ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໘ ທັນວາ ໒໐໒໓

ການສ້າງເຂື່ອນໃນແມ່ນໍ້າຂອງ ແລະ ສາຂາຂອງມັນກໍາລັງສົ່ງຜົນ ກະທົບຢ່າງໜັກ ຕໍ່ລະບົບນິເວດ ແລະຊີວິດການເປັນຢູ່ຂອງປະຊາຊົນ


ແມ່ຍິງຊາວປະມົງຄົນນຶ່ງນັ່ງຢູ່ເທິງເຮືອຫລຽວເບິ່ງແມ່ນໍ້າຂອງທີ່ບົກໄປ ດ້ວຍຄວາມເປັນຫ່ວງ ເພາະການຫາປາກໍຍາກຂຶ້ນຫລາຍ ເມື່ອທຽບໃສ່ປີກ່ອນໆ
ແມ່ຍິງຊາວປະມົງຄົນນຶ່ງນັ່ງຢູ່ເທິງເຮືອຫລຽວເບິ່ງແມ່ນໍ້າຂອງທີ່ບົກໄປ ດ້ວຍຄວາມເປັນຫ່ວງ ເພາະການຫາປາກໍຍາກຂຶ້ນຫລາຍ ເມື່ອທຽບໃສ່ປີກ່ອນໆ

ການໄຫລວຽນຂອງນໍ້າທີ່ຜິດລະດູການຍ້ອນການປ່ອຍ ແລະກັກນໍ້າຂອງເຂື່ອນ ໄຟຟ້າໃນແມ່ນໍ້າຂອງຕອນເທິງ ແລະໃນສາຂາແມ່ນໍ້າຂອງກໍາລັງສ້າງຜົນກະທົບ ຢ່າງໜັກໃສ່ລະບົບນິເວດ ແລະຊີວິດການເປັນຢູ່ຂອງປະຊາຊົນ ໃນເຂດລຸ່ມ ແມ່ນໍ້າຂອງທີ່ອາໄສປາເປັນແຫລ່ງອາຫານ ແລະແຫລ່ງສ້າງລາຍໄດ້ຫລັກ, ບົວສະຫວັນມີ ລາຍລະອຽດເລື້ອງນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.

ແມ່ນໍ້າຂອງທີ່ຍາວເກືອບຮອດ 5,000 ກິໂລແມັດ ແລະໄຫຼຜ່ານ 6 ປະເທດ ນັບ ແຕ່ຈີນລົງໄປຫາກໍາປູເຈຍ ໂດຍຜ່ານມຽນມາ, ລາວ, ໄທ, ແລະ ຫວຽດນາມ ນັ້ນເປັນແຫລ່ງສະໜອງປານໍ້າຈືດໃຫ້ແກ່ປະຊາຊົນຫລາຍທີ່ສຸດໃນໂລກ ດັ່ງທີ່ສາດສະດາຈານອຽນ ແບດ, ນັກຊ່ຽວຊານດ້ານລະບົບນິເວດເວົ້າວ່າ:

“ການປະມົງນໍ້າຈືດທີ່ສໍາຄັນທີ່ສຸດຢູ່ໃນໂລກໜີ້ນະ ກໍຄືຢູ່ໃນແມ່ນໍ້າຂອງໜີ້ຫລະ. ບໍ່ມີ ແມ່ນໍ້າໃດຢູ່ໃນໂລກໜີ້ເນາະ ທີ່ໃຫ້ອາຫານກັບປະຊາຊົນຫລາຍກວ່າ ແມ່ນໍ້າຂອງ ອັນນີ້ເປັນອັນພິເສດຢູ່ໃນໂລກເນາະ ເອີ້ ລະກະ ເຮົາເຫັນແມ່ນກະທັງ ເມືອງລາວເນາະ ມັນບໍ່ໄດ້ຕິດກັບທະເລເນາະ ແຕ່ວ່າຄົນຊົນນະບົດໜີ້ ຕາມເຂົາເກັບຂໍ້ມູນມາໜີ້ ເນາະ ມັນມີ 70 ຫລື 80 ເປີເຊັນຂອງໂປຣຕິນໜີ້ເນາະ ມັນຊິມາຈາກປາ.”

