ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີ ມີຄວາມກັງວົນວ່າ ນັກສຶກສາໃນລາວ ຈະເຂົ້າໄປຫຍຸ້ງກ່ຽວ ກັບຢາເສບຕິດຫລາຍຂຶ້ນ


ການລົນນະລົງ ໂຮງຮຽນປອດຢາເສບຕິດ.
ການລົນນະລົງ ໂຮງຮຽນປອດຢາເສບຕິດ.

ລັດຖະມົນຕີ ມີຄວາມເປັນຫ່ວງວ່າ ນັກຮຽນ-ນັກສຶກສາໃນລາວ ຈະເຂົ້າໄປຍຸ່ງກ່ຽວກັບຢາເສບຕິດເພີ້ມຂຶ້ນ ເນື່ອງຈາກວ່າມີແຫລ່ງມົ້ວສຸມທີ່ປະຕິບັດການມອມເມົາເຍົາວະຊົນເກີດຂຶ້ນຢ່າງຫລວງຫລາຍ ໃນທົ່ວປະເທດ. ເຊິ່ງ ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ທ່ານພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະກິລາຖະແຫລງວ່າ ບັນຫາທີ່ໜ້າເປັນຫ່ວງຢ່າງຍິ່ງໃນສັງຄົມຂອງນັກຮຽນ-ນັກສຶກສາໃນລາວໃນປັດຈຸບັນນີ້ກໍ່ຄື ການຕົກຢູ່ໃນສິ່ງແວດລ້ອມທີ່ມີຄວາມສ່ຽງສູງ ທີ່ຈະເຂົ້າໄປຫຍຸ້ງກ່ຽວກັບຢາເສບຕິດເພີ້ມຂຶ້ນນັບມື້ ເນື່ອງຈາກວ່າມີແຫລ່ງມົ້ວສຸມ ທີ່ໄດ້ປະຕິບັດການມອມເມົາເຍົາວະຊົນນັ້ນ ເກີດຂຶ້ນຢ່າງຫລວງຫລາຍ ໃນທົ່ວປະເທດ ໂດຍສະເພາະແມ່ນຮ້ານເກມຄອມພິວເຕີ, ສະນຸກເກີ້, ຄາລາໂອເກະ, ບາເບຍ ແລະຮ້ານກິນ-ດື່ມນັ້ນ ຖືເປັນແຫລ່ງທີ່ມີການດຶງດູດໃຫ້ເຍົາວະຊົນເຂົ້າໄປໃຊ້ບໍລິການຫລາຍທີ່ສຸດໃນຊ່ວງເວລາຫລັງເລີກຮຽນ ເຊິ່ງການທີ່ຈະປ້ອງກັນ ແລະແກ້ໄຂບັນຫາດັ່ງກ່າວນີ້ ໄດ້ຢ່າງມີປະສິດທິຜົນທີ່ສຸດກໍ່ຄື ການຮ່ວມມືກັນຢ່າງແທ້ຈິງລະຫວ່າງໂຮງຮຽນກັບຜູ້ປົກຄອງນັກຮຽນ ແລະທຸກພາກສ່ວນໃນສັງຄົມ ດັ່ງທີ່ທ່ານພຸດ ໄດ້ໃຫ້ການຢືນຢັນວ່າ:

“ກໍ່ເປັນຫ່ວງລູກຫລານພວກເຮົາ ເຖິງວ່າຕ້ອງໄດ້ຮ່ວມມືກັນລະຫວ່າງຄອບຄົວ, ໂຮງຮຽນແລະສັງຄົມ. ຄວາມຈິງແລ້ວເດັກນ້ອຍທີ່ມາໂຮງຮຽນນັ້ນ ສ່ວນຫລາຍກໍ່ໃຊ້ເວລາຮຽນ, ເວລາທີ່ເປັນຊ່ອງຫວ່າງ ຄືເວລາກັບບ້ານທີ່ເປັນຊ່ອງຫວ່າງທີ່ເຂົາເຈົ້າເຂົ້າເຖິງຢາເສບຕິດຫັ້ນ ແລະພວກຂ້າພະເຈົ້າກໍ່ຈະໄດ້ປັບປຸງນິຕິກໍາເນາະ ເປັນຕົ້ນໂຮງຮຽນປອດຢາເສບຕິດ, ແລ້ວກໍ່ມາດຕະການຕ່າງໆຕໍ່ບຸກຄະລາກອນທາງຂະແໜງການສຶກສາ ແລະກິລາ ເພື່ອວ່າບໍ່ໃຫ້ໄປພົວພັນຫຍຸ້ງກ່ຽວກັບເລື້ອງບັນຫາຢາເສບຕິດ.”

ທັງນີ້ ໂດຍອີງຕາມການສຶກສາ-ສໍາຫລວດທີ່ດໍາເນີນການໂດຍສູນກາງຊາວໜຸ່ມປະຊົນປະຕິວັດລາວເມື່ອບໍ່ນານມານີ້ພົບວ່າມີເຍົາວະຊົນລາວເກີນກວ່າ 4 ແສນ ຄົນທີ່ຕົກຢູ່ໃນສິ່ງແວດລ້ອມທີ່ມີຄວາມສ່ຽງສູງທີ່ຈະເຂົ້າໄປຫຍຸ້ງກ່ຽວກັບຢາເສບຕິດ, ແລະການຄ້າຢາເສບຕິດໃນລາວຍັງມີລັກສະນະຂ້າມຊາດ ທີ່ມີການນໍາໃຊ້ເຄື່ອງມື ແລະອຸປະກອນການສື່ສານທີ່ທັນສະໄໝ. ສ່ວນກົນໄກການສືບຂ່າວຂອງຕໍາຫລວດລາວກໍ່ຍັງຕິດຕາມບໍ່ທັນການເຄື່ອນໄຫວຂອງຂະບວນການຄ້າຢາເສບຕິດ ແລະບັນດາຫົວໜ້າແກັງກໍ່ຍັງໄດ້ແຝງໂຕຢູ່ໃນສັງຄົມຊັ້ນສູງດ້ວຍນັ້ນ ຈຶ່ງຈັບກຸມໄດ້ສະເພາະສະມາຊິກລະດັບລ່າງຂອງແກັງ, ດັ່ງທີ່ທ່ານພັນເອກຈັນຫອມ ແກ້ວສຸລະໄຊ ຮອງຜູ້ບັນການປ້ອງກັນຄວາມສະຫງົບ ໃນເຂດນະຄອນ ຫລວງວຽງຈັນໄດ້ໃຫ້ການຢືນຢັນວ່າ:

“ເປົ້າໝາຍຊື້ຂາຍ-ຂົນສົ່ງຢາເສບຕິດຈໍານວນນຶ່ງ ເປັນຄົນທີ່ມີເງິນ ມີຖານະດີ ນໍາໃຊ້ພາຫະນະເຕັກນິກທັນສະໄໝ, ເປົ້າໝາຍລາຍໃຫຍ່ຈໍານວນນຶ່ງ ມີການພົວພັນສັງຄົມກວ້າງຂວາງ ເຮັດໃຫ້ການແກ້ໄຂໄລ່ຊອກ-ໄລ່ຈັບພົບຄວາມຫຍຸ້ງຍາກ, ພວກເຂົາມີການຈັດຕັ້ງ ແລະມີການເຄື່ອນໄຫວທີ່ແນບນຽນ ຖືວ່າພວກເຮົາແກ້ໄຂໄດ້ສ່ວນຫລາຍໄດ້ ແຕ່ປາຍມັນ, ໄດ້ແຕ່ລູກແຫລ່ງຕີນມືພວກມັນ, ຫົວໂປ່-ໂຕການແທ້ໆ ໄດ້ກະໄດ້ນ້ອຍ ອັນນີ້ໂຕຈິງຄືແນວນັ້ນ, ອໍານາດການປົກຄອງບ້ານ ໂຮງຮຽນ ຫົວໜ່ວຍທຸລະກິດຈໍານວນນຶ່ງກໍ່ຂາດຄວາມເປັນເຈົ້າການ ໃນການແກ້ໄຂບັນຫາຢາເສບຕິດຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນເອງ.”

ດ້ວຍສະພາບການດັ່ງກ່າວຈຶ່ງເຮັດໃຫ້ລັດຖະບານລາວຕ້ອງກໍາໜົດໃຫ້ການປາບ ປາມຢາເສບຕິດ ເປັນວາລະແຫ່ງຊາດ ທີ່ຈະຕ້ອງດໍາເນີນມາດຕະການແກ້ໄຂຢ່າງຮີບດ່ວນ, ຫາກແຕ່ໃນການຈັດຕັ້ງປະຕິບັດໂຕຈິງຈະດໍາເນີນການໄດ້ຢ່າງມີປະສິດຕິພາບຫລືບໍ່ນັ້ນ ກໍຂຶ້ນຢູ່ກັບແຜນການເປົ້າໝາຍ ທີ່ຈະແຈ້ງ ແລະມີການ ຈັດຕັ້ງປະຕິບັດຢ່າງໂປ່ງໃສຂອງທຸກພາກສ່ວນ ແລະທຸກຂັ້ນຕອນທີ່ກ່ຽວຂ້ອງໃນທົ່ວປະເທດ ແນໃສ່ການສ້າງຄວາມເຊື່ອໝັ້ນຈາກປະຊາຊົນລາວໃຫ້ໄດ້ຢ່າງແທ້ຈິງ.

ໂດຍກອງປະຊຸມສະໄໝວິສາມັນຄັ້ງທີ 1 ຂອງສະພາແຫ່ງຊາດລາວໄດ້ຮັບຮອງເອົາການແກ້ໄຂກົດໝາຍວ່າດ້ວຍຢາເສບຕິດ ເມື່ອບໍ່ດົນມານີ້ ເຊິ່ງມີເປົ້າໝາຍເສີມສ້າງລະບົບ-ກົນໄກການຈັດຕັ້ງປະຕິບັດໃນການປາບປາມຢາເສບຕິດໃຫ້ມີປະສິດທິພາບສູງຂຶ້ນ, ດ້ວຍການຈັດແບ່ງສິດ ແລະໜ້າທີ່ຂອງຄະນະກໍາມະການຄວບຄຸມ ແລະກວດກາຢາເສບຕິດກັບກອງບັນຊາການປ້ອງກັນຄວາມສະຫງົບລະດັບຊາດລົງໄປຂັ້ນແຂວງ ນະຄອນຫລວງ ເມືອງ ເທດສະບານ ແລະນະຄອນ ໃນທົ່ວປະເທດຢ່າງຊັດເຈນ.

ທັງນີ້ ການແກ້ໄຂກົດໝາຍວ່າດ້ວຍຢາເສບຕິດໃນຄັ້ງຫລ້າສຸດປະກອບດ້ວຍ 12 ມາດຕາທີ່ໄດ້ກໍາໜົດກ່ຽວກັບຢາເສບຕິດຫວງຫ້າມ ສານເຄມີ ຂອງກາງຄະດີຢາເສບຕິດ ການຢຶດ-ການອາຍັດ-ການຢຶດເອົາສິ່ງຂອງ ການຂະຫຍາຍຜົນ ການຄຸ້ມຄອງກອງທຸນຕ້ານຢາເສບຕິດ ສິດ ແລະໜ້າທີ່ຂອງກະຊວງ ແລະກອງບັນ ຊາການປ້ອງກັນຄວາມສະຫງົບ ໃນແຕ່ລະຂັ້ນທົ່ວປະເທດ ໂດຍໃນສອງປີຜ່ານ ມາ ທາງການລາວຈັບນັກຄ້າຢາເສບຕິດໄດ້ 13,900 ກວ່າຄົນຈາກ 9,430 ກວ່າຄະດີ, ຢຶດຢາບ້າ 37 ກວ່າລ້ານເມັດ, ເຮໂຣອີນກວ່າ 735 ກິໂລກຣາມ, ຢາໄອຊ໌ 2 ຕັນ, ກັນຊາ 6.3 ຕັນ, ຝິ່ນກວ່າ 500 ກິໂລກຣາມ, ສານເຄມີ 10 ຕັນ, ອາວຸດແລະອຸປະກອນສື່ສານທີ່ທັນສະໄໝອີກເກີນກວ່າ 1 ໝື່ນລາຍການ.

XS
SM
MD
LG