ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໑ ພະຈິກ ໒໐໒໔

ວິທີ ແລະຂັ້ນຕອນ ໃນການສ້າງລາຍຮັບຈາກການລ້ຽງເຜິ້ງທໍາມະຊາດ ໂດຍໃຊ້ຕົ້ນທຶນບໍ່ສູງ


ພາບທີ່ໄດ້ຮັບການສະໜອງຈາກອາຈານແສງອາລຸນ, ເປັນພາບຮັງເຜິ້ງ ທີ່ເກັບກູ້ຈາກຕູ້ເຜິ້ງທີ່ລ້ຽງໄວ້.
ພາບທີ່ໄດ້ຮັບການສະໜອງຈາກອາຈານແສງອາລຸນ, ເປັນພາບຮັງເຜິ້ງ ທີ່ເກັບກູ້ຈາກຕູ້ເຜິ້ງທີ່ລ້ຽງໄວ້.

ການສ້າງລາຍຮັບເພີ້ມເຕີມໃຫ້ຄອບຄົວ ໂດຍທີ່ທ່ານບໍ່ຕ້ອງໃຊ້ເວລາຫຼາຍ ບໍ່ຕ້ອງໃຊ້ຕົ້ນທຶນຫຼາຍ ແລະຍັງດີຕໍ່ສຸຂະພາບສໍາລັບຜູ້ບໍລິໂພກອີກ ມັນເປັນເລື້ອງທີ່ດີ ແລະສະດວກຕໍ່ຜູ້ທີ່ຢາກມີລາຍໄດ້ເສີມມາໃສ່ຄອບຄົວ, ທິບສຸດາ ມີລາຍງານກ່ຽວກັບເລື້ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເຜິ້ງ, ເປັນຊະນິດປະເພດແມງໄມ້ທີ່ໃຫ້ຄຸນປະໂຫຍດຫຼາຍໆຢ່າງ ໂດຍສະເພາະ ການຜະລິດນໍ້າເຜິ້ງທີ່ຫອມຫວານ ເຊິ່ງຜູ້ຄົນສາມາດບໍລິໂພກໄດ້ຫຼາຍວິທີ. ດັ່ງ ນັ້ນ, ທ່ານແສງອາລຸນ ຫຼື ທີ່ຫຼາຍໆຄົນຮ້ອງເພິ່ນວ່າ ອາຈານແສງອາລຸນ ຈຶ່ງເຫັນຄວາມສໍາຄັນຈຸດນີ້ ໂດຍອາໄສຈາກປະສົບການໂຕຈິງມາເປັນເວລາຫຼາຍກວ່າ 20 ປີ ຈຶ່ງໄດ້ສ້າງຕັ້ງຟາມນໍ້າເຜິ້ງ ທີ່ຕັ້ງຢູ່ບ້ານນາຊູ ເມືອງໂພນໂຮງ ແຂວງວຽງຈັນ.

ອາຈານແສງອາລຸນກ່າວວ່າ ວິທີການລ້ຽງເຜິ້ງນີ້ ແມ່ນງ່າຍ ແລະສະດວກ ໂດຍສະເພາະການລ້ຽງເຜິ້ງປ່າ ເຊິ່ງເຮົາບໍ່ໄດ້ອອກໄປຈັບພວກມັນມາໃສ່ຕູ້ລ້ຽງ ແຕ່ພວກເຮົາຈະຫາວິທີໃຫ້ມັນບິນມາຢູ່ເອງ ພຽງແຕ່ຕ້ອງຮູ້ວີທີການເຮັດຕູ້ລ້ຽງ ວິທີການລໍ້ເຜິ້ງ ແລະອື່ນໆ...ໂດຍສະເພາະການໃຊ້ໄຂລໍ້ເຜິ້ງ ແລະຢາສະເໜ່ ເພື່ອເຮັດໃຫ້ເຜິ້ງມາຢູ່ ເຊິ່ງອາຈານແສງອາລຸນ ໄດ້ເລົ່າໃຫ້ຟັງດັ່ງນີ້:

