ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມືປືນ ມາຣີອາຈີ ໄດ້ລະດົມຍິງປືນໃສ່ຄົນໃນຈະຕຸລັດ ກາຣີບາລດີ ໃນນະຄອນຫຼວງ ເມັກຊິໂກ ຊີຕີ້.


ແຜນທີ່ປະເທດ ເມັກຊິກໂກ
ແຜນທີ່ປະເທດ ເມັກຊິກໂກ

ບັນດາເຈົ້າໜ້າທີ່ ເມັກຊິໂກ ໄດ້ກ່າວໃນວັນເສົາວານນີ້ວ່າ ຄົນທີຫ້າໄດ້ເສຍຊີວິດ
ຫຼັງຈາກມືປືນ, ຜູ້ທີ່ໄດ້ແຕ່ງຕົວໃສ່ເສື້ອແຈັກເກັດ ແລະ ໂສ້ງພື້ນເມືອງຂອງນັກດົນ
ຕີ ມາຣີອາຈີ, ໄດ້ລະດົມຍິງປືນໃສ່ຄົນໃນຈະຕຸລັດ ກາຣີບາລດີ ທີ່ມີຊື່ສຽງຂອງນະ
ຄອນຫຼວງ ເມັກຊິໂກ ຊີຕີ້.

ບັນເຈົ້າໜ້າທີ່ໄດ້ກ່າວວ່າ ຄົນຮ້າຍໄດ້ໃຊ້ປືນຍາວ ແລະ ປືນສັ້ນໃນການໂຈມຕີ,
ເຊິ່ງໄດ້ເຮັດໃຫ້ 8 ຄົນໄດ້ຮັບບາດເຈັບເຊັ່ນກັນໃນນະຄອນຫຼວງດັ່ງກ່າວ ເມື່ອ
ວັນສຸກທີ່ຜ່ານມາ, ໃນຂະນະທີ່ຜູ້ໄປທ່ຽວກຳລັງມ່ວນຊື່ນກັບສັບປະດາການສະ
ເຫຼີມສະຫຼອງວັນປະກາດເອກະລາດ ທີ 16 ກັນຍາ.

ເຈົ້າໜ້າທີ່ຕຳຫຼວດຂອງເມືອງໄດ້ກ່າວວ່າ ພວກມືປືນໄດ້ຫຼົບໜີໄປກັບລົດຈັກ
ສາມຄັນ. ຈະຕຸລັດ ກາຣີບາລດີ ມີຊາຍແດນຕິດກັບໝູ່ບ້ານ ເຕປີໂຕ ທີ່ມີຊື່ສຽງໃນທາງບໍ່ດີຂອງນະຄອນຫຼວງ ເມັກຊິໂກ ຊີຕີ, ເປັນບ້ານຂອງແກັ້ງ
La Union, ເຊິ່ງຕຳຫຼວດເວົ້າວ່າ ເປັນຜູ້ຢູ່ເບື້ອງຫຼັງການເພີ່ມຂຶ້ນຂອງການ
ຄ້າຢາເສບຕິດ ແລະ ການໃຊ້ຄວາມຮຸນແຮງເພື່ອປົກປ້ອງທຸລະກິດຂອງ
ພວກເຂົາ.

ທ່ານ ອາເລຮານໂດຣ ໂຮບ (Alejandro Hope) ຜູ້ຊ່ຽວຊານດ້ານຄວາມ
ປອດໄພ ເມັກຊິໂກ ໄດ້ກ່າວຕໍ່ອົງການຂ່າວ AP ວ່າພວກມືປືນໄດ້ແນເປົ້າ
ໃສ່ຮ້ານອາຫານທີ່ສະເພາະເຈາະຈົງຢູ່ຈະຕຸລັດນັ້ນ ເປັນສິ່ງທີ່ອາດເປັນ
ການຂົ່ມຂູ່ສຳລັບການປົກປ້ອງເງິນ ຫຼື ເປັນການໂຈມຕີຄູ່ແຂ່ງ.ທ່ານໄດ້
ກ່າວວ່າ “ມັນບໍ່ໄດ້ແມ່ນການຊຸ້ມໂຈມຕີ.”ປະເທດ ເມັກຊິໂກ ໄດ້ປະສົບ
ກັບຄື້ນຂອງຄວາມຮຸນແຮງທີ່ກ່ຽວຂ້ອງກັບຢາເສບຕິດນັບຕັ້ງແຕ່ປີ 2006
ເປັນຕົ້ນມາ ເມື່ອກອງທັບບົກໄດ້ຖືກສົ່ງໄປຕໍ່ສູ້ກັບແກັ້ງຄ້າຢາເສບຕິດທີ່
ມີອຳນາດທີ່ສຸດຂອງປະເທດ.

Mexican officials said Saturday that a fifth person has died after gunmen, dressed in the traditional embroidered jackets and pants of Mariachi musicians, opened fire in Mexico City's famed Plaza Garibaldi.

Authorities said the assailants used rifles and handguns in the attack, which also injured eight people Friday in the capital, as revelers were enjoying the September 16 Independence Day weekend celebrations.

The city's prosecutors office said the shooters fled on three motorcycles.

Plaza Garibaldi borders Mexico City's infamous Tepito neighborhood, the home of La Union gang, which police say is behind a surge in drug-dealing and protection rackets.

Alejandro Hope, a Mexican security expert, told the Associated Press the shooters targeted a specific restaurant on the plaza in what may have been a shakedown for protection money or a hit on rivals.

"It was not random," he said.

Mexico has been hit by a wave of drug-related violence since 2006 when the army was deployed to fight the country's powerful drug cartels.

XS
SM
MD
LG