ໃນລາຍການຊີວິດຊາວລາວຂອງ ວີໂອເອ ປະຈຳວັນພະຫັດມື້ນີ້ ເຮົາຈະພາທ່ານຟັງການໂອ້ລົມກັບ ດຣ. ຄາລ ພານ ຍານາງເມິລິຊາ ຈິນ ແລະດຣ. ໂຈ ລຽວຊພານທີ່ເປັນຊົນເຜົ່າມ້ຽນຈາກແຂວງບໍ່ແກ້ວຢູ່ພາກເໜືອຂອງລາວ ທີ່ພໍ່ແມ່ໄດ້ພາເຂົ້າມາຕັ້ງຖິ່ນຖານຢູ່ສະຫະລັດ ໃນຊຸມປີ 1970. ໃນສີ່ທົດສະວັດທີ່ຜ່ານມາ ເຂົາເຈົ້າໄດ້ພິສູດໃຫ້ເຫັນວ່າສະຫະລັດ ແມ່ນໃຫ້ໂອກາດແກ່ຜູ້ທີ່ມີພະຍາຍາມ ໄດ້ປະສົບຜົນສຳເລັດໃນການສຶກສາດັ່ງໃຈໝາຍ. ຊີວິດຄວາມເປັນມາຂອງເຂົາເຈົ້າເປັນມາຢ່າງໃດນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.
ເຜົ່າມ້ຽນ ແມ່ນຊົນເຜົ່ານ້ອຍໆ ຢູ່ໃນປະເທດລາວ ຊຶ່ງສ່ວນໃຫຍ່ແມ່ນຕັ້ງຖິ່ນຖານຢູ່ແຂວງຫລວງນໍ້າທາ ແລະບໍ່ແກ້ວ. ປັດຈຸບັນ ເຂົາເຈົ້ານອນຢູ່ໃນຈຳນວນເຈັດຊົນເຜົ່າລາວ ທີ່ໄດ້ເຂົ້າມາຕັ້ງຖິ່ນຖານຢູ່ໃນສະຫະລັດ. ໂດຍພື້ນຖານແລ້ວຊົນເຜົ່າມ້ຽນຢູ່ໃນປະເທດລາວ ແມ່ນເປັນຊາວໄຮ່ຊາວຊາວສວນ ບໍ່ໄດ້ຮັບການສຶກສາ ເພາະບໍ່ມີໂຮງຮຽນ ແລະບໍ່ມີໜ້າທີ່ບົດບາດຢູ່ໃນວົງການ ການປົກຄອງຂອງອະດີດລັດຖະບານແຫ່ງພະລາດຊະອານາຈັກລາວ.
ຊົນເຜົ່າມ້ຽນສ່ວນໃຫຍ່ໄດ້ອົບພະຍົບເຂົ້າມາຕັ້ງຖິ່ນຖານຢູ່ໃນສະຫະລັດ ໃນຊຸມປີ 1970 ຊຶ່ງພ້ອມໆກັນກັບບັນດາອົບພະຍົບຊົນເຜົ່າອື່ນໆ ທີ່ມາຈາກລາວ ທີ່ຕ້ອງ ໄດ້ເລີ້ມດ້ວຍຝາມືເປົ່າ, ບໍ່ຮູ້ພາສາ ບໍ່ລຶ້ງເຄີຍກັບສິ່ງແວດລ້ອມ ແລະຮີດຄອງ ປະເພນີຢູ່ບ່ອນຕັ້ງຖິ່ນຖານໃໝ່. ແຕ່ການຕັ້ງຊີວິດໃໝ່ຂອງເຂົາເຈົ້າ ກໍໄດ້ດຳເນີນໄປພາຍໃຕ້ຄວາມມີອິດສະລະພາບ ແລະສະເໝີພາບ.
ດຣ. ຄາລ ພານ ເດີນທາງມາສະຫະລັດກັບຄອບຄົວຕອນອາຍຸ 15 ປີແລະ ໄດ້ເລີ້ມເຂົ້າໂຮງຮຽນໃນຊັ້ນ ປ.3 ຢູ່່ລັດອາລາບາມາ. ຈາກນັ້ນ ຄອບຄົວທ່ານໄດ້ຍ້າຍ ໄປຢູ່ລັດຄາລິຟໍເນຍ ບ່ອນທີ່ທ່ານຮຽນຈົບມັດທະຍົມເວລາອາຍຸໄດ້ 20 ປີ. ທ່ານສຳເລັດປະລິນຍາຕີ ຈາກມະຫາວິທະຍາໄລຄາລິຟໍເນຍເບີກຄລີ (Berkeley) ປີ 1993, ປະລິນຍາໂທຈາກມະຫາວິທະຍາໄລ East Bay ໃນປີ 2003 ແລະປະລິນຍາເອກຈາກມະຫາວິທະຍາໄລ Mills College ໃນປີ 2016. ດຣ. ຄາລ ທີ່ເປັນຊົນເຜົ່າມ້ຽນຄົນທຳອິດທີ່ໄດ້ຮັບປະລິນຍາເອກໃນສະຫະລັດເລົ່າເຖິງຄວາມບຶກບືນສູ້ຊົນໃນດ້ານການສຶກສາສູ່ ວີໂອເອ ຟັງວ່າ:
“ຄວາມຈິງແລ້ວ ຂ້າພະເຈົ້າມາຈາກປະເທດລາວ ເຫັນວ່າມີໂອກາດໜ້ອຍ ຫລາຍ ມີຊີວິດຍາກລຳບາກກ່ອນເດີນທາງເຂົ້າເຖິງມາສະຫະລັດ. ຂ້າພະເຈົ້າ ໄດ້ເຫັນໂອກາດ ພວກເຮົາບໍ່ມີຄົນມ້ຽນເປັນແບບຢ່າງໃຫ້ເຫັນຢູ່ໃນປະຊາຄົມ ຂອງພວກເຮົານອກຈາກໂຕຂອງຂ້າພະເຈົ້າເອງ ຂ້າພະເຈົ້າເປັນຊົນເຜົ່າມ້ຽນຄົນ ທຳອິດທີ່ໄດ້ເຂົ້າມະຫາວິທະຍາໄລ. ຢູ່ເມືອງລາວບໍ່ມີໂຮງຮຽນ ພວກເຮົາຢູ່ເທິງພູ ເວລາຂ້າພະເຈົ້າເລີ້ມເຂົ້າໂຮງຮຽນຢູ່ໃນສະຫະລັດ ອາຍຸແກ່ຫລາຍແລ້ວ.”
ທ່ານເລົ່າສູ່ຟັງອີກວ່າ ເນື່ອງຈາກພໍ່ແມ່ຂອງທ່ານບໍ່ໄດ້ຮັບການສຶກສາ ເພິ່ນກໍບໍ່ສາມາດຊ່ວຍເຫລືອທ່ານໄດ້ຫລາຍປານໃດ ສະນັ້ນ ທ່ານໄດ້ຂໍຄວາມຊ່ວຍເຫລືອຈາກໂຄງການທີ່ເອີ້ນວ່າ “Support Disadvantage Student” ຫລື ໂຄງການສົ່ງເສີມນັກຮຽນທີ່ດ້ອຍໂອກາດ.
ຍານາງເມີລິຊາ ຈິນ ເດີນທາງມາເຖິງສະຫະລັດໃນປີ 1976 ໃນຕອນອາຍຸ 6 ປີ ຊຶ່ງບໍ່ສາມາດຂຽນ ແລະອ່ານພາສາລາວ ແຕ່ໄດ້ເລີ້ມຮຽນຊັ້ນປະຖົມຢູ່ໃນ ສະຫະລັດ. ຍານາງເມີລິຊາ ແມ່ນແມ່ຍິງເຜົ່າມ້ຽນຄົນທຳອິດທີ່ ສຳເລັດປະລິນຍາໂທຝ່າຍການສຶກສາຈາກມະຫາວິທະຍາໄລ East Bay ໃນປີ 2000. ປັດຈຸບັນນີ້ຍານາງ ເປັນຫົວໜ້າໂຮງຮຽນປະຖົມ John F. Kennedy ໃນເມືອງສະຕັອກຕັນ ລັດຄາລິຟໍເນຍ ຊຶ່ງຍານາງເມິລິຊາ ກ່າວສູ່ວີໂອເອ ຟັງວ່າ:
"ຄອບຄົວຂ້າພະເຈົ້າ ແມ່ນຄອບຄົວມ້ຽນຄອບຄົວທີສອງ ໄດ້ເດີນທາງມາເຖິງ ນະຄອນພອດແລນ ລັດອໍເຣກັນ ໃນປີ 1976 ສະຫະລັດອາເມຣິກາ. ທັນທີິ ທີ່ມາຮອດຂ້າພະເຈົ້າກໍໄດ້ເລີ້ມຕົ້ນຮຽນຊັ້ນ ປ. ນຶ່ງ. ເວລານັ້ນຍັງບໍ່ມີຄົນເອເຊຍ ແລະເປັນໂຮງຮຽນຄົນຜິວຂາວ ຂ້າພະເຈົ້າສາມາດຮຽນພາສາອັງກິດໄດ້ໄວ ແລະເລີ້ມລືມພາສາມ້ຽນທີ່ປາກເວົ້າກັບພໍ່ແມ່. ເວລາຂ້າພະເຈົ້າຮຽນຮອດມັດ ທະຍົມປາຍ ຂ້າພະເຈົ້າຈຶ່ງຮູ້ວ່າ ມະຫາວິທະຍາໄລແມ່ນຫຍັງ. ຂ້າພະເຈົ້າບໍ່ມີ ໃຜເປັນແບບຢ່າງ ນອກຈາກເພື່ອນນັກຮຽນຄົນຂາວທີ່ເວົ້າເຖິງມະຫາວິທະ ຍາໄລ. ຕໍ່ມາຂ້າພະເຈົ້າໄດ້ຍ້າຍມາຢູ່ລັດຄາລິຟໍເນຍ ເພື່ອຊອກຫາ ທາງເຂົ້າ ມະຫາວິທະຍາໄລ ແລະໄດ້ເຂົ້າຢູ່ມະຫາວິທະຍາໄລຄາລິຟໍເນຍ Berkeley. ຂ້າພະເຈົ້າຕ້ອງຮຽນຮູ້ດ້ວຍຕົນເອງເພາະບໍ່ມີຜູ້ເປັນແບບຢ່າງ ທີ່ເຫັນວ່າການ ສຶກສາທີ່ເໜືອໄປກວ່າມັດທະຍົມເປັນສິ່ງສຳຄັນ ແລະມີໂອກາດ ທີ່ຈະໄດ້ ວຽກຫຍັງເຮັດໃນອານາຄົດ.”
ດຣ. ໂຈ ລຽວ-ຄາລ ທີ່ພໍ່ແມ່ເປັນຊາວໄຮ່ ທີ່ປູກເຂົ້າຢູ່ຕາມເນີນພູ ແລະບໍ່ຮູ້ຂຽນ ບໍ່ຮູ້ອ່ານໜັງສື. ດຣ. ໂຈ ບໍ່ເຄີຍເຂົ້າໂຮງຮຽນ ເພາະບໍ່ມີໂຮງຮຽນຢູ່ໃນເຂດ ດັ່ງກ່າວ. ທ່ານໄດ້ເລີ້ມເຂົ້າໂຮງຮຽນຊັ້ນປະຖົມເທື່ອທຳອິດ ຢູ່ໃນສູນອົບພະຍົບ ໃນປະເທດໄທ ຕອນໄດ້ 11 ປີ. ຕໍ່ມາຄອບຄົວໄດ້ນຳພາເຂົ້າມາຕັ້ງຖິ່ນຖານ ໃໝ່ໃນສະຫະລັດໃນປີ 1980. ນັບແຕ່ນັ້ນມາ ຊີວິດຂອງທ່ານໄດ້ປ່ຽນແປງ ຢ່າງໄວວາໃນດ້ານໂອກາດໄດ້ຮັບການສຶກສາ ດັ່ງທີ່ ດຣ. ໂຈ ໄດ້ເລົ່າສູ່ ວີໂອເອ ຟັງດັ່ງນີ້:
