ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຕໍ່ອະນຸຍາດ ບໍລິສັດ ຂຸດຄຳ ພາໃຫ້ເກີດ ການປະທ້ວງ ຢູ່ເອທິໂອເປຍ


ການປະ​ທ້ວງ​ຕໍ່ຕ້ານການຕໍ່ອາຍຸໃບອະນຸຍາດ ໃຫ້​ແກ່ບໍລິສັດ​ຄົ້ນຄວ້າພັດທະນາ​ລະຫວ່າງປະເທດ ໂມຮຳເມັດ ​ຫຼື MIDROC ວັນທີ 3 ພຶດສະພາ 2017.
ການປະ​ທ້ວງ​ຕໍ່ຕ້ານການຕໍ່ອາຍຸໃບອະນຸຍາດ ໃຫ້​ແກ່ບໍລິສັດ​ຄົ້ນຄວ້າພັດທະນາ​ລະຫວ່າງປະເທດ ໂມຮຳເມັດ ​ຫຼື MIDROC ວັນທີ 3 ພຶດສະພາ 2017.

ພວກ​ປະ​ທ້ວງ​ໄດ້ພາ​ກັນ​ລົງ​ສູ່​ຖະໜົນ ຢ່າງ​ໜ້ອຍ​ສິບ​ກວ່າຫົວເມືອງ ​ຢູ່​ທາງພາກ​ໃຕ້​ຂອງ​
ເອທິ​ໂອ​ເປຍ ໃນອາທິດ​ນີ້ ​ເພື່ອ​ປະ​ທ້ວງ ລັດຖະບານກາງ ທີ່​ໄດ້​ຕໍ່ອາຍຸ ​ໃບ​ອະ​ນຸຍາ​ດ
​ໃຫ້​ແກ່​ບໍລິສັດ​ຂຸດ​ຄົ້ນ​ບໍ່​ແຮ່ ທີ່​ເຂົາ​ເຈົ້າ​ກ່າວ​ວ່າ​ເປັນ​ອັນຕະລາຍ​ ຕໍ່ ສຸຂະພາບ​ຂອງ​ປະຊາຊົນໃນເຂດ​ທ້ອງ​ຖິ່ນ.

ການປະ​ທ້ວງ​ຢູ່ໃນເຂດໂອ​ໂຣ​ເມ​ຍ ທີ່ວຸ້ນວາຍ ​ແມ່ນ​ຕໍ່ຕ້ານການຕໍ່ອາຍຸໃບອະນຸຍາດ
10ປີ ​ໃຫ້​ແກ່ອົງການ​ຄົ້ນຄວ້າ ​ພັດທະນາ​ລະຫວ່າງປະເທດ ໂມຮຳເມັດ ​ຫຼື MIDROC
​ເພື່ອ​ສືບ​ຕໍ່​ການ​ຂຸດ​ຄົ້ນແຮ່​ຄຳຢູ່​ສະຖານ​ທີ່​ໃກ້​ກັບ​ເມືອງ​ຊາກ​ກີ​ໂຊ ​ແລະ​ແມ່​ນໍ້າ​ເລ​ກາ
ເດັມບີ.

ການ​ປະ​ທ້ວງໄດ້ມີຂຶ້ນຫລັງຈາກມີລາຍງານໃນວັນ​ສຸກ​ ​ທີ 27 ​ເມສາຜ່ານມາວ່າ​ມີການ
ຕໍ່ອາຍຸໃບ​ອະນຸຍາດໃຫ້​ແກ່ອົງການ MIDROC ທີ່​ໄດ້​ປະຕິບັດ​ງານ​ຂຸດ​ຄົ້ນ​ແຮ່ຄຳມາ​
ແຕ່​ທ້າຍ​ປີ 1990. ບໍລິສັດນີ້ ເປັນ​ເຈົ້າ​ຂອງໂດຍຜູ້​ຊາຍ​ຄົນ​ນຶ່ງ​ ທີ່​ຮັ່ງມີ​ທີ່​ສຸດ​ໃນອາ​ຟຣິ
ກາ ​ຊິກ ​ໂມ​ຮໍາ​ເມັດ ຮຸສ​ເຊ​ນ ອາລ-ອາ​ມູດີທີ່​ໄດ້​ຖືກ​ຈັບແຕ່ ​ເດືອນ​ພະ​ຈິກ ປີກາຍ ​ໃນ​ອັນ
​ທີ່​ຊາ​ອຸ​ດີ ອາຣາ​ເບຍ ກ່າວ​ຫາ​ວ່າ ຂັດຂວາງການປາບປາມ ຕໍ່​ຕ້ານ​ການກວດ​ລ້າງ​ສໍ້​ລາດ​
ບັງ​ຫຼວງ.

