ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ມີເດັກນ້ອຍ 106 ຄົນ ຕ້ອງກາຍເປັນ ກຳພ້າ ຍ້ອນເຂື່ອນແຕກ ຢູ່ ອັດຕະປື


ພວກເດັກນ້ອຍຂອງເມືອງສະໜາມໄຊ ຈຳນວນນຶ່ງ ອາໄສຢູ່ໃນສະຖານທີ່ພັກຊົ່ວຄາວ ເຊິ່ງ 106 ຄົນ ໄດ້ກາຍເປັນ ເດັກກຳພ້າ ເພາະວ່າ ພໍ່ແມ່ໄດ້ເສຍຊີວິດໄປ ຍ້ອນໄພນ້ຳຖ້ວມ ຄັ້ງໃຫຍ່ ທີ່ເກີດຈາກເຫດເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ
ແຕກ ທີ່ເມືອງສະໜາມໄຊ ແຂວງອັດຕະປື.
ພວກເດັກນ້ອຍຂອງເມືອງສະໜາມໄຊ ຈຳນວນນຶ່ງ ອາໄສຢູ່ໃນສະຖານທີ່ພັກຊົ່ວຄາວ ເຊິ່ງ 106 ຄົນ ໄດ້ກາຍເປັນ ເດັກກຳພ້າ ເພາະວ່າ ພໍ່ແມ່ໄດ້ເສຍຊີວິດໄປ ຍ້ອນໄພນ້ຳຖ້ວມ ຄັ້ງໃຫຍ່ ທີ່ເກີດຈາກເຫດເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ແຕກ ທີ່ເມືອງສະໜາມໄຊ ແຂວງອັດຕະປື.

ລັດຖະມົນຕີລາວ ຢືນຢັນວ່າ ກະຊວງສຶກສາທິການ ແລະກິລາ ໄດ້ໃຫ້ການຊ່ອຍເຫຼືອ
ເດັກນ້ອຍ 106 ຄົນ ທີ່ຕ້ອງກາຍເປັນເດັກກຳພ້າ ຍ້ອນໄພນ້ຳຖ້ວມຄັ້ງໃຫຍ່ ຈາກເຫດ
ເຂື່ອນໄຟຟ້າແຕກ ຢູ່ທີ່ເມືອງສະໜາມໄຊ.

ທ່ານນາງແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີວ່າການ ກະຊວງສຶກສາທິການ ແລະ
ກິລາ ຢືນຢັນວ່າ ມີເດັກນ້ອຍ 106 ຄົນ ທີ່ກາຍເປັນເດັກກຳພ້າ ເພາະວ່າ ພໍ່ແມ່ໄດ້ເສຍ
ຊີວິດໄປ ຍ້ອນໄພນ້ຳຖ້ວມຄັ້ງໃຫຍ່ ທີ່ເກີດຈາກເຫດເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ
ແຕກ ທີ່ເມືອງສະໜາມໄຊ ແຂວງອັດຕະປື ນັບຕັ້ງແຕ່ ວັນທີ 23 ກໍລະກົດ 2018 ເປັນ
ຕົ້ນມາ ໂດຍໃນປັດຈຸບັນນີ້ ເດັກກຳພ້າທັງ 106 ຄົນດັ່ງກ່າວ ກໍໄດ້ຮັບການຊ່ອຍເຫຼືອ
ດ້ວຍການໃຫ້ໄປຢູ່ປະຈຳທີ່ໂຮງຮຽນສາມັນຊົນເຜົ່າ ແລະເດັກກຳພ້າ ແຂວງອັດຕະປື
ໂດຍທີ່ກະຊວງສຶກສາທິການ ແລະກິລາ ໃຫ້ການອຸດໜູນໃນທຸກໆດ້ານ.

ທ່ານນາງແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີວ່າການ ກະຊວງສຶກສາທິການ ແລະ ກິລາ
ທ່ານນາງແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີວ່າການ ກະຊວງສຶກສາທິການ ແລະ ກິລາ

ໂດຍກ່ອນໜ້ານີ້ ທ່ານນາງແສງເດືອນ ໄດ້ຮັບລາຍງານເບື້ອງຕົ້ນວ່າ ມີເດັກຫລາຍກວ່າ
300 ຄົນ ທີ່ຕ້ອງກາຍເປັນເດັກກຳພ້າ ເພາະໄພນ້ຳຖ້ວມຄັ້ງນີ້ ແຕ່ເມື່ອໄດ້ລົງໄປເກັບກຳ
ຂໍ້ມູນໃນພື້ນທີ່ ກໍພົບວ່າ ມີເດັກກຳພ້າຕົວຈິງ ຈຳນວນ 106 ຄົນ ທີ່ພໍ່ແມ່ໄດ້ເສຍຊີວິດໄປ
ຍ້ອນໄພນ້ຳຖ້ວມຄັ້ງນີ້ ດັ່ງທີ່ ທ່ານນາງ ແສງເດືອນ ໄດ້ໃຫ້ການຢືນຢັນວ່າ:

“ເດັກນ້ອຍກຳພ້ານີ້ ເບື້ອງຕົ້ນຂ້າພະເຈົ້າກະໄດ້ຮັບຂໍ້ມູນປະມານ 300 ກວ່າ ເວລາ
ນັ້ນ ກະເກັບກຳບໍ່ທັນໄດ້ແດ່ ຂ້າພະເຈົ້າກະຄິດວ່າ ຈະປະມານນັ້ນ ແຕ່ບັດເກັບກຳ
ລົງເລິກຕົວຈິງແລ້ວ ມີແຕ່ 106 ຄົນ ພວກເຮົາກະສາມາດເອົາມາຮຽນ ຢູ່ໂຮງຮຽນ
ຊົນເຜົ່າ ແຂວງອັດຕະປືເອງ ໂດຍກະຊວງຈະສະໜອງເບ້ຍລ້ຽງໃຫ້.”

ແຕ່ຢ່າງໃດກໍຕາມ ດ້ວຍຜົນເສຍຫາຍຈາກໄພນ້ຳຖ້ວມຄັ້ງໃຫຍ່ດັ່ງກ່າວ ກໍເຮັດໃຫ້ເມືອງ
ສະໜາມໄຊ ສາມາດເປີດຮຽນໄດ້ ສະເພາະນັກຮຽນໃນລະດັບຊັ້ນມັດທະຍົມ ປີທີ 3
ເຖິງປີທີ 7 ເທົ່ານັ້ນ ເມື່ອວັນທີ 3 ກັນຍາ ທີ່ຜ່ານມາ ຊຶ່ງເປັນມື້ເປີດສົກຮຽນໃໝ່ ປະຈຳປີ
2018-2019 ໃນທົ່ວປະເທດລາວ ສ່ວນນັກຮຽນໃນລະດັບຊັ້ນປະຖົມເຖິງຊັ້ນມັດທະຍົມ
ປີທີ 2 ນັ້ນ ກໍໄດ້ເລື່ອນມາເປີດສົກຮຽນໃໝ່ ໃນວັນທີ 17 ກັນຍາ ເພາະໂຮງຮຽນສ່ວນ
ໃຫຍ່ ໄດ້ຮັບຄວາມເສຍຫາຍຢ່າງສິ້ນເຊີງ ຈຶ່ງຕ້ອງມີການກໍ່ສ້າງອາຄານຮຽນຊົ່ວຄາວ
ໃຫ້ກ່ອນ ດັ່ງທີ່ ທ່ານພວງມາໄລ ທິບຜ່ອງໃສ ຮອງຫົວໜ້າພະແນກສຶກສາທິການ ແລະ
ກິລາ ເມືອງສະໜາມໄຊ ຢືນຢັນວ່າ:

“ທີ່ມີຜົນກະທົບໜັກ ໂດຍສະເພາະແມ່ນ ທ່າແສງຈັນ ແລ້ວ ກະບ້ານຫີນລາດ
ທ່າຫີນໃຕ້ ບ້ານໃໝ່ ແລ້ວສະໝອງໃຕ້ ແລະໂຄກກ້ອງນີ້ ທີ່ວ່າ ບໍ່ທັນສາມາດຮຽນ
ໄດ້ເນາະ ພວກເຮົາເອົາເຕັ້ນມາໃສ່ຕາມຈຸດຕ່າງໆ ດຳເນີນການສ້າງບ້ານພັກ
ແລ້ວກະກໍ່ສ້າງໂຮງຮຽນຊົ່ວຄາວໄປພ້ອມເລີຍ.”

