ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ລົງຄະແນນສຽງໃນ ເມັກຊິໂກ ກຽມພ້ອມ ເພື່ອການເລືອກຕັ້ງ ປະທານາທິບໍດີ


ຜູ້ສະໜັບສະໜູນຂອງຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ເມັກຊິໂກ ທ່ານ ແອນເດຣັສ ມານູແອລ ໂລເປສ ໂອບຣາດໍ ເຕົ້າໂຮມກັນ ໃນງານປິດການໂຄສະນາຫາສຽງທີ່ສະໜາມກິລາ ແອສເຕກາ, ນະຄອນຫຼວງ ເມັກຊິໂກ ຊິຕີ້, ປະເທດ ເມັກຊິໂກ. 27 ມິຖຸນາ, 2018.
ຜູ້ສະໜັບສະໜູນຂອງຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ເມັກຊິໂກ ທ່ານ ແອນເດຣັສ ມານູແອລ ໂລເປສ ໂອບຣາດໍ ເຕົ້າໂຮມກັນ ໃນງານປິດການໂຄສະນາຫາສຽງທີ່ສະໜາມກິລາ ແອສເຕກາ, ນະຄອນຫຼວງ ເມັກຊິໂກ ຊິຕີ້, ປະເທດ ເມັກຊິໂກ. 27 ມິຖຸນາ, 2018.

ການເລືອກຕັ້ງປະທານາທິບໍດີຂອງປະເທດ ເມັກຊິໂກ ໃນວັນອາທິດມື້ນີ້ ກຳລັງຈະ
ກາຍເປັນການລົງຄະແນນສຽງ ທີ່ເປັນຄັ້ງປະຫວັດສາດ. ຫຼັງຈາກມີຄວາມບໍ່ພໍໃຈ ກັບ
ການສໍ້ລາດບັງຫຼວງ ແລະ ຄວາມຮຸນແຮງນັ້ນ, ພວກຜູ້ລົງຄະແນນສຽງ ໃນປະເທດ
ປາກົດວ່າ ຈະເດີນທາງໄປສະຖານທີ່ປ່ອນບັດ ພ້ອມກັບຄວາມຄິດການປ່ຽນແປງຢ່າງ
ຖ້ວມລົ້ນມີຢູ່ໃນໃຈ.

ການຢັ່ງຫາງສຽງ ໄດ້ສະແດງໃຫ້ເຫັນ ຢ່າງສະໝໍ່າສະເໝີວ່າທ່ານ ແອນເດຣັສ
ມານູແອລ ໂລເປສ ໂອບຣາດໍ ເຊິ່ງຮູ້ຈັກກັນ ຢ່າງກວ້າງຂວາງວ່າ AMLO, ມີຄະແນນ
ນຳໜ້າຫຼາຍກວ່າ 10 ຄະແນນ. ບັນດາຜູ້ລົງຄະແນນສຽງຈະເລືອກເອົາຜູ້ລົງແຂ່ງຂັນ
ເພື່ອເຕີມຕຳແໜ່ງທີ່ຫວ່າງ 128 ບ່ອນນັ່ງໃນສະພາສູງຂອງປະເທດ ແລະ 500 ບ່ອນ
ນັ່ງໃນສະພາຕໍ່າ, ເຊິ່ງແມ່ນສະຖານນິຕິບັນຍັດທີ່ສູງ ແລະ ຕໍ່າ ຂອງປະເທດ, ຕາມລຳ
ດັບ.

ປະທານາທິບໍດີທີ່ຈະພົ້ນຈາກຕຳແໜ່ງ ທ່ານ ເອັນຣິເກ ປີນາ ຍີເອໂຕ, ທີ່ຖືກເລືອກ
ເອົາຄັ້ງທຳອິດໃນປີ 2012 ນັ້ນ, ໄດ້ມີອັດຕາການຮອງຮັບທີ່ຕໍ່າທີ່ສຸດໃນປະຫວັດສາດ,
ຫຼຸດລົງເຖິງ 17 ເປີເຊັນໃນປີກາຍນີ້, ອີງຕາມສະຖານທີ່ຢັ່ງຫາງສຽງ ປີວ (Pew). ລັດ
ຖະທຳມະນູນ ເມັກຊິໂກ ຈຳກັດຜູ້ລົງແຂ່ງຂັນທັງຫຼາຍດຳລົງຕຳແໜ່ງນຶ່ງສະໄໝຍາວ
ນານ 6 ປີ, ພ້ອມກັບບໍ່ມີໂອກາດທີ່ຈະໄດ້ຮັບການເລືອກຕັ້ງຄືນ. ແລະ ການດຳລົງຕຳ
ແໜ່ງ 6 ປີຂອງທ່ານ ປີນາ ຍີເອໂຕ ແມ່ນໄດ້ປະສົບກັບຄວາມຫຍຸ້ງຍາກທາງສັງຄົມ
ແລະ ເສດຖະກິດ.

ໃນປີ 2012, ທ່ານ ປີນາ ຍີເອໂຕ ໄດ້ເຂົ້າກຳອຳນາດໃນປະເທດທີ່ກຳລັງຮັບມືກັບ
ຄວາມຮຸນແຮງ, ສ່ວນຫຼາຍແມ່ນເຊື່ອມໂຍງກັບອົງການຄ້າຢາເສບຕິດທີ່ມີຊື່ສຽງບໍ່ດີ
ຂອງປະເທດ ແລະ ເສດຖະກິດທີ່ຝືດເຄືອງ. ຜູ້ວິຈານທ່ານ ເປນາ ຍີເອໂຕ ໄດ້ເວົ້າວ່າ
ທ່ານບໍ່ໄດ້ພະຍາ ຍາມຫຼາຍພໍ ເພື່ອແກ້ໄຂບັນຫາຕ່າງໆ, ພ້ອມກັບບາງຄົນເວົ້າວ່າ
ທ່ານໄດ້ເຮັດໃຫ້ມັນຮ້າຍແຮງຂຶ້ນກວ່າເກົ່າ.

ໃນປີ 2017, ປະເທດ ເມັກຊິໂກ ມີການຄາດຕະກຳຫຼາຍກວ່າ 25,000 ຄັ້ງ. ເຊິ່ງເປັນ
ຕົວເລກທີ່ສູງທີ່ສຸດນັບຕັ້ງແຕ່ປະເທດໄດ້ເລີ່ມເກັບກຳຂໍ້ມູນການຄາດຕະກຳໃນປີ
1997. ອີງຕາມອົງການຂ່າວ CNN ນັ້ນ, ບັນດາເຈົ້າໜ້າທີ່ເຊື່ອວ່າ ໄດ້ມີສ່ວນຮ່ວມ
ໃນການເພີ່ມຂຶ້ນຂອງການຄາດຕະກຳທີ່ກ່ຽວຂອງກັບຢາເສບຕິດນັບຕັ້ງແຕ່ປີ 2014
ເປັນຕົ້ນມາ, ເມື່ອ 15,520 ຄົນໄດ້ຖືກຂ້າຕາຍ. ມັນແມ່ນປີທີ່ໂຕການນັກຄ້າຢາເສບ
ຕິດທີ່ມີຊື່ສຽງບໍ່ດີ ທ້າວ “ແອລ ຊາໂປ” ກຸສມັນ ໄດ້ຖືກຈັບໃນປະເທດ ເມັກຊິໂກ. ໃນ
ເດືອນກໍລະກົດ 2015, ລາວໄດ້ຫຼົບໜີອອກຈາກຄຸກຂອງປະເທດ ເມັກຊິໂກ ເປັນຄັ້ງ
ທີສອງ, ຫຼັງຈາກທ່ານ ປີນາ ຍີເອໂຕ ໄດ້ປະຕິເສດຂໍ້ສະເໜີຈາກ ສະຫະລັດ ໃຫ້ປະ
ຫານທ້າວ ກຸສມັນ ຫຼັງຈາກການຫຼົບໜີຄັ້ງທຳອິດຂອງລາວ. ນັບຕັ້ງແຕ່ນັ້ນມາ ທ້າວ
ກຸສມັນ ກໍໄດ້ຖືກຈັບອີກ ແລະ ຖືກສົ່ງໃຫ້ ສະຫະລັດ.

Mexico's presidential election Sunday is shaping up to be an historic poll. Plagued by corruption and violence, voters in the nation appear to be heading to the ballot box with sweeping change in mind.

Polls consistently show the left-leaning Andres Manuel Lopez Obrador — widely known as AMLO — with a double-digit lead. Voters also will pick candidates to fill 128 seats in the country's Senate and 500 seats in the Chamber of Deputies — the country's higher and lower legislative bodies, respectively.

Outgoing President Enrique Pena Nieto, first elected in 2012, has an historically low approval rating — slipping as low as 17 percent last year, according to polling outlet Pew. The Mexican constitution restricts candidates to one, six-year term, with no chance of re-election. And Pena Nieto's six years were marked by social and economic turmoil.

In 2012, Pena Nieto came to power in a country dealing with violence — much of it linked to the country's notorious drug cartels — and a sluggish economy. Pena Nieto's critics have said he has done little to address those ills, with some insisting he has made them worse.

Violence, corruption charges

In 2017, Mexico saw more than 25,000 homicides; the highest number since the country began recording data on homicides in 1997. According to CNN, officials attribute the increase to a surge in drug-related crimes since 2014, when 15,520 people were murdered. That was the year notorious drug kingpin Joaquin "El Chapo" Guzman was captured in Mexico. In July 2015, he escaped from a Mexican prison for a second time, after Pena Nieto rejected an offer by the U.S. to prosecute Guzman after his first escape. Guzman has since been recaptured and extradited to the U.S.

XS
SM
MD
LG