ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຜົນການເລືອກຕັ້ງກາງສະໄໝ ໃນເຂດເລືອກຕັ້ງ ແຟແຟັກສ໌ ຄາວຕີ ບໍ່ເປັນໄປຕາມ ຜູ້ປ່ອນບັດຄົນນຶ່ງ


ພວກທີ່ມີສິດລົງຄະແນນສຽງ ພາກັນໄປປ່ອນບັດເລືອກຕັ້ງ ກາງສະໄໝຂອງສະຫະລັດ ຢູ່ທີ່ໂຮງຮຽນປະຖົມ ໂຣບີອັດສ໌ ໃນເມືອງມິດໂລຕຽນ ລັດເວີຈີເນຍ, ວັນທີ 8 ພະຈິກ 2022. (Photo by Ryan M. Kelly / AFP)
ພວກທີ່ມີສິດລົງຄະແນນສຽງ ພາກັນໄປປ່ອນບັດເລືອກຕັ້ງ ກາງສະໄໝຂອງສະຫະລັດ ຢູ່ທີ່ໂຮງຮຽນປະຖົມ ໂຣບີອັດສ໌ ໃນເມືອງມິດໂລຕຽນ ລັດເວີຈີເນຍ, ວັນທີ 8 ພະຈິກ 2022. (Photo by Ryan M. Kelly / AFP)

ທ່ານວິຣັດ ພົງສະຫວັນ ອາຍຸ 53 ປີ ນັກອອກແບບດ້ານຮູບພາບ ອາໄສຢູ່ໃນເມືອງສປຣິງຟີລ ຂຶ້ນກັບເຂດແຟແຟັກສ໌ ຄາວຕີ ລັດເວີຈີເນຍ ແລະ ເຮັດວຽກຢູ່ນະຄອນຫຼວງວໍຊິງຕັນ, ໃນວັນເລືອກຕັ້ງກາງສະໄໝ ເມື່ອວັນອັງຄານຜ່ານມານີ້ ທ່ານກໍໄດ້ໄປປ່ອນບັດທີ່ໜ່ວຍເລືອກຕັ້ງເຂດທີ 11 ໂດຍມີຜູ້ສະໝັກຄື ທ່ານເຈີໂຣລດ໌ ອີ “ເຈີຣີ” ຄອນໂນລລີ ສັງກັດພັກເດໂມແຄຣັດ ແລະຄູ່ແຂ່ງ ທ່ານເຈມສ໌ ຈີ “ຈິມມີ” ມາຍລສ໌ ສັງກັດພັກຣີພັບບລີກັນ ຢູ່ໃນບັດເລືອກຕັ້ງ ຊຶ່ງທັງສອງທ່ານແຂ່ງເອົາຕຳແໜ່ງສະມາຊິກສະພາຕ່ຳສະຫະລັດ. ທ່ານວິຣັດ ໄດ້ກ່າວຕໍ່ວີໂອເອ ລາວ ເປັນພາສາອັງກິດວ່າ:

“Yesterday I went to vote around 2 o’clock at Methodist Church in Springfield this time I voted for Republican just out of my concern for the economy and crime just to see how it will affect you know the house and the senate.”

ທ່ານເວົ້າວ່າ “ມື້ວານນີ້ ຂ້າພະເຈົ້າໄປລົງຄະແນນສຽງ ປະມານບ່າຍ 2 ໂມງ ຢູ່ທີ່ໂບດແມັດໂທດິສ ໃນເມືອງສປຣິງຟີລ ຄັ້ງນີ້ ຂ້າພະເຈົ້າໄດ້ລົງຄະແນນສຽງໃຫ້ແກ່ພັກຣີພັບບລີກັນ ກໍຍ້ອນຄວາມເປັນຫ່ວງຂອງຂ້າພະເຈົ້າ ສຳລັບເລື້ອງເສດຖະກິດ ແລະອາຊະຍາກຳ ພຽງແຕ່ເບິ່ງວ່າ ມັນຈະມີຜົນແນວໃດ ທ່ານກໍຮູ້ຈັກ ຕໍ່ສະພາຕ່ຳ ແລະສະພາສູງ.”

ໃນຂະນະທີ່ຕ່າງຝ່າຍກໍແຂ່ງຂັນກັນຢ່າງເອົາຈິງເອົາຈັງ ເພື່ອການຄວບຄຸມລັດຖະສະພາຢູ່ນີ້ ປະຊາຊົນຊາວອາເມຣິກັນ ຫຼາຍສິບລ້ານຄົນ ສ່ວນໃຫຍ່ກໍເປັນຫ່ວງເປັນໃຍໃນເລື້ອງເສດຖະກິດເໝືອນດັ່ງກັບທ່ານວິລັດ. ພັກຣີພັບບລີກັນ ກໍໄດ້ນຳເອົາເລື້ອງນີ້ ມາເປັນຫົວຂໍ້ສຳລັບການໂຄສະນາຫາສຽງ ກ່າວຕ້ອງຕິຖິ້ມໂທດໃສ່ ພັກເດໂມແຄຣັດ. ສ່ວນຜົນການເລືອກຕັ້ງໃນເຂດທີ 11 ນີ້ ຄາດວ່າ ພັກເດໂມແຄຣັດ ຈະຊະນະຄູ່ແຂ່ງຈາກພັກຣີພັບບລີກັນ ເພາະການນັບຄະ ແນນສຽງ​ຫຼ້າ​ສຸດ​ທີ່​ລາຍ​ງານໂດຍ​ລັດ​ເວ​ຈີ​ເນຍໃນ​ເວລາ 5 ໂມງ​ແລງ​ຂອງວັນ​ທີ 9 ພະ​ຈິກ​ແຈ້ງວ່າ ທ່ານຄອນໂນລລີ ໄດ້​ຮັບ​ 154,593 ຄະ​ແນນ ຫຼື 66.4 ເປີ​ເຊັນ ຂອງ​ຄະ​ແນນ​ສຽງ​ທີ່​ນັບ​ໄປ​ແລ້ວ​ທັງ​ໝົດ 99 ເປີ​ເຊັນ.

XS
SM
MD
LG