“ພວກ​ປະ​ທ້ວງ​ພາກັນ​ໂກດ​ແຄ້ນ​ທີ່​ສຸດ. ​ເຂົາ​ເຈົ້າພາກັນ​ຕັນ​ຖະໜົນ​ຫົນທາງ ​ແລະ​ຮຽກ
ຮ້ອງ​ໃຫ້​ມີ​ການ​ປ່ຽນແປ​ງ” ທີ່ທ່ານດູລາ​ຈາ ລາຟ ຜູ້​ປົກຄອງ​ເມືອງ ​ໂກ​ໂຣ ​ໂດ​ລາ ​ໄດ້
​ກ່າວ​ຕໍ່​ວີ​ໂອເອ ໃນການໃຫ້ສຳພາດ​ທາງ​ໂທລະສັບ​ເມື່ອ​ວັນ​ຈັນ​ທີ່ຜ່ານ​ມາ ​ເວລາ​ການ
ປະ​ທ້ວງໄດ້​ເລີ້ມ​ຂຶ້ນ. ທ່າ​ນກ່າວ​ວ່າ​ພວກ​ເຈົ້າໜ້າ​ທີ່​ທ້ອງ​ຖິ່ນ “​ເຂົ້າໃຈ ​ແລະເຫັນ​ພ້ອມ​ກັບ​
ຄວາມ​ເປັນ​ຫ່ວງ​ເຂົາ​ເຈົ້າ. ​ເຖິງ​ຢ່າງ​ໃດ​ກໍ​ດີ ພວກ​ເຮົາ​ບໍ່​ມີ​ອຳນາດ​ທີ່​ຈະ​ແກ້​ໄຂ​ບັນຫາ. ລັດຖະບານ​ເຂດ​ໂອ​ໂຣ​ເມຍ ​ແລະ​ລັດຖະບາ​ນກາງ​ຄວນ​ໃຫ້ການ​ຊ່ວຍ​ເຫຼືອ. ​ໃບ​ອະນຸ
ຍາດ​ບໍ່​ຄວ​ນທີ່ຈະໄດ້ຮັບການຕໍ່ອາຍຸ.”

ພວກ​ນັກຮຽນ​ທັດ​ທະ​ຍົມ​ຈຳນວນ​ນຶ່ງ​ພາກັນ​ຂາດ​ໂຮງຮຽນໃນ​ອາທິດ​ນີ້ເພື່ອ​ເຂົ້າຮ່ວມ
​ການປະ​ທ້ວງ​ຕໍ່ຕ້ານ​ການ​ຂຸດ​ຄົ້ນ​ບໍ່​ແຮ່ ທີ່​ໄດ້​ເກີດ​ຂຶ້ນ​ເປັນ​ລະຍະ​ໃນ​ຫຼາຍ​ປີທີ່ຜ່ານມາ.
ປະຊາຊົນ​ຊາ​ກິ​ໂຊ​ຄົນ​ນຶ່ງທີ່ຂໍໃຫ້​ວິ​ໂອ​ເອບໍ່ອອກ​ຊື່​ຂອງ​ລາວ​ເພາະ​ຢ້ານ​ຖືກແກ້ແຄ້ນ
ກ່າວ​ໃນ​ວັນສຸກ​ວານ​ນີ້​ວ່ານັກຮຽນ​ຈຳນວນ​ນຶ່ງ “​ໄດ້​ຖືກ​ຕີ​ເພາະ​ປະ​ທ້ວງ ​ແລະ​ຮຽກຮ້ອງ
ເອົາ​ສິດທິຕາມ​ກົດໝາຍລັດຖະທຳມະນູນ​ຂອງ​ເຂົາ​ເຈົ້າ."

ຮູບພາບສະແດງໃຫ້ເຫັນພວກປະທ້ວງຢູ່ເມືອງຊາກີໂຊ ໃນເດືອນກຸມພາ 2016.
ຮູບພາບສະແດງໃຫ້ເຫັນພວກປະທ້ວງຢູ່ເມືອງຊາກີໂຊ ໃນເດືອນກຸມພາ 2016.

​ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG