ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເມືອງນຶ່ງຂອງລັດມິຊິແກນ ລົ້ມແຫຼວໃນການສະກັດກັ້ນ ການກໍ່ສ້າງໂຮງງານລົດໄຟຟ້າຂອງຈີນ


ແຟ້ມພາບ - ຕຶກຫໍລັດຖະສະພາ ຫຼື Capitol ຖ່າຍເມື່ອວັນທີ 12 ທັນວາ 2012, ໃນເມືອງເອກ ແລນຊິງ ຂອງລັດມິຊິແກນ. ໃນປີ 2023 ສະພາອະນຸມັດໃຫ້ຈັດສັນທຶນສຳລັບແຜນການສ້າງໂຮງງານໂດຍ ຜູ້ຜະລິດລົດຍົນຂອງຈີນ ບໍລິສັດ Gotion ໃນພາກຕາເວັນຕົກຂອງລັດມິຊິແກນ ທີ່ພວກສະໜັບສະໜຸນກ່າວວ່າ ຈະສ້າງວຽກຫຼາຍພັນຕຳແໜ່ງ.
ແຟ້ມພາບ - ຕຶກຫໍລັດຖະສະພາ ຫຼື Capitol ຖ່າຍເມື່ອວັນທີ 12 ທັນວາ 2012, ໃນເມືອງເອກ ແລນຊິງ ຂອງລັດມິຊິແກນ. ໃນປີ 2023 ສະພາອະນຸມັດໃຫ້ຈັດສັນທຶນສຳລັບແຜນການສ້າງໂຮງງານໂດຍ ຜູ້ຜະລິດລົດຍົນຂອງຈີນ ບໍລິສັດ Gotion ໃນພາກຕາເວັນຕົກຂອງລັດມິຊິແກນ ທີ່ພວກສະໜັບສະໜຸນກ່າວວ່າ ຈະສ້າງວຽກຫຼາຍພັນຕຳແໜ່ງ.

ຊຸມຊົນໃນຊານເມືອງຂອງລັດມິຊິແກນ ສູນເສຍຄວາມພະຍາຍາມທີ່ຈະສະກັດກັ້ນ ຜູ້ຜະລິດໝໍ້ໄຟລາຍໃຫຍ່ສຳລັບລົດໄຟຟ້າ ເພື່ອບໍ່ໃຫ້ສ້າງໂຮງງານຢູ່ໃນລັດມິຊິແກນ, ເຊິ່ງເປັນລັດທີ່ຍິນດີຕ້ອນຮັບການລົງທຶນຂອງຈີນມາຫຼາຍທົດສະວັດແລ້ວ.

ບໍລິສັດ Gotion Inc. ໄດ້ຈັດຕັ້ງຂໍ້ຕົກລົງການພັດທະນາກັບຄະນະກຳມະການຂອງເມືອງ Green Charter Township. ຜູ້ພິພາກສາສານເມືອງຂອງສະຫະລັດ ທ່ານນາງ ເຈນ ເບັກເກີຣິງ, ໃນຄຳສັ່ງຫ້າມເບື້ອງຕົ້ນຂອງມື້ວັນສຸກທີ່ຜ່ານມາ ທີ່ໄດ້ຕັດສິນວ່າ ຂໍ້ຕົກລົງຂອງເມືອງກັບບໍລິສັດ Gotion ຍັງຄົງໃຊ້ໄດ້ຢູ່.

ທ່ານຊັກ ທີເລນ, ຮອງປະທານຂອງບໍລິສັດ Gotion ຮັບຜິດຊອບການຜະລິດໃນເຂດອາເມຣິກາເໜືອ ໄດ້ກ່າວຕໍ່ ໜັງສືພິມ Detroit News ວ່າ ບໍລິສັດ Gotion ພ້ອມທີ່ຈະເຮັດວຽກກັບລັດຖະບານເມືອງ “ເພື່ອຊຸກຍູ້ໂຄງການໃຫ້ກ້າວໄປຂ້າງໜ້າ.”

ແນວໃດກໍຕາມ, ບັນດາສະມາຊິກຂອງຄະນະກຳມະການ ຜູ້ທີ່ໄດ້ອະນຸມັດຂໍ້ຕົກລົງດັ່ງກ່າວ, ມາບັດນີ້ ໄດ້ຖືກລົງຄະແນນສຽງໃຫ້ອອກຈາກຕຳແໜ່ງ ແລະໄດ້ຖືກສັບປ່ຽນໂດຍຜູ້ທີ່ຕໍ່ຕ້ານບໍລິສັດ Gotion.

ຫົວໜ້າຮັບຜິດຊອບຂອງເມືອງ Green Charter Township ທ່ານເຈສັນ ຄຣູສ ໄດ້ກ່າວຕໍ່ໜັງສືພິມ Detroit News ວ່າ “ພວກເຮົາເສຍໃຈໃນເວລານີ້,” ແລະກ່າວຕື່ມວ່າ ບໍ່ມີການຕັດສິນໃຈກ່ຽວກັບການຍື່ນຂໍອຸທອນໃດໆເທື່ອ.

ຂໍ້ຕົກລົງຂອງບໍລິສັດ Gotion ກັບເມືອງ Green Charter Township ແມ່ນມີກຳນົດທີ່ຈະສ້າງວຽກເຮັດງານທຳ 2,350 ໜ້າວຽກ ໂດຍການລົງທຶນມູນຄ່າ 2.34 ຕື້ໂດລາ, ເຊິ່ງຫຼາຍໆຄົນເຫັນວ່າ ຈະຮັບປະກັນດ້ານເສດຖະກິດໃນອະນາຄົດຂອງເມືອງດັ່ງກ່າວ ເຊິ່ງເປັນເຂດຊານເມືອງທີ່ຕັ້ງຢູ່ທາງກ້ຳຕາເວັນຕົກສຽງເໜືອຂອງນະຄອນດີທຣອຍ ໂດຍຫ່າງປະມານ 3 ຊົ່ວໂມງຖ້າຂັບລົດ, ເຊິ່ງເປັນສູນກາງຂອງອຸດສາຫະກຳລົດຍົນ.

ຜູ້ປົກຄອງລັດມິຊິແກນ ທ່ານນາງ ເກຣດເຊັນ ວິດເມີ ແລະ ບັນດາເຈົ້າໜ້າທີ່ລັດຄົນອື່ນໆ ພາກັນສະໜັບສະໜູນຕໍ່ຂໍ້ຕົກລົງດັ່ງກ່າວນັ້ນ.

A rural Michigan community has lost its bid to block a major electric vehicle battery maker from building a factory in Michigan, a state that has welcomed Chinese investment for decades.

Gotion Inc. had established a development deal with the board of Green Charter Township. U.S. District Judge Jane Beckering, in a preliminary injunction Friday, ruled that the township’s agreement with Gotion remains valid.

Chuck Thelen, Gotion’s vice president of North American manufacturing, told The Detroit News that Gotion is ready to work with the township “to move the project forward.”

However, the board members who approved the arrangement have now been voted out of office and replaced by anti-Gotions.

“We’re just disappointed at this time,” Green Charter Township Supervisor Jason Kruse, told The Detroit News, adding that there has been no decision about filing an appeal.

Gotion’s deal with the township is set to create 2,350 jobs generated by a $2.34 billion investment that many see as a way to secure the economic future of the township, a rural enclave just over a three-hour drive northwest from Detroit, the auto industry hub. Michigan Governor Gretchen Whitmer and other state officials support the agreement.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG