ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຫົວປະຕິຮູບ ນິຍົມແນວທາງປານກາງ ຈະເຂົ້າຄວບຄຸມ ສະພາອີຣ່ານ


ແຜນທີ່ປະເທດອີຣ່ານ
ແຜນທີ່ປະເທດອີຣ່ານ

ຜົນ​ການ​ເລືອກ​ຕັ້ງ​ທີ່​ບໍ່​ເປັນ​ທາງ​ການ ​ໃນການ​ແຂ່ງຂັນ​ຮອບສອງ ​ຂອງສະພາ​ອີຣ່ານ ສະແດງ​ໃຫ້​ເຫັນ​ວ່າ ບັນ​ດາ​ນັກປະຕິ​ຮູບ ແລະພວກນັກ​ການ​ເມືອງທີ່ນິຍົມ ​ແນວທາງ ປານກາງທີ່​ເປັນ​ພັນທະ​ມິດກັບ ປະທາ​ນາ​ທິບໍດີ Hassan Rouhani ​ໄດ້​ຊະນະ​ບ່ອນ ນັ່ງຫລາຍ​ກວ່າ​ຄູ່​ແຂ່ງ ທີ່​ນິຍົມ​ແນ​ວທາງ​ເດີມ​ແລະ​ອາດ​ຈະ​ຄວບ​ຄຸມ​ສະພານິຕິບັນ​ຢັດ.

ຊາວ​ອີຣ່ານ​ເລີ້ມພາກັນ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນວັນ​ສຸກ​ວານ​ນີ້ ​ເພື່ອ​ເລືອກ​ເອົາ​ 68 ທີ່​ບໍ່​ມີ​ຜູ້ ໃດ​ໄດ້​ຮັບ​ໄຊຊະນະ​ຢ່າງ​ເດັດຂາດ ​ໃນ​ການ​ປ່ອນ​ບັດເລືອກ​ຕັ້ງຮອບ​ທຳ​ອິດທີ່​ມີ​ຂຶ້ນ​ໃນ​ ເດືອນ​ກຸມພາ​ທີ່​ຜ່ານ​ມາ. ​ໃນລະຫວ່າງ​ການ​ເລືອກ​ຕັ້ງ​ຮອບທຳ​ອິດ ບັນດາ​ນັກການ​ເມືອງ ​ຫົວ​ປະຕິ​ຮູບ ໄດ້​ຊະນະບ່ອນ​ນັ່ງສ່ວນ​ຫລາຍ ຊຶ່ງ​ເປັນໄ ຊ ຊະນະທີ່​ຈະ​ແຈ້ງ.

​ໃນ​ຈຳນວນ​ 68 ບ່ອນ​ນັ່ງ​ທີ່​ມີ​ການ​ເລືອກ​ຕັ້ງນີ້ລາຍ​ຊື່​ແນວ​ໂຮມ​ ທີ່​ສະໜັບສະໜູນ ທ່ານ Rouhani ໄດ້ຊະນະ 33 ບ່ອນນັ່ງ ​ໃນ​ຂະນະ​ທີ່​ບັນດາ​ນັກ​ການ​ເມືອງ​ນິ ຍົມ​ແນ​ວທາງ​ເດີ​ມ ໄດ້​ຊະນະ 21 ບ່ອນ​ນັ່ງ ​ອີງ​ຕາມ​ສື່​ວນຊົນ​ ຂອງລັດຖະບານ ອີ​ຣ່ານ. ບ່ອນ​ນັ່ງ​ທີ່​ເຫລື​ອຢູ່​ນັ້ນ ຍັງກຳລັງ​ແຂ່ງຂັນ​ກັນ.

ຜົນການ​ນັບ​ຄະ​ແນນສຽງຂັ້ນ​ສຸດ​ທ້າຍຄາດ​ວ່າ​ຈະ​ປະກາດໃຫ້​ຮູ້ໃນ​ຕອນແລງ​ວັນ​ເສົາ​ມື້​ນີ້. ຖ້າ​ຫາກວ່າ​ຜົນການ​ນັບ​ຄະ​ແນນ​ສຽງ ​ໄດ້ຮັບ​ການ​ຢືນຢັນ​ຢ່າງ​ເປັນ​ທາງ​ການ​ແລ້ວ ມັນ​ຈະ ​ເປັນ​ຂີດ​ໝາຍຂອງ​ການ​ປ່ຽນ​ແປງທີ່​ສຳຄັນ​ໃນ​ການ​ເ​ມື​ອງຂອງ​ອີຣ່ານໂດຍ ​ທີ່​ຈຳ​ນວນສະ ມາຊິກນິຍົມ​ແນ​ວທາງ​ເດີມ ຈະ​ໜ້ອຍ​ກວ່າ​ພວກ​ນິຍົມ​ແນວທາງປານ​ການ ​ເປັນ​ເທື່ອ​ທຳ​ອິດ​ນັບ​ແຕ່ປີ 2004.

ດ້ວຍໄຊ​ຊະນະ​ໃນ​ວັນ​ສຸກ​ວານ​ນີ້ ບັນດາ​ສະມາຊິກ​ຫົວ​ປະຕິ​ຮູບ​ຈະມີຈຳນວນ​ເພີ້ມ ຂື້ນ​ເຖິງ 128 ຄົນ ຢູ່​ໃນສະພານິຕິບັນ​ຢັດ​ທີ່​ມີ​ທັງ​ໝົດ 290 ຄົນ. ​ໃນ​ຂະນະ​ທີ່​ຍັງຂາ​ດຢູ່ນ້ອຍ​ນຶ່ງ​ຈຶ່ງ​ ຈະ​ກຳ​ສຽງ​ສ່ວນ​ຫຼາຍ ແຕ່ເຂົ​າ​ເຈົ້າ​ກໍ​ມີ​ຈຳນວນ​ຫລາຍ​ກວ່າ 124 ບ່ອນ​ນັ່ງ ທີ່​ຄວບ​ຄຸມ​ໂດຍ ພວກ​ນິຍົມ​ແນ​ວທາງ​ເດີມແລະ​ມີ​ອຳນາດ​ຫຼາຍຂຶ້ນ ​ເພື່ອ​ປະຕິ​ຮູບ​ນະ​ໂຍບາຍສາທາລະນະ ​ລັດ​ອິສລາ​ມ.

Unofficial results from Iran's parliamentary run-off election show that reformist and moderate politicians allied with President Hassan Rouhani won more seats than their conservative rivals, and will likely have control over the legislature.

Iranians began voting Friday to fill the 68 seats that no candidate won decisively in the first round of voting, held back in February. During the first election, reformist politicians won a majority of the seats where there was a clear winner.

Of the 68 seats up for grabs, the pro-Rouhani List of Hope coalition won 33 while conservative politicians won 21, according to Iranian state media. The rest of the seats are still being contested.

Final results are expected to be announced later Saturday.

If the outcome is officially confirmed, it would mark a dramatic shift in Iranian politics, with conservatives outnumbered by their more moderate colleagues for the first time since 2004.

With the wins Friday, reformists will see their numbers swell to 128 seats in the 290-member legislature. While slightly short of an outright majority, they would outnumber the 124 seats held by conservatives and wield more power to make reforms to the Islamic republic's policy.

XS
SM
MD
LG