ຂົງເຂດເອເຊຍຕາເວັນອອກສຽງໃຕ້ແຜ່ນດິນໃຫຍ່ກຳລັງກ້າວເຂົ້າສູ່ປີທີສີ່ແຫ່ງໄພແຫ້ງແລ້ງ ຍ້ອນການປ່ຽນແປງຂອງດິນຟ້າອາກາດ ແລະການສ້າງ ເຂື່ອນທີ່ບໍ່ຢຸດຢັ້ງ ຊຶ່ງເຮັດໃຫ້ເກີດຄວາມເສຍຫາຍ ທີ່ບໍ່ເຄີຍມີມາກ່ອນໃນແມ່ນໍ້າຂອງ ແລະປະຊາຊົນ 65 ລ້ານຄົນ ທີ່ເພິ່ງພາອາໄສລຳນ້ຳນັ້ນ ໃນການດຳລົງ ຊີວິດຂອງເຂົາເຈົ້າ. Luke Hunt, ນັກຂ່າວວີໂອເອມີລາຍງານເລື້ອງນີ້ ຊຶ່ງບົວສະຫວັນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ໃນກໍາປູເຈຍນັ້ນ ໄພແຫ້ງແລ້ງໄດ້ກະຕຸ້ນໃຫ້ລັດຖະບານ ຮຽກຮ້ອງໃຫ້ໃຊ້ນ້ຳ ຫນ້ອຍລົງ, ໂດຍສະເພາະ ໃນເຂດຊົນນະບົດ, ໂດຍກ່າວວ່າຝົນຕົກໃນລະດູຝົນທີ່ຜ່ານມາ "ຈະບໍ່ພຽງພໍກັບຄວາມຕ້ອງການປັດຈຸບັນທັນດ່ວນນີ້" ແລະບົດລາຍງານອີກຕ່າງຫາກກ່າວເພີ້ມອີກວ່າ ຄວາມສາມາດຂອງການໃຊ້ນ້ຳເຂົ້າໃນການເຮັດຊົນລະປະທານກໍາລັງດຳເນີນການໄດ້ພຽງແຕ່ 20 ເປີເຊັນເທົ່ານັ້ນ.
ກະຊວງຊັບພະຍາກອນນ້ຳຍັງກ່າວໃນຖະແຫຼງການສະບັບນຶ່ງເມື່ອບໍ່ດົນມານີ້ອີກວ່າ ຄາດວ່າຈະມີປະລິມານນ້ຳຝົນທີ່ຕ່ຳກວ່ານີ້, ພາຍຫຼັງ 3 ປີທີ່ມີນ້ຳຫຼຸດລົງ ຢ່າງເປັນປະຫວັດການ ຊຶ່ງສົ່ງຜົນໃຫ້ເກີດສະພາບໜັກໜ່ວງຕໍ່ແມ່ນ້ຳນີ້ຫລາຍທີ່ສຸດໃນຮອບ 60 ກວ່າປີ ໂດຍໄດ້ສົ່ງຜົນກະທົບຕໍ່ການຜະລິດກະສິກຳ ແລະຊີວິດການເປັນຢູ່ຂອງປະຊາຊົນ.
ເພື່ອເປັນການຮັບມືກັບບັນຫານີ້, ຄະນະກຳມາທິການແມ່ນ້ຳຂອງ ຫລື MRC ໄດ້ຮຽກຮ້ອງໃຫ້ມີແຜນການເຄື່ອນໄຫວອັນແຂງແກ່ນຈາກ 6 ປະເທດຄື: ກຳປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ ແລະ ຈີນ - ເພື່ອແກ້ໄຂບັນຫາຕົ້ນຕໍທີ່ສາຍນ້ຳສຳຄັນຂອງເອເຊຍຕາເວັນອອກສຽງໃຕ້ນີ້ປະເຊີນຢູ່.
ຄະນະກຳມາທິການຢາກໃຫ້ເອົາບາດກ້າວໃນທັນທີ "ເພື່ອຫຼຸດຜ່ອນວິກິດນີ້." ບາດກ້າວເຫຼົ່ານີ້ ລວມມີ ການສ້າງຕັ້ງກົນໄກແຈ້ງການຮ່ວມກ່ຽວກັບການ ເຫນັງຕີງຂອງລະດັບນໍ້າທີ່ຜິດປົກກະຕິ ແລະ ການດໍາເນີນງານ ແລະການຄຸ້ມຄອງອ່າງເກັບນໍ້າ ແລະເຂື່ອນໄຟຟ້ານ້ຳຕົກແບບມີການປະສານງານກັນ ໃນອະນາຄົດ.
ທ່ານອານ ພິດຈ໌ ຮັດດາ, ຫົວໜ້າຄະນະບໍລິຫານງານຂອງກອງເລຂາ MRC ກ່າວວ່າ: “ນອກນັ້ນແລ້ວ, ປະເທດຕ່າງໆ ຄວນຊອກຫາທາງເລືອກອື່ນຫລາຍທາງ ໃນການສ້າງບ່ອນເກັບນ້ຳໄວ້ຕື່ມອີກ ເພື່ອຄຸ້ມຄອງສະພາບໄພແຫ້ງແລ້ງ ແລະໄພນ້ຳຖ້ວມທີ່ສົ່ງຜົນກົດດັນ ພ້ອມທັງຮູບແບບການດຳເນີນງານຂອງອ່າງແມ່ນ້ຳຂອງອີກດ້ວຍ”.
ແຕ່ຢ່າງໃດກໍຕາມ, ນັກວິເຄາະກ່າວວ່າ, ບັນຫາທີ່ເກີດຂຶ້ນຢ່າງຕໍ່ເນື່ອງໃນຕະຫລອດສອງທົດສະວັດຜ່ານມາ ຍັງສືບຕໍ່ເຮັດໃຫ້ເກີດໄພພິບັດຕາມລຳແມ່ນ້ຳທ່າມກາງໄພແຫ້ງແລ້ງທີ່ເພີ່ມຄວາມຮ້າຍແຮງຂຶ້ນຍ້ອນການປ່ຽນແປງຂອງດິນຟ້າອາກາດ ແລະການບໍ່ໄດ້ປະສານງານກັນ.
"ມັນເປັນການຍາກຫຼາຍໃນເວລານີ້ ແມ່ນແຕ່ຈະເບິ່ງພາບລວມ ຂອງສິ່ງທີ່ ເກີດຂຶ້ນເທົ່ານັ້ນ. ມີຫຼາຍສິ່ງທີ່ເກີດຂຶ້ນມາກ່ຽວກັບແມ່ນໍ້າຂອງເປັນເລື່ອງຫຍໍ້ທໍ້,” ນັ້ນຄືຄຳເວົ້າຂອງທ່ານມິລຕັນ ອອສບອນ (Milton Osborne), ນັກປະຫວັດ ສາດທີ່ຕິດຕາມລະບົບແມ່ນໍ້າຂອງຢ່າງໃກ້ຊິດມາເປັນເວລານານກວ່າ 20 ປີແລ້ວ.
ທ່ານກ່າວອີກວ່າ "ມັນໄດ້ພຽງແຕ່ 40 ປີເທົ່ານັ້ນ ນັບຕັ້ງແຕ່ແມ່ນໍ້າດັ່ງກ່າວ ໄດ້ເປີດໃຫ້ໄຫຼໄປຢ່າງສະດວກ ແລະບໍ່ມີສິ່ງກີດຂວາງໃດໆ.".
“ດຽວນີ້ເຈົ້າມີ 11 ເຂື່ອນເພີ້ມຂຶ້ນຢູ່ຈີນ, ເຈົ້າກໍມີເຂື່ອນທີ່ກຳລັງສ້າງຢູ່ໃນລາວ ແລະການສົນທະນາກັນ ທັງໝົດທີ່ໄດ້ຈັດຂຶ້ນເມື່ອ 10 ປີກ່ອນກ່ຽວກັບວ່າ ອັນນີ້ ຈະສົ່ງຜົນກະທົບທາງລົບຕໍ່ແມ່ນໍ້າຂອງ ຄືແນວໃດແມ່ນຮອດບໍ່ໄດ້ຖືກກ່າວເຖິງ ເລີຍ ໃນເອກະສານທີ່ຖືກວາງມາອອກໂດຍ MRC."
ອີງຕາມສູນກາງສຕິມສັນ (Stimson) ທີ່ມີສຳນັກງານຕັ້ງຢູ່ສະຫະລັດແລ້ວ, ເຂື່ອນ 11 ແຫ່ງທີ່ປິດກັ້ນ ແລວແມ່ນ້ຳຂອງໃນຈີນ ແລະລາວໄດ້ເຮັດສຳເລັດ ແລ້ວ. ຍັງມີການສ້າງເຂື່ອນຕື່ມອີກ 118 ແຫ່ງຕາມແມ່ນ້ຳທີ່ເປັນສາຂາ ແມ່ນ້ຳຂອງນີ້.
ນອກນັ້ນ, ຍັງມີເຂື່ອນຂະໜາດນ້ອຍອີກຫຼາຍຮ້ອຍແຫ່ງທີ່ນຳໃຊ້ເຂົ້າໃນການເຮັດ ຊົນລະປະທານ, ປູກຝັງ, ການຫາປາ ແລະການແຈກຢາຍນ້ຳໃນທົ່ວບັນດາ ປະ ເທດຢູ່ເຂດລຸ່ມແມ່ນ້ຳຂອງອີກດ້ວຍ.
ເຂື່ອນເຫຼົ່ານັ້ນຍັງກັກເອົາຂີ້ຕົມໄວ້ 50 ເປີເຊັນຂອງປະລິມານທັງໝົດ ຊຶ່ງ ບວກກັບການດູດດິນຊາຍ ແລະການຂາດລະດັບນໍ້າທີ່ຕ້ອງການເພື່ອເຮັດໃຫ້ ແມ່ນໍ້າຂອງມີຄວາມສະອາດ, ເຮັດໃຫ້ລະດັບ ຄວາມເຄັມຂອງນ້ຳເພີ່ມຂຶ້ນ.
