ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກການທູດ ສຫລ ໃຫ້ການ ຕໍ່ສະພາ ກ່ຽວກັບ ການໂຈມຕີ ຢູ່ລີເບຍ (ວີດີໂອ)


US Benghazi
please wait
Embed

No media source currently available

0:00 0:01:14 0:00
ອະດີດ​ຮອງ​ຫົວໜ້າ​ສະຖານທູດ ສະຫະລັດ ​ໃນ Lybia ກ່າວ​ວ່າ
ທ່ານໄດ້​ຊອກ​ຫາ​ກາ​ນຊ່ວຍ​ເຫລືອ​ທາງທະຫານ ປີ​ກາຍ​ນີ້ ໃນ​ລະ​ຫວ່າງທີ່ກົງສຸນສະຫະລັດໃນ ​ເມື​ອງ Bengfhazi ​ຖືກ​ໂຈມຕີຢ່າງ​
ຮ້າຍ​ແຮງ ​ແຕ່ຖືກແຈ້ງ​ໃຫ້​ຊາບ​ວ່າ ຖານ​ທັບ​ອາກາດສະຫະລັດ ທີ່​
ໃກ້​ທີ່​ສຸດ​ນັ້ນ ​ແມ່ນ​ຢູ່ປະ​ເທດ Italy ​ຊຶ່ງ​ຫ່າງ​ໄກ​ຫຼາຍ​ເກີນ ​ກວ່າທີ່​
ຈະ​ໃຫ້ການ​ຊ່ວຍ​ເຫລືອ​ໃດໆ​ໄດ້.

ທ່ານ Gregory Hicks ກ່າວ​ຕໍ່​ຄະນະ​ກໍາມະການລັດຖະສະພາ​
ສະຫະລັດ ​ໃນ ວັນ​ພຸດ​ວານ​ນີ້ວ່າ ທ່ານ​ໄດ້​ຕິດ​ຕໍ່​ກັບບັນດາ​ເຈົ້າໜ້າ
​ທີ່​ສະຫະລັດ​ທີ່ກຸງ​ວໍ​ຕັນຫຼາຍຄັ້ງ ​ໂຮມ​ທັງ​ທ່ານ​ນາງຄຼິນຕັນ ຊຶ່ງ​ເປັນ
ລັດຖະມົນຕີ​ຕ່າງປະ​ເທດ ​ໃນ​ເວລາ​ນັ້ນ ​ແລະເຈົ້າໜ້າ​ທີ່​ລີ​ເບຍ ​ໃນ​
ຂະນະ​ທີ່ການ​ໂຈມ​ຕີ​ ເມື່​ອວັນ​ທີ 11 ກັນຍາ ພວມ​ດຳ ​ເນີນ​ໄປ​ ທີ່​
ສະຖານ​ກົງສຸນ​ສະຫະລັດ ​ໃນ​ເມືອງ Benghazi ທີ່​ມີ​ການ​ຄຸ້ມ​ກັນ
ບໍ່​ພຽງພໍນັ້ນ.

​ໃນ​ຈຸດ​ນຶ່ງນັ້ນ ທ່ານ Hicks ​ເວົ້າວ່າ ທ່ານ​ໄດ້​ຖາມ​ເຈົ້າໜ້າ​ທີ່​ກະຊວງ
​ປ້ອງ​ກັນ​ປະ​ເທດ​ສະຫະລັດ​ທ່ານ​ນຶ່ງ​ວ່າ ທ່ານ​ສາມາດ​ໄດ້​ຮັບ​ການ​ຊ່ວຍ
​ເຫຼືອທາງ​ທະຫານ ຫຼືບໍ່​ເພື່ອ​ຊ່ວຍ​ຕ້ານ​ຢັນ​ການໂຈມຕີ ​ທີ່​ສະຖານ​ກົງສຸນ​ໃນ Benghazi ດັ່ງກ່າວ.

​ແຕ່​ທ່ານ Hicks ​ເວົ້າ​ວ່າ ​ເຈົ້າໜ້າ​ທີ່ກະຊວງ​ປ້ອງ​ກັນ​ປະ​ເທດ​ບອກ​ທ່ານ​ວ່າ ມັນ​ຕ້ອງ​ໄດ້​ໃຊ້​ເຮືອບິນ​
ສະຫະລັດ​ທີ່​ປະ​ຈໍາ​ຢູ່​ຖານ​ທັບ​ອາກາດ​ໃນ​ອິຕາ​ລີ ສອງຫຼືສາມ​ຊົ່ວ​ໂມງ ກ່ອນ​ຈະ​ໄປ​ເຖິງ​ລີເບຍ ​ແລະ
​ເວລາ​ນັ້ນກໍ​ບໍ່​ມີ​ເຮືອບິນ​ບັນທຸກ​ນໍ້າມັນເພື່ອ ​ເຕີມ​ນໍ້າມັນໃຫ້ເຮືອບິນ​ລົບ​ກາງ​ອາກາດ​ໄດ້. ​ສ່ວນເຈົ້າ
ໜ້າ​ທີ່​ກະຊວງປ້ອງ​ກັນ​ປະ​ເທດ​ຄົນ​ອື່ນໆໄດ້​ບອກພວກ​ນັກ​ສືບສວນ​ວ່າ ມັນ​ອາດ​ໃຊ້​ເວລາ​ດົນ​
ກວ່າ​ນັ້ນ.

