ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ​ໂຣ​ແລນ ເດ​ຣກ ນັກ​ອາ​ສາ​ສະ​ໝັກ ກາ​ນາ​ດາ ຊ່ວຍ​ຕິດ​ຕັ້ງ​ເຄື່ອງ​ຕອງ​ນ້ຳ ຢູ່​ໃນ​ລາວ


ທ່ານ​ໂຣ​ແລນ ເດ​ຣກ ນັກ​ອາ​ສາ​ສະ​ໝັກ ກາ​ນາ​ດາ ທີ່​ໄປ​ຕິດ​ຕັ້ງ​ເຄື່ອງ​ຕອງ​ນ້ຳ ໃຫ້​ແກ່​ຊາວ​ຊົນ​ນະ​ບົດ​ໃນ​ແຂວງ​ຫຼວງ​ພະ​ບາງ.
ທ່ານ​ໂຣ​ແລນ ເດ​ຣກ ນັກ​ອາ​ສາ​ສະ​ໝັກ ກາ​ນາ​ດາ ທີ່​ໄປ​ຕິດ​ຕັ້ງ​ເຄື່ອງ​ຕອງ​ນ້ຳ ໃຫ້​ແກ່​ຊາວ​ຊົນ​ນະ​ບົດ​ໃນ​ແຂວງ​ຫຼວງ​ພະ​ບາງ.

ສະ​ບາຍ​ດີ ທ່ານ​ຜູ່້ຟັງ​ທີ່​ເຄົາ​ລົບ ໃນລາຍການ​ຊີວິດ​ຊາວ​ລາວຂອງ ວີ​ໂອ​ເອ ປະ​ຈຳ​ແລງ
ວັນ​ພະ​ຫັດມື້​ນີ້ ເຮົາຈະ​ນຳ​ເອົາການສຳພາດກັບທ່ານ​ໂຣ​ແລນ ເດ​ຣກ ຊຶ່ງ​ເປັນຊາວ​ກາ​ນາ​
ດາ ຕັ້ງ​ຖິ່ນ​ຖານຢູ່ແຂວງ​ໂຕ​ຣອນ​ໂຕ. ທ່ານ​ເປັນອາ​ສາ​ສະ​ໝັກ ​ຈາກ​ ອົງ​ການ​ເອ​ກ​ກະ​
ຊົນ​ນ້ອຍໆ​ຊື່​ວ່າ “ໂຄງ​ການດູ​ແລ​ໝູ່​ບ້ານ​ໃນລາວ” ຫຼື Adopted Village in Laos” ​ທີ່ມີ
​ຈຸດ​ປະ​ສົງແຈກ​ຢາຍ ແລະ​ຊ່ວຍ​ຕິດ​ຕັ້ງ​ເຄື່ອງ​ຕອງ​ນ້ຳໃຫ້​ແກ່​ບັນ​ດາ​ຄອບ​ຄົວ​ທີ່​ທຸກ​ຈົນ ຢູ່
​ເຂດ​ຊົນ​ນະ​ບົດ ໃນ​ແຂວງ​ຫຼວງ​ພະ​ບາງ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ສາ​ມາດ​ມີນ້ຳສະ​ອາດດື່ມ.
ຄວາມ ​ມີ​ຈິດ​ໃຈ​ເອື້ອ​ເຟື້ອ​ເພື່ອ​ແຜ່ໃນ​ດ້ານ​ມະ​ນຸດ​ສະ​ທຳຂອງ​ທ່ານເດ​ຣກເປັນຢ່າງ​ໃດ​
ນັ້ນ ກິ່ງ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ​ ໃນ​ອັນ​ດັບ​ຕໍ່​ໄປ.

ທ່ານ​ໂຣ​ແລນ ເດ​ຣກ (ຂວາ​ມື) ແລະ​ກິ່ງ​ສະ​ຫວັນ ທີ່​ຫ້ອງ​ຂ່າວ ວີ​ໂອ​ເອ.
ທ່ານ​ໂຣ​ແລນ ເດ​ຣກ (ຂວາ​ມື) ແລະ​ກິ່ງ​ສະ​ຫວັນ ທີ່​ຫ້ອງ​ຂ່າວ ວີ​ໂອ​ເອ.

