ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນາຍົກ Merkel ຊະນະ ການເລືອກຕັ້ງ ສະໄໝທີ 4 ແຕ່ ກຸ່ມຊາດນິຍົມ ຂົວຈັດ ກໍໄດ້ຖີບຕົວສູງຂຶ້ນກວ່າເກົ່າ


ຜູ້ນຳ ພັກປະຊາທິປະໄຕ ຄຣິສຕຽນ ຫຼື CDU ແລະ ນາຍົກ
ລັດຖະມົນຕີ ເຢຍຣະມັນ ທ່ານນາງ Angela Merkel ສະແດງປະຕິກິລິຍາຕໍ່ ຜົນການນັບຄະແນນ ແຫ່ງທຳອິດ ຂອງໜ່ວຍເລືອກຕັ້ງ ສຳລັບ ການເລືອກຕັ້ງທົ່ວປະເທດ ໃນນະຄອນເບີລິນ, ວັນທີ 24 ກັນຍາ 2017.
ຜູ້ນຳ ພັກປະຊາທິປະໄຕ ຄຣິສຕຽນ ຫຼື CDU ແລະ ນາຍົກ ລັດຖະມົນຕີ ເຢຍຣະມັນ ທ່ານນາງ Angela Merkel ສະແດງປະຕິກິລິຍາຕໍ່ ຜົນການນັບຄະແນນ ແຫ່ງທຳອິດ ຂອງໜ່ວຍເລືອກຕັ້ງ ສຳລັບ ການເລືອກຕັ້ງທົ່ວປະເທດ ໃນນະຄອນເບີລິນ, ວັນທີ 24 ກັນຍາ 2017.

ທ່ານນາງ Angela Merkel ໄດ້ຊະນະການເລືອກຕັ້ງແຫ່ງຊາດ ເປັນນາຍົກລັດຖະມົນຕີ
ຂອງເຢຍຣະມັນ ສະໄໝທີສີ່ ເຊິ່ງຜົນທີ່ໄດ້ຮັບນັ້ນ ປາກົດວ່າ ຈະເປັນສິ່ງທີ່ຫລີກລ່ຽງບໍ່ໄດ້
ທີ່ທ່ານນາງຈະໄດ້ຮັບໄຊຊະນະ ຕັ້ງແຕ່ທ່ານນາງ ໄດ້ເລີ່ມໂຄສະນາຫາສຽງ ເມື່ອສາມ
ເດືອນກ່ອນ.

ແຕ່ພັກປະຊາທິປະໄຕ ຄຣິສຕຽນ ຂອງທ່ານນາງ ທີ່ປົກຄອງປະເທດ ໃນປັດຈຸບັນ ໄດ້ຮັບ
ຄະແນນສຽງຕ່ຳກວ່າ ທີ່ໄດ້ຄາດໝາຍໄວ້ ແລະ ການມີກຸ່ມປະຊານິຍົມຂົວຈັດ ຂອງ
ເຢຍຣະມັນ ໄດ້ເພີ່ມສູງຂຶ້ນ ຮັບປະກັນໃຫ້ໄດ້ຮັບຄະແນນສຽງ ຫຼາຍຂຶ້ນກວ່າ ທີ່ການຢັ່ງ
ຫາງສຽງ ໄດ້ພະຍາກອນເອົາໄວ້.

