ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກຂອງທີມການສະແດງສ້າງສັນ ກິລາໂອລິມປິກ ໂຕກຽວ ຖືກໄລ່ອອກ ນຶ່ງວັນກ່ອນ ພິທີເປີດ


ສະໜາມກິລາໂອລິມປິກ ເປົ່າຫວ່າງ ກ່ອນພິທີເປີດກິລາໂອລິມປິກ ໂຕກຽວ 2020, ນະຄອນຫຼວງ ໂຕກຽວ. 23 ກໍລະກົດ 2021.
ສະໜາມກິລາໂອລິມປິກ ເປົ່າຫວ່າງ ກ່ອນພິທີເປີດກິລາໂອລິມປິກ ໂຕກຽວ 2020, ນະຄອນຫຼວງ ໂຕກຽວ. 23 ກໍລະກົດ 2021.

ບັນຫາໂຕ້ແຍ້ງ ແລະ COVID-19 ຍັງສືບຕໍ່ຄອບງຳກິລາໂອລິມປິກຢູ່.

ທ່ານ ເຄັນຕາໂຣ ໂຄບາຢາຊິ, ຜູ້ກຳກັບການສະແດງຂອງພິທີເປີດໃນວັນສຸກມື້ນີ້, ໄດ້ຖືກໄລ່ອອກໃນວັນພະຫັດວານນີ້, ຫຼັງຈາກວິດີໂອເກົ່າ 10 ກວ່າປີໄດ້ສະແດງໃຫ້ເຫັນລາວເວົ້າຕະຫຼົກ ກ່ຽວກັບ ການສັງຫານໝູ່ຊາວຢິວໃນລະຫວ່າງ ການສະແດງຕະຫຼົກທີ່ຖືກເອົາລົງໃນສື່ສັງຄົມ.

ທ່ານ ເຊໂກະ ຮາຊິໂມໂຕະ, ປະທານຂອງຄະນະກຳມະການຈັດງານໂອລິມປິກ ໂຕກຽວ ໄດ້ກ່າວວ່າ ຄະນະກຳມະການໄດ້ຮູ້ເມື່ອບໍ່ດົນມານີ້ວ່າ ທ່ານ ໂຄບາຢາຊິ ໄດ້ໃຊ້ຄຳເວົ້າ “ທີ່ລໍ້ລຽນຄວາມຈິງຂອງປະຫວັດສາດທີ່ເສົ້າສະຫຼົດໃຈ” ໃນຖະແຫຼງການຂໍໂທດ.

ທ່ານ ໂຄບາຢາຊິ, ນັກສະແດງທີ່ມີຊື່ສຽງ ແລະ ຜູ້ກຳກັບໃນ ຍີ່ປຸ່ນ, ໄດ້ປະກາດຄຳຂໍໂທດຂອງທ່ານເອງຫຼັງຈາກການຖືກປົດອອກນັ້ນ.

ທ່ານ ຣອບບີ ເອບຣາແຮມ ຄູເປີ, ຮອງຫົວໜ້າຄະນະ ແລະ ຜູ້ອຳນວຍການຄວາມຮັບຜິດຊອບຂອງສັງຄົມໂລກ ທີ່ມີຫ້ອງການຕັ້ງຢູ່ໃນສູນ ໄຊມັອນ ໄວເຊັນຕອລ (Sinmon Wiesenthal) , ເຊິ່ງແມ່ນອົງການສິດທິ ຊາວຢິວ ໄດ້ກ່າວວ່າ “ຄົນຜູ້ໃດ, ບໍ່ວ່າລາວຈະມີຄວາມຄິດສ້າງສັນຫຼາຍຊໍ່າໃດ, ແມ່ນບໍ່ມີສິດທີ່ຈະມາເຍະເຢີ້ຍຜູ້ເຄາະຮ້າຍຂອງການຂ້າລ້າງເຜົ່າພັນ ນາຊີ.”