ທ່ານ​ໂຣ​ແລນ ເດ​ຣກ ແມ່ນ​ຊາວ​ກາ​ນາ​ດາ ບໍ່​ເຄີຍ​ຮູ້​ ບໍ່​ເຄີຍເຫັນ​ປະ​ເທດ​ລາວມາ​ກ່ອນ
ແລະ​ບໍ່​ຮູ້ວ່າ​ຢູ່​ໃສ​. ທ່ານເດ​ຣກ ​ໄດ້​ຖືກ​ແນະ​ນຳ​ຈາກໝູ່​ທີ່ເປັນ​ນັກ​ທ່ອງ​ທ່ຽວ ແລະໄດ້​ໄປ
ຢ້ຽມ​ຢາມເຂດ​ຊົນ​ນະ​ບົດ ໃນແຂວງ​ຫຼວງ​ພະ​ບາງ. ເວ​ລ​າ ນັ້ນເຂົາ​ເຈົ້າ​ໄດ້​ໄປເຫັນ ​ສ​ະ​
ພາບ​ຄ​ວາມ​ທຸກ​ຈົນ ແລະ​ການ​ໃຊ້​ນ້ຳທີ່​ບໍ່​ສະ​ອາດປະ​ຈຳ​ວັນ​ຂອງ​ພວກ​ຊາວ​ບ້ານ. ພາບ​
ເຫລົ່າ​ນີ້​ໄດ້​ກະ​ຕຸ້ນໃຫ້​ເຂົາ​ເຈົ້າ​ເລີ້ມ​ຫາ​ວິ​ທີຍື່ນ​ມື​ເຂົ້າໄປ ໃຫ້​ການ​ຊ່ວຍ​ເຫຼືອແກ່ພວກ​
ຊາວ​ບ້ານ​ ໂດຍ​ການ​ຂົນ​ຂວາຍຊອກ​ຫາ​ເງິນ​ຈ​າກບັນ​ດາຜູ້ບໍ​ລິ​ຈາກ​ ເຊັ່ນ​ວ່າເພື່ອນ​ຝູງ
ແລະ​ຜູ້​ໃຈ​ບຸນ​ຕ່າງໆ.​ ເງິນທີ່​ຫາ​ມາ​ໄດ້​ນັ້ນໄດ້ນຳ​ໄປປຸກ​ໂຮງ​ຮຽນ ຊ່ວ​ຍ​ເຫຼືອດ້ານ​ການ​
ເງິນໃຫ້​ແກ່​ພວກ​ນາຍ​ຄູ ​ແລະນັກ​ຮຽນ ໂດຍ​ສະ​ເພາະ​ຊື້ເຄື່ອງຕອງ​ນ້ຳ ໃຫ້​ແຕ່​ລະ​ຄອບ​
ຄົວ​ຢູ່ໃນ​ໝູ່​ບ້ານ ​ໄດ້ໃຊ້​ໄດ້​ ດື່ມ​ນ້ຳ​ທີ່​ສະ​ອາດ​. ທ່ານ​ເດ​ຣກ ໄດ້​ກ່າວ​ຕໍ່ວີ​ໂອ​ເອ ກ່ຽວ​ກັບ
​ເລື້ອງ​ນີ້​ວ່າ:

“ຂ້າ​ພະ​ເຈົ້າ​ເປັ​ນ​ນັກ​ອາ​ສາ​ສະ​ໝັກ​ໃຫ້​ແກ່​ອົງ​ການ “ດູ​ແລ​ໝູ່​ບ້ານໃນ​ປະ​ເທດ​ລາວ” ຊຶ່ງ
ພາ​ສາ​ອັງ​ກິດມີ​ຊື່​ວ່າ “Adopted Village in Laos.” ໂຄງ​ການ​ນີ້ ​ເລີ້ມ​ມາ​ໄດ້ 10 ປີ​
ແລ້ວ ແລະ​ຄວາມ​ຈິງ​ ​ປີ​ນີ້​ເປັນ​ປີ​ທີ 10. ເປັນ​ໂຄງ​ການຊອກ​ຫາ​ເງິນ​ທຶນຈາກ​ແຫຼ່ງ​
ຕ່າງ​ໆທີ່ມາຈາກສະ​ໂມ​ສອນຕ່າງໆ ແລະ​ຈາກບັນ​ດາ​ສ່ວນ​ບຸກ​ຄົນ ແລະ​ເພາະ​ສະ​
ນັ້ນຈະ​ຕ້ອງໄດ້​ຊອກ​ຫາ​ເງິນ​ທຶນ​ຢູ່​ຕະ​ຫຼອດເວ​ລາ.

ອົງການ​ຈັດ​ຕັ້ງ​ດັ່ງ​ກ່າວ​ໄດ້​ຮັບ​ເອົາ​ “ການ​ດູ​ແລ​ໝູ່​ບ້ານ​ຢູ່​ໃນ​ປ​ະ​ເທດ​ລາວ” ​ໂດຍ
ມີຈຸດ​ປະ​ສົງ​ອັນ​ສຳ​ຄັນ ​ກໍ​ຄື​ຊອກ​ຫາ​ເງິນ​ ມາ​ຊື້​ເຄື່ອງ​ຕອງ​ນ້ຳ ສ້າງ​ສາ​ໂຮ​ງ​ຮຽນ​
ແລະ​ອຸ້ມ​ຊູ​ພວກ​ນາຍ​ຄູ ແລະນັກ​ຮຽນຢູ່​ໃນປະ​ເທດລາວ. ​ໂດຍ​ສະ​ເພາະ​ຊື້ເຄື່ອງ​
ຕອງ​ນ້ຳ​ ທີ​ຜະ​ລິດ​ຢູ່​ໃນ​ປະ​ເທດ​ລາວ ໂດຍ​ບໍ​ລິ​ສັດ ເທ​ຣາ ​ເຄລຍ “Terra Clear” ​
ຊຶ່ງເຄື່ອງ​ຕອງ​ນ້ຳ​ແຕ່​ລະ​ອັນ​ມີ​ລາ​ຄາ​ຢູ່ປະ​ມານ 100 ໂດ​ລາສະ​ຫະ​ລັດ. ປີ​ນີ້​ຂ້າ​ພະ
​ເຈົ້າ ແລະ​ທິມ​ງານຂອງພວກ​ເຮົາ​ໄດ້​ໄປ​ຢ້ຽມ​ຢາມ​ສີ່​ໝູ່​ບ້ານ. ພວກ​ເຮົາ​ໄດ້​ແຈກ​ຢາຍ
ເຄື່ອງ​ຕອງ​ນ້ຳ​ຫຼາຍ​ຮ້ອຍ​ໜ່ວຍ​ຢູ່​ໃນ​ແຕ່​ລະບ້ານ. ເຄື່ອງ​ຕອງ​ນ້ຳ​ດັ່ງ​ກ່າວ​ນີ້​ສາ​ມາດ​
ເຄື່ອນ​ຍ້າຍ​ຫີ້ວ​ໄປ​ມາໄປ​ຫາ​ບ່ອນ​ທີ່​ມີນ້ຳ ເຊັ່ນ​ວ່າ​ນ້ຳ​ສ້າງ ນ້ຳ​ຫ້ວຍ ແລະ​ນ້ຳ​ຝົນ​
ເພື່ອ​ຕອງ​ເອົາ​ສິ່ງ​ໂສ​ໂຄກ​ນັ້ນ​ອອກ. ຕາ​ມ​ປົກ​ກະ​ຕິ​ແລ້ວ​ເຄື່ອງ​ຕອງ​ນ້ຳ​ດັ່ງ​ກ່າວ​ນີ້ຄື​

ກັນ​ກັບ​ເຕົ້າ​ດອກ​ໄມ້ ທີ່ມີຫຼາຍ​ໆ​ຮ້ອຍ​ພັນຮູ ​ຕັ້ງເອົາ​ໄວ້​ຢູ່​ເທິງ​ຮ້ານ​ໄມ້​ໃຜ່ ຕັກ​ເອົາ​
ນ້ຳ​ເທ​ລົງ​ໃສ່​ເພື່ອ​ຕອງ​ນ້ຳໃຫ້​ຄ່ອຍໆ​ໄຫຼ​ອອກ​ມາ ຊຶ່ງ​ຈະ​ໃຊ້​ເວ​ລາ​ຢູ່​ປະ​ມານ​ສອງ​
ຊົ່ວ​. ແຕ່​ລະ​ຄອບ​ຄົວ​ຈະ​ຕ້ອງ​ມີ​ຜູ້​ນຶ່ງ​ໄດ້​ຮັບ​ການ​ອົບ​ຮົມກ່ຽວ​ກັບ​ກ​ານໃຊ້​ເຄື່ອງ​ຕອງ
​ນ້ຳ​ດັ່ງ​ກ່າວກ່ອນ​ ຖ້າ​ບໍ່​ດັ່ງ​ນັ້ນ​ເຂົາ​ເຈົ້າ​ຈະ​ບໍ່​ໄດ້​ຮັບ​.”

