ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະມົນຕີ ລາວ ຢືນຢັນວ່າ ນັກທຸລະກິດ ຈີນ ຍັງຈະລົງທຶນ ກໍ່ສ້າງ ເຂື່ອນໄຟຟ້າໃນ ລາວຕໍ່ໄປ


ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າອູທີ່ລົງທຶນກໍ່ສ້າງໂດຍກຸ່ມບໍລິ
ສັດຈາກ ຈີນ ຈະສ້າງມູນຄ່າ ແລະ ຜົນປະໂຫຍດທາງເສດ
ຖະກິດໃຫ້ແກ່ປະຊາຊົນ ລາວ ໃນແຂວງຫຼວງພະບາງຢ່າງ
ຫຼວງຫຼາຍ.
ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າອູທີ່ລົງທຶນກໍ່ສ້າງໂດຍກຸ່ມບໍລິ ສັດຈາກ ຈີນ ຈະສ້າງມູນຄ່າ ແລະ ຜົນປະໂຫຍດທາງເສດ ຖະກິດໃຫ້ແກ່ປະຊາຊົນ ລາວ ໃນແຂວງຫຼວງພະບາງຢ່າງ ຫຼວງຫຼາຍ.

ລັດຖະມົນຕີ ລາວ ຢືນຢັນວ່າ ນັກທຸລະກິດ ຈີນ ຍັງຈະລົງທຶນກໍ່ສ້າງເຂື່ອນໄຟຟ້າໃນ
ລາວ ເພີ່ມຂຶ້ນອີກຢ່າງບໍ່ຢຸດຢັ້ງ ໂດຍໃນປັດຈຸບັນການລົງທຶນໃນພາກພະລັງງານຂອງ
ຈີນ ໄດ້ກ້າວຂຶ້ນເປັນອັນດັບ 1 ໃນ ລາວ ແລ້ວ.

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ຢືນຢັນ
ວ່າບັນດານັກທຸລະກິດ ຈີນ ຍັງຄົງພາກັນໃຫ້ຄວາມສຳຄັນທີ່ຈະລົງທຶນກໍ່ສ້າງເຂື່ອນໄຟ
ຟ້າໃນ ລາວ ເພີ່ມຂຶ້ນນັບມື້ ໂດຍສະເພາະພາຍຫຼັງການຢ້ຽມຢາມທາງການຂອງທ່ານ
ສີ ຈິ່ນຜິງ ປະທານປະເທດ ຈີນ ຕາມການເຊີນຂອງທ່ານ ບຸນຍັງ ວໍລະຈິດ ປະທານປະ
ເທດ ລາວ ໃນວັນທີ 13-14 ພະຈິກ 2017 ຊຶ່ງໄດ້ມີການຕົກລົງເປັນຄູ່ຮ່ວມຍຸດທະ
ສາດດ້ານພະລັງງານໄຟຟ້າລະຫວ່າງ ລາວ ກັບ ຈີນ ດ້ວຍນັ້ນ ກໍຍິ່ງເຮັດໃຫ້ເຊື່ອໝັ້ນ
ວ່າ ການລົງທຶນດ້ານພະລັງງານໄຟຟ້າຂອງ ຈີນ ໃນ ລາວ ຈະເພີ່ມຂຶ້ນຢ່າງວ່ອງໄວອີກ
ດ້ວຍ.

ໂດຍໃນປັດຈຸບັນ ການລົງທຶນດ້ານພະລັງງານໄຟຟ້າຂອງ ຈີນ ໄດ້ກ້າວຂຶ້ນເປັນອັນ
ດັບທີ 1 ໃນ ລາວ ຢ່າງສົມບູນແບບແລ້ວ ຊຶ່ງກໍໄດ້ສົ່ງຜົນດີຕໍ່ການພັດທະນາທາງເສດ
ຖະກິດໃນ ລາວ ອີກດ້ວຍ ເພາະໄດ້ກໍ່ສ້າງສຳເລັດແລ້ວຫຼາຍໂຄງການ ແລະ ໄດ້ສືບ
ຕໍ່ການກໍ່ສ້າງໃນຫຼາຍໂຄງການ ທັງຍັງໄດ້ກະກຽມການກໍ່ສ້າງອີກຫຼາຍໂຄງການດ້ວຍ
ນັ້ນເອງ ດັ່ງທີ່ທ່ານ ຄຳມະນີ ໄດ້ໃຫ້ການຢືນຢັນວ່າ.

"ບັນດາໂຄງການໄຟຟ້າທີ່ໄດ້ມີການຜະລິດແລ້ວມີໂຄງການນໍ້າລີກ 1-2, ນໍ້າງື່ມ 5,
ນໍ້າງຽບ 3, ນໍ້າງຽບ 2, ນໍ້າອູ 2, ນໍ້າອູ 5, ນໍ້າອູ 6, ໂຄງການນໍ້າແບງ, ໂຄງການນໍ້າມັງ
1, ບັນດາໂຄງການໄຟຟ້າທີ່ຢູ່ໃນໄລຍະກໍ່ສ້າງ ມີໂຄງການນໍ້າທາ 1, ນໍ້າອູ 1, ນໍ້າອູ 3,
ນໍ້າອູ 4, ນໍ້າອູ 7 ແລະ ໂຄງການໄຟຟ້າຄວາມຮ້ອນຖ່ານຫີນຫົວເມືອງ ແຂວງຫົວພັນ,
ບັນດາໂຄງການທີ່ຢູ່ໃນໄລຍະກະກຽມການກໍ່ສ້າງນັ້ນມີເຂື່ອນໄຟຟ້າຢູ່ຕາມລຳນໍ້າຂອງ,
ຄືຈຸດປາກແບງ, ຈຸດສານະຄາມ ເຊລະນອງ 1."

ທາງດ້ານທ່ານ ສາຍສະໝອນ ຄົມທະວົງ ປະທານສະພາປະຊາຊົນຂັ້ນແຂວງ ຫຼວງພະ
ບາງ ໃຫ້ການຢືນຢັນວ່າ ໂຄງການກໍ່ສ້າງເຂື່ອນໄຟຟ້າ ນໍ້າອູທີ່ລົງທຶນກໍ່ສ້າງໂດຍກຸ່ມບໍລິ
ສັດຈາກ ຈີນ ນັ້ນຈະສ້າງມູນຄ່າ ແລະ ຜົນປະໂຫຍດທາງເສດຖະກິດໃຫ້ກັບປະຊາຊົນ
ລາວ ໃນແຂວງຫຼວງພະບາງຢ່າງຫຼວງຫຼາຍ ເພາະໂຄງການເຂື່ອນນໍ້າອູ ບໍ່ພຽງແຕ່ຈະ
ຜະລິດພະລັງງານໄດ້ເທົ່ານັ້ນ ຫາກແຕ່ຍັງຈະຕອບສະໜອງນໍ້າໃຫ້ກັບພື້ນທີ່ກະສິກຳ
ສ່ວນອ່າງຕົ່ງ ກໍຍັງສາມາດລ້ຽງປາ ແລະ ພັດທະນາເປັນແຫຼ່ງທ່ອງທ່ຽວໄດ້ອີກດ້ວຍ.

ແຕ່ຢ່າງໃດກໍຕາມ ທ່ານ ຄຳມະນີ ກໍຍອມຮັບວ່າ ການເກັບກຳຂໍ້ມູນ ກ່ຽວກັບ ປະຊາຊົນ
ທີ່ຖືກກະທົບຈາກໂຄງການເຂື່ອນນໍ້າອູໃນໄລຍະຜ່ານມາຍັງເຮັດບໍ່ໄດ້ດີ ໂດຍສະເພາະ
ແມ່ນການປະເມີນຄ່າເສຍຫາຍທີ່ຈະຕ້ອງຊົດເຊີຍໃຫ້ກັບປະຊາຊົນທີ່ຖືກເວນຄືນທີ່ດິນ
ແລະ ສິ່ງປູກສ້າງຍັງຈະຕ້ອງເກັບກຳຂໍ້ມູນຢ່າງລະອຽດອີກເທື່ອໃໝ່ ເພາະມີຫາງສຽງ
ຈາກປະຊາຊົນທີ່ຖືກກະທົບວ່າ ພວກເຂົາເຈົ້າຍັງບໍ່ໄດ້ຮັບການຊົດເຊີຍທີ່ເປັນທຳ ດ້ວຍ
ເຫດນີ້ຈຶ່ງເຮັດໃຫ້ທາງການກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມກັບອຳນາດການປົກ
ຄອງລະດັບທ້ອງຖິ່ນທີ່ກ່ຽວຂ້ອງ ຈະຕ້ອງຮ່ວມກັນສຳຫຼວດ ແລະ ເກັບກຳຂໍ້ມູນຢ່າງລະ
ອຽດອີກເທື່ອໃໝ່ ເພື່ອນຳມາປະກອບການພິຈາລະນາ ແລະ ປະເມີນຄ່າຊົດເຊີຍໃຫ້
ຖືກຕ້ອງຕາມກົດໝາຍຕໍ່ໄປ.

ໂດຍຈາກການສຳຫຼວດ ແລະ ເກັບກຳຂໍ້ມູນໃນໄລຍະກ່ອນໜ້ານີ້ ພົບວ່າມີປະຊາຊົນ
ລາວ 2,000 ກວ່າຄົວເຮືອນ ຫຼື 10,000 ກວ່າຄົນໃນ 28 ບ້ານທີ່ໄດ້ຮັບຜົນກະທົບ
ຈາກໂຄງການກໍ່ສ້າງເຂື່ອນນໍ້າອູທັງ 7 ໂຄງການ ຊຶ່ງຜ່ານມາກໍລາຍງານວ່າ ກຸ່ມຜູ້ລົງ
ທຶນໃນໂຄງການໄດ້ຈ່າຍເງິນຊົດເຊີຍຄ່າທີ່ດິນ ແລະ ສິ່ງປູກສ້າງໃຫ້ກັບປະຊາຊົນ ລາວ
ທີ່ຖືກກະທົບຈາກໂຄງການເຂື່ອນນໍ້າອູ 2, 5 ແລະ 6 ໄປແລ້ວ ແຕ່ວ່າຈາກການສຳຫຼວດ
ແລະ ເກັບກຳຂໍ້ມູນໂດຍອົງການແມ່ນໍ້າສາກົນ ພົບວ່າ ຈະມີປະຊາຊົນ ລາວ ໃນ 89
ບ້ານທັງໃນແຂວງຜົ້ງສາລີ, ແຂວງອຸດົມໄຊ ແລະ ແຂວງຫຼວງພະບາງ ທີ່ໄດ້ຮັບຜົນກະ
ທົບຈາກໂຄງການເຂື່ອນນໍ້າອູ ຊຶ່ງສ່ວນໃຫຍ່ຍັງບໍ່ທັນໄດ້ຮັບການຊົດເຊີຍແຕ່ຢ່າງໃດ
ເລີຍ.

ທາງດ້ານກຸ່ມບໍລິສັດ Power China ຈຳກັດຈາກ ຈີນ ລາຍງານວ່າການກໍ່ສ້າງເຂື່ອນ
ໄຟຟ້ານໍ້າອູ ທັງ 7 ໂຄງການຈະແລ້ວສຳເລັດພາຍໃນປີ 2020 ດ້ວຍເງິນລົງທຶນລວມ
2,800 ລ້ານໂດລາ ໂດຍທັງ 7 ໂຄງການຈະມີກຳລັງຕິດຕັ້ງລວມ 1,272 ເມກະວັດ
ໂດຍຈະຂະຫຍາຍໃຫ້ລັດວິສາຫະກິດໄຟຟ້າ ລາວ (EDL) ໄດ້ເກີນກວ່າ 2,590 ລ້ານ
ກິໂລວັດ/ໂມງຕໍ່ປີສຳລັບຕອບສະໜອງໃຫ້ກັບການຊົມໃຊ້ພາຍໃນ ລາວ ນັບແຕ່ປີ
2020 ເປັນຕົ້ນໄປ.

XS
SM
MD
LG