ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເປົ້າໝາຍການເຕີບໃຫຍ່ ຂອງເສດຖະກິດຈີນ ອາດຈະ​ຊ່ວຍການສົ່ງອອກ ຂອງອອສເຕຣເລຍ


ແຟ້ມ-ລັດຖະມົນຕີກະຊວງການຕ່າງປະເທດຂອງອອສເຕຣເລຍ ທ່ານນາງເພັນນີ ວອງ (ຂວາ), ກໍາລັງສົນທະນາຜ່ານລະບົບເຊື່ອມຕໍ່ທາງວີດີໂອ ກັບ ທ່ານຫຼຽວ ຈ້ຽນສາວ, ລັດຖະມົນຕີກະຊວງສາກົນ ຂອງຄະນະກໍາມະການສູນກາງພັກຄອມມູນິສຈີນ ໃນນະຄອນຫຼວງປັກກິ່ງ, ວັນທີ 21 ທັນວາ 2022.
ແຟ້ມ-ລັດຖະມົນຕີກະຊວງການຕ່າງປະເທດຂອງອອສເຕຣເລຍ ທ່ານນາງເພັນນີ ວອງ (ຂວາ), ກໍາລັງສົນທະນາຜ່ານລະບົບເຊື່ອມຕໍ່ທາງວີດີໂອ ກັບ ທ່ານຫຼຽວ ຈ້ຽນສາວ, ລັດຖະມົນຕີກະຊວງສາກົນ ຂອງຄະນະກໍາມະການສູນກາງພັກຄອມມູນິສຈີນ ໃນນະຄອນຫຼວງປັກກິ່ງ, ວັນທີ 21 ທັນວາ 2022.

ຈີນ ຕັ້ງເປົ້າໝາຍການຂະຫຍາຍຕົວຂອງລະບົບເສດຖະກິດໃຫ້ໄດ້ຮອດ 5 ເປີເຊັນ. ແຕ່ນັກວິເຄາະເຊື່ອວ່າ ນີ້ເປັນພຽງໂຕເລກທີ່ຖ່ອມຕົວ, ໂດຍຜູ້ສົ່ງອອກສິນຄ້າຂອງປະເທດອອສເຕຣເລຍ ຫວັງວ່າ ອີກບໍ່ດົນ ຈີນ ກໍຈະຍົກເລີກຂໍ້ຈໍາກັດຕ່າງໆ ແລະພາສີທາງດ້ານການຄ້າ ກັບນຶ່ງໃນປະເທດຄູ່ການຄ້າທີ່ສໍາຄັນຂອງພວກເຂົາ ເພື່ອເຮັດໃຫ້ລະບົບເສດຖະກິດຂອງຕົນ ບັນລຸ​ເປົ້າ​ໝາຍ ທີ່ພວກເຂົາໄດ້ຕັ້ງເປົ້າເອົາໄວ້. ຟີລ ເມີເຊີ ມີລາຍງານເລື້ອງນີ້ຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ບັນດານັກວິເຄາະ ຢູ່ໃນອອສເຕຣເລຍເຊື່ອວ່າ ລະບົບເສດຖະກິດຂອງປະເທດຈີນ ກໍາລັງຢູ່ໃນຊ່ວງໄລຍະຂອງການປ່ຽນແປງ ແລະກໍາລັງປັບປ່ຽນອອກຈາກເປົ້າໝາຍການຄ້າລະດັບໂລກ ໄປສູ່ຮູບແບບພື້ນຖານຂອງການໃຊ້ຈ່າຍສໍາລັບຜູ້ບໍລິໂພກ ແລະສົ່ງເສີມການລົງທຶນພາຍໃນຫຼາຍຂຶ້ນ.

ເປົ້າໝາຍການຂະຫຍາຍຕົວປະຈໍາປີກ່ຽວກັບລະບົບເສດຖະກິດຂອງລັດຖະບານປັກກິ່ງແມ່ນ 5 ເປີເຊັນ ເຊິ່ງໄດ້ຮັບການພິຈາລະນາໂດຍນັກຊ່ຽວຊານວ່າ ເປັນ ເປົ້າໝາຍທີ່ຖ່ອມຕົວ.