ແຕ່ວ່າລະບົບນິເວດຂອງແມ່ນໍ້າທີ່ໃຫຍ່ອັນດັບ 3 ຂອງເຂດເອເຊຍສາຍນີ້ ໄດ້ປ່ຽນໄປ ຫລັງຈາກມີການສ້າງເຂື່ອນຫຼາຍເຖິງ 11 ແຫ່ງ ຢູ່ໃນລໍາແມ່ນໍ້າຂອງຕອນເທິງກໍຄືຢູ່ໃນຈີນ ແລະເກືອບຮອດ 100 ແຫ່ງໃນສາຂາແມ່ນໍ້າຂອງຢູ່ໃນລາວ ແລະກໍາປູເຈຍໃນໄລຍະ 10 ກວ່າປີຜ່ານມານີ້ ຊຶ່ງສົ່ງຜົນກະທົບດ້ານລົບຕໍ່ສັດສາວາສິ່ງ ແລະຊີວິດການເປັນຢູ່ຂອງປະຊາຊົນ, ອີງຕາມ ດຣ. ແບດ.

ສ່ວນ ດຣ. ອານຸລັກ ກິດຕິຄຸນ, ຫົວໜ້າຜູ້ບໍລິຫານ ຫລື CEO ຂອງກໍາມາທິການ ແມ່ນໍ້າຂອງໃຫ້ຄໍາເຫັນວ່າ ສິ່ງນີ້ບໍ່ແມ່ນວ່າ ຈະນໍາເອົາແຕ່ຜົນກະທົບດ້ານລົບມາສູ່ປະຊາຊົນສະເໝີໄປ. ທ່ານຍອມຮັບວ່າການສ້າງເຂື່ອນ “ເມື່ອບວກໃສ່ກັບການປ່ຽນແປງຂອງດິນຟ້າອາກາດ [ທີ່ກີດຂຶ້ນທົ່ວໂລກ] ເຮັດໃຫ້ການໄຫລວຽນຂອງນໍ້າຂຶ້ນລົງແບບຜິດປົກກະຕິ, ເຮັດໃຫ້ປະລິມານດິນຕະກອນຫລຸດລົງ ແລະສ້າງຄວາມກົດດັນໃສ່ປາ.” ແຕ່ທ່ານກໍໄດ້ຊີ້ແຈງຜ່ານທາງອີເມລຫາພວກເຮົາວ່າ ການທີ່ “ມີອ່າງເກັບນໍ້າທີ່ດໍາເນີນງານແບບທີ່ຫລຸດຜ່ອນຜົນກະທົບ ດ້ານລົບລົງໄດ້ ແລະຊ່ວຍບັນເທົານໍ້າຖ້ວມ, ໄພແຫ້ງແລ້ງ ແລະໄພພິບັດທາງທໍາມະຊາດ,“ ມັນກໍສາມາດສ້າງໂອກາດອັນດີໃຫ້ແກ່ການພັດທະນາໄດ້.

ຊາວປະມົງທີ່ຢູ່ແຂວງບໍລິຄໍາໄຊ ກໍາລັງແກ່ມອງເອົາປາໃນແມ່ນໍ້າຂອງ ເພື່ອໄປເຮັດກິນໃນຄອບຄົວ. ປະຊາຊົນສ່ວນໃຫຍ່ອາໄສການຫາປາໃນແມ່ນໍ້າຂອງເພື່ອເປັນແຫລ່ງອາຫານ
ຊາວປະມົງທີ່ຢູ່ແຂວງບໍລິຄໍາໄຊ ກໍາລັງແກ່ມອງເອົາປາໃນແມ່ນໍ້າຂອງ ເພື່ອໄປເຮັດກິນໃນຄອບຄົວ. ປະຊາຊົນສ່ວນໃຫຍ່ອາໄສການຫາປາໃນແມ່ນໍ້າຂອງເພື່ອເປັນແຫລ່ງອາຫານ