“ໄຂໂຕນີ້ ແມ່ນເຮົາໄດ້ມາຈາກການທີ່ເຮົາເອົາຮັງ ທີ່ເຮົາບີບເອົານໍ້າເຜິ້ງ ແລ້ວມັນເຫຼືອຂີ້ເຫຍື້ອ ເຮົາຈະເອົາມາຕົ້ມ ແລ້ວເຮົາຈະເອົາໂຕນີ້ນິມາທາ ແລ້ວເອົາໄຟລົນໃຫ້ມັນຊືມເຂົ້າເນື້ອໄມ້ ແລ້ວມັນຈະຫອມ, ຈາກນັ້ນແລ້ວເຮົາກະຕ້ອງມີຢາສະເໜ່ອີກ ເຂົາເອີ້ນວ່າຟີໂລໂມນ ເປັນນໍ້າສະກັດມາຈາກນໍ້າເຜິ້ງ ແລະກະກ້ວຍ ຢີດ ນໍ້າເສດເຫຼືອຈາກການເຮົາຕົ້ມເອົາໄຂເຜິ້ງນີ້ ມາໝັກໄວ້ 2-3 ເດືອນຂຶ້ນໄປ ຈຶ່ງມາເປັນຢາສະເໜ່. ຈາກນັ້ນແລ້ວ ເຮົາກະສີດໃສ່ດ້ານໃນຂອງຕູ້ຫັ້ນ ແລ້ວກິ່ນຢາສະເໜ່ ມັນຈະຫອມ ແລ້ວມັນຈະສົ່ງໄປຕາມອາກາດ ໄປຮອດ 4 ກິໂລແມັດ ເຮັດໃຫ້ເຜິ້ງນໍາກິ່ນມາ ແລະມັນກະຊວນກັນມາຢູ່, ການໃຊ້ຢາສະ
ເໜ່ນີ້ ກິ່ນມັນຈະກຸ້ມແຕ່ອາທິດດຽວ ສະແດງວ່າທຸກໆອາທິດເຮົາຕ້ອງໄດ້ໄປສີດ ຫຼັງຈາກເຜິ້ງມາຢູ່ແລ້ວເຮົາຕ້ອງຢຸດສີດ, ການວາງບາດນີ້ນະ ເຮົາຕ້ອງຮູ້ວ່າເຜິ້ງມັກຢູ່ຈຸດໃດ ນິໃສເຜິ້ງຫັ້ນມັກຢູ່ບ່ອນຮົ່ມ ທີ່ມີແດດສ່ອງເຂົ້າໜ້ອຍທີ່ສຸດ, ຮູທີ່ມັນອອກໄປຫາກິນນະ ເຮົາຕ້ອງປິ່ນໄປທິດຕາເວັນອອກ.”

ຜະລິດຕະພັນນໍ້າເຜິ້ງທໍາມະຊາດ ຈາກຟາມນໍ້າເຜິ້ງ ອາຈານແສງອາລຸນ.
ຜະລິດຕະພັນນໍ້າເຜິ້ງທໍາມະຊາດ ຈາກຟາມນໍ້າເຜິ້ງ ອາຈານແສງອາລຸນ.

ການລ້ຽງເຜິ້ງທໍາມະຊາດ ຫຼືເຜິ້ງປ່າ ຕ້ອງເຂົ້າໃຈທໍາມະຊາດຂອງມັນ ເພາະມັນຈະບໍ່ຢູ່ດົນ ໂດຍສະເພາະ ບໍລິເວນສະພາບແວດລ້ອມຂອງຕູ້ທີ່ເຮົາຕັ້ງຢູ່, ແລະການເຄື່ອນຍ້າຍເພື່ອຂະຫຍາຍຮັງ, ສະນັ້ນ ການສຶກສາຢ່າງລະອຽດຈາກນັກວິຊາການ ແລະມີປະສົບການ ຈຶ່ງເປັນສິ່ງທີ່ຈໍາເປັນຫຼາຍ. ດັ່ງທີ່ ອາຈານແສງອາລຸນ ໄດ້ອະທິບາຍວິທີການສ້າງຕູ້ເຜິ້ງ ແລະການຈັດວາງ ດັ່ງນີ້:

“ໄມ້ໜານີ້ ຢາກເປັນໄມ້ໜາເທົ່າໃດແຮງດີ ໃຫ້ມັນໜາກວ່າໄມ້ອັດ ເພາະວ່າຄັນບາງແລ້ວແດດສ່ອງ ລະມັນຈະເຮັດໃຫ້ຮັງເຜິ້ງນີ້ຕົກລົງພື້ນ ແລະເຜິ້ງອາດຈະໜີ, ສອງລະເຮັດໃຫ້ໄມ້ຮ້ອນ ຮັງເຜິ້ງຈະເປື່ອຍ ຕ້ອງໃຫ້ເປັນໄມ້ໜາ, ແຫ້ງ, ໄມ້ຊຸ່ມ...ໄມ້ດິບ ເຜິ້ງກະບໍ່ຢູ່. ມາດຕະຖານນີ້ ມັນຂຶ້ນນໍາແຕ່ລະຟາມວ່າຊິເອົາຂະໜາດຊໍ່າໃດ, ສໍາຄັນວ່າສົມມຸດວ່າມີ 100 ຮັງ 100 ຕູ້ ຂະໜາດມັນຕ້ອງຕົງກັນ ເພາະວ່າເວລາຂະຫຍາຍເຮົາຕ້ອງຍົກຂອນນີ້ ຮາງນີ້ໄປຫາຕູ້ນັ້ນ ຕູ້ນັ້ນຕ້ອງໃຫ້ມັນຖືກກັນໝົດ ຖ້າວ່າຍົກໄປບໍ່ຖືກກັນນີ້ມັນຈະມີບັນຫາ, ກະຄືວ່າບໍ່ໃຫ້ເກີນ 60 ຊັງຕີແມັດຢູ່ໃນຕໍາລາມັນ ສໍາລັບເຜິ້ງທໍາມະຊາດ, ຖ້າເຜິ້ງພັນ ມັນຈະບໍ່ມີບັນຫາເລື້ອງໂຕນີ້ ເຮັດຕູ້ໃຫຍ່ກະໄດ້.”

ແນວໃດກໍຕາມ, ການສ້າງຕູ້ລ້ຽງເຜິ້ງ ຈະມີຂະໜາດ 50 ຄູນ 40 ຫຼືບໍ່ໃຫ້ກາຍຂະໜາດມາດຕະຖານ, ເຊິ່ງຕົ້ນທຶນສໍາລັບການລ້ຽງເຜິ້ງ ຈະມີຈໍານວນບໍ່ຫຼາຍ ໂດຍທ່ານສາມາດລົງທຶນຂັ້ນຕົ້ນປະມານລະຫວ່າງ 800,000 ຫາ 1,000,000 ກີບ ຕໍ່ຕູ້ເຜິ້ງນຶ່ງຫຼັງກໍໄດ້ແລ້ວ, ໃນນັ້ນຈະລວມມີໄມ້ ແລະອຸປະກອນສໍາລັບສ້າງຕູ້ເຜິ້ງ, ຂີ້ເຜິ້ງສໍາລັບລໍ້ເຜິ້ງ ແລະຢາສະເໜ່.

ໂດຍປົກກະຕິ, ເຜິ້ງທໍາມະຊາດ ຈະຊອກຫາບ່ອນຢູ່ໃນລະຫວ່າງຊ່ວງເດືອນ ພະຈິກ ຫາ ເດືອນ ມີນາ, ດັ່ງນັ້ນ ຊ່ວງນີ້ ຈຶ່ງເປັນຊ່ວງທີ່ເໝາະສົມທີ່ສຸດໃນການສ້າງຕູ້ລ້ຽງເຜິ້ງ.

ອາຈານແສງອາລຸນ ແລະແຂກຕ່າງປະເທດ ທີ່ມາຢ້ຽມຢາມ ແລະຖອດຖອນບົດຮຽນ ຈາກການລ້ຽງເຜິ້ງທໍາມະຊາດ ໃນຟາມລ້ຽງເຜິ້ງ ບ້ານນາຊູ, ເມືອງໂພນໂຮງ, ແຂວງວຽງຈັນ.
ອາຈານແສງອາລຸນ ແລະແຂກຕ່າງປະເທດ ທີ່ມາຢ້ຽມຢາມ ແລະຖອດຖອນບົດຮຽນ ຈາກການລ້ຽງເຜິ້ງທໍາມະຊາດ ໃນຟາມລ້ຽງເຜິ້ງ ບ້ານນາຊູ, ເມືອງໂພນໂຮງ, ແຂວງວຽງຈັນ.

ຫຼັງຈາກເຜິ້ງເຂົ້າມາຢູ່ໄດ້ປະມານ 3 ຫາ 4 ເດືອນແລ້ວ ພວກເຮົາຈຶ່ງສາມາດເກັບກູ້ໄດ້ ແລະຂະຫຍາຍຮັງອອກໃສ່ຕູ່ໃໝ່ຕື່ມ, ແຕ່ວ່າ ຖ້າບໍລິເວນໃດມີຕົ້ນໄມ້ຫຼາຍ ຫຼືດອກໄມ້ຫຼາຍ ເຜິ້ງຈະສ້າງນໍ້າເຜິ້ງໄດ້ໄວ ແລະສາມາດເກັບກູ້ໄດ້ໃນທຸກໆ 1 ຫາ 2 ເດືອນ. ແຕ່ໂດຍປົກກະຕິ, ພວກເຮົາສາມາດເກັບກູ້ໄດ້ປະມານ 2 ຄັ້ງຕໍ່ປີ.

ການລ້ຽງເຜິ້ງ, ນອກຈາກຜູ້ປະກອບການຈະໄດ້ຂາຍນໍ້າເຜິ້ງແລ້ວ ຍັງສາມາດຂາຍໂຕເຜິ້ງ, ຂີ້ເຜິ້ງ ແລະຮັງຂອງເຜິ້ງໄດ້ນໍາອີກດ້ວຍ, ໂດຍຂີ້ເຜິ້ງ ຈະນໍາໄປໃຊ້ໃນການຜະລິດທຽນ ຫຼືເຊື້ອທຽນ, ຜະລິດສະບູ ຫຼືຜະລິດຕະພັນຫໍ້ຫຸ້ມອາຫານທີ່ສາມາດເປື່ອຍສະຫຼາຍໄດ້ຕາມທໍາມະຊາດ ໂດຍສະເພາະຖົງໃສ່ອາຫານທີ່ຜະ ລິດຈາກເຈ້ຍຜະສົມຮັງເກົ່າຂອງເຜິ້ງ.

ປັດຈຸບັນ, ຢູ່ຟາມນໍ້າເຜິ້ງຂອງອາຈານແສງອາລຸນ ເພິ່ນຈະຂາຍນໍ້າເຜິ້ງ 120,000 ກີບຕໍ່ລິດ, ໂດຍຈະຮັບຊື້ຕື່ມຈາກສະມາຊິກຂອງກຸ່ມ (ເຊິ່ງເຂົ້າມາອົບຮົມ ແລະຮຽນຮູ້ປະສົບການຈາກສູນຂອງອາຈານແສງອາລຸນ) ໃນລາຄາລິດລະ 100,000 ກີບ, ເແຕ່ພໍ່ຄ້າຈີນ ຈະມາຮັບຊື້ ແລະເອົາໄປຂາຍທີ່ປະເທດຈີນໃນລາຄາປະມານ 800,000 ກີບຕໍ່ລິດ. ສໍາລັບຮັງເຜິ້ງທີ່ໃຊ້ເປັນໄຂເຜິ້ງ ຂາຍລາຄາ 500,000 ກີບຕໍ່ກິໂລ. ເຊິ່ງໃນແຕ່ລະປີ ທາງຟາມຂອງເພິ່ນສາມາດຜະລິດນໍ້າເຜິ້ງທໍາມະຊາດໄດ້ປະມານ 150 ຫາ 200 ລິດ, ແລະສາມາດຮວບຮວມຂີ້ເຜິ້ງໄດ້ປະມານ 100 ກິໂລ.

ຜະລິດຕະພັນຂີ້ເຜິ້ງ ຈາກຟາມນໍ້າເຜິ້ງຂອງ ອາຈານແສງອາລຸນ.
ຜະລິດຕະພັນຂີ້ເຜິ້ງ ຈາກຟາມນໍ້າເຜິ້ງຂອງ ອາຈານແສງອາລຸນ.

ຈຸດດີໃນການລ້ຽງເຜິ້ງທໍາມະຊາດ, ອາຈານແສງອາລຸນບອກວ່າ ມັນທົນຕໍ່ສະ ພາບອາກາດ ຮ້ອນ ແລະໜາວ, ເຜິ້ງຫາກິນເອງຕາມທໍາມະຊາດຂອງມັນ ໂດຍໄປໄກຮອດ 4 ກິໂລແມັດ ເຊິ່ງເຮົາບໍ່ຕ້ອງທຽວໃຫ້ນໍ້າ ຫຼືເອົາອາຫານໃຫ້ມັນ, ເຜິ້ງປັບໂຕເອງ ແລະປິ່ນປົວໂຕເອງ ໂດຍບໍ່ຕ້ອງນໍາໃຊ້ວັກຊີນໃດໆ. ນອກຈາກນັ້ນ, ເຜິ້ງຍັງສາມາດເຮັດໃຫ້ໝາກໄມ້ຂະຫຍາຍໂຕ ແລະຈັບຕົ້ນໄດ້ດີ ໂດຍບໍ່ຈໍາເປັນຕ້ອງໃຊ້ປຸຍເລັ່ງໝາກ ຫຼືຢາບໍາລຸງອື່ນໆ, ເຜິ້ງຍັງເປັນຜູ້ປະສົມເກສອນ ເຮັດໃຫ້ພືດພັນຕ່າງໆຂະຫຍາຍໂຕ. ອີງຕາມນັກຊ່ຽວຊານຈາກອົງການອາຫານ ແລະການກະເສດ ຫຼື FAO ຂອງສະປະ​ຊາ​ຊາດກ່າວວ່າ ນຶຶ່ງໃນສາມຂອງການຜະລິດອາຫານຢູ່ໃນໂລກ ແມ່ນຂຶ້ນຢູ່ນໍາເຜິ້ງ (www.unep.org).

XS
SM
MD
LG