ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລູກສອນໄຟ ທີ່ຍິງອອກມາຈາກ ປະເທດເຢເມນ ຖືກກຳປັ່ນຂົນສົ່ງລຳນຶ່ງ


ໃນພາບນີ້ ເມື່ອປີ 2008 ໄດ້ຖືກນຳອອກເຜີຍແຜ່ໂດຍກອງທັບເຮືອສະຫະລັດ, ກຳປັ່ນພິຄາດຕິດລູກສອນໄຟນຳວິຖີ USS Mason ພວມແລ່ນຜ່ານມະຫາສະໝຸດແອດແລນຕິກ.
ໃນພາບນີ້ ເມື່ອປີ 2008 ໄດ້ຖືກນຳອອກເຜີຍແຜ່ໂດຍກອງທັບເຮືອສະຫະລັດ, ກຳປັ່ນພິຄາດຕິດລູກສອນໄຟນຳວິຖີ USS Mason ພວມແລ່ນຜ່ານມະຫາສະໝຸດແອດແລນຕິກ.

ລູກສອນໄຟທີ່ຍິງມາຈາກພື້ນທີ່ຄວບຄຸມໂດຍກຸ່ມຮູທີຂອງເຢເມນ ໄດ້ຖືກກຳປັ່ນຕິດທຸງຂອງປະເທດນໍເວ ຢູ່ໃນຊ່ອງແຄບ ບາບ ອາ-ມານດາບ ໃນວັນອັງຄານມື້ນີ້.

ກອງບັນຊາການ​ໃນພາກຕາເວັນອອກກາງຂອງສະຫະລັດ ຫຼື CENTCOM ໄດ້ກ່າວໃນຖະແຫລງການວ່າ ການໂຈມຕີນັ້ນ ໄດ້ເຮັດໃຫ້ເກີດໄຟໄໝ້ຢູ່ເທິງກຳປັ່ນຊື່ວ່າ STRINDA ແຕ່ວ່າ ບໍ່ມີລາຍງານຂອງການເສຍຊີວິດ ຫຼືບາດເຈັບໃດໆ.

CENTCOM ໄດ້ກ່າວວ່າ ລູກສອນໄຟໄດ້ຖືກປະເມີນວ່າ ເປັນລູກສອນໄຟຕໍ່ຕ້ານກຳປັ່ນ ທີ່ຖືກກຳປັ່ນລຳດັ່ງກ່າວ ຂະນະທີ່ມັນແລ່ນຜ່ານຊ່ອງແຄບ ບາບ ອາລ-ມານດາບ ຊຶ່ງເປັນເສັ້ນທາງເຊື່ອມຕໍ່ກັບ ອ່າວອາເດັນ ແລະທະເລແດງ.

ບໍ່ມີກຳປັ່ນລົບສະຫະລັດ ຢູ່ໃກ້ພື້ນທີ່ດັ່ງກ່າວ ໃນຊ່ວງເວລາທີ່ເກີດການໂຈມຕີ CENTCOM ໄດ້ກ່າວ. ສ່ວນກຳປັ່ນພິຄາດ USS Mason ຂອງກອງທັບເຮືອສະຫະລັດ ກໍໄດ້ເຂົ້າໄປສຳຫຼວດເຫດການດັ່ງກ່າວ ແລະໄດ້ໃຫ້ການຊ່ອຍເຫຼືອແກ່ກຳປັ່ນ STRINDA.

ການໂຈມຕີນັ້ນ ເປັນຄັ້ງຫຼ້າສຸດໂດຍພວກຫົວຮຸນແຮງຮູທີ ທີ່ໜຸນຫຼັງໂດຍອີຣ່ານ ຢູ່ໃນ ຫຼືຢູ່ໃກ້ທະເລແດງ ນອກເໜືອຈາກນັ້ນ ຍັງໄດ້ສົ່ງໂດຣນຫຼາຍລຳ ແລະຍິງລູກສອນໄຟ ທີ່ແນໃສ່ອິສຣາແອລ ນຳດ້ວຍ.

ກຸ່ມຮູທີ ໄດ້ກ່າວໃນວັນເສົາຜ່ານມາວ່າ ພວກເຂົາຈະແນໃສ່ກຳປັ່ນໃດໆ ທີ່ແລ່ນມຸ້ງໜ້າໄປຍັງອິສຣາແອລ ຜ່ານເສັ້ນທາງແລ່ນເຮືອທີ່ສຳຄັນແຫ່ງນີ້ ໂດຍຜ່ານປະເທດເຢເມນ.

A missile fired from a Houthi-controlled area of Yemen struck a Norwegian-flagged tanker in the Bab al-Mandab Strait on Tuesday.

The U.S. Central Command said in a statement that the attack caused a fire on board the tanker STRINDA, but that there were no reported casualties.

CENTCOM said the missile was assessed to be an anti-ship cruise missile that struck the vessel as it passed through the Bab al-Mandab Strait, which links the Gulf of Aden and the Red Sea.

There were no U.S. ships in the vicinity at the time of the attack, CENTCOM said. The U.S. Navy destroyer USS Mason responded to the incident and provided assistance to the STRINDA.

The attack is the latest by the Iran-backed Houthi militants in or near the Red Sea, in addition to the launching of drones and missiles targeting Israel.

The Houthis said Saturday they would target any ships heading to Israel through the vital shipping lanes that pass by Yemen.

Some information for this story came from The Associated Press and Reuters

XS
SM
MD
LG