ພາບສະໄລດ໌ ຜູ້ສະໝັກລົງເລືອກຕັ້ງ

ຜົນທີ່ອອກມາຢ່າງເປັນທາງການ ໄດ້ເຮັດໃຫ້ ພັກສະຫະພັນ ປະຊາທິປະໄຕ ຄຣິສຕຽນ
ຫຼື CDU ທີ່ປົກຄອງປະເທດ ຂອງທ່ານນາງ Merkel ແລະ ພັກ ສະຫະພັນ ສັງຄົມ
ຄຣິສຕຽນ ຂອງລັດ Bavaria ຫຼື CSU ທີ່ເປັນພັນທະມິດຂອງຕົນ ນັ້ນໄດ້ຮັບສ່ວນ
ແບ່ງ 33 ສ່ວນຮ້ອຍ ຂອງຄະແນນສຽງ ເຮັດໃຫ້ທ່ານນາງ ຜູ້ທີ່ເປັນພຽງນຶ່ງໃນຈຳນວນ
ສາມທ່ານ ທີ່ໄດ້ເປັນນາຍົກລັດຖະມົນຕີ ໃນຍຸກຫລັງສົງຄາມ ໄດ້ຖືກເລືອກໃຫ້ເປັນ
ນາຍົກສະໄໝທີສີ່.

ການຢັ່ງຫາງສຽງ ໄດ້ຄາດໝາຍວ່າ ພັກ CDU ແລະ CSU ຈະໄດ້ຮັບຄະແນນສຽງ
ລະຫວ່າງ 36 ຫາ 39 ສ່ວນຮ້ອຍ.

ໂດຍທີ່ ພັກ CDU ໄດ້ຮັບຄະແນນສຽງ ຕ່ຳກວ່າຄາດໝາຍ ແລະ ການອອກມາມີສ່ວນ ຮ່ວມຫຼາຍຂຶ້ນກວ່າ ທີ່ໄດ້ຄາດໝາຍໄວ້ ໂດຍພວກປະຊານິຍົມ ຂົວຈັດ ຂອງພັກທາງ
ເລືອກອື່ນ ເພື່ອເຢຍຣະມັນ ຫຼື AfD ທີ່ເປັນເລື່ອງນອງນັນຂອງເຢຍຣະມັນນັ້ນ ໄດ້ເຮັດ
ໃຫ້ໄຊຊະນະຂອງທ່ານນາງ Merkel ໂຕ້ແຍ້ງໄດ້ວ່າ ມີທັງຄວາມເສຍໃຈ ແລະ ຄວາມ
ຍິນດີ.

ຜູ້ສະໝັກ ສູງສຸດຂອງພັກ AfD ທ່ານ Alexander Gauland, ຊ້າຍ, ແລະ ທ່ານນາງ Alice Weidel ສະຫຼອງໄຊຊະນະ ກັບບັນດາຜູ້ສະໜັບສະໜູນ ໃນລະຫວ່າງ ງານລ້ຽງ ການເລືອກຕັ້ງຂອງກຸ່ມຊາດນິຍົມ ຈາກພັກ 'ທາງເລືອກອື່ນ ເພື່ອເຢຍຣະມັນ' ຫຼື AfD, ໃນນະຄອນ Berlin, ວັນທີ 24 ກັນຍາ 2017.
ຜູ້ສະໝັກ ສູງສຸດຂອງພັກ AfD ທ່ານ Alexander Gauland, ຊ້າຍ, ແລະ ທ່ານນາງ Alice Weidel ສະຫຼອງໄຊຊະນະ ກັບບັນດາຜູ້ສະໜັບສະໜູນ ໃນລະຫວ່າງ ງານລ້ຽງ ການເລືອກຕັ້ງຂອງກຸ່ມຊາດນິຍົມ ຈາກພັກ 'ທາງເລືອກອື່ນ ເພື່ອເຢຍຣະມັນ' ຫຼື AfD, ໃນນະຄອນ Berlin, ວັນທີ 24 ກັນຍາ 2017.

ທ່ານນາງ Merkel ໄດ້ກ່າວຢູ່ທີ່ ສຳນັກງານໃຫຍ່ຂອງພັກ CDU ວ່າ “ພວກເຮົາໄດ້ຕໍ່ສູ້
ເພື່ອເຢຍຣະມັນ ທີ່ມີການເປັນຢູ່ ທີີ່ສຸກສະບາຍ.”
ແຕ່ທ່ານນາງ ກໍໄດ້ຍອມຮັບຮູ້ ເຖິງ
“ການທ້າທາຍອັນໃຫຍ່ຫຼວງ ໃນຮູບແບບຂອງ ພັກ AfD” ໂດຍກ່າວຕື່ມວ່າ “ພວກເຮົາ
ຢາກຈະໄດ້ຮັບ ຄະແນນສຽງຈາກຜູ້ມີສິດອອກສຽງ ຂອງພັກ AfD ຄືນມາ ເພື່ອພວກ
ເຮົາຈະໄດ້ພິຈາລະນາເບິ່ງ ຄວາມກັງວົນຕ່າງໆ ຂອງພວກເຂົາເຈົ້າ.”

ພັກ AfD ໄດ້ຮັບຈຳນວນຄະແນນສຽງຫ້າສ່ວນຮ້ອຍ ທີ່ຕ້ອງການເພື່ອ ຮັບປະກັນ ການມີ
ບ່ອນນັ່ງ ໃນສະພາ Budestag.

ປະທານພັກ ແລະ ຜູ້ສະໝັກສູງສຸດ ທ່ານ Martin Schulz ກ່າວຄຳປາໄສຕໍ່ບັນດາຜູ້ສະໜັບສະໜູນທ່ານ ຢູ່ທີ່ສຳນັກງານໃຫຍ່ ຂອງພັກປະຊາທິປະໄຕ ສັງຄົມ ໃນນະຄອນເບີລິນ ຂອງເຢຍຣະມັນ, ວັນທີ 24 ກັນຍາ 2017, ຫຼັງຈາກໜ່ວຍການເລືອກຕັ້ງສະມາຊິກສະພາ ຂອງເຢຍຣະມັນ ໄດ້ປິດລົງ.
ປະທານພັກ ແລະ ຜູ້ສະໝັກສູງສຸດ ທ່ານ Martin Schulz ກ່າວຄຳປາໄສຕໍ່ບັນດາຜູ້ສະໜັບສະໜູນທ່ານ ຢູ່ທີ່ສຳນັກງານໃຫຍ່ ຂອງພັກປະຊາທິປະໄຕ ສັງຄົມ ໃນນະຄອນເບີລິນ ຂອງເຢຍຣະມັນ, ວັນທີ 24 ກັນຍາ 2017, ຫຼັງຈາກໜ່ວຍການເລືອກຕັ້ງສະມາຊິກສະພາ ຂອງເຢຍຣະມັນ ໄດ້ປິດລົງ.

ທ່ານນາງ Merkel ໄດ້ຖືກຖິ້ມໂທດໃສ່ ໃນທາງອ້ອມ ໂດຍບາງພວກໃນເຢຍຣະມັນ
ສຳລັບ ການເພີ່ມຂຶ້ນຂອງພັກ AfD ເຊິ່ງນະໂຍບາຍ ການເປີດປະຕູ ຂອງທ່ານນາງ
ໃນປີ 2015 ສຳລັບ ພວກຊາວອົບພະຍົບທີ່ໜີສົງຄາມ ໃນຕາເວັນອອກກາງ ທີ່ປາກົດ ວ່າໄກ້ຈະຕາຍນັ້ນ.

ພັກ AfD ໄດ້ຮັບຄະແນນສຽງໃນທົ່ວປະເທດ 12.6 ສ່ວນຮ້ອຍ ອັນເປັນຄັ້ງທຳອິດ ທີ່ພວກ
ຊາດນິຍົມ ທີ່ເປີດເຜີຍ ໄດ້ເຂົ້າສູ່ສະພາແຫ່ງຊາດຂອງເຢຍຣະມັນ ນັບຕັ້ງແຕ່ ຍຸກສະໄໝ
Nazi ໂດຍເປັນຂີດໝາຍຂອງການຫັນໄປຈາກປະເທດ ທີ່ໄດ້ຈຳກັດສິດໃນການອອກສຽງ
ດ້ານການເມືອງ ແລະ ເປັນຫ່ວງເປັນໃຍ ນຳການສະແດງອອກ ຂອງລັດທິຊາດນິຍົມ
ໃດໆກໍຕາມ.

Germany Election
please wait
Embed

No media source currently available

0:00 0:02:45 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG