ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ສະເຫຼີມສະຫຼອງ ວັນລະນຶກເຖິງ ດວງວິຍານ ຂອງທະຫານຜ່ານເສິກ


ທ້າວ Christian Jacobs, ອາຍຸ 5 ປິ, ຈາກເມືອງ Hertford, ລັດ North Carolina, ນຸ່ງຊຸດທະຫານນາວິກະໂຍທິນ, ຢືນຢູ່
ສຸສານຂອງພໍ່ລາວໃນວັນ Memorial Day ທີ່ສຸສານແຫ່ງຊາດ
ໃນເມືອງ ອາລິງຕັນ, ລັດ ເວີຈິເນຍ. 30 ພຶດສະພາ, 2016.
ທ້າວ Christian Jacobs, ອາຍຸ 5 ປິ, ຈາກເມືອງ Hertford, ລັດ North Carolina, ນຸ່ງຊຸດທະຫານນາວິກະໂຍທິນ, ຢືນຢູ່ ສຸສານຂອງພໍ່ລາວໃນວັນ Memorial Day ທີ່ສຸສານແຫ່ງຊາດ ໃນເມືອງ ອາລິງຕັນ, ລັດ ເວີຈິເນຍ. 30 ພຶດສະພາ, 2016.

ປະເທດ ສະຫະລັດ ພວມສະເຫຼີມສະຫຼອງວັນລະນຶກເຖິງດວງວິນຍານຂອງທະຫານ
ຜ່ານເສິກ ຫຼື Memorial Day ໃນວັນຈັນມື້ນີ້.

ໃນດ້ານທີ່ບໍ່ເປັນທາງການນັ້ນ, ວັນດັ່ງກ່າວເປັນຂີດໝາຍຂອງການເລີ່ມຕົ້ນຂອງລະດູ
ຮ້ອນສຳລັບປະຊາຊົນ ອາເມຣິກັນ ຫຼາຍຄົນ.

ແຕ່ໃນທາງການແລ້ວ, Memorial Day ທີ່ຖືກສະເຫຼີມສະຫຼອງໃນວັນຈັນສຸດທ້າຍຂອງ
ເດືອນພຶດສະພານັ້ນ, ຈະຖືກສະຫງວນໄວ້ ເພື່ອສະແດງຄວາມເຄົາລົບຕໍ່ທຸກຄົນ ຜູ້ທີ່
ໄດ້ເສຍຊີວິດໃນການປະຕິບັດໜ້າທີ່ທາງທະຫານ ຕະຫຼອດປະຫວັດສາດຂອງ ສະຫະ
ລັດ. ລັດຖະສະພາ ໄດ້ປະກາດ Memorial Day ເປັນວັນພັກລັດຖະບານການທົ່ວປະ
ເທດ ໃນປີ 1971.

ການປະຕິບັດພິທີຕາມທຳນຽມ ໃນທົ່ວປະເທດ ແລະ ວໍຊິງຕັນ ແມ່ນໄດ້ມີການກະກຽມ
ໄວ້ສຳລັບວັນດັ່ງກ່າວ.

ໃນນະຄອນຫຼວງ ວໍຊິງຕັນ, ປະທານາທິບໍດີ ດໍໂນລ ທຣຳ ຈະເຂົ້າຮ່ວມໃນພິທີວາງພວງ
ມາລາທີ່ອະນຸສາວະລີນັກຮົບນິລະນາມ ທີ່ສຸສານແຫ່ງຊາດໃນເມືອງ ອາລິງຕັນ.

ກຸ່ມນັກຂັບຂີ່ລົດຈັກ Rolling Thunder ຈະຈັດພິທີວາງພວງມາລາທີ່ອະນຸສາວະລີສົງ
ຄາມໂລກຄັ້ງທີສອງ ແລະ ອະນຸສາວະລີທະຫານຜ່ານເສິກ ຫວຽດນາມ. ກຸ່ມ Rolling
Thunder ຈະເຂົ້າຮ່ວມໃນການຂັບລົດຈັກ ເພື່ອດຶງດູດຄວາມສົນໃຈຕໍ່ສະຖານະການ
ຂອງສົງຄາມທີ່ຍືດເຍື້ອຍາວນານມາຂອງພວກສະເລີຍເສິກ ແລະ ທະຫານຜູ້ທີ່ຫາຍ
ສາບສູນໄປ ໃນລະຫວ່າງການປະຕິບັດໜ້າທີ່.