ທ່ານ​ເດ​ຣກ ໄດ້​ເດີນ​ທາງ​ໄປ​ປະ​ເທດ​ລາວ​ເປັນ​ໄລ​ຍະໆ ເພື່ອ​ສືບ​ຕໍ່ໃຫ້​ການ​ຊ່ວ​ຍ ເຫຼືອ
ແກ່​ຊາວ​ບ້ານ ​ຊຶ່ງທ່ານ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ຕື່ມ​ອີກວ່າ:


“ໃນ​ປີ​ທີ່​ຜ່ານ​ມາ​ ຂ້າ​ພະ​ເຈົ້າ​ໄດ້​ກັບ​ຄືນ​ໄປ​ປະ​ເທດ​ລາວ​ສີ່​ເທື່ອ ໝູ່​ບ້ານ​ທີ່​ຂ້າ​ພະ​
ເຈົ້າ​ໄດ້​ໄປ​ຊ່ວ​ຍຫຼືອ​ນັ້ນ​ມີຊື່​ວ່າ ບ້ານ​ທອງ​ລົມ​ ບ້ານມາ​ກັອກ ແລະບ້ານຫ້ວຍ​ຜົງ
ຕັ້ງຢູ່​ໃນ​ແ​ຂວງ​ຫຼວງ​ພະ​ບາງ. ເຫດ​ຜົນ​ທີ່​ພວກ​ເຮົາ​ໄດ້​ເຈາະ​ຈົງ​ໃສ່​ແຕ່ແຂວງ​ຫຼວງ
ພະ​ບາງ​ນັ້ນ ກໍ​ເພາະ​ວ່າແມ່ນເປັນ​ບ່ອນ​ທີ່​ພວກ​ເຮົາ​ເລີ້ມຕົ້ນແລະ​ບໍ່​ຢາກຂະຫຍາຍ
ໃຫ້​ກວ້າງອອກ​ໄປໂພດ. ເພາະ​ວ່າ​ພວກ​ເຮົາ​ສາ​ມາດ​ເຮັດ​ໄດ້ ​ພຽງ​ແຕ່​ສິ່ງ​ທີ່​ພວກ​
ເຮົາເຮັດ​ໄດ້ ເພາະ​ມີ​ເງິນ​ທຶນຈຳ​ກັດສຳ​ລັບ​ໄວ້ໃຫ້​ແຕ່​ລະ​ໂຄງ​ການ, ຂ້າ​ພະ​ເຈົ້າ​
ຮູ້​ດີ​ວ່າ​ຍັງ​ມີ​ຫຼາຍໆ​ໂຄງ​ການທີ່​ຕ້ອງ​ການໆ​ຊ່ວຍ​ເຫຼືອ ແລະ​ຫວັງ​ວ່າ​ຈະ​ສາ​ມາດ​
ດຳ​ເນີນ​ຢູ່ຕໍ່​ໄປ​ອີກ.”

ທ່ານ​ໂຣ​ແລນ ເດ​ຣກ ແມ່ນ​ອະ​ດີດ​ນັກ​ທຸ​ລະ​ກິດ​ຂາຍຍ​ອ່ຍ ແລະ​ໄດ້​ບຳ​ນານ​ໄປ​ເມື່ອ
​ສອງ​ສາມ​ປີ​ທີ່​ຜ່ານ​ມາ ເພາະ​ສະ​ນັ້ນ​ທ່ານ​ຈຶ່ງ​ມີ​ເວ​ລາ​ ແລະ​ສາ​ມາດ​ເດີນ​ທາງ​ໄປ​ປະ​
ເທດ​ລາວ​ໄດ້​ໃນ​ເວ​ລາ​ຕ້ອງ​ການ. ທ່ານ​ໄດ້​ກ່າວ​ມ້ວຍ​ທ້າຍ​ກ່ຽວ​ກັບ​ການ​ພົວ​ພັນ​ຂອງ
“ອົງ​ການດູ​ແລ​ໝູ່​ບ້ານໃນ​ປະ​ເທດ​ລາວ” ວ່າ:

