ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດ G.M. ເອີ້ນລົດກັບຄືນ ຫລາຍລ້ານຄັນ ທີ່ບໍ່ມີ ຄວາມປອດໄພ (ວີ​ດີ​ໂອ)


ລົດຂອງ ບໍລິສັດ General Motors
ລົດຂອງ ບໍລິສັດ General Motors
ບໍລິສັດຜະລິດ​ລົດຍົນ General Motors ຂອງ​ສະຫະລັດ
ໄດ້​ປະກາດເອີ້ນຄືນຄັ້ງໃໝ່ ​ລົດ​ຫຼາຍ​ລ້ານ​ຄັນ​ ທ່າມກາງທີ່
ມີຂ່າວນອງນັນເພີ້ມຂຶ້ນ ທີ່ວ່າ ທາງບໍລິສັດໄດ້ເຄື່ອນໄຫວ​
ຊ້າຫຼາຍ ​ໃນ​ການ​ແກ້​ໄຂຂໍ້ບົກຜ່ອງ ໃນເລື່ອງຄວາມ​ປອດ​
ໄພ ຂອງ​ລົດ ແລະ​ລົດ​ບັນທຸກ ຂອງບໍລິສັດນັ້ນ.

ການ​ປະກາດ​ຮ້ອງ​ເອົາ​ລົດ​ກັບ​ຄືນ ​ໄດ້​ມີ​ຂຶ້ນໃນ​ວັນ​ຈັນ​ວານ​ນີ້ ​ຊຶ່ງສ່ວນ​ໃຫຍ່​ພົວພັນ​ກັບລະບົບ
ສາຍ​ໄຟ​ທີ່ຜິດພາດ ທີ່​ອາດ​ຈະປ້ອງ​ກັນ​ບໍ່ໃຫ້​ຖົງ​ອາກາດ​ພື​ອອກ​ ໃນ​ເວລາເກີດການຕຳກັນ.

ບໍລິສັດ G.M. ​ໄດ້​ຮ້ອງ​ລົດກັບ​ຄືນ 1 ລ້ານ 6 ​ແສນ​ຄັນ ໃນ​ເດືອນ​ແລ້ວ​ນີ້ ຍ້ອນຄວາມ​ຜິດ
ພາດຢູ່​ຮູ​ກະ​ແຈບ່ອນ​ຕິດ​ຈັກ​ລົດ ຂອງ​ລົດ​ຂະໜາດ​ນ້ອຍ ທີ່​ສ້າງໃນ​ປີ 2003 ຫາ 2007​.
ບໍລິສັດ​ຜະລິດ​ລົດດັ່ງກ່າວ ປະ​ເຊີີນ​ໜ້າ​ກັບການ​ຖືກສືບສວນ​ ວ່າເປັນຫຍັງຈຶ່ງບໍ່​ໄດ້ອອກ
​ປະກາດຮ້ອງ​ລົດ​ກັບ​ຄືນ ​ເຖິງ​ແມ່ນ​ວ່າຕົນ​ໄດ້​ຮູ້​ເລື່ອງ​ກ່ຽວ​ກັບ​ບັນຫາ​ດັ່ງກ່າວ ​ມາໄດ້ດົນ
ກ​ວ່ານຶ່ງ​ທົດ​ສະ​ວັດແລ້ວ.

ຄວາມ​ຜິດພາດ​ຂອງ​ຮູ​ກະ​ແຈ​ບ່ອນ​ຕິດ​ຈັກ​ລົດ ​ໄດ້ເປັນສາ​ເຫດ​ ພາ​ໃຫ້ເກີດການຕຳ​ກັນ
31 ຄັ້ງ ​ຊຶ່ງ​ມີ 13 ຄົນ​ ເສຍ​ຊີວິດ.
ທ່ານ​ນາງ Mary Barra ຫົວໜ້າ​ບໍລິສັດ General Motors.
ທ່ານ​ນາງ Mary Barra ຫົວໜ້າ​ບໍລິສັດ General Motors.

ໃນ​ຄຳຖະ​ແຫລ​ງຕໍ່​ບັນດາ​ພະນັກງານ ​ໃນ​ວັນ​ຈັນ​ວານ​ນີ້
ຫົວໜ້າ​ບໍລິຫານ ບໍລິສັດ G.M ທ່ານ​ນາງ Mary Barra ​
ໄດ້​ໃຫ້​ຄຳໝັ້ນ​ສັນຍາວ່າ ທາງບໍລິສັດ​ຈະ​ເຄື່ອນໄຫວຢ່າງ​
ວ່ອງ​ໄວ ​ເພື່ອ​ປັບປຸງ​ເລື່ອງຄວາມ​ປອດ​ໄພ​ຂອງຕົນ.

ການ​ຮ້ອງເອົາ​ລົດ​ຄືນ ​ໃນ​ວັນ​ຈັນ​ວານ​ນີ້ ຍັງ​ພົວພັນ​ກັບ​ບັນຫາ
​ໃນການ​ປະກອບຄັນ​ຫ້າມ​ຫລື​ເບ​ຣກ ຂອງ​ລົດ​ລາ​ຄາແພງ ຈຳ
ນວນ​ຫລາຍ​ກວ່າ 60,000 ຄັນ ທີ່​ອາດ​ຈະ​ເຮັດ​ໃຫ້​ເກີດ​ໄຟ​ໄໝ້
ເຄື່ອງຈັກໄດ້.

ບໍລິສັດ General Motors ກ່າວ​ວ່າ ຕົນ​ຄາດວ່າ ຈະ​ໃຊ້​ເງິນ 300 ລ້ານ​ໂດ​ລາ ​ໃນ​ການ
​ສ້ອມ​ແປງ​ລົດ ທີ່​ຮ້ອງ​ກັບ​ຄືນ ທັງສອງລຸ້ນນັ້ນ.

US GM RECALL VO
please wait
Embed

No media source currently available

0:00 0:00:39 0:00


U.S. automaker General Motors has issued another recall of millions of
vehicles amid a growing scandal over its slow response to a safety defect
in its cars and trucks.

The recalls announced Monday mostly involve faulty wiring that could
prevent the deployment of air bags in the event of a crash.

G.M. recalled 1.6 million vehicles last month for defective ignition switches
in compact cars built between 2003 to 2007. The automaker is facing numerous investigations for failing to issue a recall, even though it knew
about the problems for more than a decade.

The faulty ignition switches have been linked to 31 crashes and 13 deaths.

In a video message to employees Monday, G.M. chief executive officer Mary Barra pledged the automaker would move aggresively to improve its safety procedures.

"In each case, we have pledged to cooperate fully while we work to make the recall itself as smooth as possible for our customers. These are serious developments that shouldn't surprise anyone.. After all, something went wrong with our process in this instance, and terrible things happened."

Monday's recalls also involve a problem in the brake assembly of more than 60,000 luxury sedans that could cause engine fires.

General Motors says it expects to spend about $300 million to repair the vehicles involved in both recalls.
XS
SM
MD
LG