ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະມົນຕີ​ລາວ ​ຢືນຢັນ​ວ່າ​ ຍັງ​ບໍ່ມີ ການ​ອະ​ນຸຍາດ ​ສຳ​ປະທານ​ ໃຫ້​ຂຸດ​ຄົ້ນ​ແຮ່​ຄຳເທື່ອ


ໂຮງງານບໍ່​ຄຳ ຢູ່ພູຄຳ ແຂວງຊຽງຂວາງ
ໂຮງງານບໍ່​ຄຳ ຢູ່ພູຄຳ ແຂວງຊຽງຂວາງ

ລັດຖະມົນຕີ​ລາວ ​ຢືນຢັນ​ວ່າ​ ຍັງ​ບໍ່ມີການ​ອະ​ນຸຍາດ ​ສຳ​ປະທານ​
ໃຫ້​ຂຸດ​ຄົ້ນ​ແຮ່​ຄຳຢູ່​ໃນ​ແຂວງ​ຊຽງ​ຂວາງ​ແຕ່​ຢ່າງ​ໃດ ຊຶ່ງ​ລວມ​ເຖິງ
​ການ​ລົງທຶນ ຂອງ​ກຸ່ມ​ບໍລິສັດ​ພູ​ເບ້ຍ ມາຍ​ນິ້ງຈຳກັດ​ດ້ວຍ.

ທ່ານ​ສຸ​ລິ​ວົງ ດາລາ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​ພະລັງງານ ​ແລະ​ບໍ່​ແຮ່ ​ໄດ້​ຢືນຢັນ​ວ່າ
ການ​ຂຸດ​ຄົ້ນ​ແຮ່​ຄຳ​ຢູ່​ໃນ​ເຂດ​ແຂວງ​ຊຽງ​ຂວາງ​ ໃນ​ປັດຈຸບັນນີ້ ຖື​ເປັນ​ການ​ລັກລອບ​ຂຸດ​ຄົ້ນ​ໂດຍ​ຜິດ​ກົດໝາຍ ທັງ​ນີ້ ກໍ​ເນື່ອງ​ຈາກ​ວ່າ ​ທາງ​ການ​ລາວ​ຍັງ​ບໍ່​ໄດ້​ມີ​ການ​ພິຈາລະນາ​
ອະນຸຍາດ​ໃຫ້​ພາກສ່ວນ​ໃດ​ ດຳ​ເນີນ​ການ​ຂຸດ​ຄົ້ນ​ແຮ່​ຄຳ​ ຢູ່​ໃນ​ເຂດ​ແຂວງ​ດັ່ງກ່າວ​ແຕ່​ຢ່າງ​ໃດ.

ສ່ວນ​ການ​ອະນຸຍາດ​ໃນ​ລະຍະ ທີ່​ຜ່ານ​ມາ​ກໍ​ເປັນ​ພຽງ​ການ​ອະນຸຍາດ​ສຳ​ປະທານ​ເພື່ອ
ການ​ສຳ​ຫລວດ​ຫາ​ແຮ່​ຄຳ​ເທົ່າ​ນັ້ນ ຊຶ່ງ​ໃນ​ນີ້ ລວມ​ເຖິງສຳ​ປະທານ​ຂອງ​ກຸ່ມ​ບໍລິສັດ​ພູ​ເບ້ຍ
ມາຍ​ນິ້ງຈຳກັດ​ຈາກ​ອອສ​ເຕຣ​ເລຍດ້ວຍ ໝາຍ​ຄວາມ​ວ່າ ຖ້າ​ຫາກ​ປະກົດ​ມີ​ພາກສ່ວນ​ໃດ
​ທີ່​ໄດ້​ທຳ​ການ​ຂຸດ​ຄົ້ນ​ແຮ່​ຄຳ​ ຢູ່​ໃນ​ແຂວງ​ຊຽງ​ຂວາງ​ ໃນ​ເວລາ​ນີ້ ກໍ​ຕ້ອງ​ຖື​ເປັນ​ການລັກລອບ​
ຂຸດ​ຄົ້ນ​ໂດຍ​ຜິດ​ກົດ​ໝາຍ​ທັງ​ສິ້ນ ດັ່ງ​ທີ່​ທ່ານ​ສຸ​ລິ​ວົງ ​ໄດ້​ຢືນຢັນ​ວ່າ:

