ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໗ ເມສາ ໒໐໒໕

ທ່ານ ນາເຣັນດຣາ ໂມດີ ແລະ ທ່ານ ດໍໂນລ ທຣໍາ ພົບປະກັນເລື້ອງການຄ້າ ການຍ້າຍຖິ່ນຖານ ຄວາມສຳພັນທາງຍຸດທະສາດ


ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ Narendra Modi ເດີນ​ທາງ​ໄປ​ຮອດ​ອາ​ເມ​ລິ​ກາ​ໃນ​ການ​ຢ້ຽມ​ຢາມ​ເປັນ​ເວ​ລາ 2 ວັນ.
ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ Narendra Modi ເດີນ​ທາງ​ໄປ​ຮອດ​ອາ​ເມ​ລິ​ກາ​ໃນ​ການ​ຢ້ຽມ​ຢາມ​ເປັນ​ເວ​ລາ 2 ວັນ.

ປະທານາທິບໍດີ ທ່ານ ດໍໂນລ ທຣໍາ ຂອງສະຫະລັດ ຈະຕ້ອນຮັບການມາຢາມຂອງນາຍົກ ລັດຖະມົນຕີອິນເດຍ ທ່ານ ນາເຣັນດຣາ ໂມດີ ເພື່ອ​ທຳ​ການປຶກສາຫາລືທີ່ທຳນຽບຂາວ ໃນວັນພະຫັດມື້ນີ້.

ເຈົ້າໜ້າທີ່ໃນນະຄອນຫຼວງ ນິວ ເດ​ລີ ໄດ້ສະແດງຄວາມຫວັງໃນການຢ້ຽມຢາມຂອງ ທ່ານ ໂມດີ ວ່າຈະເປັນຈຸດເລີ້ມຕົ້ນຂອງຄວາມຮ່ວມມືທີ່ຕໍ່ເນື່ອງແລະມີຄວາມໝາຍ. ເຖິງຢ່າງໃດ ກໍຕາມ, ນັກວິເຄາະກ່າວວ່າຍັ ງມີບັນຫາທີ່ປຶກສາຫາເຈລະຈາແກ້ໄຂໂດຍສະເພາະເລື້ອງ ຂອງການຄ້າແລະການຍ້າຍຖິ່ນຖານຊຶ່ງເປັນນຶ່ງໃນບູ​ລິ​ມະ​ສິດສູງສຸດຂອງ ທ່ານ ດໍໂນລ ທຣໍາ.

ໃນ​ການ​ກ່າວ​ຢ້ຳ​ວ່າ​ທ່ານ ໂມ​ດີ ຈະ​ພົບ​ປະ​ກັບ​ທ່ານ ທ​ຣຳ ພາຍ​ໃນ​ບໍ່​ເທົ່າ​ໃດ​ອາ​ທິດຫຼັງ​ຈາກ​ເຂົ້າ​ດຳ​ລົງ​ຕຳ​ແໜ່ງ​ນັ້ນ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອິນ​ເດຍ ທ່ານ ວິ​ກ​ຣາມ ມິ​ສ​ຣີ, ເຊິ່ງ​ແມ່ນ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ຂອງ​ກະ​ຊວງ​ກ່າວ​ວ່າ ຄວາມສຳພັນລະຫວ່າງອິນເດຍ ແລະ ສະຫະລັດຍັງຄົງແໜ້ນແຟ້ນ ແລະ “ນີ້ເປັນນຶ່ງໃນ ຄວາມຮ່ວມມືລະຫວ່າງປະເທດທີ່ແຂງ ແກ່ນທີ່ສຸດຂອງເຮົາ.”

ການຄ້າແມ່ນມີຄວາມສຳຄັນຕໍ່ທັງສອງປະເທດແລະ ອິນເດຍໄດ້ດຳເນີນມາດຕະການ ເພື່ອສະແດງໃຫ້ເຫັນວ່າພ້ອມຮັບມືກັບຂໍ້ເປັນຫ່ວງຂອງທ່ານ ດໍໂນລ ທຣໍາ. ຊຶ່ງກ່ອນໜ້ານີ້ ເຄີຍຈັດໃຫ້ອິນເດຍຢູ່ໃນກຸ່ມປະເທດທີ່ “ລະ​ເມີດ​ການ​ເກັບພາສີທີ່ແຮງຫຼາຍ.” ໃນການສົນທະນາຜ່ານທາງໂທລະສັບກັບ ທ່ານ ໂມດີ ເມື່ອເດືອນທີ່ຜ່ານມາ ທ່ານ ທຣໍາ ໄດ້ຮຽກຮ້ອງໃຫ້ກ້າວໄປສູ່ການ​ມີ​ສາຍພົວພັນການຄ້າທະວີພາຄີິທີ່ເປັນທຳ.

ທ່ານ ເຄວີນ ແຮສເຊຕ໌ ຜູ້ອຳນວຍການສະພາເສດຖະກິດແຫ່ງຊາດທຳນຽບຂາວ ໄດ້ກ່າວ ເຖິງຄວາມເປັນຫ່ວງດັ່ງກ່າວເມື່ອວັນຈັນຜ່ານມາໂດຍທ່ານໄດ້ໃຫ້ສຳພາດກັບອົງການຂ່າວ CNBC ວ່າ “ ອິນເດຍ ມີອັດຕາພາສີອາກອນສູງຢ່າງຫຼວງຫຼາຍ” ຊຶ່ງເປັນອຸປະສັກຂັດ ຂວາງການນໍາເຂົ້າ.

ນິວ ເດລີ ຊຶ່ງຕ້ອງການຫຼີກລ້ຽງຄວາມເຄັ່ງຕຶງທາງການຄ້າກັບ ສະຫະລັດ ປະກາດເມື່ອຕົ້ນເດືອນນີ້ວ່າຈະຫຼຸດພາສີນໍາເຂົ້າບາງລາຍການທີ່ຈະເປັນຜົນດີຕໍ່ການສົ່ງອອກຂອງສະຫະລັດ ເຊັ່ນລົດຈັກ ແລະ ລົດໃຫຍ່ລາ​ຄາ​ແພງ.

ນັກວິເຄາະກ່າວວ່ານິວ ເດລີ ອາດຈະສະເໜີສຳປະທານອື່ນໆ ທີ່ອາດຈະຊ່ວຍໃຫ້ສີນຄ້າ ຂອງ ສະຫະລັດ ເຂົ້າເຖິງຕະຫຼາດອິນເດຍໄດ້ ແລະເພີ້ມການນໍາເຂົ້າພະລັງງານຈາກ ສະຫະລັດ.

“ນິວເດລີຄິດວ່າຈະກ້າວໄປຂ້າງໜ້າແລະພະຍາຍາມແກ້ໄຂຄວາມແຕກຕ່າງດ້ານການຄ້າ. ແຕ່ແນ່ນອນວ່າໃນຖານະຜູ້ເຈລະຈາທີ່ດີທີ່ສຸດ, ທ່ານ ດໍໂນລ ທຣໍາ ຈະຂໍຫຼາຍກວ່ານີ້” ທ່ານ​ນາງ ຈິນຕາມະນີ ມະຫາປາຕຣາ ຜູ້ສ້າງຕັ້ງໂຮງ​ຮຽນການ​ສຶກ​ສາ ກ່ຽວ​ກັບ ພາກ​ພື້ນ​ອິນ​ໂດ-ປາ​ຊີ​ຟິກ ກາ​ລິງ​ກາ.

ທ່ານ​ນາງ​ກ່າວ​ວ່າ “ອິນເດຍ ຍັງຕໍ່ລອງໄດ້ດີຫຼາຍນໍາດ້ວຍ. ດັ່ງນັ້ນເຮົາຈະພະຍາຍາມຫາ ທາງປະນີປະນອມ ເພື່ອ​ໃຫ້ເປັນປະໂຫຍດຕໍ່ທັງສອງຝ່າຍ.”

ອ່ານຂ່າວເປັນພາສາອັງກິດ

Officials in New Delhi expressed optimism Modi’s visit will herald a renewed and substantive partnership. However analysts said there will be contentious issues to navigate on trade and immigration, which are among Trump’s top priorities.

Underlining that Modi will be meeting Trump within weeks of his taking office, Indian Foreign Secretary Vikram Misri – the ministry’s top civil servant -- said India-U.S. ties are solid and that “this has been one of our strongest international partnerships.”

Trade is important for both countries and India has taken steps to demonstrate that it is ready to address concerns of Trump, who has named India among countries that are “very big tariff abusers.” In a phone conversation with Modi last month, Trump called for moving toward a fair bilateral trading relationship.

Kevin Hassett, director of the White House National Economic Council, repeated such concerns on Monday. "India has enormously high" tariffs that lock out imports, he said in an interview with CNBC.

New Delhi, which wants to avoid trade tensions with the U.S., announced earlier this month that it would lower import duties on some items that will benefit American exports such as high-end motorcycles and cars.

It also may offer other concessions that could help American goods gain Indian market access and boost energy imports from the U.S., analysts say.

“New Delhi thought it would take a first step and try to resolve differences on trade. But, certainly, as a great negotiator and bargainer, he [Trump] will ask for more,” said Chintamani Mahapatra, founder of the Kalinga School of Indo Pacific Studies. “India also bargains very well. So, somehow, we will try to make a compromise that will benefit both.”

ຟໍຣັມສະແດງຄວາມຄິດເຫັນ

ລາຍການກະຈາຍສຽງຂອງວີໂອເອ ລາວ
please wait

No live streaming currently available

0:00 0:00 Live

ສົດ ລາຍການວິທະຍຸ-ໂທລະພາບ ພາກພາສາລາວ

XS
SM
MD
LG