ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ນຳໂບດທີ່ຍິ່ງໃຫຍ່ ຊາວເມັກຊິໂກ ຍັງຖືກຂັງຄຸກ


ທ່ານ ນາວສັນ ຮົວຄີນ ກາຣເຊຍ ຜູ້ນຳໂບດ La Luz del Mundo ແລະທະນາຍຄວາມຂອງທ່ານ ທີ່ລັດຄາລິຟໍເນຍ ວັນທີ 21 ມິຖຸນາ 2019.
ທ່ານ ນາວສັນ ຮົວຄີນ ກາຣເຊຍ ຜູ້ນຳໂບດ La Luz del Mundo ແລະທະນາຍຄວາມຂອງທ່ານ ທີ່ລັດຄາລິຟໍເນຍ ວັນທີ 21 ມິຖຸນາ 2019.

ການປະກັນໂຕຂອງຜູ້ນຳໂບດທີ່ຍິ່ງໃຫຍ່ ຊາວແມັກຊິໂກນັ້ນ ໄດ້ຕົກເປັນ ເງິນຈຳນວນ
90 ລ້ານໂດລາ ເກືອບເຖິງສອງເທົ່າ ຫຼັງຈາກບັນດາໄອຍະການ ໄດ້ຂະຫຍາຍຂໍ້ກ່າວ
ຫາຕື່ມອີກ ຕໍ່ຜູ້ກ່ຽວທີ່ຮວມທັງ ການຂົ່ມຂືນເດັກນ້ອຍ ແລະການມີຮູບໂປ້ຂອງເດັກນ້ອຍ
ຢູ່ໃນຄອບຄອງ.

ການຕັດສິນສຳລັບຄ່າປະກັນໂຕ ໂດຍ ຜູ້ພິພາກສາສານນະຄອນລອສ ແອລເຈີລິສ
ຄໍ້າປະກັນວ່າ ທ່ານນາວສັນ ຮົວຄີນ ກາຣເຊຍ (Naason Joaquin Garcia) ຂອງ
ໂບດດັ່ງກ່າວ ທີ່ຂຶ້ນກັບໂບດ La Luz del Mundo ຊຶ່ງແປວ່າ ໂບດແຫ່ງແສງສະຫວ່າງ
ຂອງໂລກ ໂດຍມີຫ້ອງການຕັ້ງຢູ່ໃນ ເມືອງ ກົວດາລາຮາຣາ (Guadalajara) ໃນນະ
ຄອນຫຼວງ ເມັກຊິໂກ ນັ້ນ ຈະຖືກກັກ ຂັງໄວ້ຢູ່ ຈົນກວ່າການດຳເນີນຄະດີຂອງທ່ານ.

ທ່່ານກາຣເຊຍ (Garcia) ຜູ້ທີ່ກ່າວວ່າ ລາວມີພວກຄົນຕິດຕາມເຖິງລ້ານຄົນຢູ່ໃນທົ່ວ
ໂລກ ໃນເບື້ອງຕົ້ນໄດ້ຖືກຄຸມຂັງ ຍ້ອນຂໍ້ຫາກໍ່ອາຊະຍາກຳທາງເພດຫຼາຍກະທົງ ໃນ
ປີກາຍນີ້ ໂດຍມີ ຄ່າປະກັນໂຕ 50 ລ້ານໂດລາ.

ສຳນັກງານຫົວໜ້າໄອຍະການຂອງລັດຄາລິຟໍເນຍ ໄດ້ຍືນຄຳຟ້ອງໃໝ່ 20 ກວ່າສະ
ບັບ ກ່ຽວກັບຂໍ້ຫາຄະດີອາຍາ ທີ່ຮວມທັງການຂົ່ມຂືນ ຕໍ່ທ່ານກາຣເຊຍ ແລະບັນດາ
ຄູ່ຈຳເລີຍໃນຄະດີອີກສອງຄົນ ໃນອາທິດແລ້ວນີ້.

Bail for the leader of a Mexican megachurch nearly doubled to $90 million after prosecutors expanded charges against him, including child rape, and possession of child pornography.

The new bail ruling by a Los Angeles judge ensures Naason Joaquin Garcia, of the Guadalajara-based La Luz del Mundo church (Light of the World church) will remain in custody until his trial.

Garcia, who says he has a million followers worldwide, was initially jailed on sex crimes charges last year with a $50 million bail.

The Attorney General's office of California filed dozens of new felony charges, including rape, against Garcia and two co-defendants last week

XS
SM
MD
LG