ທ່ານ​ສຸ​ລິ​ວົງ ດາລາ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​ພະລັງງານ​ແລະ​ບໍ່​ແຮ່.
ທ່ານ​ສຸ​ລິ​ວົງ ດາລາ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​ພະລັງງານ​ແລະ​ບໍ່​ແຮ່.

“ພວກ​ຂ້າພະ​ເຈົ້າ​ໄດ້​ກວດ​ສອບ​ແລ້ວ ​ເຫັນ​ວ່າ​ອັນ​ນີ້​ມັນ​
ຢູ່​ໃນ​ເຂດ​ສຳ​ປະທານ​ຂອງ​ບໍລິສັດ​ພູ​ເບ້ຍ​ມາຍ​ນິ້ງ ​ແຕ່​
ຂ້າພະ​ເຈົ້າຂໍ​ຢືນຢັນ​ວ່າ​ຮອດ​ດຽວ​ນີ້ ລັດຖະບານ​ຍັງ​ບໍ່​
ທັນ​ອະນຸຍາດ​ໃຫ້​ຜູ້​ໃດ ລວມທັງ​ບໍລິສັດ​ພູ​ເບ້ຍມາຍ​ນິ້ງ
ທຳ​ການ​ຂຸດ​ຄົ້ນ​ແຮ່​ຢູ່​ໃນ​ບໍລິ​ເວນດັ່ງກ່າວ ສ່ວນ​ທີ່​ເປັນ​
ຂ່າວ​ນີ້ ມັນ​ແມ່ນ​ການ​ລັກລອບ.”

​ກ່ອນ​ໜ້າ​ນີ້ ທ່ານ Richard Taylar ຜູ້​ປະສານ​ງານ​ຕ່າງປະ​ເທດ
​ຂອງ​ກຸ່ມ​ບໍລິສັດ​ພູ​ເບ້ຍຯ ​ໄດ້​ຖະ​ແຫລ​ງວ່າການ​ຂະຫຍາຍ​ພື້ນ​ທີ່
ສຳ​ຫລວດ​ແຮ່​ຄຳ ​ເງິນ ​ແລະ​ທອງ​ແດງ​ຢູ່​ເຂດ​ເມືອງ​ໂພນ​ສະຫວັນ
​ແຂວງ​ຊຽງ​ຂວາງ ກຳລັງ​ຢູ່​ໃນ​ຂັ້ນຕອນ​ການ​ປະ​ເມີນຜົນ​ ທີ່ໄດ້​ຈາກ​ການ​ສຳ​ຫລວດ ​ແລະ​ຂຸດເຈາະຫາ​ແຫ​ລ່ງ​ແຮ່​ທາດ​ຢ່າງ​ຕັ້ງໜ້າ ​ໂດຍ​ຄາດ​ວ່າ ​ຈະ​ສາມາດ​ຕັດສິນ​ໃຈ​ໃນ​ຂັ້ນສຸດ​ທ້າຍ​ໄດ້​ພາຍ​ໃນ​ປີ 2014 ນີ້.

