົບ​ເພິ່ນ, ຖ້າ​ຫາກ​ເຂົາ​ເຈົ້າ​ຫາ​ໂອ​ກາດ​ໄປພົບ​ເພິ່ນ."

ນາງ​ແຄ​ເຣັນ ວິງ​ໂກ (Karen Wingo) ເລົ່າ​ສູ່​ຟັງ​ອີກວ່າ:
"ທີ່​ຈິງ​ແລ້ວ​ເພິ່ນ​ໄດ້​ໃຊ້​ຄວາມ​ພະ​ຍາ​ຍາມ​ເຮັດ​ເຊັ່ນ​ນີ້ ໄປ​ທົ່ວ​ສະ​ຫະ​ລັດ, ນັ້ນ​ກໍ​ໝາຍ​ຄວາມ​ວ່າ ເພິ່ນ​ມີ​ຄວາມ​ຮູ້​ສຶກ​ເປັນ​ຫ່ວງ​ເປັນ​ໃຍ​ຕໍ່​ພວກ​ເຮົາເຊັ່ນ​ກັນ….ຂ້ອຍ​ຄິດ​ວ່າ ການ​ເຮັດ​ແນວນັ້ນ ໄດ້​ສະ​ແດງ​ໃຫ້​ຂ້ອຍ​ຮູ້​ວ່າ ຄົນ​ຈາກວັດ​ທະ​ນະ​ທຳ​ອື່ນ ແມ່ນ​ມີ​ຄວາມ​ສົນ​ໃຈ​ຫວ່ງ​ໃຍ​ຕໍ່​ກັນ​ແລະ​ກັນ."

ພະ​ສຸ​ທຳ​ໄດ້​ໄປ​ເຖິງ​ຈຸດ​ໝາຍ​ປາຍທາງ​ຂອງ​ເພິ່ນ​ຢູ່​ໃນ​ນະ​ຄອນ​ນິວຢອກ ໃນ​ທ້າຍ​ເດືອນ​ມິ​ຖຸ​ນາຜ່ານ​ມາ. ທ່ານ​ໄດ້​ວາງ​ແຜນ​ການ​ປຸກ​ລະ​ດົມ​ໃນ​ຄັ້ງ​ຕໍ່​ໄປ​ຂອງ​ເພິ່ນ​ແລ້ວ. ໃນ​ຕອນທ້າຍປີນີ້ ເພິ່ນ​ຈະ​ຍ່າງ​ທຸ​ດົງ​ຈາກ​ປະ​ເທດ​ໄທ ໄປ​ຫາ​ຝ​ຣັ່ງ, ຊຶ່ງ​ເປັນ​ການ​ເດີນ​ທາງ​ໃນ​ໄລ​ຍະ​ໄກ​ທີ່​ສຸດ​ຂອງ​ເພິ່ນ​ອີກ​ ໃນ​ໄລ​ຍະ​ທາງ​ປະ​ມານ 15,000 ກິ​ໂລ​ແມັດ ເພື່ອ​ສົ່ງ​ເສີມ​ສັນ​ຕິ​ພາບ, ຊຶ່ງ​ເປັນ​ການ​ເຮັດ​ເປັນ​ຂັ້ນໆ​ໄປ.

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ລາຍ​ງານ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

ອ່ານ​ລາຍງ​ານ​ເລື້ອງນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

Monk Walked Across America

From coast to coast the United States measures about 48-hundred kilometers. For many visitors a cross country trip is something of a rite of passage. Here's the story of one man, who decided to make the trip for a different reason. VOA's Warangkana Chomchuen and Pinitkarn Tulachom tell his story.

This Buddhist monk from Thailandis on a mission. Hespent the past four months making his way across America on foot, in a campaign to promote peace.

Sutham Nateetong, Thai Monk:
"A pilgrimage walk is my preferred way of meditation. If I take my pilgrimage walk to promote peace, it will benefit even more people. At the same time, it will take me to places where people don't usually see a monk. That's also an opportunity to spread awareness of Buddhism."


PraSuthamNateetongchose monkhood as a path to peace and enlightenment, afteralong political career in Thailand left him unfulfilled. Deciding to walk across American was just the next step in his spiritual journey.

He begin in March from Santa Monica, California...and chose to travel along historic Route 66, an iconic road that cuts acrosseight states.
Word of his walk attracted attention from Americans, many of whom hadnever met a Buddhist monk before, likeSpencer Johansen, Mayor of Lexington, Illinois.

Spencer Johansen, Mayor, Lexington, Il:
"Usually we get the travelers...they're traveling the historic Route 66, and I don't recall anybody that inspired me as much as his visit did. I researched, "How do you greet a monk?" because I've never met one before. And I was concerned about that. And when he first approached me, he gave me a hug and I thought, "Man, this is easy." It's pretty simple."

Karen Wingo, owner of a thrift shop in Lexington, said sheclosed her shop early so she could walk and have a conversation withPraSutham.

Karen Wingo, Lexington, Il:
"I wanted to know howhe was doing a walk for peace. Howdo you promote that? And then he said, "if you're happy inside,then you just,people can feel your peace."

Sutham Nateetong, Thai Monk:
"Walking for peace doesn't require much. I focus on sharing with people a sense of peace, showingthemkindness and I think they can feel it because our minds can touch."

Christian Kobel and CarissaGunty, an American couplein Dwight, Illinois, invitedPraSuthamto spend a night in their house. They learned from the Thai monk how to meditate, and more...

Christian Kobel, Dwight, Il:
"There's so much more that we can be human to each other. And he represents that. And that's just great. I hope that that's the message that our people receive from him when they have the chance to meet him,if they take the chance to meet him."

Karen Wingo, Lexington, Il:
"The fact that he even bothered to do this through the United States, that means he cares about us too...I think that shows me that people from other cultures care about one another."


PraSutham reached his destination in New York City in late June. He's already planning his next campaign. Later this year he will walk from Thailand to France, his longest distance yet at about 15,000 kilometers, promoting peace, one step at a time.

XS
SM
MD
LG