ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢາວັກຊີນປ້ອງກັນ COVID-19 ຂອງ ບໍລິສັດ ໂມເດີຣນາ ເລີ້ມນຳອອກແຈກຢາຍ ໃນທົ່ວສະຫະລັດ


ດ້ານໜ້າສຳນັກງານໃຫຍ່ຂອງ ບໍລິສັດ ໂມເດີຣນຮາ ອິງຄ໌ (Moderna, Inc.), ວັນອັງຄານ ທີ 15 ທັນວາ 2020, ຢູ່ໃນເມືອງເຄມບຣິດຈ໌ ຂອງລັດແມັສຊາຈູເສັດສ໌.
ດ້ານໜ້າສຳນັກງານໃຫຍ່ຂອງ ບໍລິສັດ ໂມເດີຣນຮາ ອິງຄ໌ (Moderna, Inc.), ວັນອັງຄານ ທີ 15 ທັນວາ 2020, ຢູ່ໃນເມືອງເຄມບຣິດຈ໌ ຂອງລັດແມັສຊາຈູເສັດສ໌.

ບໍລິສັດໂມເດີຣນາ ອິງຄ໌ ແລະບັນດາຄູ່ພາຄີຂອງຕົນ ໄດ້ເລີ້ມແຈກຢາຍຢາວັກຊີນປ້ອງກັນໂຄວິດ-19 ຂອງພວກເຂົາເຈົ້າຢູ່ໃນສະຫະລັດ ຊຶ່ງເປັນຢາວັກຊີນອັນທີສອງທີ່ໄດ້ຮັບການອະນຸມັດເພື່ອນຳໃຊ້ແບບສຸກເສີນຢູ່ໃນປະເທດ.

ການຈັດສົ່ງໄດ້ເລີ້ມນຳອອກຈາກສາງເກັບຢາ ເມື່ອຕອນເຊົ້າວັນອາທິດວານນີ້ ໄປຍັງສະຖານທີ່ຮັກສາສຸຂະພາບແຫ່ງຕ່າງໆໃນທົ່ວປະເທດຊຶ່ງນຳໜ້າໂລກດ້ວຍ ຈຳນວນກໍລະນີຕິດເຊື້ອ 17 ລ້ານ 6 ແສນຄົນ ແລະມີຜູ້ເສຍຊີວິດ ຫຼາຍກວ່າ 316,000 ຄົນ ອີງຕາມຂໍ້ມູນຂອງມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌. ໂຄວິດ-19 ເປັນພະຍາດທີ່ເກີດຈາກໄວຣັສໂຄໂຣນາ.

ທ່ານມອນເຊັຟ ສລາອຸຍ ຫົວໜ້າຂອງປະຕິການສາຍຟ້າແລບ ຫຼື Operation Warp Speed ຊຶ່ງເປັນໂຄງການພັດທະນາຢາວັກຊີນ ຂອງລັດຖະບານທ່ານ ທຣຳ ໄດ້ກ່າວຕໍ່ອົງການຂ່າວ CNN ວ່າ ການສັກຄັ້ງທຳອິດຢາວັກຊີນຂອງໂມເດີຣນາ “ເປັນໄປໄດ້ສູງທີ່ສຸດ” ແມ່ນຈະຖືກສັກໃນຕອນເຊົ້າຂອງວັນຈັນ.

ທ່ານກ່າວໄປອີກວ່າ “ມັນຈະເປັນການແຈກຢາຍທີ່ງ່າຍຂຶ້ນໜ້ອຍນຶ່ງ ເພາະວ່າ ມັນບໍ່ຕ້ອງໄດ້ບັນຈຸໄວ້ໃນອຸນຫະພູມທີ່ຕ່ຳຄືກັບຂອງຟາຍເຊີຣ.”

ອົງການອາຫານແລະຢາຂອງສະຫະລັດ ໃນວັນສຸກຜ່ານມາ ໄດ້ອະນຸມັດຢາວັກຊີນຂອງໂມເດີຣນາ ສຳລັບການນຳໃຊ້ແບບສຸກເສີນ. ອົງການດັ່ງກ່າວ ກໍໄດ້ອະນຸມັດຢາວັກຊີນທີ່ຜະລິດໂດຍ ບໍລິສັດຟາຍເຊີຣແລະໄບໂອເອັນເທັກ ເພື່ອໃຫ້ນຳໃຊ້ແບບສຸກເສີນ ໃນຕົ້ນເດືອນນີ້ເຊັ່ນກັນ.

