ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລມຕ ລາວ ຢືນຢັນ ທີ່ດິນ ທັງສອງຟາກ ທາງລົດໄຟ ລາວ-ຈີນ ເປັນພື້ນທີ່ສະຫງວນ ເພື່ອຄວາມປອດໄພ


ຫລັກໝາຍ ເຂດສະຫງວນ ຂອງ 2 ຟາກ ຕະຫຼອດແນວ ຂອງໂຄງການທາງລົດໄຟ ລາວ-ຈີນ ໃນລາວ ທີ່ກວ້າງເບື້ອງລະ 50 ແມັດ
ຫລັກໝາຍ ເຂດສະຫງວນ ຂອງ 2 ຟາກ ຕະຫຼອດແນວ ຂອງໂຄງການທາງລົດໄຟ ລາວ-ຈີນ ໃນລາວ ທີ່ກວ້າງເບື້ອງລະ 50 ແມັດ

ລັດຖະມົນຕີ ຢືນຢັນວ່າ ທີ່ດິນໃນ 2 ຟາກຂອງໂຄງການທາງລົດໄຟ ລາວ-ຈີນ ໃນລາວ
ທີ່ກວ້າງເບື້ອງລະ 50 ແມັດນັ້ນ ບໍ່ໄດ້ມີໄວ້ເພື່ອປະກອບທຸລະກິດການຄ້າ ຫາກແຕ່ເປັນ
ພື້ນທີ່ສະຫງວນ ເພື່ອຄວາມປອດໄພ.

ທ່ານລັດຕະນະມະນີ ຄູນນິວົງ ລັດຖະມົນຕີຊ່ວຍວ່າການ ກະຊວງໂຍທາທິການ ແລະ
ຂົນສົ່ງ ຢືນຢັນວ່າ ການກັນທີ່ດິນທັງ 2 ຟາກໃນຕະຫຼອດແນວ ຂອງໂຄງການທາງລົດ
ໄຟ ລາວ-ຈີນ ໃນລາວ ທີ່ກວ້າງເບື້ອງລະ 50 ແມັດນັ້ນ ບໍ່ໄດ້ກັນໄວ້ເພື່ອໃຫ້ເປັນຜົນ
ປະໂຫຍດທາງທຸລະກິດການຄ້າ ແຕ່ຢ່າງໃດ ຫາກແຕ່ເປັນເຂດ ຫຼືພື້ນທີ່ທີ່ສະຫງວນ
ໄວ້ ເພື່ອຄວາມປອດໄພ ໃນການເດີນລົດໄຟເປັນສຳຄັນ ດັ່ງທີ່ທ່ານໄດ້ເນັ້ນຢ້ຳວ່າ:

“ບໍລິສັດຜູ້ຮັບເໝົານີ້ ຈະຕ້ອງໄດ້ປັກຫລັກຂອບເຂດຂອງທາງລົດໄຟ ຂອບເຂດທາງ
ລົດໄຟນີ້ ແມ່ນຫ່າງຈາກໃຈກາງທາງຂ້າງລະ 50 ແມັດ ອັນນີ້ແມ່ນຫລັກການຂອງ
ສາກົນ ໃນ 50 ແມັດນີ້ ຜ່ານມາກໍມີຫາງສຽງໂຄສະນາ ຫຼືວ່າຄວາມບໍ່ເຂົ້າໃຈ ຫຼືວ່າ
ມັນກໍມີພາກສ່ວນອື່ນ ໂຄສະນາບິດເບືອນວ່າ 50 ແມັດທາງຂ້າງນີ້ ແມ່ນຈີນສິເອົາ
ໄປເຮັດການຜະລິດອີສັງ ສິເອົາໝົດດິນທັງ 50 ແມັດນີ້ ມັນບໍ່ແມ່ນ ອັນນີ້ຂໍຢືນຢັນ
50 ແມັດທາງຂ້າງນີ້ ແມ່ນເຂດສະຫງວນຂອງທາງລົດໄຟ ເພື່ອຄວາມປອດໄພ
ຂອງທາງລົດໄຟ ປູກຫຍັງໃສ່ກະບໍ່ໄດ້.”

