ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະມົນຕີ ລາວ ຍອມຮັບວ່າ ປະຊາຊົນ ລາວ ຈະປະເຊີນກັບ ຄວາມທຸກຍາກ ຂຶ້ນຕື່ມ


ປະຊາຊົນ ລາວ ທີ່ປະສົບກັບ ເຫດໄພພິບັດນໍ້າຖ້ວມ ຢູ່ໃນແຂວງອັດຕະປື.
ປະຊາຊົນ ລາວ ທີ່ປະສົບກັບ ເຫດໄພພິບັດນໍ້າຖ້ວມ ຢູ່ໃນແຂວງອັດຕະປື.

ລັດຖະມົນຕີລາວ ຍອມຮັບວ່າ ນໍ້າຖ້ວມຄັ້ງໃຫຍ່ໄດ້ສົງຜົນເຮັດໃຫ້ສະພາບຊີວິດການ
ເປັນຢູ່ຂອງປະຊາຊົນທີ່ທຸກຍາກໃນ ລາວ ຕ້ອງປະເຊີນກັບສະພາບການທີ່ຍາກລຳບາກ
ຫຼາຍຂຶ້ນກວ່າເກົ່າ.

ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງວ່າການກະສິກຳ ແລະ ປ່າໄມ້ຖະແຫຼງລາຍງານ
ສະຫຼຸບຜົນກະທົບຈາກໄພນໍ້າຖ້ວມຄັ້ງໃຫຍ່ທີ່ໄດ້ເກີດຂຶ້ນໃນຊ່ວງເດືອນກໍລະກົດ-ກັນຍາ
2018 ນີ້ວ່າ ໄດ້ເຮັດໃຫ້ສະມັດຕະພາບການຜະລິດດ້ານກະສິກຳໂດຍສະເພາະຜະລິດ
ເຂົ້ານາປີນັ້ນ ຫຼຸດລົງເຖິງ 20 ເປີເຊັນ ທຽບກັບປີ 2017 ແລະ ພາຍໃຕ້ສະພາບການດັ່ງ
ກ່າວນີ້ກໍຍັງໄດ້ສົ່ງຜົນກະທົບເຮັດໃຫ້ສະພາບຊີວິດການເປັນຢູ່ຂອງປະຊາຊົນ ລາວ ທີ່
ທຸກຈົນຢູ່ແລ້ວ ຕ້ອງປະເຊີນກັບສະພາບການທີ່ຍາກລຳບາກຫຼາຍຂຶ້ນກວ່າເກົ່າອີກດ້ວຍ
ດັ່ງທີ່ທ່ານ ລຽນ ໄດ້ໃຫ້ການຢືນຢັນວ່າ:

“ພວກເຮົາຈະມີຄວາມຫຍຸ້ງຍາກໃນການຕອບສະໜອງສະບຽງອາຫານຢ່າງພຽງພໍໃນ
ທ້າຍລະດູຝົນປີນີ້ ປະຊາຊົນຫຼາຍບ່ອນຢືນຢູ່ຕໍ່ໜ້າຄວາມສ່ຽງທີ່ຈະທຸກຍາກຕື່ມ ແລະ
ຄອບຄົວພົ້ນທຸກແລ້ວຢູ່ໃນເຂດທີ່ໄດ້ຮັບຜົນກະທົບຈະກັບຄືນທຸກຕື່ມ.”

ໂດຍທັງນີ້ລັດຖະບານ ລາວ ໄດ້ຕຽມການຈະຮຽກຮ້ອງການຊ່ວຍເຫຼືອຈາກສາກົນຫຼາຍ
ຂຶ້ນໃນໂອກາດກອງປະຊຸມໂຕະມົນລະດັບສູງ ລະຫວ່າງ ລັດຖະບານ ລາວ ກັບອົງການ
ສາກົນ ແລະ ນານາຊາດ ທີ່ກຳນົດຈະຈັດຂຶ້ນໃນທ້າຍເດືອນພະຈິກ 2018 ທີ່ນະຄອນ
ຫຼວງວຽງຈັນ ໂດຍຈະນຳການຊ່ວຍເຫຼືອດັ່ງກ່າວ ມາໃຊ້ເພື່ອຟື້ນຟູສະພາບຊີວິດການ
ເປັນຢູ່ຂອງປະຊາຊົນ ລາວ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຄັ້ງໃຫຍ່ເປັນການສະ
ເພາະ.