ນາຍພົນ ກຸສຕາບວ໌ ເປີນາ ຜູ້ເປັນນາຍພົນຂອງກອງທັບບົກຮັບຜິດຊອບນຳການແຈກຢາຍຢາວັກຊີນປ້ອງກັນໂຄວິດ-19 ໃນທົ່ວສະຫະລັດ ໄດ້ອອກມາຂໍໂທດຕໍ່ບັນດາຜູ້ປົກຄອງລັດ ຈຳນວນ 10 ກວ່າລັດ ໃນວັນເສົາຜ່ານມານີ້ ວ່າ ຈະໄດ້ຮັບຢາວັກຊີນຂອງຟາຍເຊີຣແລະໄບໂອເອັນເທັກ ໃນປະລິມານຫຼືໂດສ ໜ້ອຍກວ່າທີ່ໄດ້ຄາດໝາຍໄວ້.

ທ່ານໄດ້ກ່າວຕໍ່ບັນດານັກຂ່າວ ໃນລະຫວ່າງການໂທລະສັບແຈ້ງໃຫ້ຊາບ ວ່າ “ຂ້າພະເຈົ້າຢາກຮັບເອົາຄວາມຮັບຜິດຊອບໂດຍສ່ວນຕົວສໍາລັບການສື່ສານທີ່ຜິດພາດ. ຂ້າພະເຈົ້າຮູ້ດີວ່າ ອັນນັ້ນກໍບໍ່ເຮັດຫຍັງຫຼາຍ ໃນທຸກມື້ນີ້. ແຕ່ຂ້າພະເຈົ້າຮັບເອົາຄວາມຮັບຜິດຊອບ…ອັນນີ້ເປັນຄວາມພະຍາຍາມທີ່ໃຫຍ່ມະຫາສານ ແລະພວກເຮົາກໍບໍ່ສົມບູນແບບດອກ.”

ທ່ານເປີນາ ໄດ້ກ່າວວ່າ ທ່ານໄດ້ກ່າວອ້າງອີງເຖິງຕົວເລກຂອງໂດສຜິດພາດໄປທີ່ທ່ານໄດ້ເຊື່ອວ່າ ຈະມີພ້ອມແລ້ວ ໂດຍບໍ່ໄດ້ເຂົ້າໃຈເຖິງຄວາມແຕກຕ່າງກັນລະຫວ່າງ ໂດສຂອງຜູ້ຜະລິດ ແລະຈຳນວນໂດສ ຂອງພວກຢາທີ່ມີພ້ອມແລ້ວເພື່ອການນຳອອກໄປໃຊ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Moderna, Inc. and its partners have started distributing their COVID-19 vaccine in the United States, the second approved for emergency use in the country.

Shipments began leaving warehouses early Sunday for health care facilities around the country, which leads the world with 17.6 million cases and more than 316,000 deaths, according to Johns Hopkins University data. COVID-19 is the disease caused by the coronavirus.

Moncef Slaoui, head of Operation Warp Speed, the Trump administration’s vaccine development program, told CNN that the first shots of Moderna’s vaccine are “most likely” going to be administered Monday morning.

“It’s going to be slightly easier to distribute,” he said, “because it doesn’t require as low a temperature as Pfizer.”

The U.S. Food and Drug Administration on Friday approved Moderna for emergency use. It approved a vaccine produced by Pfizer-BioNtech for emergency use earlier this month.

Gen. Gustave Perna, the U.S. Army general in charge of distributing the COVID-19 vaccine across the U.S., apologized Saturday to the governors of more than a dozen states that will be getting fewer doses than expected of the Pfizer-BioNTech vaccine.

"I want to take personal responsibility for the miscommunication," he told reporters during a telephone briefing. "I know that's not done much these days. But I am responsible...This is a Herculean effort and we are not perfect."

Perna said he mistakenly cited the number of doses he believed would be ready, not understanding the difference between manufactured doses and those ready to be released.

XS
SM
MD
LG