ລັດຖະມົນຕີຢືນຢັນວ່າ ລາວ ຕ້ອງການລະບົບເຕືອນໄພທຳມະຊາດທີ່ທັນສະໄໝ ລວມເຖິງລະບົບເຕືອນໄພໃນໂຄງການລົງທຶນຂະໜາດໃຫຍ່ ໂດຍສະເພາະແມ່ນໂຄງການເຂື່ອນໄຟຟ້າ ແລະ ຂຸດຄົ້ນແຮ່ທາດນັ້ນ.
ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມຖະແຫຼງວ່າລະບົບເຕືອນໄພທຳມະຊາດຂອງ ລາວ ໃນປັດຈຸບັນຍັງເປັນລະບົບທີ່ບໍ່ທັນສະໄໝ ຈຶ່ງບໍ່ສາມາດເຕືອນໄພໃຫ້ປະຊາຊົນຕຽມພ້ອມໃນດ້ານຕ່າງໆເພື່ອຮັບມືກັບໄພທຳມະຊາດທີ່ເກີດຂຶ້ນໄດ້ຢ່າງເທົ່າທັນກັບສະພາບການຕົວຈິງ ເຮັດໃຫ້ເກີດການສູນເສຍທັງຊີວິດ ແລະ ຊັບສິນຢ່າງກວ້າງຂວາງໃນໄລຍະທີ່ຜ່ານມາ ສະນັ້ນເພື່ອການຫຼຸດຜ່ອນຜົນກະທົບດັ່ງກ່າວຈຶ່ງຈະຕ້ອງມີການຕິດຕັ້ງລະບົບເຕືອນໄພທີ່ທັນສະໄໝໃນທຸກໂຄງການຂະໜາດໃຫຍ່ໃນ ລາວ ໃນໄລຍະຕໍ່ໄປນີ້ ທ່ານ ຄຳແພງ ຢືນຢັນວ່າ
"ຖືວ່າວຽກງານຮີບດ່ວນນຶ່ງກະແມ່ນວ່າ ວຽກງານການເຕືອນໄພຂໍ້ມູນ-ຂ່າວສານຕ່າງໆໃນການເຕືອນໄພຕ້ອງເຮັດແນວໃດໃຫ້ມັນທັນກັບເວລາ ກໍຄືກັບຄວາມເປັນຈິງຄືຜ່ານມານີ້ ເຮົາກະເຕືອນຢູ່ ແຕ່ວ່າມາດຕາບັງຄັບແທ້ຜັດບໍ່ມີ ຄັນພໍ່ແມ່ປະຊາຊົນຫຼືວ່າພະນັກງານ, ທະຫານ, ຕຳຫຼວດ, ເຮົາກະທຳມະດາ, ກະຄືເລື່ອງທຳມະດາ, ບໍ່ມີຫຍັງເກີດຂຶ້ນ, ບາດມັນເກີດມາແລ້ວ ຈຶ່ງຮູ້ວ່າມັນແມ່ນເປັນແນວນັ້ນແທ້ ສະນັ້ນວິທີການເຕືອນໄພຕ້ອງມີເຄື່ອງທັນສະໄໝອີກ ໂຄງການຕ່າງໆໂຄງການເຂື່ອນບໍ່ ຫຼືວ່າ ຢູ່ຈຸດໃດທີ່ສຳຄັນຕ້ອງມີເຄື່ອງເຕືອນໄພທີ່ທັນສະໄໝ."
ທ່ານ ຄຳແພງ ຍອມຮັບດ້ວຍວ່າການທີ່ລະບົບເຕືອນໄພໃນ ລາວ ມີປະສິດທິພາບຕ່ຳດັ່ງກ່າວ ຈຶ່ງເຮັດໃຫ້ເກີດການເສຍຫາຍຢ່າງໜັກໜ່ວງຊຶ່ງເຫັນໄດ້ຈາກໄພພິບັດທຳມະຊາດໃນປີ 2019 ທີ່ມີທັງໄພນ້ຳຖ້ວມ, ລົມພາຍຸ, ຟ້າຜ່າ, ດິນເຈື່ອນ, ໄຟປ່າ ແລະ ສັດຕູພືດຊະນິດຕ່າງໆໄດ້ສົ່ງຜົນກະທົບຕໍ່ປະຊາຊົນ ລາວ 579,000 ກວ່າຄົນໃນເຂດ 2,072 ບ້ານ, 112 ເມືອງ ໃນ 13 ແຂວງກໍຄື, ຜົ້ງສາລີ, ຫຼວງພະບາງ, ໄຊຍະບູລີ, ອຸດົມໄຊ, ຫົວພັນ, ຊຽງຂວາງ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ອັດຕະປື, ຈຳປາສັກ ແລະ ເຊກອງ ທັງຍັງເຮັດໃຫ້ມີຜູ້ເສຍຊີວິດ 28 ຄົນ ແລະ ສູນຫາຍໄປ 7 ຄົນອີກດ້ວຍ.
