ສະຕີໝາຍເລກນຶ່ງສະຫະລັດ ທ່ານນາງເມລາເນຍ ທຣຳ ສືບຕໍ່ການຢຸດແວ່ແຫ່ງທຳອິດ
ໃນຢ້ຽມຢາມທະວີບອາຟຣິກາ ເປັນເວລານຶ່ງອາທິດ ຂອງທ່ານນາງ ໃນວັນພຸດມື້ນີ້.
ທ່ານນາງທຣຳໄດ້ແຈກຢາບຜ້າຫົ່ມ ແລະຕຸກກະຕາໝີໃຫ້ແກ່ພວກເດັກນ້ອຍເກີດໃໝ່
ແລະແມ່ເຂົາເຈົ້າ ຢູ່ໂຮງໝໍໃນນະຄອນຫຼວງອັກກຣາ ຂອງການາ ຫຼັງຈາກໄດ້ເດີນທາງ
ໄປເຖິງພຽງເລັກນ້ອຍ.
ສະຕີໝາຍເລກນຶ່ງໃຊ້ການຢ້ຽມຢາມຂອງທ່ານຢູ່ການາ ມາລາວີ ເຄັນຢາ ແລະອີຈິບ
ເພື່ອຂະຫຍາຍ ແລະສົ່ງເສີມ ຂໍ້ລິເລີ້ມ “ເຮັດໃຫ້ດີທີ່ສຸດ” ຂອງທ່ານນາງ ທີ່ແນໃສ່
ຄວາມຢູ່ດີມີສຸກຂອງພວກເດັກນ້ອຍ. ການເດີນທາງໄປຢ້ຽມຢາມ ຂອງທ່ານນາງ ໄດ້
ມີຂຶ້ນຫຼາຍ
ເດືອນ ຫຼັງຈາກໄດ້ມີການຕິຕຽນກ່ຽວກັບລາຍງານຂ່າວທີ່ວ່າປະທານາບໍດີດໍໂນລ ທຣຳ
ໄດ້ໃຊ້ຄຳເວົ້າ ທີ່ບໍ່ສຸພາບ ກ່າວເຖິງທະວີບດັ່ງກ່າວ ທີ່ພາໃຫ້ມີການກ່າວຫາ ໃນເລື້ອງ
ຜີວພັນ.
ທ່ານຈອນ ແຄມເບີລ ເຈົ້າໜ້າທີ່ອະວຸໂສ ທີ່ສຶກສາກ່ຽວກັບນະໂຍບາຍອາຟຣິກາ ຢູ່ສະ
ພາຄວາມສຳພັນຕ່າງປະເທດ ກ່າວຕໍ່ ວີໂອເອ ວ່າ “ການເດີນທາງໂດຍສະຕີໝາຍເລກ
ນຶ່ງ ຂ້າພະເຈົ້າຄິດວ່າ ຈະສະແດງໃຫ້ເຫັນວ່າ ຊາວອາເມຣິກັນ ນະໂຍບາຍອາເມຣິກັນ
ແລະລັດຖະບານຮວມກັນທັງໝົດແມ່ນປະກອບເປັນແລະ ພິຈາລະນາເປັນຫຼາຍກວ່າ
ການສົ່ງຂໍ້ຄວາມທາງທວິດສອງຫຼືສາມເທື່ອ.”
ລັດຖະບານທ່ານທຣຳຮຽກຮ້ອງໃຫ້ມີການຕັດການຊ່ວຍເຫຼືອດ້ານມະນຸດສະທຳທີ່ສຳ
ຄັນ ແກ່ໂຄງການຕ່າງໆໃນອາຟຣິກາ ຢູ່ໃນຂໍ້ສະເໜີງົບປະມານຂອງຕົນ ແຕ່ການຕັດ
ງົບປະມານດັ່ງກ່າວ ໄດ້ຂັດຂວາງໂດຍສະພາ.
U.S. first lady Melania Trump continues the first leg of her weeklong tour of the African continent Wednesday.
Mrs. Trump passed out blankets and teddy bears to newborn infants and their mothers at a hospital in Ghana's capital, Accra, shortly after her arrival Tuesday.
The first lady is using her visits to Ghana, Malawi, Kenya and Egypt to further expand and promote her "Be Best" initiative that focuses on children's overall well-being. Her goodwill tour comes several months after a public firestorm over President Donald Trump's reported use of a vulgar term to describe the continent, triggering accusations of racism.
"The trip by the first lady I think will show that Americans, American policy, and the administration are all multi-faceted and are considerably more than two or three tweets," John Campbell, a senior fellow for Africa policy studies at the Council on Foreign Relations, told VOA.
The Trump administration called for significant cuts in humanitarian aid programs for Africa in its budget proposals, but those cuts were blocked by Congress.