ແຕ່ ເພື່ອຈະເຮັດໄດ້ເຊັ່ນນັ້ນ ພາກສ່ວນທີ່ກ່ຽວຂ້ອງເຊັ່ນ ນາຍທຶນ ແລະລັດ ຖະບານຂອງປະເທດທີ່ອະນຸມັດໃຫ້ສ້າງເຂື່ອນຕ້ອງໄດ້ວິເຄາະເຖິງຜົນໄດ້ ແລະ ຜົນເສຍທີ່ອາດຈະເກີດຂຶ້ນຕໍ່ປາ ແລະຊີວິດການເປັນຢູ່ຂອງປະຊາຊົນໃນທ້ອງຖິ່ນ ກ່ອນທີ່ຈະເຊັນຂໍ້ຕົກລົງໃນການສ້າງເຂື່ອນ, ອີງຕາມທ່ານຢຸກ ເຊັງລັອງ ຫົວໜ້າດ້ານບໍລິຫານຂອງອົງການປະຕິບັດງານ ແລະ ແນວໂຮມການປະມົງ ຫລື Fishery Action and Coalition ໃນກໍາປູເຈຍ. ເທົ່າທີ່ຜ່ານມາແມ່ນບໍ່ເປັນເຊັ່ນ ນັ້ນເລີຍ. ທ່ານກ່າວຢູ່ໃນກອງປະຊຸມລາຍງານທາງອອນລາຍກ່ຽວກັບການຄຸ້ມ ຄອງແມ່ນໍ້າຂອງຂ້າມຊາຍແດນ ທີ່ຈັດຂຶ້ນໂດຍສູນກາງ Stimson ວ່າ:

“ສິ່ງທີ່ຂ້າພະເຈົ້າສາມາດເຫັນໃນປັດຈຸບັນ ກໍແມ່ນພວກເຮົາບໍ່ມີເລີຍ. ຂໍ້ຕົກລົງ ສ່ວນໃຫຍ່ຂ້ອນຂ້າງວ່າອີງໃສ່ຄວາມສະຫມັກໃຈ, ກໍດັ່ງທີ່ທ່ານຮູ້ຫັ້ນແລ້ວ ແຕ່ລະປະເທດເຂົາເຈົ້າກໍມີກົດບັງຄັບຂອງຕົນເອງ, ເຂົາເຈົ້າມີຄວາມມຸ້ງຫວັງທະເຍີທະຍານຂອງຕົນເອງ ແລະກໍມີແຜນການຂອງຕົນອີກ. ສ່ວນຫຼາຍ ພວກເຮົາບໍ່ເຄີຍເຫັນວ່າ ເຂົາເຈົ້າຈະມາຫາກັນ ແລະເບິ່ງໃຫ້ຄັກແທ້ໆ, ເຮັດການວິເຄາະກ່ຽວກັບຄວາມເສຍຫາຍ ແລະຜົນປະໂຫຍດເພື່ອປຽບທຽບລະຫວ່າງໂຄງການພັດທະນາ ແລະຈາກນັ້ນກໍເບິ່ງຊັບພະຍາກອນຈາກບ່ອນທີ່ສ້າງເຂື່ອນນັ້ນ.”