ອົງການທະຫານຜ່ານເສິກເພື່ອສັນຕິພາບ ຈະຈັດງານຢູ່ຫຼາຍໆແຫ່ງໃນນະຄອນຫຼວງ
ວໍຊິງຕັນ ເພື່ອຄັດຄ້ານສິ່ງທີ່ພວກເຂົາເຈົ້າເວົ້າວ່າ “ຂໍ້ສະເໜີງົບປະມານທີ່ໜ້າຕົກໃຈ ຂອງປະທານາທິບໍດີ ທຣຳ, ລວມທັງການເພີ່ມງົບປະມານໃຫ້ແກ່ທຳນຽບຫ້າແຈ 54 ພັນລ້ານໂດລາ.”

ວັນລະນຶກເຖິງດວງວິນຍານຂອງທະຫານຜ່ານເສິກ ໄດ້ເລີ່ມຂຶ້ນໃນປີ 1865, ບໍ່ດົນຫຼັງ ຈາກການສິ້ນສຸດຂອງສົງຄາມກາງເມືອງ, ເມື່ອອະດີດຂ້າທາດກຸ່ມໜຶ່ງ ໄດ້ຈັດສິ່ງທີ່ຖືວ່າ
ເປັນ ການລະນຶກເຖິງຜູ້ທີ່ເສຍຊີວິດໃນສົງຄາມ ເປັນຄັ້ງທຳອິດຂອງປະເທດ.

ກຸ່ມດັ່ງກ່າວ ໄດ້ຂຸດສົບຂອງທະຫານຝ່າຍເໜືອຫຼື Union soldiers ຫຼາຍກວ່າ 250 ສົບ
ອອກຈາກຂຸມຝັງສົບຂະໜາດໃຫຍ່ ທີ່ຄ້າຍຄຸມຂັງຂອງທະຫານຝ່າຍໃຕ້ຫຼື Confederate ທີ່ເມືອງ Charleston, ລັດ South Carolina, ແລະ ໄດ້ຈັດພິທີຝັງສົບທີ່ເໝາະໃຫ້ແກ່
ພວກເຂົາເຈົ້າ.

ຫຼາຍກວ່າ 50 ປີທີ່ຜ່ານມາ, ວັນພັກດັ່ງກ່າວພຽງແຕ່ລະນຶກເຖິງຜູ້ທີ່ຖືກຂ້າຕາຍໃນສົງຄາມ
ກາງເມືອງ, ບໍ່ແມ່ນສຳລັບສົງຄາມອື່ນໆຂອງ ອາເມຣິກາ.

ຈົນກວ່າ ອາມຣິກາ ໄດ້ເຂົ້າຮ່ວມສົງຄາມໂລກຄັ້ງທີ່ໜຶ່ງປະເພນີດັ່ງກ່າວຈຶ່ງໄດ້ຖືກຂະ
ຫຍາຍອອກ ເພື່ອລວມເອົາຜູ້ທີ່ຖືກຂ້າຕາຍໃນທຸກສົງຄາມນຳດ້ວຍ.

The U.S. celebrates Memorial Day Monday.

Unofficially, the day has come to mark the beginning of summer for many Americans.

Officially, Memorial Day, observed on the last Monday in May, has been set aside to honor all who died during military service throughout U.S. history. Congress declared Memorial Day a national federal holiday in 1971.

Observances around the country and Washington are planned for the day.

In Washington, President Donald Trump will participate in a wreath-laying ceremony at the Tomb of the Unknown Soldier at Arlington National Cemetery.

Rolling Thunder holds wreath-laying events at the World War Two Memorial and the Vietnam Veterans Memorial.Rolling Thunder participants ride on motorcycles to bring attention to the lingering situation of prisoners of war and military service people who are missing in action.

The Veterans for Peace organization is holding several events in Washington to oppose what it says is "President Trump's outrageous budget proposal, including a $54 billion increase for the Pentagon."

Memorial Day began in 1865, just after the end of the Civil War, when a group of former slaves held what is seen as the first commemoration of the nation's war dead.

The group exhumed the bodies of more that 250 Union soldiers from a mass grave at a Confederate prison camp in Charleston, South Carolina, and gave them a proper burial.

For more than 50 years, the holiday only remembered those killed in the Civil War, not in any other American conflict.

It was not until America's entry into World War One that the tradition was expanded to include those killed in all wars.

XS
SM
MD
LG