ຈີນ ແມ່ນ​ປະ​ກອບເປັນປະມານນຶ່ງສ່ວນສາມຂອງການຄ້າໂລກ ກ່ຽວກັບສິນຄ້າ ແລະບໍລິການຂອງປະເທດອອສເຕຣເລຍ. ໂຕເລກຂອງລັດຖະບານສະແດງໃຫ້ເຫັນວ່າ ນີ້ມີມູນຄ່າ 186 ລ້ານໂດລາ ໃນປີ 2021, ໂດຍເພີ້ມຂຶ້ນ ຈາກ 162 ລ້ານໂດລາໃນປີ 2020.

ແຕ່ຄວາມເຄັ່ງຕຶງທາງດ້ານການທູດລະຫວ່າງສອງປະເທດທີ່ເພີ້ມຂຶ້ນ ໄດ້ເຮັດໃຫ້ຈີນ ດໍາເນີນການກໍານົດພາສີນໍາເຂົ້າສິນຄ້າ ແລະວາງຂໍ້ຈໍາກັດຫຼາຍຢ່າງຕໍ່ການສົ່ງອອກບາງອັນຂອງອອສເຕຣເລຍ, ລວມທັງຖ່ານຫິນ, ເຂົ້າບາເລ່ ແລະເຫຼົ້າວາຍ.

ລັດຖະບານເປັນກາງອ່ຽງຊ້າຍ ໃນນະຄອນຫຼວງແຄນເບີຣາ ກໍາລັງດໍາເນີນງານ ເພື່ອຫຼຸດຜ່ອນຄວາມຂັດແຍ້ງທາງການເມືອງກັບລັດຖະບານປັກກິ່ງ ເຊິ່ງມີຜົນມາຈາກຂໍ້ພິພາດຫຼາຍປະການ ລວມມີການບໍ່ຕົກລົງກັນກ່ຽວກັບຂົງເຂດຂອງທະເລ ຈີນໃຕ້ ແລະບັນຫາກ່ຽວກັບຕົ້ນກໍາເນີດຂອງການລະບາດໃຫຍ່ພະຍາດໂຄວິດ-19.

ຮອງສາດສະດາຈານ ແອງເຈລລາ ນອກສ໌ ຈາກພະແນກທຸລະກິດຂອງມະຫາ ວິທະຍາໄລຊິດນີ ເຊື່ອວ່າ ຈີນເຂົ້າໃຈໃນສິ່ງທີ່ພວກເຂົາຕ້ອງການ ໂດຍເອົາໃຈ ໃສ່ປັບປຸງຄວາມສໍາພັນກັບບັນດາປະເທດຕ່າງໆ ເຊັ່ນວ່າ ປະເທດອອສເຕຣເລຍ ເພື່ອບັນລຸເປົ້າໝາຍສໍາລັບການເຕີບໃຫຍ່ຂອງລະບົບເສດຖະກິດພວກເຂົາ.

ແຕ່ຮອງສາດສະດາຈານ ນອກສ໌ ບອກກັບ VOA ວ່າ ປະເທດອອສເຕຣເລຍ ກໍກໍາລັງດໍາເນີນງານ ເພື່ອຄວາມຫຼາກຫຼາຍທາງດ້ານການຄ້າໂລກ ຂອງພວກເຂົາເຈົ້າເຊັ່ນກັນ, ເຊິ່ງ ທ່ານນາງໄດ້ກ່າວວ່າ:

“ຢູ່ໃນປະເທດອອສເຕຣເລຍ ພວກເຮົາອາດຈະຮູ້ວ່າ ພວກເຮົາອາໄສການຄ້າກັບຈີນຢ່າງຫຼວງຫຼາຍ. ສະນັ້ນ, ການກະຈາຍດ້ານເສດຖະກິດໄປໃນຫຼາຍທິດທາງ ຈຶ່ງເປັນທາງເລືອກທີ່ດີສະເໝີ. ພວກເຮົາບໍ່ຄວນເອົາໄຂ່ຂອງພວກເຮົາທັງໝົດ ໄປໃສ່ແຕ່ໃນກະຕ່າອັນດຽວ. ດັ່ງນັ້ນ, ບ່ອນໃດກໍຕາມທີ່ມີໂອກາດສໍາລັບການຂະຫຍາຍໂຕ ແລະມີຄວາມແຕກຕ່າງໃນຫຼາຍດ້ານ, ແນ່ນອນ ພວກເຮົາຕ້ອງເອົາລັກສະນະທາງໂອກາດຕ່າງໆເຫຼົ່ານັ້ນ ໃນທັນທີ ແລະກໍເສີມສ້າງໂອ ກາດຕ່າງໆເຫຼົ່ານັ້ນຂຶ້ນມາ.”