ທາງດ້ານເຈົ້າໜ້າທີ່ອົງການສະຫະປະຊາຊາດດ້ານການພັດທະນາ (UNDP) ສຳນັກ
ງານປະຈຳນະຄອນຫຼວງວຽງຈັນ ຢືນຢັນວ່າ ໃນປີ 2017 ບັນດາອົງການສາກົນ ແລະ
ລັດຖະບານກວ່າ 30 ປະເທດທີ່ເຂົ້າຮ່ວມກອງປະຊຸມໂຕະມົນໄດ້ໃຫ້ການຊ່ວຍເຫຼືອແກ່
ລັດຖະບານ ລາວ ຫຼາຍກວ່າ 962 ລ້ານໂດລາ ແຕ່ວ່າການທີ່ລາວຕ້ອງປະເຊີນກັບໄພ
ນໍ້າຖ້ວມຄັ້ງໃຫຍ່ ທີ່ເຮັດໃຫ້ເກີດການເສຍຫາຍຢ່າງຫຼວງຫຼາຍໃນປີ 2018 ຈຶ່ງຄາດວ່າ
ລັດຖະບານ ລາວ ຈະຂໍການຊ່ວຍເຫຼືອຈາກນານາຊາດເພີ່ມຂຶ້ນ ເປັນບໍ່ໜ້ອຍກວ່າ
1,200 ລ້ານໂດລາ ເພື່ອຟື້ນຟູສະພາບຊີວິດການເປັນຢູ່ຂອງປະຊາຊົນ ລາວ ທີ່ຖືກກະ
ທົບຈາກໄພນໍ້າຖ້ວມຄັ້ງໃຫຍ່ເຖິງ 638,437 ຄົນໃນ 131,507 ຄອບຄົວໃນເຂດ 2,409
ບ້ານ 115 ເມືອງ, 17 ແຂວງ ແລະ ນະຄອນຫຼວງວຽງຈັນ ທັງຍັງມີຜູ້ເສຍຊີວິດ 55 ຄົນ,
ບາດເຈັບ 2 ຄົນ, ສູນຫາຍ 65 ຄົນ ແລະ 16,709 ຄົນບໍ່ມີທີ່ຢູ່ອາໄສເພາະເຮືອນຖືກນໍ້
າຊັດເສຍຫາຍໄປຢ່າງສິ້ນເຊີງ.

ສ່ວນນາປີກໍເສຍຫາຍໄປ 96,000 ກວ່າເຮັກຕາ ຫຼື 12 ເປີເຊັນຂອງນາປີທີ່ປັກດຳໄດ້ທັງ
ໝົດ ໂດຍຍັງບໍ່ຮວມເຖິງເຂົ້າໄຮ່ ແລະ ພື້ນທີ່ປູກພືດຕ່າງໆ ທີ່ເສຍຫາຍໄປກວ້າງກວ່າ
15,000 ເຮັກຕາ ຄອງຊົນລະປະທານ 778 ແຫ່ງ, ໜອງປາ 5387 ໜອງ, ງົວ ຄວາຍ ໝູ
ແບ້ ຮວມກັນກວ່າ 23,000 ໂຕ ແລະ ສັດປີກເກີນກວ່າ 70,000 ໂຕ ທັງນີ້ອົງການອາ
ຫານ ແລະ ການກະສິກຳແຫ່ງ ສະຫະປະຊາຊາດ (FAO) ທີ່ບາງກອກ ປະເມີນວ່າ ໄພ
ນໍ້າຖ້ວມຄັ້ງໃຫຍ່ໃນ ລາວ ໄດ້ເຮັດໃຫ້ພາກກະສິກຳໄປເກີນກວ່າ 1,260 ຕື້ກີບ ສ່ວນການ
ທີ່ຈະຮັບປະກັນໃຫ້ໄດ້ວ່າ ປະຊາຊົນລາວ ຈະບໍ່ຂາດແຄນສະບຽງອາຫານໃນປີ 2019 ກໍ
ຈະຕ້ອງປູກພືດລະດູແລ້ງ ໃຫ້ໄດ້ເຖິງ 185,000 ເຮັກຕາອີກດ້ວຍ.

ແຕ່ຢ່າງໃດກໍຕາມ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຢືນຢັນວ່າ ເປົ້າໝາຍລົບ
ລ້າງຄວາມຍາກຈົນໃຫ້ໄດ້ຢ່າງສິ້ນເຊີງໃນປີ 2020 ນັ້ນບໍ່ໄດ້ໝາຍຄວາມວ່າຈະບໍ່ມີຄົນ
ຍາກຈົນເຫຼືອຢູ່ໃນລາວ ແຕ່ຢ່າງໃດ ແຕ່ເປັນການເຮັດໃຫ້ປະຊາຊົນ ລາວ ມີຢູ່ມີກິນ ໄດ້
ຮັບການປິ່ນປົວເມື່ອເຈັບປ່ວຍ ລູກຫຼານໄດ້ເຂົ້າຮ່ຽນ ທັງມີການຜະລິດສິນຄ້າ ແລະ ສະ
ບຽງອາຫານທີ່ກຸ້ມຕົນເອງໄດ້ຢ່າງໝັ້ນຄົງ.

ສ່ວນ UNDP ລາຍງານວ່າໃນ ລາວ ຍັງມີເດັກອາຍຸຕໍ່າກວ່າ 5 ປີທີ່ສ່ວນສູງຕໍ່າກວ່າເກນ
ເຖິງ 38 ເປີເຊັນ ສ່ວນເດັກທີ່ນໍ້າໜັກຕໍ່າກວ່າເກນ ກໍມີເຖິງ 27 ເປີເຊັນ, ການຮຽນຈົບຊັ້ນ
ປະຖົມປີທີ 5 ກໍເພີ່ມຂຶ້ນຢ່າງຊັກຊ້າ ອັດຕາການຕາຍຂອງເດັກອາຍຸຕໍ້າກວ່າ 1 ປີຍັງສູງ
ເຖິງ 43 ຄົນຕໍ່ 1,000 ຄົນ, ອັດຕາກການຕາຍຂອງແມ່ຂະນະຖືພາ ຫຼື ອອກລູກຍັງສູງ
ເຖິງ 182 ຄົນຕໍ່ 1 ແສນຄົນ ແລະ ແມ່ຍິງ ລາວ ທີ່ເກີດລູກໂດຍໄດ້ຮັບການຊ່ວຍເຫຼືອຈາກ
ແພດ-ພະຍາບານກໍຍັງຕໍ່າກວ່າ 60 ເປີເຊັນອີກດ້ວຍ.

XS
SM
MD
LG