“ສີ່​ປີ​ຫຼັງ​ຈາກ​ຂ້າ​ພະ​ເຈົ້າໄດ້​ໄປ​ເຫັນ​ປະ​ເທດ​ລາວ ຂ້າ​ພະ​ເຈົ້າ​ຢາກ​ຮັກ​ສາ​ຄວາມ​ຄິດ
​ຮອດ​ຄິດ​ເຖິງນັ້ນ​ໄວ້ ຂ້າ​ພະ​ເຈົ້າ​ໄດ້ເຮັດເຟ​ສ​ບຸກ (facebook) ຂຶ້​ນ​ມາໂດຍ​ໃສ່​ຊື່​ວ່າ
“ໂຄງ​ການຮັກ​ເມືອງ​ລາວ” ເພາະ​ສະ​ນັ້ນ​ຂ້າ​ພະ​ເຈົ້າ​ໄດ້ ເອົ​າ​ຮູບ​ພາບ ​ຕ່າງໆ ແລະ​
ອົງ​ກ​ານ​ທີ່​ໃຫ້​ການ​ຊ່ວ​ຍເຫຼືອ​ແກ່​ລາວ ເຊັ່ນ​ວ່າ ອົງ​ການ Legacy of War. ໂຄງ​
ການດູ​ແລ​ໝູ່​ບ້ານໃນ​ປະ​ເທດ​ລາວ ຫຼື “Adopted Village in Laos” ຈະວາງ​ສະ​
ແດງ ​ຮູບ​ນ້ຳ​ຖ້ວມຢູ່​ລາວ ​ໃຫ້​ຄົນ​ໄດ້​ເຫັນ ໃນວັນ​ຈັນ​ທີ 16 ກັນ​ຍາ​ຈະ​ມານີ້. ຂ້າ​ພະ
​ເຈົ້າ​ບໍ່ພຽງ​ແຕ່​ ​ຈະນຳ​ເອົາ​ຮູບ​ຖ່າຍ​ກ່ຽວ​ກັບ​ເມືອງ​ລາວໄປ​ວາງສະ​ແດງ​ທໍ່​ນັ້ນ ແຕ່​
ຈະ​ບອກ​ໃຫ້ຄົນ ​ຢູ່​ໃນ​ປະ​ເທດ​ກາ​ນາ​ດາຮູ້​ວ່າ ເມືອງ​ລາວ​ນັ້ນຢູ່​ໃສ ເພະ​ວ່າ​ຫຼາຍໆ​
ຄົນຮູ້ວ່າ​ ຫວຽດ​ນາມ ໄທ ຢູ່​ໃສ ແຕ່ບໍ່​ຮູ້​ວ່າປະ​ເທດ​ລາວຢູ່​ໃສ ຄົນ​ສ່ວນ​ໃຫຍ່​ບໍ່​ຮູ້ເລີຍ.”

ທ່ານ​ໂຣ​ແລນ ເດ​ຣກ ມີ​ຝ້າຍ​ຜູກ​ແຂນ ທີ່​ຊາວ​ບ້ານ​ໄດ້​ມັດ​ໃຫ້ ​ຕັ້ງ​ແຕ່​ເດືອນ​ກຸມ​ພາ ທີ່
​ຜ່ານ​ມາ ແລະ​ບໍ່​ຍອມ​ແກ້​ອອກ. ເມື່ອ​ຖາມ​ວ່າ ປານ​ໃດ​ທ່ານ​ຈະ​ແກ້​ຝ້າຍ​ຜູກ​ແຂນ​ອອກ
ທ່ານເດ​ຣກ ​ ຕ​ອບ​ວ່າ ທ່ານ​ຈະປ່ອຍ​ໃຫ້​ແຕ່​ລະ​ເສັ້ນ​ຂາດ​ອອກ​ເອງ​

XS
SM
MD
LG