ທ່ານ Hicks ​ແລະ ​ເຈົ້າໜ້າ​ທີ່​ກະຊວງ​ຕ່າງປະ​ເທດ​ສະຫະລັດ​ອີກ​ສອງ​ຄົນ ​ໄດ້ ​ໄປປະກົດ​ຕົວ​ຕໍ່ໜ້າ
ຄະນະ​ກໍາມະການ​ກໍາກັບ​ດູ​ແລ​ແລະປະຕິ​ຮູບ​ລັດຖະບານ ທີ່​ນໍາພາ​ໂດຍ​ພັກຣີພັບ​ບລິ​ກັນຂອງ​ສະພາ
​ຕໍ່າ, ຊຶ່ງ​ເປັນ​ການໃຫ້ການ​ກ່ຽວ​ກັບ​ເຫດ ການໂຈມຕີ​ສະຖານ​ກົງສຸນ​ໃນ​ເບັງກາ​ຊີ ທີ່​ໄດ້​ສັງຫານ​ທ່ານ
Christopher Stevens ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ​ແລະ​ເຈົ້າໜ້າ​ທີ່ການ​ທູດ​ສະຫະລັດ ອີກ​
ສາມ​ຄົນ.

ພາຍ​ໃນບໍ່​ເທົ່າ​ໃດມື້​ຂອງ​ການ​ໂຈມ​ຕີ​ດັ່ງກ່າວ​ນັ້ນ ທ່ານ Hicks ​ເວົ້າ​ວ່າ ທ່ານ​ຈົນ​ຕົກສະ​ເງີນແລະ
ໜ້າ​ອັບອາຍ ທີ່​ໄດ້​ຍິນ​ທ່ານ​ນາງ Susan Rice ​ເອກ​ອັກ​ຄະ​ລັດ ຖະທູດ​ສະຫະລັດ​ປະ​ຈໍາ​ອົງການ​
ສະຫະ​ປະຊາ​ຊາດ ທີ່​ອອກ​ມາ​ຖະ​ແຫຼງ​ ກ່ຽວ​ກັບ ເຫດການດັ່ງກ່າວ ຕໍ່​ໂທລະພາບ​ຂອງ​ສະຫະລັດ
ວ່າ ການ​ໂຈມ​ຕີແມ່ນ​ເກີດ​ຂື້ນ ຈາກ​ການ​ປະ​ທ້ວງວີ​ດີ​ໂອທີ່​ຕໍ່ຕ້ານສາສະໜາອີສລາມ ດັ່ງ​ດຽວ​ກັບ​
ການ​ປະ​ທ້ວງທີ່​ເກີດ​ຂຶ້ນກ່ອນ​ໜ້າ​ນັ້ນ ​ໃນ​ວັນ​ດຽວກັນ​ທີ່ກຸງໄຄ​ໂຣ. ທ່ານ Hicks ​ເວົ້າ​ວ່າ ມັນ​ໄດ້
​ປະກົດ​ໃຫ້​ຮູ້​ແລ້ວ​ໃນ​ຊ່ວງຫຼາຍຊົ່ວ​ໂມງ​ທໍາ​ອິດ​ຂອງ​ການ​ໂຈມ​ຕີຢູ່​ເບັງ​ກາ​ຊີວ່າ​ເປັນ​ການ​ໂຈມຕີ​
ຂອງ​ພວກ​ກໍ່​ການຮ້າຍ ທີ່​ບໍ່​ກ່ຽວ​ພັນ​ກັບ​ການ​ປະ​ທ້ວງ​ວີ​ດີ​ໂອ ​ຕໍ່ ຕ້ານ​ມຸສລິ​ມນັ້ນ​ແຕ່​ຢ່າງ​ໃດ.

ໜ່ວຍ​ສືບສວນ​ສອບ​ສວນ​ອິດສະຫຼະ ​ໄດ້​ພົບ​ເຫັນການ​ບໍລິຫານ​ງານ​ທີ່ບໍ່​ມີ​ປະສິດ ທິພາ​ບຫຼາຍໆ​
ບັ້ນ​ຂອງກະຊວງ​ຕ່າງປະ​ເທດ ​ແມ່ນ​ເປັນ​ປັດ​ໄຈພາໃຫ້​ເກີດ​ຄວາມ​ລົ້ມ​ແຫຼວຕໍ່​ການ​ຮັກສາຄວາມ​
ປອດ​ໄພຢູ່​ເບັງ​ກາ​ຊີ ທີ່ເຮັດໃຫ້​ມີ​ການ​ເສ​ຍຊີວິດ​ຂອງ​ນັກ​ການ​ທູດ ສະຫະລັດ​ທັງ​ສີ່​ຄົນ​ດັ່ງກ່າວ.

ກ່ຽວຂ້ອງກັນ

XS
SM
MD
LG