ນາຍົກລັດຖະມົນຕີຂອງປະເທດອອສເຕຣເລຍ ທ່ານແອນໂທນີ ອາລບານີສ ໄດ້ກ່າວວ່າ ປະເທດຂອງທ່ານນັ້ນ ຈໍາເປັນຕ້ອງສົ່ງເສີມການເຊື່ອມໂຍງທາງດ້ານເສດຖະກິດກັບບັນດາປະເທດຕ່າງໆນໍາອີກດ້ວຍ ໂດຍລວມມີປະເທດອິນໂດເນເຊຍ ແລະປະເທດອິນເດຍ.

ທ່ານອາລບານີສ ເດີນທາງໄປຢ້ຽມຢາມປະເທດອິນເດຍໃນອາທິດນີ້ ໂດຍທ່ານຈະແນເປົ້າໝາຍໃສ່ການເຕີບໃຫຍ່ທາງດ້ານເທັກໂນໂລຈີຢ່າງໄວວາ ແລະການຂະຫຍາຍໂຕທາງດ້ານເສດຖະກິດດິຈີຕອລຂອງບັນດາປະເທດຢູ່ໃນເອເຊຍໃຕ້.

ແຕ່ອອສເຕຣເລຍ ຍັງຄົງເພິ່ງພາອາໄສຄວາມຕ້ອງການຈາກຈີນນັ້ນ ຢ່າງຫຼວງ ຫຼາຍ.

ຂໍ້ມູນຈາກກະຊວງການຕ່າງປະເທດ ແລະກະຊວງການຄ້າຂອງອອສເຕຣເລຍໄດ້ສະແດງໃຫ້ເຫັນວ່າ ໃນປີ 2021 ການຄ້າກັບ ຈີນ ມີມູນຄ່າຫຼາຍກວ່າຈໍານວນການຄ້າທາງດ້ານສິນຄ້າ ແລະບໍລິການຕ່າງໆກັບ ຍີ່ປຸ່ນ, ສະຫະລັດ ແລະເກົາຫຼີໃຕ້ລວມກັນ.

China has set an economic growth target of five per cent. Analysts believe this is a modest figure, but Australian exporters are hoping that China will soon lift trade restrictions and tariffs against one of its major trading partners in order to reach its growth targets. Phil Mercer reports from Sydney.

Analysts in Australia believe China’s economy is in transition and is moving away from a focus on global trade to a model based more on consumer spending and internal investment.

Beijing’s annual growth target of 5% is considered by experts to be a modest goal.

China accounts for about a third of Australia’s global trade in goods and services. Government figures show this was worth $186 million in 2021, up from $162 million in 2020.

But increased diplomatic tensions between the two countries led to the imposition of tariffs and other restrictions by China on some Australian exports, including coal, barley and wine.

The center-left government in Canberra has been working to ease political friction with Beijing, which has been caused by various disputes, including disagreements over the South China Sea and origins of the COVID-19 pandemic.

Associate Professor Angela Knox of the University of Sydney’s Business School believes China understands that it needs to nurture ties with countries such as Australia to meet its economic growth targets.

But Knox told VOA that Australia is also working to diversify its global trade.

KNOX ACT
“In Australia we probably knew that we had a very heavy dependence on China. Diversification is always a good thing. We should not be putting all of our eggs in one basket. So, where there are opportunities to expand and diversify, we should certainly be taking those kinds of opportunities and building those opportunities.”

Australian Prime Minister Anthony Albanese has said that his country must foster economic links with other countries including Indonesia and India.

Albanese visits India this week where he will focus on the South Asian nation’s rapid technological growth and expanding digital economy.

But Australia remains heavily dependent on demand from China.

Data from Australia’s Department of Foreign Affairs and Trade has shown that in 2021 commerce with China was worth more than the combined value of its trade in goods and services with Japan, the United States and South Korea

XS
SM
MD
LG