ທ່ານ ຄູເປີ ໄດ້ກ່າວຕື່ມວ່າ “ການມີສ່ວນຮ່ວມໃດໆຂອງຄົນຜູ້ນີ້ກັບກິລາ ໂອລິມປິກ ໂຕກຽວ ຈະຢຽບຢາມຄວາມຊົງຈຳຂອງຊາວ ຢິວ 6 ລ້ານຄົນ ແລະ ຈະເປັນການເຍາະເຢີ້ຍທີ່ໂຫດຮ້າຍ ກ່ຽວ ກັບ ກິລາໂອລິມປິກຄົນພິການ.”

ການປົດທ່ານ ໂຄບາຢາຊິອອກ ເປັນຂີດໝາຍທີ່ບຸກຄົນທີ່ສຳຄັນຄົນຫຼ້າສຸດ ໄດ້ຖືກປົດອອກຈາກຄະນະບໍລິຫານຂອງກິລາ ແລະ ທີມການສະແດງສ້າງສັນໃນບັນຫາໂຕ້ແຍ້ງທີ່ມີຢ່າງຫຼວງຫຼາຍ.

ນັກແຕ່ງເພງ ທ່ານ ເຄໂກ ໂອຢາມາດະ ໄດ້ລາອອກໃນວັນຈັນທີ່ຜ່ານມາ ຫຼັງຈາກການສຳພາດໄດ້ຖືກເປີດເຜີຍອອກມາ ເຊິ່ງທ່ານໄດ້ຮັບຮັບວ່າໄດ້ຂົ່ມເຫັງເພື່ອນຮ່ວມຫ້ອງທີ່ພິການໃນລະຫວ່າງໄວເຍົາວະຊົນຂອງລາວ.

ຢ້ອນກັບໄປໃນເດືອນມີນາ, ທ່ານ ຮິໂຣຊິ ຊາຊະກິ ໄດ້ລາອອກຈາກການເປັນຜູ້ກຳກັບການສະແດງສ້າງສັນຂອງພິທີເປີດ ແລະ ປິດ ຫຼັງຈາກໄດ້ສະເໜີໃຫ້ນັກຕະຫຼົກແມ່ຍິງທີ່ມີຊື່ສຽງມາປາກົດຕົວເປັນໝູ. ຄຳເວົ້າທີ່ແບ່ງແຍກເພດຍັງໄດ້ກໍ່ໃຫ້ເກີດການລາອອກຂອງຜູ້ຮັບຜິດຊອບໜ້າທີ່ກ່ອນໜ້າທ່ານໃນຕົ້ນປີນີ້ ທ່ານ ໂຢຊິຮິໂຣະ ໂມຣິ.

Controversy and COVID-19 continue to overshadow the Tokyo Olympics.

Kentaro Kobayashi, the show director of Friday’s opening ceremonies, was fired Thursday after a decades-old video of him joking about the Holocaust during a comedy routine surfaced on social media.

Seiko Hashimoto, the president of the Tokyo Olympics organizing committee, said the committee recently learned that Kobayashi used language “that mocked a tragic fact of history” in a statement of apology.

Kobayashi, a well-known performer and director in Japan, issued his own apology after his dismissal.

“Any person, no matter how creative, does not have the right to mock the victims of the Nazi genocide,” said Rabbi Abraham Cooper, associate dean and global social action director of the U.S.-based Simon Wiesenthal Center, a Jewish human rights organization.

“Any association of this person to the Tokyo Olympics would insult the memory of 6 million Jews and make a cruel mockery of the Paralympics,” Cooper added.

Kobayashi’s firing marks the latest prominent figure to be dismissed from the Games’ management and creative teams in a cloud of controversy.

Composer Keigo Oyamada resigned Monday after interviews surfaced where he admitted bullying a disabled classmate during his youth.

Back in March, Hiroshi Sasaki resigned as creative director of the opening and closing ceremonies after suggesting a well-known female comedian appear as a pig. Sexist remarks have also prompted the resignation earlier this year of Yoshiro Mori, Hashimoto’s predecessor.

XS
SM
MD
LG