​ເພາະ​ຜົນ​ທີ່​ໄດ້​ຮັບ​ຈາກ​ການ​ສຳ​ຫລວດ​ໃນ​ລະຍະ ທີ່​ຜ່ານ​ມາ​ພົບ​ວ່າ ມີ​ປະລິມານ​ແຮ່​ຄຳ ​ເງິນ ​ແລະ​ທອງ​ແດງ​ໃນ​ລະດັບ​ທີ່​ສູງ​ພໍ​ສົມຄວນ ຫາກ​ແຕ່​ເພື່ອ​ເປັນ​ການ​ຮັບປະກັນ​ໃຫ້​ໄດ້​ວ່າ ການ​ລົງທຶນ​ຈະ​ຄຸ້ມ​ຄ່າ ​ແລະ​ໄດ້​ຮັບຜົນ​ປະ​ໂຫຍ​ດຕໍ່​ການ​ພັດທະນາ​ທາງ​ເສດຖ​ະກິດລາວ​ ຢ່າງ​ແທ້​ຈິງ ຈຶ່ງ​ຕ້ອງ​ໃຊ້​ເວລາ​ເພື່ອ​ກາ​ນາສຳຫລວດ​ຢ່າງ​ລະອຽດ​ຮອບ​ຄອບ​ອີກ​ລະຍະ​ໜຶ່ງ​ນັ້ນ​ເອງ.

ແຕ່​ຢ່າ​ວງໃດ​ກໍ​ຕາມ ​ໃນ​ປັດຈຸບັນ​ນີ້ ບໍລິສັດ​ພູ​ເບ້ຍ ມາຍ​ນິ້ງຈຳກັດ ກໍ​ໄດ້​ຜະລິດ​ແຮ່​ຄຳ ​
ເງິນ ​ແລະ​ທອງ​ແດງ​ຢູ່​ບໍ​ແຮ່ 2 ​ແຫ່ງ​ດ້ວຍ​ກັນ ກໍ​ຄື​ບໍ່​ແຮ່​ພູ​ຄຳ ​ແລະ​ບໍ່​ແຮ່​ບ້ານ​ຫ້ວຍ​ຊາຍ
ຊຶ່ງ​ຕັ້ງຢູ່​ໃນ​ເຂດ​ເມືອງ​ອະ​ນຸວົງ ​ໃນ​ເຂ​ດປົກຄອງ​ຂອງ​ແຂວງ​ໄຊ​ສົມບູນ ທີ່​ສ້າງຕັ້ງຂຶ້ນ​ໃໝ່
​ໂດຍ​ໃນ​ປີ 2014 ນີ້ ບໍລິສັດ​ພູ​ເບ້ຍຯ ກໍ​ໄດ້​ວາງ​ແຜນການ​ຜະລິດ​ຈາກ​ບໍ່​ແຮ່​ທັງ 2 ​ແຫ່ງ ​
ໃຫ້​ໄດ້​ແຮ່​ຄຳ​ໃນ​ປະລິມານ​ລວມລະຫວ່າງ 160,000-165,000 ອອນ​ຊ໌ ​ແຮ່​ທອງ​ແດງ​
ລະຫວ່າງ 65,000-70,000 ​ໂຕນ ​ແລະ​ແຮ່​ເງິນ​ອີກ 1 ລ້ານ 2 ​ແສນ​ອອນຊ໌.

ທັງ​ນີ້​ຜົນ​ຜະລິດ​ແຮ່​ທາດ​ຂອງ​ບໍລິສັດ​ພູ​ເບ້ຍຯ ຄິດ​ເປັນ 8 ​ເປີ​ເຊັນ ຂອງ​ຍອດຜະລິດ
ຕະພັນ​ລວມພາຍ​ໃນ (GDP) ຂອງ​ລາວ​ໃນ​ແຜນການ​ປີ 2012-2013 ທີ່​ຜ່ານ​ມາ ​ແລະ
ຖ້າ​ຫາກ​ຄິດ​ໄລ່​ນັບ​ແຕ່​ປີ 2003 ​ເປັນ​ຕົ້ນມາ​ກໍ​ຈະ​ໄດ້​ວ່າ​ບໍລິສັດ​ພູ​ເບ້ຍຯ ​ໄດ້​ຊຳລະ​ພັນທະ​
ຕ່າງໆ ​ໃຫ້​ລັດຖະບານ​ລາວ​ແລ້ວ ​ຄິດ​ເປັນ​ມູນ​ຄ່າ​ລວມ​ເຖິງ 280 ລ້ານ​ດອນ​ລາ​ ທັງ​ຍັງ​ສາ
ມາດ​ສ້າງ​ວຽກ​ເຮັດ​ງານ​ທຳ​ໄດ້ຫຼາຍກວ່າ 3,300 ຕຳ​ແໜ່​ງ ​ໂດຍ​ໃນ​ນີ້​ເປັນ​ຄົນ​ລາວ 86 ​ເປີ​ເຊັນ.