ໂດຍສະເພາະແມ່ນໄພນ້ຳຖ້ວມທີ່ເກີດຂຶ້ນໃນທ້າຍເດືອນສິງຫາ-ຕົ້ນເດືອນກັນຍານັ້ນ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນ ລາວ 546,000 ກວ່າຄົນໃນເຂດ 1,655 ບ້ານ 47 ເມືອງໃນແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ຖືເປັນໄພນ້ຳຖ້ວມຢ່າງໜັກໜ່ວງທີ່ສຸດໃນຮອບກວ່າ 40 ປີທີ່ໄດ້ສົ່ງຜົນກະທົບຢ່າງກວ້າງຂວາງ ທັງຕໍ່ຊີວິດ, ຊັບສິນ, ພື້ນຖານໂຄງລ່າງ, ພື້ນຖານການຜະລິດຕ່າງໆຢ່າງໜັກໜ່ວງ ແລະ ຍາກຕໍ່ການຟື້ນຟູໃຫ້ກັບຄືນສູ່ສະພາວະປົກກະຕິໄດ້ໃນໄລຍະສັ້ນ.
ທັງນີ້ເຈົ້າໜ້າທີ່ຂັ້ນສູງຂອງ ທະນາຄານພັດທະນາເອເຊຍ (ADB) ປະຈຳລາວ ຢືນຢັນວ່າ ໄພນ້ຳຖ້ວມໃນພື້ນທີ່ 6 ແຂວງດັ່ງກ່າວສາມາດທຽບໄດ້ກັບໄພນ້ຳຖ້ວມໃນປີ 2018 ເຖິງແມ່ນວ່າພື້ນທີ່ໆຖືກນ້ຳຖ້ວມໃນປີ 2019 ຈະບໍ່ເທົ່າກັບໃນປີ 2018 ກໍຕາມ ແຕ່ເນື່ອງຈາກວ່າເຂດ 6 ແຂວງທີ່ຖືກນ້ຳຖ້ວມໃນປີ 2019 ເປັນເຂດທີ່ປະຊາຊົນອາໄສຢູ່ຢ່າງໜາແໜ້ນ ທັງຍັງເປັນເຂດການຜະລິດດ້ານກະສິກຳ ແລະ ສິນຄ້າຕ່າງໆທີ່ສຳຄັນຂອງ ລາວ ດ້ວຍນັ້ນ ຈຶ່ງເຮັດໃຫ້ການເສຍຫາຍຈາກໄພນ້ຳຖ້ວມໃນ 6 ແຂວງດັ່ງກ່າວນັ້ນທຽບໄດ້ກັບຜົນເສຍຫາຍຈາກໄພນ້ຳຖ້ວມໃນທົ່ວປະເທດ ລາວ ໃນປີ 2018 ນັ້ນເອງ.
ໄພນ້ຳຖ້ວມໃນ ລາວ ທີ່ເກີດຂຶ້ນໃນຊ່ວງເດືອນກໍລະກົດ-ກັນຍາ 2018 ນັ້ນໄດ້ເຮັດໃຫ້ເກີດການເສຍຫາຍຫຼາຍກວ່າ 4,400 ຕື້ກີບເພາະວ່າໄພນ້ຳຖ້ວມໄດ້ສົ່ງຜົນກະທົບຕໍ່ປະຊາຊົນ 616,477 ຄົນ ຫຼື 126,619 ຄອບຄົວໃນເຂດ 2,382 ບ້ານ, 124 ເມືອງທົ່ວປະເທດ ລາວ ຫາກແຕ່ວ່າລັດຖະບານ ລາວ ກໍໄດ້ຈັດສັນງົບປະມານໃນມູນຄ່າ 500 ຕື້ກີບ ຫຼື 11 ເປີເຊັນເທົ່ານັ້ນຂອງຄວາມຕ້ອງການຕົວຈິງ.
ຍິ່ງໄປກວ່ານັ້ນ ສປປ ລາວ ຍັງບໍ່ມີລະບົບເຕືອນໄພແຜ່ນດິນໄຫວອີກດ້ວຍ ໂດຍໄລຍະຜ່ານມາ ກໍໄດ້ເພິ່ງພາຂໍ້ມູນການວັດແທກລະດັບການສັ່ນສະເທືອນຂອງແຜ່ນດິນໄຫວ ຈາກສູນເຕືອນໄພຂອງ ໄທ ເນື່ອງຈາກວ່າສາເຫດຂອງແຜ່ນດິນໄຫວທີ່ເກີດຂຶ້ນໃນ ລາວ ແລະ ໄທ ມີສ່ວນກ່ຽວຂ້ອງກັນ ເພາະເປັນແຜ່ນດິນໄຫວທີ່ເກີດຈາກຮອຍເລື່ອນຂອງເປືອກໂລກໃນເຂດດຽວກັນ ໂດຍແຜ່ນດິນໄຫວຄັ້ງຫຼ້າສຸດຂະໜາດ 6.4 ຣິກເຕີ ເກີດຂຶ້ນທີ່ເມືອງຫົງສາ ແຂວງໄຊຍຍະບູລີ ເມື່ອທ້າຍເດືອນພະຈິກ 2019 ທີ່ຜ່ານມາ.