ບັນດາພະນັກງານ ບໍລິສັດຮັບເໝົາກໍ່ສ້າງຂອງຈີນ ທີ່ໄດ້ຖືກມອບໝາຍໃຫ້ກໍ່ສ່າງອຸໂມງ ສຳລັບທາງລົດໄຟ ລາວ-ຈີນ
ບັນດາພະນັກງານ ບໍລິສັດຮັບເໝົາກໍ່ສ້າງຂອງຈີນ ທີ່ໄດ້ຖືກມອບໝາຍໃຫ້ກໍ່ສ່າງອຸໂມງ ສຳລັບທາງລົດໄຟ ລາວ-ຈີນ

ໂດຍສຳລັບການກໍ່ສ້າງທາງລົດໄຟໃເຂດນະຄອນວຽງຈັນນັ້ນ ຈະກະທົບຕໍ່ປະຊາຊົນ
ໃນເຂດ 11 ບ້ານ ໃນເຂດເມືອງໄຊທານີ ທີ່ຕັ້ງຢູ່ໃນເຂດ 2 ຝັ່ງທາງລົດໄຟທີ່ມີໄລຍະ
ທາງ 17.5 ກິໂລແມັດ ຊຶ່ງໃນໄລຍະທີ່ຜ່ານມາ ບໍລິສັດຜູ້ຮັບເໝົາຈາກຈີນ ກໍໄດ້ທຳ
ການປັກຫລັກໝາຍເຂດສະຫງວນໄດ້ແລ້ວ ໃນໄລຍະທາງ 11.4 ກິໂລແມັດ ຫາກ
ແຕ່ດ້ວຍຂໍ້ຈຳກັດ ຂອງພື້ນທີ່ໃນເຂດນະຄອນວຽງຈັນ ທັງກໍຍັງເພື່ອເປັນການຫລຸດ
ຜ່ອນຜົນກະທົບຕໍ່ປະຊາຊົນດ້ວຍນັ້ນ ຈຶ່ງໄດ້ມີການກຳນົດເຂດສະຫງວນທາງລົດ
ໄຟໄວ້ ເບື້ອງລະ 25 ແມັດເທົ່ານັ້ນ ຊຶ່ງເຮັດໃຫ້ມີທີ່ດິນຂອງປະຊາຊົນລາວ ໃນເຂດ
ດັ່ງກ່າວ ທີ່ຈະຕ້ອງຖືກເວນຄືນຫຼາຍກວ່າ 730 ຕອນ ຄິດເປັນເນື້ອທີ່ລວມປະມານ
150 ເຮັກຕາ ທີ່ສ່ວນໃຫຍ່ ກໍເປັນດິນທີ່ຢູ່ອາໄສ ດິນສວນ ດິນນາ ແລະ ໜອງລ້ຽງປາ
ຕາມລຳດັບ.

ໂຄງການກໍ່ສ້າງອຸໂມງ ສຳລັບ ທາງລົດໄຟລາວ-ຈີນ ດຳເນີນມາໄດ້ ສ່ວນນຶ່ງ ແລະ ໃກ້ຈະສຳເລັດແລ້ວ
ໂຄງການກໍ່ສ້າງອຸໂມງ ສຳລັບ ທາງລົດໄຟລາວ-ຈີນ ດຳເນີນມາໄດ້ ສ່ວນນຶ່ງ ແລະ ໃກ້ຈະສຳເລັດແລ້ວ

ຊຶ່ງຕໍ່ກໍລະນີດັ່ງກ່າວ ທ່ານສົມມາດ ພົນເສນາ ລັດຖະມົນຕີວ່າການ ກະຊວງຊັບພະ
ຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ກໍໄດ້ໃຫ້ການຢືນຢັນວ່າ ການເຈລະຈາ
ກ່ຽວກັບການຈ່າຍຄ່າຊົດເຊີຍໃຫ້ປະຊາຊົນລາວ ທີ່ຖືກກະທົບຈາກໂຄງການກໍ່ສ້າງ
ທາງລົດໄຟ ລາວ-ຈີນ ສາມາດຕົກລົງໃນຫລັກການຮ່ວມກັນໄດ້ແລ້ວ ຈຶ່ງຍັງເຫຼືອ
ພຽງການປະເມີນຄ່າຊົດເຊີຍ ແລະ ນັດໝາຍການຊຳລະຄ່າຊົດເຊີຍໃຫ້ປະຊາຊົນ
ແຕ່ລະລາຍຢ່າງຄົບຖ້ວນເທົ່ານັນ ໂດຍລັດຖະບານລາວ ກໍໄດ້ມອບໝາຍໃຫ້
ບັນດາຮອງເຈົ້າແຂວງຂອງແຂວງ ທີ່ຖືກກະທົບນັ້ນ ເປັນຜູ້ຮັບຜິດຊອບ ໃນການ
ພົວພັນ ກັບປະຊາຊົນທີ່ຖືກກະທົບຕໍ່ໄປ.

ທັງນີ້ ໂດຍທາງການລາວ ໄດ້ດຳເນີນການສຳຫຼວດ ເພື່ອເກັບກຳຂໍ້ມູນທີ່ກ່ຽວກັບ
ປະຊາຊົນລາວ ທີ່ຖືກກະທົບຈາກການກໍ່ສ້າງທາງລົດໄຟໃນລາວ ແລ້ວສຳເລັດ
ສົມບູນ ເມື່ອບໍ່ດົນມານີ້ ຊຶ່ງເຮັດໃຫ້ຮູ້ວ່າ ມີປະຊາຊົນລາວຈຳນວນເທົ່າໃດ ມີເນື້ອທີ່
ດິນກັບສິ່ງປູກສ້າງຈຳນວນເທົ່າໃດ ທີ່ຈະໄດ້ຮັບການຊົດເຊີຍຕາມລະບຽບກົດໝາຍ
ໂດຍທາງການລາວ ໄດ້ຮັບປະກັນວ່າ ປະຊາຊົນລາວ ທີ່ຖືກກະທົບດັ່ງກ່າວ ຈະໄດ້
ຮັບຄ່າຊົດເຊີຍຢ່າງຍຸຕິທຳ ແລະ ຄົບຖ້ວນ ເພາະວ່າ ເງິນທຶນທີ່ຈະນຳໃຊ້ໃນການຊົດ
ເຊີຍນັ້ນ ຖືເປັນສ່ວນນຶ່ງຂອງການລົງທຶນໃນໂຄງການທີ່ເປັນການຮ່ວມທຶນ ລະຫວ່າງ
ລັດຖະບານລາວ ກັບຈີນ ໃນສັດສ່ວນ 30 ຕໍ່ 70 ເປີເຊັນ ຂອງມູນຄ່າການລົງທຶນ
ທັງໝົດໃນໂຄງການນັ້ນເອງ.

ລັດຖະບານລາວ ກໍໄດ້ກູ້ຢືມເງິນທຶນຈາກທະນາຄານການຄ້າຂາອອກ ແລະຂາເຂົ້າ
ຂອງລັດຖະບານຈີນ ໃນມູນຄ່າລວມ 480 ລ້ານໂດລາ ສຳລັບນຳໃຊ້ເພື່ອຮ່ວມລົງ
ທຶນໃນໂຄງການ ໂດຍເຖິງແມ່ນວ່າ ໂຄງການດັ່ງກ່າວຈະຕ້ອງນຳໃຊ້ເງິນທຶນລວມເຖິງ
6,000 ລ້ານໂດລາກໍຕາມ ແຕ່ດ້ວຍການຊ່ວຍເຫຼືອຂອງລັດຖະບານຈີນໃນທຸກດ້ານ
ຈຶ່ງເຮັດໃຫ້ລັດຖະບານລາວ ມີພາລະໜີ້ສິນຕໍ່ລັດຖະບານຈີນພຽງແຕ່ 480 ລ້ານໂດລາ
ເທົ່ານັ້ນ.

ພິທີເປີດການກໍ່ສ້າງທາງລົດໄຟ ລາວ-ຈີນ ໃນລາວໄດ້ມີຂຶ້ນຢ່າງເປັນທາງການໃນວັນ
ທີ 25 ທັນວາ 2016 ຢູ່ແຂວງຫລວງພະບາງ ພາຍໃຕ້ເປົ້າໝາຍ ທີ່ຈະກໍ່ສ້າງໃຫ້ແລ້ວ
ພາຍໃນເດືອນທັນວາ 2021 ໂດຍທາງລົດໄຟມີໄລຍະທາງລວມ 415 ກິໂລແມັດ
ຈາກບໍ່ເຕັນ ໃນແຂວງຫລວງນ້ຳທາ ຜ່ານອຸດົມໄຊ-ຫລວງພະບາງ-ຊຽງຂວາງ-ວັງວຽງ
ມາທີ່ນະຄອນວຽງຈັນ ລາງລົດໄຟກວ້າງ 1.435 ແມັດ ແຍກກັນ ລະຫວ່າງຂະບວນ
ໂດຍສານ ແລະຂະບວນຂົນສົ່ງສິນຄ້າ ທີ່ແລ່ນດ້ວຍຄວາມໄວ 160 ແລະ 120 ກິໂລ
ແມັດ ຕໍ່ຊົ່ວໂມງ ຕາມລຳດັບ.

XS
SM
MD
LG