ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະມົນຕີ ລາວ ຢືນຢັນວ່າ ຈະປູກຕົ້ນໄມ້ໃຫ້ໄດ້ ໃນພື້ນທີ່ 11,000 ເຮັກຕາ


ນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ ປູກຕົ້ນໄມ້ໃນວັນ
ເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ.
ນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ ປູກຕົ້ນໄມ້ໃນວັນ ເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ.

ລັດຖະມົນຕີ ລາວ ຢືນຢັນວ່າຈະປູກຕົ້ນໄມ້ໃຫ້ໄດ້ໃນພື້ນທີ່ 11,000 ເຮັກຕາ ພາຍໃຕ້
ແຜນການຟື້ນຟູສະພາບປ່າໄມ້ໃນປີ 2017 ໂດຍສຸມໃສ່ປູກຕົ້ນໄມ້ຢູ່ເຂດອ່າງໂຕ່ງຂອງ
ເຂື່ອນ ແລະ ຊົນລະປະທານຕ່າງໆ.

ທ່ານ ລຽນ ທິແກ້ວ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ຢືນຢັນວ່າເປົ້າ
ໝາຍສຳຄັນປະການໜຶ່ງຂອງແຜນການເພີ່ມການປົກຫຸ້ມປ່າໄມ້ໃນປີ 2017 ນີ້ກໍຄື
ການຟື້ນຟູສະພາບປ່າໄມ້ໃຫ້ໄດ້ໃນເນື້ອທີ່ 37,000 ເຮັກຕາ ໂດຍແນໃສ່ການເພີ່ມ
ຄວາມໜາແໜ້ນ ຫຼື ການປົກຫຸ້ມຂອງປ່າໄມ້ໃຫ້ໄດ້ເຖິງ 70 ເປີເຊັນຂອງພື້ນທີ່ໃນປີ
2020 ຕາມທີ່ກຳນົດໄວ້ໃນແຜນຍຸດທະສາດປ່າໄມ້ ທັງນີ້ໂດຍການສຸມໃສ່ ແລະ ຊຸກ
ຍູ້ການປູກຕົ້ນໄມ້ໃຫ້ໄດ້ໃນພື້ນທີ່ 11,000 ເຮັກຕາ ໂດຍສະເພາະແມ່ນຢູ່ເຂດອ່າງ
ໂຕ່ງຂອງເຂື່ອນໄຟຟ້າ ແລະ ຄອງຊົນລະປະທານຕ່າງໆນັ້ນ ຖືເປັນພື້ນທີ່ສຳຄັນທີ່ຈະ
ຕ້ອງປູກຕົ້ນໄມ້ໃຫ້ໄດ້ຫຼາຍທີ່ສຸດ ເພາະຈະສົ່ງຜົນດີຕໍ່ການຕອບສະໜອງນໍ້າໃຫ້ແກ່
ການຜະລິດໃນດ້ານກະສິກຳດ້ວຍໃນເວລາດຽວກັນ ດັ່ງທີ່ທ່ານ ລຽນ ໄດ້ໃຫ້ການຢືນ
ຢັນວ່າ.

"ຕາມແຜນການເຮົາຈະປູກໄມ້ໃຫ້ໄດ້ 11,000 ເຮັກຕາໃນທົ່ວປະເທດ ສຸມໃສ່ປູກໃນ
ເຂດອ່າງໂຕ່ງຂອງເຂື່ອນໄຟຟ້າຕ່າງໆທີ່ມີຢູ່ໃນປັດຈຸບັນ ແລະ ຟື້ນຟູປ່າ, ປົກປັກຮັກສາ
ແຫຼ່ງນໍ້າ ເຮັດໃຫ້ການສະໜອງນໍ້າໃຫ້ແກ່ເຂື່ອນໄຟຟ້າຕ່າງໆໄດ້ມີຄວາມຍືນຍົງ ແລະ
ຕາມແຜນທີ່ວາງໄວ້ ນອກຈາກນັ້ນແລ້ວກະຢູ່ໃນເຂດອ່າງໂຕ່ງຂອງຊົນລະປະທານ
ຕ່າງໆ ຈະໄດ້ມີແຜນຟື້ນຟູ ປົກປັກຮັກສາແຫຼ່ງນໍ້າ ເຮັດໃຫ້ໄດ້ມີແຫຼ່ງນໍ້າຕອບສະໜອງ
ພຽງພໍໃຫ້ກັບຄວາມຕ້ອງການຕາມແຜນການນຳໃຊ້ຊົນລະປະທານແບບຍືນຍົງ."

ແຕ່ຢ່າງໃດກໍຕາມ ທ່ານ ລຽນ ກໍໄດ້ປະເມີນສະພາບປ່າໄມ້ໃນ ລາວ ໃນປັດຈຸບັນນີ້ວ່າ
ຍັງຄົງມີຄວາມໜາແໜ້ນເຫຼືອຢູ່ປະມານ 40 ເປີເຊັນຂອງພື້ນທີ່ທັງໝົດ ໝາຍຄວາມ
ວ່າໃນໄລຍະນັບແຕ່ປີ 2017 ນີ້ໄປຈົນເຖິງປີ 2020 ລັດຖະບານ ລາວ ຈະຕ້ອງເພີ່ມ
ການປົກຫຸ້ມຂອງປ່າໄມ້ໃຫ້ໄດ້ໃນອັດຕາສະເລ່ຍ 10 ເປີເຊັນຕໍ່ປີໃນທຸກເຂດແຂວງທົ່ວ
ປະເທດ ໂດຍເຂດໜຶ່ງທີ່ລັດຖະບານ ລາວ ຖືເປັນພື້ນທີ່ເປົ້າໝາຍສຳຄັນທີ່ຈະຕ້ອງປະ
ກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດເພື່ອໃຫ້ບັນລຸເປົ້າໝາຍ ກໍຄືເຂດປ່າສະຫງວນ
ແຫ່ງຊາດ.

ທາງດ້ານທ່ານ ສຸຊາດ ໄຊຍະກຸມານ ຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້
ໃຫ້ການຍອມຮັບວ່າເປັນການຍາກ ແລະ ເປັນສິ່ງທີ່ທ້າທາຍຫຼາຍທີ່ຈະເພີ່ມການປົກ
ຫຸ້ມຂອງປ່າໄມ້ໃນ ລາວ ໃຫ້ໄດ້ 70 ເປີເຊັນຂອງພື້ນທີ່ທັງໝົດໃນປີ 2020 ເພາະການ
ຈັດຕັ້ງປະຕິບັດນັບຕັ້ງແຕ່ປີ 2005 ເປັນຕົ້ນມາໄດ້ປະເຊີນກັບບັນຫາຫຼາຍດ້ານ ລວມ
ເຖິງບັນຫາໃນການປະສານງານ ລະຫວ່າງ ໜ່ວຍງານຂອງລັດຖະບານ ລາວ ນັ້ນ ດັ່ງ
ທີ່ທ່ານໄດ້ໃຫ້ການຢືນຢັນວ່າ.

"ພາຍຫຼັງທີ່ພວກເຮົາເຮັດຍຸດທະສາດປ່າໄມ້ສຳເລັດໃນປີ 2005 ກໍໄດ້ຄາດໝາຍສູ້ຊົນ
ໄວ້ ເຮັດແນວໃດສິເພີ່ມການປົກຫຸ້ມຂອງປ່າໄມ້ໄດ້ 70 ເປີເຊັນ ຂະແໜງປ່າໄມ້ຜູ້ດຽວ
ກໍບໍ່ສາມາດທີ່ຈະເຮັດຫຼ້ອນໄດ້ ມັນຕ້ອງແມ່ນການປະກອບສ່ວນຂອງທຸກຂະແໜງການ
ແລະ ທຸກພາກສ່ວນໃນສັງຄົມ ເພາະວ່າພວກເຮົາກໍເສຍເວລາມາ ໃນໄລຍະນັ້ນພວກ
ເຮົາມີບັນຫາ ເປັນຕົ້ນແມ່ນເລື່ອງການຈັດຕັ້ງ ກະມີການແຍກ ລະຫວ່າງ ປ່າສະຫງວນ,
ປ່າຜະລິດ, ປ່າປ້ອງກັນ ໃນເວລານັ້ນເພີ່ນກະມອບໝາຍໃຫ້ກະຊວງຊັບພະຍາກອນ
ເປັນຜູ້ຮັບຜິດຊອບ ຊຶ່ງລະບົບກົນໄກປະສານງານການເຮັດວຽກໃນເວລານັ້ນ ພວກ
ເຮົາກະບໍ່ທັນໄດ້ດີເທົ່າທີ່ຄວນ."

ໂດຍການສຳຫຼວດພົບວ່າ ຄວາມໜາແໜ້ນຂອງປ່າໄມ້ໃນ ລາວ ໄດ້ຫຼຸດລົງຈາກ 17
ລ້ານເຮັກຕາ ຫຼື 71 ເປີເຊັນຂອງພື້ນທີ່ທັງໝົດໃນປີ 1960 ມາເປັນ 9.4 ລ້ານເຮັກຕາ
ຫຼື 40 ເປີເຊັນຂອງພື້ນທີ່ທັງໝົດໃນປັດຈຸບັນ ໂດຍມີສາເຫດທີ່ສຳຄັນມາຈາກການລັກ
ລອບຕັດໄມ້ເກີນໂຄຕ້າ ທີ່ໄດ້ຮັບອະນຸຍາດສຳປະທານຈາກທາງການ ລາວ ທັງໃນລະ
ດັບສູນກາງ ແລະ ອຳນາດການປົກຄອງລະດັບທ້ອງຖິ່ນ ທັງຍັງບໍ່ມີການປະສານງານ
ກັນຢ່າງມີປະສິດທິພາບອີກດ້ວຍ.

ໂດຍເຖິງແມ່ນວ່າ ລັດຖະບານ ລາວ ຈະໄດ້ຈັດສັນປ່າໄມ້ໃນ 51 ເຂດໃຫ້ເປັນເຂດປ່າ
ຜະລິດ ຊຶ່ງຄິດເປັນພື້ນທີ່ກວ້າງເຖິງ 3.1 ລ້ານເຮັກຕາທີ່ມອບໝາຍໃຫ້ປະຊາຊົນໃນ
442 ພື້ນທີ່ຮັບຜິດຊອບໃນການຄຸ້ມຄອງ ແລະ ເກັບເອົາຜົນປະໂຫຍດ ອັນຖືເປັນສ່ວນ
ໜຶ່ງໃນການເພີ່ມການປົກຫຸ້ມຂອງປ່າໄມ້ກໍຕາມ ແຕ່ວ່າການລັກລອບຕັດໄມ້ໃນເຂດປ່າສະຫງວນກໍຍັງເປັນບັນຫາທີ່ຈະຕ້ອງປາບປາມຢ່າງເດັດຂາດຕໍ່ໄປ.

XS
SM
MD
LG