ທາງ​ດ້ານ​ກະຊວງ​ແຜນການ​ແລະ​ການ​ລົງທຶນ ລາຍ​ງານ​ວ່າ ທາງ​ການ​ລາວ​ທັງ​ໃນ​ລະດັບ​
ສູນ​ກາງ​ແລະ​ຂັ້ນທ້ອງ​ຖິ່ນ​ ໄດ້​ອະນຸຍາດ​ສຳ​ປະທານ​ການ​ຂຸດ​ຄົ້ນ​ແຮ່​ທາດ​ ໃຫ້​ແກ່​ບໍລິສັດ
​ເອກະ​ຊົນ​ລາວ ​ແລະ​ຕ່າງ​ຊາດ​ໄປ​ແລ້ວ 470 ​ໂຄງການ ​ໂດຍ​ຄິດ​ເປັນ​ພື້ນ​ທີ່​ຂຸດ​ຄົ້ນລວມ
ກວ້າງ​ກວ່າ 36,300 ກິ​ໂລ​ແມັດ​ມົນທົນ ​ໃນ​ທົ່ວ​ປະ​ເທດ ​ແລະ​ມີ​ມູນ​ຄ່າ​ການ​ລົງທຶນລວມກັນ ​ເຖິງ 5,900 ລ້ານ​ດອນ​ລາ.

ແຕ່​ຢ່າງ​ໃດ​ກໍ​ຕາມ ກໍ​ປະກົດ​ວ່າ​ມີຫຼາຍ​ໂຄງການ​ ທີ່​ອາດ​ຈະ​ຕ້ອງ​ຖືກ​ຍົກ​ເລີກ ​ເພາະວ່າ​ຜູ້​
ລົງທຶນ​ບໍ່​ສາມາດ​ປະຕິບັດ​ໄດ້ ​ຕາມ​ເງື່ອນ​ໄຂ​ທີ່​ກຳນົດ​ໄວ້​ ໃນ​ສັນຍາ​ລົງທຶນ ທັງ​ນີ້​ໂດຍ​ອິງ​
ຕາມ​ການ​ກວດກາ​ຂອງ​ຄະນະ​ສ​ະ​ເພາະ​ກິດ ​ຂອງ​ລັດຖະບານ​ລາວ​ພົບ​ວ່າ​ມີ​ພຽງ 14 ​ໂຄງ
ການ​ເທົ່າ​ນັ້ນ ທີ່​ປະຕິບັດ​ໄດ້​ຕາມ​ມາ​ດຕະຖານ​ທີ່​ກຳນົດ​ໄວ້​ໃນ​ສັນຍາ​ລົງທຶນ ສ່ວນໂຄງການ ​ທີ່​ເຫລືອ​ຍັງ​ຈະ​ຕ້ອງ​ດຳ​ເນີນ​ການ​ພັດທະນາ ​ແລະ​ປັບປຸງ​ໃຫ້​ໄດ້​ມາດຕະຖານ ຕາມ​ສັນຍາ​ລົງທຶນ​ຢ່າງ​ແທ້​ຈິງ​ຕໍ່​ໄປ.

XS
SM
MD
LG