ພ້ອມກັນນັ້ນ ດຣ. ແບດ ຜູ້ທີ່ໄດ້ອາໄສຢູ່ພາກໃຕ້ຂອງລາວ ແລະກໍາປູເຈຍເປັນ ເວລາ 6 ປີກວ່າໃນເມື່ອກ່ອນ ເພື່ອທໍາການຄົ້ນຄວ້າກ່ຽວກັບລະບົບນິເວດໃນ ແມ່ນໍ້າຂອງໃຫ້ຄໍາເຫັນວ່າ ການປ່ຽນແປງການໄຫລວຽນຂອງນໍ້າທີ່ຜິດລະດູການ ເຮັດໃຫ້ເກີດບັນຫາໃໝ່ຂຶ້ນມາ ລວມທັງນໍ້າຖ້ວມໃນລະດູແລ້ງ ຖ້າມີການເກັບນໍ້າ ໄວ້ເກີນຄວາມຕ້ອງການ ຊຶ່ງທ່ານລົມກັບ ພວກເຮົາຜ່ານທາງ Zoom ຈາກຈັງ ຫວັດຊຽງໃໝ່ ບ່ອນທີ່ທ່ານທໍາການຄົ້ນຄວ້າຢູ່ນັ້ນໃຫ້ຟັງວ່າ:

“ເຂົາຊິພະຍາຍາມໃຫ້ອ່າງຂອງເຂື່ອນເຕັມທີ່ສຸດ ເຂົາຢາກໃຫ້ມັນເຕັມກ່ອນ ລະກະບັດນັ້ນ

ຈຶ່ງປ່ອຍນໍ້າລົງມາໃນລະດູແລ້ງເນາະ. ເຂົາຕ້ອງການແບບນັ້ນ ແຕ່ ບັນຫາມັນເປັນຈັ່ງຊີ້ ສົມມຸດວ່າເຈົ້າບໍ່ທັນຮູ້ວ່າທ້າຍລະດູ ສົມມຸດວ່າ ລະດູນີ້ເນາະ ເຈົ້າບໍ່ຮູ້ຈັກວ່າຕໍ່ໄປມັນຈະຍັງມີພາຍຸຫລືບໍ່, ເຈົ້າບໍ່ແນ່ໃຈ ເຈົ້າກະເລີຍພະຍາຍາມ ກັບນໍ້າໄວ້ຊາກ່ອນ ເພື່ອວ່າມັນບໍ່ມີ ແຕ່ວ່າ ຖ້າເກີດມັນມີ ເຂື່ອນມັນເຕັມແລ້ວໜີ້ ນະ ເຈົ້າກະຊິຈໍາເປັນຕ້ອງປ່ອຍນໍ້າລົງມາ ບາງເທື່ອມັນກະເຮັດໃຫ້ເກີດນໍ້າຖ້ວມ ໜະ ນໍ້າຖ້ວມໃນລະດູແລ້ວ ມັນມີສ່ວນກ່ຽວຂ້ອງກັບເຂື່ອນຄືກັນ.”

ທ່ານຍັງໃຫ້ຄໍາເຫັນອີກວ່າ ການທີ່ມີນໍ້າຫລາຍຂຶ້ນແບບຜິດປົກກະຕິໃນລະດູແລ້ງ ບໍ່ໄດ້ໝາຍຄວາມວ່າ ມັນຈະເປັນຜົນດີສະເໝີໄປ ເພາະຕົ້ນໄມ້ ແລະສັດສາວາສິ່ງ ບາງຊະນິດທີ່ຢູ່ຕາມແຄມ ຫລືຢູ່ໃນແມ່ນໍ້າຂອງບໍ່ສາມາດປັບຕົວເຂົ້າກັບສະພາບ ແວດລ້ອມໃໝ່ໄດ້ ແລ້ວກໍສູນພັນໄປ. ດຣ. ແບດຍັງຄາດຄະເນອີກວ່າ ສະຖານະການແບບນີ້ນັບມື້ຈະຮຸນແຮງຂຶ້ນ ຖ້າຫາກມີການສ້າງເຂື່ອນຜະລິດໄຟຟ້າເພີ້ມຂຶ້ນເລື້ອຍໆ ເພາະມັນຈະສ້າງຜົນກະທົບແບບສັງລວມຕໍ່ລະບົບນິເວດຂອງ ທໍາມະຊາດ.

XS
SM
MD
LG