ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການນາຊາ ສົ່ງຍານອະວະກາດ ໄປສຶກສາ ເບິ່ງໂງ່ນຫີນ Bennu


ອົງການ NASA ສົ່ງຍານອະວະກາດ ໄປປະຕິບັດງານ ທີ່ໂງ່ນຫີນຫຼື asteroid Bennu.
ອົງການ NASA ສົ່ງຍານອະວະກາດ ໄປປະຕິບັດງານ ທີ່ໂງ່ນຫີນຫຼື asteroid Bennu.

ຍານອະວະກາດລຳ​ນຶ່ງ ຂອງອົງການອະວະກາດສະຫະລັດ ຫຼື NASA ແມ່ນກຳລັງ​ອອກ ເດີນທາງເພື່ອໄປ​ຂຸດເອົາວັດຖຸຈາກພື້ນຜິວຂອງກ້ອນ​ຫີນ​ໃຫຍ່​ຫຼື asteroid ຊື່ວ່າ Bennu ທີ່ອາດຈະເປັນອັນຕະລາຍ ແລະນຳເອົາວັດຖຸ​ດັ່ງກ່າວກັບຄືນສູ່ໂລກເພື່ອທຳການສຶກສາ.

ຍານອາວະກາດ OSIRIS-REx ທີ່ຍາວ 6 ແມັດ ໄດ້ທະຍານຂຶ້ນສູ່ທ້ອງຟ້າຈາກຖານສົ່ງ Cape Canaveral ໃນລັດ Florida ເມື່ອແລງວັນພະຫັດວານນີ້ ໂດຍມີຈະ​ຫຼວດ Atlas V​ ເປັນເຄື່ອງຂັບ​ດັນ.

​ຄຳວ່າ OSIRIS-REx ເປັນອັກສອນຫຍໍ້ມາ​ຈາກ “Origins Spectral Interpretation Resource Identification Security – Regolith Explorer” ເຊິ່ງເປັນຊື່ທີ່ອະທິບາຍ ໃຫ້ຮູ້ເຖິງຄວາມໝາຍ ​ໃນຕົວມັນເອງ ໃນອັນທີ່ ອົງການ NASA ຫວັງວ່າ ຍານດັ່ງກ່າວນີ້ ຈະສຳເລັດເສັດສິ້ນ ​ໃນ​ການ​ປະຕິບັດພາລະກິດ ຊຶ່ງພາລະກິດນີ້ ແມ່ນຈະໃຫ້ຂໍ້ມູນແກ່ອົງ ການ NASA ກ່ຽວກັບທີ່ມາ ແລະ ອົງປະກອບຂອງກ້ອນ​ຫີນໃຫຍ່ທີ່ອຸດົມສົມບູນ​ໄປດ້ວຍ ທາດຄາບອນ ເຊັ່ນ Bennu ນີ້.

ລຸນຫລັງ​ບິນອອກຈາກ ວົງໂຄຈອນຂອງໂລກແລ້ວ ຍານ OSIRIS-REx ຈະໃຊ້ເວລາຢູ່ ໃນອະວະກາດສອງສາມປີ ກ່ອນ​ຈະ​ໄປ​ຮອດ​ກ້ອນ​ຫີນ Bennu ໃນປີ 2018. ​ເວລາ​ຮອດ​ກ້ອນ​ຫີນ​ແລ້ວ ຍານອະວະກາດ ກໍຈະຍື່ນແຂນເຫລັກ ລົງໄປເຈາະເອົາວັດຖຸປະມານ 60 ກຣາມ ແລ້ວກໍສົ່ງຕົວຢ່າງດັ່ງກ່າວກັບຄືນສູ່ໂລກ.

ຕົວຢ່າງ​ພຽງໜ້ອຍດຽວຂອງກ້ອນ​ຫີນ Bennu ຈະມຸ່ງໜ້າກັບຄືນສູ່ໂລກ ດ້ວຍ​ຍານນ້ອຍ SRC ຊຶ່ງ​ເປັນເປັນສ່ວນນຶ່ງ​ຂອງຍານ OSIRIS-REx.

ຍານ​ນ້ອຍ SRC ຈະເຂົ້າແລ່ນເຂົ້າສູ່ບັນຍາກາດຂອງ​ໂລກດ້ວຍຄວາມໄວ ປະມານ 12.4 ກິໂລແມັດຕໍ່ວິນາທີ. ຈ້ອງສອງຜືນຈະ​ເຮັດ​ໃຫ້ຄວາມໄວຂອງຍານ​ນ້ອຍ SRC ຊ້າລົງແລະ ລົງສູ່ພື້ນ​ໂລກດ້ວຍຄວາມປອດໄພ ໃນເຂດທະເລຊາຍຂອງລັດ Utah ໃນເດືອນກັນຍາປີ 2023.

ເປົ້າໝາຍອີກອັນໜຶ່ງ ຂອງພາລະກິດດັ່ງກ່າວນີ້ ກໍແມ່ນເພື່ອຊ່ອຍອົງການ NASA ຊັ່ງຊາ ເບິ່ງວ່າ ກ້ອນ​ຫີນ​ໃຫຍ່​ອື່ນໆເຊັ່ນ Bennu ອາດຈະເປັນໄພຂົ່ມຂູ່ ຕໍ່ພວກເຮົາຢູ່ໃນໂລກນີ້ ຫຼືບໍ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG