ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະມົນຕີ ລາວ ສັ່ງໃຫ້ເລັ່ງ ຄວາມພ້ອມ ໃນການກະກຽມ ປີທ່ອງທ່ຽວ ລາວ-ຈີນ 2019


ບຸນຊ້າງໃນແຂວງໄຊຍະບູລີ.
ບຸນຊ້າງໃນແຂວງໄຊຍະບູລີ.

ລັດຖະມົນຕີລາວ ສັ່ງການໃຫ້ທຸກພາກສ່ວນ ເລັ່ງດຳເນີນການກະກຽມຄວາມພ້ອມ ໃນ
ທຸກໆດ້ານ ເພື່ອຮອງຮັບການຮ່ວມມື ລະຫວ່າງ ລາວ ກັບ ຈີນ ໃນການຈັດຕັ້ງປະຕິບັດ
ປີການທ່ອງທ່ຽວ ລາວ-ຈີນ ໃນຕະຫຼອດປີ 2019.

ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ
ໄດ້ໃຫ້ການຢືນຢັນວ່າ ພາຍຫຼັງທີ່ລັດຖະບານ ລາວ ແລະ ຈີນ ໄດ້ຕົກລົງໃນຫຼັກການ
ຮ່ວມກັນ ກ່ຽວກັບ ການກຳນົດໃຫ້ປີ 2019 ເປັນປີສົ່ງເສີມການທ່ອງທ່ຽວ ລະຫວ່າງ
ລາວ ແລະ ຈີນ ໂດຍການຕົກລົງດັ່ງກ່າວ ໄດ້ມີຂຶ້ນໃນໂອກາດທີ່ ທ່ານ ບຸນຍັງ ວໍລິຈິດ
ປະທານປະເທດ ລາວ ເດີນທາງໄປຢ້ຽມຢາມປະເທດ ຈີນ ຢ່າງເປັນທາງການ ໃນ
ເດືອນພຶດສະພາ 2018 ທີ່ຜ່ານມາ ແລະ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ
ທ່ອງທ່ຽວຂອງລາວ ກັບ ຈີນ ກໍໄດ້ຈັດກອງປະຊຸມຮ່ວມກັນ ເພື່ອກຳນົດລາຍລະອຽດ
ການຮ່ວມມືຕ່າງໆ ຢ່າງຮອບດ້ານແລ້ວນັ້ນ ແລະ ມາຮອດປັດຈຸບັນການກະກຽມ
ຄວາມພ້ອມໃນດ້ານຕ່າງໆ ຢູ່ພາຍໃນ ລາວ ກໍກຳລັງດຳເນີນໄປຢ່າງຕັ້ງໜ້າ ໂດຍ
ສະເພາະ ແມ່ນການກຽມຄວາມພ້ອມຂອງບັນດາໂຮງແຮມ, ຮ້ານອາຫານ ແລະ
ສະຖານທີ່ທ່ອງທ່ຽວຕ່າງໆ ເພື່ອຮອງຮັບນັກທ່ອງທ່ຽວຈີນ ທີ່ຄາດວ່າ ຈະເດີນທາງ
ມາລາວ ຫຼາຍຂຶ້ນໃນຕະຫຼອດປີ 2019 ດັ່ງທີ່ ທ່ານ ບໍ່ແສງຄຳ ໄດ້ໃຫ້ການຢືນຢັນວ່າ

“ໃນເບື້ອງຕົ້ນໄດ້ສົມທົບກັບຝ່າຍ ຈີນ ຈະສ້າງບັນດາກິດຈະກຳຕ່າງໆ ເພື່ອໂຄສະນາ
ໃຫ້ນັກທ່ອງທ່ຽວ ຈີນ ເຂົ້າມາປະເທດຂອງພວກເຮົາໃຫ້ຫຼາຍຂຶ້ນ ສະນັ້ນ ພວກເຂົາເຈົ້າ
ກໍໄດ້ມີແຜນຈະສົມທົບກັບຜະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຂອງ
ແຂວງຕ່າງໆໃນທົ່ວປະເທດ ໃນການພະຍາຍາມສົມທົບກັບຮ້ານອາຫານ, ໂຮງແຮມ
ເພື່ອກະກຽມຄວາມພ້ອມ ໃນການຮອງຮັບນັກທ່ອງທ່ຽວ ຈີນ ທີ່ຈະເພີ່ມຂຶ້ນໃນປີ 2019
ນີ້.”

ບັນດາຊົນເຜົ່າຕ່າງໆຂອງລາວ ພາກັນອອກມາ ສ້າງຂະບວນການຕ້ອນຮັບ ປີການທ່ອງທ່ຽວ ລາວ-ຈີນ 2019
ບັນດາຊົນເຜົ່າຕ່າງໆຂອງລາວ ພາກັນອອກມາ ສ້າງຂະບວນການຕ້ອນຮັບ ປີການທ່ອງທ່ຽວ ລາວ-ຈີນ 2019

ແຕ່ຢ່າງໃດກໍຕາມ ທ່ານ ບໍ່ແສງຄຳ ຍອມຮັບວ່າພາກສ່ວນທີ່ໄດ້ຮັບຜົນປະໂຫຍດຈາກ
ນັກທ່ອງທ່ຽວຊາວ ຈີນ ທີ່ເດີນທາງເຂົ້າມາໃນ ລາວ ໃນໄລຍະທີ່ຜ່ານມາກໍຄືບັນດານັກ
ທຸລະກິດ ຈີນ ທີ່ລົງທຶນໃນພາກທຸລະກິດບໍລິການ ແລະ ທ່ອງທ່ຽວຢ່າງຄົບວົງຈອນໃນ
ລາວ ຊຶ່ງກໍເຮັດໃຫ້ນັກທຸລະກິດ ຈີນ ເຫຼົ່ານີ້ໄດ້ຮັບຜົນປະໂຫຍດໃນຖານະທີ່ເປັນເຈົ້າ
ຂອງກິດຈະການໂຮງແຮມ, ຮ້ານອາຫານ ແລະ ສະຖານບັນເທີງຕ່າງໆ ອີກທັງຍັງເປັນ
ເຈົ້າຂອງບໍລິສັດທ່ອງທ່ຽວ ທີ່ນຳພາບັນດານັກທ່ອງທ່ຽວຊາວ ຈີນ ເຂົ້າມາໃນ ລາວ ອີກ
ດ້ວຍ ໂດຍໃນປີ 2016-2017 ຜ່ານມາກໍປາກົດວ່າມີນັກທ່ອງທ່ຽວຊາວ ຈີນ ເດີນທາງ
ເຂົ້າມາໃນລາວຈຳນວນຫຼາຍກວ່າ 1 ລ້ານ 2 ແສນຄົນ ຊຶ່ງດ້ວຍສະພາບການດັ່ງກ່າວ
ຈຶ່ງເຮັດໃຫ້ທຸລະກິດບໍລິການ ແລະ ທ່ອງທ່ຽວຂອງລາວ ຈະຕ້ອງປັບປຸງຕົວເອງ ເພື່ອໃຫ້
ສາມາດແຂ່ງຂັນກັບບັນດານັກທຸລະກິດ ຈີນ ໃຫ້ໄດ້ທັງໃນດ້ານບຸກຄະລາກອນ ແລະ
ຄຸນນະພາບການໃຫ້ບໍລິການທີ່ລວມເຖິງສິ່ງອຳນວຍຄວາມສະດວກສະບາຍຕ່າງໆຢ່າງ
ຄົບຖ້ວນອີກດ້ວຍ.