ຊາວກະສິກອນຢູ່ແຂວງເບັນແຈ ທາງພາກໃຕ້ຂອງຫວຽດນາມ ກ່າວວ່າ ທົ່ງພຽງແມ່ນ້ຳຂອງຕອນລຸ່ມ ແມ່ນມີຄວາມເຄັມເປັນເວລານານເຖິງ 4 ເດືອນ ແທນທີ່ຈະເປັນ 1 ເດືອນຕາມປົກກະຕິໃນແຕ່ລະປີ, ແລະ ຕົ້ນໄມ້ເຕັມທົ່ງ ແມ່ນຕາຍໝົດຍ້ອນນ້ຳເຄັມແຊກຊຶມເຂົ້າມາ.
“ມັນເຮັດໃຫ້ຜູ້ຄົນຄິດວ່າແມ່ນ້ຳຂອງ ໄດ້ກາຍຈຸດທີ່ຈະເອົາກັບຄືນມາໄດ້ອີກແລ້ວ. ມີຄວາມຈຳເປັນ ອັນສຳຄັນທີ່ຈະຕ້ອງເພັ່ງເລັງໃສ່ການສ້າງເຂື່ອນໃນ ສາຂາແມ່ນ້ຳຂອງ ແລະຜົນກະທົບຂອງມັນ ຍ້ອນວ່າມັນມີຫຼາຍສິ່ງຫລາຍຢ່າງ,” ນັ້ນຄືຄຳເວົ້າຂອງທ່ານໄບຣອັນ ໄອເລີ (Brian Eyler), ຜູ້ອຳນວຍການໂຄງ ການເຂດເອເຊຍຕາເວັນອອກສຽງໃຕ້ຂອງສູນກາງ Stimson.
ໃນບົດລາຍງານຫລ້າສຸດຂອງຕົນກ່ຽວກັບສະພາບການໄຫລຂອງກະແສນໍ້າໃນລະດັບຕໍ່າ ແລະໄພແຫ້ງແລ້ງ ໃນປີ 2019-21 ນັ້ນ MRC ພົບວ່າ “ລະບົບ ອຸທົກກະສາດ” ໄດ້ມີການປ່ຽນແປງຢ່າງຫຼວງຫຼາຍນັບຕັ້ງແຕ່ປີ 2015 ເປັນ ຕົ້ນມາ ໂດຍທີ່ມີນໍ້າໄຫຼເຂົ້າມາຫຼາຍໃນຊຸມເດືອນຂອງລະດູແລ້ງ ແລະມີນ້ຳໄຫລຫຼຸດລົງ ໃນລະດູຝົນ ເນື່ອງຈາກມີການເກັບກັກນ້ຳໄວ້ເພີ່ມຂຶ້ນ.
ເວົ້າໂດຍສະເພາະ, ບົດລາຍງານ 100 ໜ້າສະບັບນີ້ຍົກໃຫ້ເຫັນທະເລສາບ ຕົງເລສາບຊຶ່ງເປັນສາຂາຂອງ ແມ່ນ້ຳຂອງທີ່ນ້ຳໄຫລໄປເຕີມໃສ່ໃນລະດູຝົນ ຂອງແຕ່ລະປີ ແລະເມື່ອມັນເຕັມແລ້ວມັນກໍຈະຫັນປ່ຽນ ທິດທາງການໄຫລ ກັບຄືນໄປຫາແມ່ນ້ຳຂອງ ແລ້ວກໍໄຫລອອກໄປສູ່ທະເລຈີນໃຕ້.
ບົດລາຍງານຂຽນວ່າ ໂດຍເປັນແມ່ນ້ຳໃຫຍ່ທີ່ສຳຄັນໃນດ້ານອຸທົກກະສາດຂອງອ່າງນ້ຳ ທີ່ກວ້າງກວ່າ ລະດັບນ້ຳໃນຕົງເລສາບແມ່ນໃກ້ກັບລະດັບນ້ຳສະເລ່ຍ ໃນປີ 2019 ແຕ່ວ່າ ລະດັບນ້ຳໃນປີ 2020 ແລະ 2021 ແມ່ນຕ່ຳສຸດເທົ່າທີ່ມີການບັນທຶກມາ.
ມັນເວົ້າວ່າ ການໄຫຼປີ້ນກັບຂອງນ້ຳທັງຫມົດໃນປີ 2020 ແລະ 2021 ແມ່ນ 58 ເປີເຊັນ ແລະ 51 ເປີເຊັນຕາມລໍາດັບ ຂອງປະລິມານນ້ຳທີ່ໄຫຼກັບທັງ ຫມົດໂດຍສະເລ່ຍ ທີ່ຖືກວັດແທກນັບແຕ່ປີ 2008 ຫາ 2021.
ສາເຫດສ່ວນໃຫຍ່ທີ່ພາໃຫ້ເປັນແນວນັ້ນ ກໍແມ່ນເປັນຍ້ອນການເກັບນ້ຳ ໂດຍເຂື່ອນໄຟຟ້າ ໃນຈີນ ແລະລາວ.