ທັງນີ້ ໂດຍເມືອງສະໜາມໄຊ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ທີ່ເກີດຈາກກໍລະນີ
ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກໃນຄັ້ງນີ້ ນັບເປັນເມືອງນຶ່ງທີ່ທຸກຍາກທີ່ສຸດ ໃນແຂວງ
ອັດຕະປື ໂດຍມີ 40 ບ້ານ 6,771 ຄອບຄົວ ມີພົນລະເມືອງທັງໝົດ 36,000 ກວ່າຄົນ
ໃນນີ້ ກໍມີບ້ານທີ່ຖືກກະທົບຈາກໄພນ້ຳຖ້ວມ 13 ບ້ານ ມີ 2,717 ຄອບຄົວ ຫຼື 13,067
ຄົນ ໂດຍທີ່ໄດ້ຮັບຜົນກະທົບທັງ 100 ເປີເຊັນນັ້ນ ມີ 6 ບ້ານ ຄື ບ້ານຫີນລາດ ບ້ານ
ສະໝອງໃຕ້ ບ້ານທ່າຫີນ ບ້ານໃໝ່ ບ້ານທ່າແສງຈັນ ແລະບ້ານໃຫຍ່ແທ ຊຶ່ງມີປະຊາ
ກອນ ລວມກັນ 1,611 ຄອບຄົວ 7,095 ຄົນ ທີ່ຍ້າຍມາຢູ່ເຂດປອດໄພ 6 ຈຸດ ຄື
ເທດສະບານເມືອງສະໜາມໄຊ ບ້ານຕອມຍອດ ບ້ານດອນບົກ ບ້ານປິນດົງ ບ້ານ
ຄອນທົດ ແລະໂຮງຮຽນມັດທະຍົມສົມບູນ ຈັນທາ.

ໂດຍທີ່ຜ່ານມາ ອຳນາດການປົກຄອງເມືອງສະໜາມໄຊ ກໍໄດ້ມອບເງິນຊ່ອຍເຫຼືອ
ເບື້ອງຕົ້ນ ໃຫ້ກັບຜູ້ປະສົບໄພແລ້ວ ຄອບຄົວລະ 5 ແສນກີບ ແລະນັບຈາກເດືອນ
ກັນຍາ ເປັນຕົ້ນໄປ ກໍໄດ້ມອບການຊ່ອຍເຫຼືອເພີ້ມຕື່ມອີກຄົນລະ 1 ແສນກີບຕໍ່ເດືອນ
ຊຶ່ງເປັນເງິນບໍລິຈາກຂອງພາກສ່ວນຕ່າງໆ ທັງໃນແລະຕ່າງປະເທດ ໂດຍການຊ່ອຍ
ເຫຼືອດັ່ງກ່າວນີ້ ຈະດຳເນີນໄປຈົນກວ່າ ຈະມີຄຳສັ່ງປ່ຽນແປງຈາກຂັ້ນເທິງ.

ສ່ວນທ່ານຄຳຫວັນ ຈັນທະໂຄດ ຫົວໜ້າພະແນກອຸດສາຫະກຳ ແລະການຄ້າ ແຂວງ
ອັດຕະປື ຢືນຢັນວ່າ ໃນແຕ່ລະວັນຕ້ອງໄດ້ຕອບສະໜອງເຂົ້າສານ ໃຫ້ກັບຜູ້ປະສົບໄພ
ໃນປະລິມານສະເລ່ຍເຖິງ 10 ໂຕນ ທີ່ໄດ້ຮັບຈາກການບໍລິຈາກຂອງພາກສ່ວນຕ່າງໆ
ທັງໃນແແລະຕ່າງປະເທດ ນັບຕັ້ງແຕ່ວັນທີ 24 ກໍລະກົດ 2018 ເປັນຕົ້ນມາ ແຕ່ມາເຖິງ
ປັດຈຸບັນ ກໍປາກົດວ່າ ເຂົ້າສານທີ່ໄດ້ຈາກການບໍລິຈາກໃນຊ່ວງວັນທີ 24 ກໍລະກົດ ຫາ
ວັນທີ 6 ກັນຍາ 2018 ສຳລັບຊ່ອຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ເມືອງສະໜາມໄຊ ກໍມີ
ມູນຄ່າລວມ 121 ກວ່າຕື້ກີບ ນອກນັ້ນ ກໍເປັນເຄື່ອງໃຊ້ ເຄື່ອງອຸປະໂພກ ບໍລິໂພກ
ປະຈຳວັນ ແລະເຂົ້າສານ 700 ກວ່າໂຕນ.

XS
SM
MD
LG