“ຂ້າພະເຈົ້າຈື່ ແລະເຫັນພໍ່ແມ່ພາເຮັດໄຮ່ ເຂົາເຈົ້າເອົາໄມ້ຖັ່ງລົງດິນເປັນຂຸມ ເອົາເມັດເຂົ້າຫວ່ານລົງໃສ່ ແລ້ວຖົມດິນໄວ້. ພໍ່ແມ່ຂ້າພະເຈົ້າຂຽນ ແລະອ່ານໜັງສືບໍ່ເປັນ ແລະຂ້າພະເຂົ້າກໍບໍ່ເຄີຍໄດ້ໄປໂຮງຮຽນຈົນມາຕົກຢູ່ໃນສູນອົບ ພະຍົບປະເທດໄທ. ເວລາມາຕົກຢູ່ສະຫະລັດຄອບຄົວພາຍ້າຍໄປຢູ່ຫລາຍລັດ ແລະໃນທີ່ສຸດໄດ້ຕັ້ງຖິ່ນຖານຢູ່ໃນລັດຄາລິຟໍເນຍ ບ່ອນທີ່ຂ້າພະເຈົ້າເຕີບໃຫຍ່ ແລະເຂົ້າໂຮງຮຽນມັດທະຍົມ. ພໍ່ແມ່ຂອງຂ້າພະເຈົ້າເຖິງແມ່ນບໍ່ໄດ້ຮັບການ ສຶກສາ ແຕ່ກໍໄດ້ບອກສອນໄວ້ວ່າ ນີ້ແມ່ນໂອກາດການສຶກສາແກ່ ຂ້າພະເຈົ້າ ເພື່ອໃຫ້ທ່ວງທັນ ແລະແຂ່ງຂັນກັບຄົນອື່ນໆ. ເພາະສະນັ້ນ ຂ້າພະເຈົ້າໄດ້ບຶກ ບືນຮໍ່າຮຽນ ໄດ້ຮັບການແນະນຳຈາກໂຮງຮຽນ ແລະຊ່ວຍຕົນເອງໃຫ້ຫລາຍ ທີ່ສຸດມາຕະຫລອດ ອີງອາໄສທຶນ ແລະຢືມເງິນຮຽນຈາກລັດຖະບານ ຈົນສຳ ເລັດປະລິນຍາເອກຝ່າຍການສຶກສາ ໃນປີ 2013 ຈາກມະຫາວິທະຍາໄລເດຣັກແຊລ (Drexel) ຢູ່ເມືອງຟິລາແດນເຟຍ. ຂ້າພະເຈົ້າໄດ້ເລີ້ມສອນມາແຕ່ປີ 1997 ຢູ່ຂັ້ນປະຖົມ, ມັດທະຍົມກາງ ແລະມັດທະຍົມປາຍ. ປັດຈຸບັນນີ້ ຂ້າພະເຈົ້າສອນກ່ຽວກັບການສຶກສາ ໃຫ້ແກ່ພວກນັກຮຽນປະລິນຍາໂທ ທີ່ກຽມ ເອົາປະກາດສະນິຍະບັດການສອນຢູ່ມະຫາວິທະຍາໄລ ແຊນແຟຣນຊິສໂກ.”
ເຜົ່າມ້ຽນອາເມຣິກັນເຊື້ອສາຍລາວ ທັງສາມຄົນນີ້ ແມ່ນນອນ ຢູ່ໃນຄົນເຊື້ອສາຍລາວທີ່ໄດ້ສະແດງໃຫ້ເຫັນເຖິງຜົນສຳເລັດຈາກຄວາມບາກບັ່ນໃນ ດ້ານການ ສຶກສາ. ເຖິງແມ່ນໄດ້ມາເຖິງສະຫະລັດໃນຕອນອາຍຸແກ່ທີ່ພາໃຫ້ເລີ້ມຕົ້ນ ເຂົ້າໂຮງຮຽນຊ້າກໍຕາມ ແຕ່ພວກເຂົາເຈົ້າເປັນຕົວຢ່າງທີ່ພິສູດໃຫ້ເຫັນວ່າ ຄວາມພະຍາຍາມ ຢູ່ທີ່ໃດຄວາມສຳເລັດຢູ່ທີ່ນັ້ນ ໂດຍສະເພາະແມ່ນຢູ່ໃນສະຫະລັດ ທີ່ເປັນປະເທດໃຫ້ໂອກາດແກ່ທຸກຄົນທີ່ມີຄວາມບາກບັ່ນແຫ່ງນີ້.