ທາງດ້ານທ່ານນາງ ບຸນທັດ ອິນທະປັນຍາ ຮອງເຈົ້າແຂວງໄຊຍະບູລີ ໄດ້ຢືນຢັນວ່າ
ທຸລະກິດບໍລິການ ແລະ ທ່ອງທ່ຽວ ໃນແຂວງໄຊຍະບູລີ ມີທ່າທາງຂະຫຍາຍຕົວເພີ່ມຂຶ້ນ
ຢ່າງຕໍ່ເນື່ອງ ໂດຍໃນປີ 2017 ທີ່ຜ່ານມາກໍປາກົດວ່າມີນັກທ່ອງທ່ຽວຕ່າງຊາດເດີນທາງ
ເຂົ້າມາໃນແຂວງໄຊຍະບູລີ ຈຳນວນ 150,000 ກວ່າຄົນເຮັດໃຫ້ພາກທຸລະກິດບໍລິການ
ແລະທ່ອງທ່ຽວຂອງແຂວງໄຊຍະບູລີ ມີລາຍຮັບລວມເກີນກວ່າ 6 ລ້ານ 5 ແສນໂດລາ
ສ່ວນໃນປີທ່ອງທ່ຽວ 2018 ນີ້ກໍຄາດໝາຍວ່າຈະມີນັກທ່ອງທ່ຽວຊາວຕ່າງຊາດເດີນທາງ
ເຂົ້າມາໃນແຂວງໄຊຍະບູລີ ຫຼາຍກວ່າ 300,000 ຄົນຊຶ່ງຈະເຮັດໃຫ້ພາກບໍລິການ ແລະ
ທ່ອງທ່ຽວ ມີລາຍຮັບເກີນກວ່າ 18 ລ້ານໂດລາ ທັງຍັງເປັນປັດໃຈທີ່ຈະດຶງດູດການລົງທຶນ
ຈາກຕ່າງປະເທດໄດ້ເພີ່ມຂຶ້ນດ້ວຍ ໂດຍສະເພາະແມ່ນການລົງທຶນຈາກ ຈີນ ນັ້ນຖືກເປັນ
ພາກສ່ວນທີ່ລົງທຶນພາກການທ່ອງທ່ຽວໃນແຂວງ ໄຊຍະບູລີ ຫຼາຍທີ່ສຸດ.

ສ່ວນທ່ານ ກົງທອງ ພົງວິຈິດ ຮອງລັດຖະມົນຕີປ້ອງກັນຄວາມສະຫງົບພາຍໃນ ໃຫ້ການ
ຢືນຢັນວ່າການດຳເນີນທຸລະກິດພາກບໍລິການ ແລະ ທ່ອງທ່ຽວທີ່ຜິດລະບຽບກົດໝາຍ
ໃນລາວ ຍັງເກີດຂຶ້ນຢ່າງກວ້າງຂວາງ ຊຶ່ງບໍ່ພຽງແຕ່ຈະເຮັດໃຫ້ເກີດບັນຫາຫຍໍ້ທໍ້ທາງ
ສັງຄົມໃນ ລາວ ເພີ່ມຂຶ້ນເທົ່ານັ້ນ ແຕ່ຍັງໄດ້ກະທົບຜົນປະໂຫຍດໂດຍລວມໃນພາກ
ທຸລະກິດບໍລິການ ແລະ ທ່ອງທ່ຽວໃນ ລາວ ດ້ວຍດັ່ງທີ່ທ່ານຢືນຢັນວ່າ

“ຍັງມີບາງບໍລິສັດໄດ້ໃຫ້ຄົນຕ່າງປະເທດ ເຊົ່າກິດຈະການຂອງຕົນໂດຍຂັດກັບກົດໝາຍ
ແລະ ລະບຽບການຂອງ ສປປ ລາວ ເຮົາ, ຄົນຕ່າງປະເທດກະມີຈຳນວນນຶ່ງ ໄດ້ມາເປັນ
ຜູ້ປະກອບການຂະແໜງທ່ອງທ່ຽວໂດຍບໍ່ມີບັດອອກແຮງງານ ແລະ ໃບອະນຸຍາດພັກ
ເຊົາເປັນການລັກປະກອບອາຊີບຢ່າງບໍ່ຖືກຕ້ອງ.”

ທາງດ້ານສະມາຄົມວິໄຈການທ່ອງທ່ຽວອາຊຽນ (ATRA) ລາຍຮັບຈາກການທ່ອງທ່ຽວ
ໃນລາວ ມີອັດຕາສະເລ່ຍຕໍ່າກວ່າປະເທດສະມາຊິກໃນອາຊຽນດ້ວຍກັນທີ່ມີລາຍຮັບ
ຈາກການທ່ອງທ່ຽວໃນອັດຕາສະເລ່ຍ 12 ເປີເຊັນ ຂອງຍອດຜະລິດຕະພັນລວມ
(GDP) ແຕ່ລາວກັບມີລາຍຮັບພຽງ 7 ເປີເຊັນຂອງ GDP ເທົ່ານັ້ນ.

XS
SM
MD
LG