ໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງນ້ຳ ຢູ່ໃນແນວແມ່ນ້ຳຂອງ ເປັນບູລິມະສິດ ອັນ
ສຳຄັນ ຂອງລັດຖະບານລາວ ໃນການພັດທະນາເສດຖະກິດ ແລະສັງຄົມ ຂອງ ປະເທດຊາດ ການພັດທະນາພະລັງງານດ້ານໄຟຟ້າ ເປັນການລົງທຶນໂດຍກົງ ຂອງລັດຖະບານລາວ ກັບບັນດາບໍລິສັດຕ່າງປະເທດ ທີ່ເຂົ້າມາລົງທຶນຢູ່ໃນ ສປປ
ລາວ ຊຶ່ງເປັນໂຄງການຜະລິດກະແສໄຟຟ້າເພື່ອຕອບສະໜອງຄວາມຮຽກຮ້ອງ
ຕ້ອງການ ຂອງບັນດາປະເທດເພື່ອນບ້ານໃນຂົງເຂດເອເຊຍ ອັນເປັນທ່າແຮງ ທີ່ຈະນຳເອົາລາຍຮັບ ຈາກການສົ່ງກະແສໄຟຟ້າ ໄປໃຫ້ບັນດາປະເທດ ທີ່ຕ້ອງ ການພະລັງງານໄຟຟ້າຈາກລາວ ເຂົ້າມາສູ່ປະເທດ ດັ່ງນັ້ນ ລັດຖະບານລາວ ຈຶ່ງໃຫ້ຄວາມສຳຄັນເປັນພິເສດ ໃນການພັດທະນາພະລັງງານໄຟຟ້າພະລັງນ້ຳ ໃນປັດຈຸບັນນີ້ ລັດຖະບານລາວໄດ້ກໍ່ສ້າງເຂື່ອນໄຟຟ້ພະລັງນ້ຳ ເປັນທີ່ສຳເລັດ
37 ແຫ່ງ ແລະມີໂຄງການກໍ່ສ້າງເຂື່ອນໄຟຟ້າອີກຫຼາຍແຫ່ງ ທີ່ກຳລັງຢູ່ໃນລະ ຫວ່າງການກະກຽມ ແລະ ການກໍ່ສ້າງຢູ່ ແຕ່ຫາກວ່າ ມີບາງແຫ່ງກຳລັງປະເຊີນ
ກັບບັນຫາ ການວິພາກວິຈານ ຂອງບັນດານັກວິທະຍາສາດ ແລະ ບັນດານນັກ
ເຄື່ອນໄຫວ ອົງການສັງຄົມພົນລະເຮືອນ ຂອງປະເທດເພື່ອນບ້ານ ທີ່ຕໍ່ຕ້ານໂຄງ
ການກໍ່ສ້າງເຂື່ອນໄຟຟ້າ ໃນແນວແມ່ນ້ຳຂອງຢູ່ທາງພາກໃຕ້ຂອງລາວ ຊຶ່ງ Ron
Corben ນັກຂ່າວຂອງວີໂອເອ ມີລາຍງານມາຈາກບາງກອກ ດັ່ງທີ່ໄຊຈະເລີນສຸກ ຈະນຳເອົາລາຍລະອຽດມາສະເໜີທ່ານ.
ລັດຖະບານ ສປປ ລາວ ຍັງດຳເນີນການຕໍ່ໄປກ່ຽວກັບການສ້າງເຂື່ອນໃໝ່ຢູ່ໃນເຂດ
ລຸ່ມແມ່ນໍ້າຂອງ ທີ່ພາໃຫ້ພວກນັກວິທະຍາສາດ ແລະນັກເຄື່ອນໄຫວອອກມາເຕືອນ
ເຖິງໄພຂົ່ມຂູ່ທີ່ເພີ້ມທະວີຂຶ້ນ ຕໍ່ຄວາມປອດໄພທາງດ້ານອາຫານຢູ່ໃນຂົງເຂດ.
ສປປ ລາວ ໄດ້ແຈ້ງໃຫ້ຄະນະກຳມາທິການແມ່ນໍ້າຂອງສາກົນ ຫຼື MRC ຊຶ່ງເປັນອົງການຈັດຕັ້ງ ຂອງສີ່ລັດຖະບານ ໃນຕົ້ນເດືອນນີ້ວ່າ ການກະກຽມເພື່ອສ້າງເຂື່ອນ
ປາກແບງ ທີ່ມີຄວາມແຮງ 912 ເມກາວັດຢູ່ແຂວງອຸດົມໄຊ ທາງພາກເໜືອຂອງ ສປປ ລາວນັ້ນ ໄດ້ເລີ້ມລົງມືແລ້ວ.
ເຂື່ອນປາກແບງ ຈະເປັນເຂື່ອນທີສາມ ໃນເຂດລຸ່ມແມ່ນໍ້າຂອງທີ່ສ້າງໃສ່ລຳແມ່ນ້ຳຂອງ
ທີ່ຢູ່ໃນການຄວບຄຸມຂອງລາວ. ເຂື່ອນໄຊຍະບູຣີ ທີ່ມີມູນຄ່າ 3 ພັນ 5 ຮ້ອຍລ້ານໂດລາ ແລະເຂື່ອນດອນສະໂຮງ ທີ່ຕັ້ງຢູ່ໃກ້ຊາຍແດນກຳປູເຈຍເປັນສ່ວນນຶ່ງ ຂອງ 11 ເຂື່ອນ
ທີ່ໄດ້ວາງແຜນໄວ້ ຈະສ້າງໃສ່ລຳແມ່ນໍ້າຂອງ.
ສປປ ລາວ ກ່າວວ່າ ການສ້າງເຂື່ອນເປັນກະແຈ ໃນການພັດທະນາເສດຖະກິດໄລຍະ ຍາວ ເພື່ອສົ່ງເສີມໃຫ້ປະເທດ ກາຍເປັນ “ໝໍ້ໄຟ” ຂອງເອເຊຍ ເຖິງແມ່ນວ່າການ ຂາຍໄຟຟ້າຢູ່ໃນຂົງເຂດສ່ວນໃຫຍ່ແລ້ວ ແມ່ນສົ່ງໄປປະເທດໄທ ທີ່ເປັນເພື່ອນບ້ານ.
ທ່ານນາງ Maureen Harris ຜູ້ອຳນວຍການ ອົງການແມ່ນໍ້າສາກົນ ຊຶ່ງເປັນ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ໃນເຂດເອເຊຍຕາເວັນອອກສຽງໃຕ້ ກ່າວ ຕໍ່ວີໂອເອວ່າ ການກໍ່ສ້າງເຂື່ອນປາກແບງ ແມ່ນຈະພາໃຫ້ມີຄວາມສ່ຽງເພີ້ມຂຶ້ນ ຊຶ່ງຈະສ້າງຄວາມເສຍຫາຍຮ້າຍແຮງ ຕໍ່ລະບົບນິເວດ ທີ່ສຳຄັນຂອງແມ່ນໍ້າຂອງ ທີ່ລ້ຽງຊີບປະຊາຊົນ 60 ລ້ານຄົນຢູ່ໃນຂົງເຂດ.
ທ່ານນາງກ່າວວ່າ “ເຂື່ອນນີ້ຈະມີຜົນກະທົບທີ່ສຳຄັນ ຕໍ່ຕອນລຸ່ມຂອງແມ່ນ້ຳຂອງ
ໃນຖານະທີ່ເປັນໂຄງການຢູ່ເໜືອສຸດຂອງຫຼາຍໆເຂື່ອນ. ໂດຍສະເພາະຢ່າງຍິ່ງ
ມັນຈະເປັນຜົນຕໍ່ການໄຫລຂອງດິນຝຸ່ນ ແຕ່ຍັງຈະເປັນຜົນກະທົບຕໍ່ການຫາປາ.
ແລະຄວາມເປັນຫ່ວງຂອງພວກເຮົາ ຍັງກ່ຽວກັບໂຄງການຫ້ອມລ້ອມຕ່າງໆ ທີ່
ກຳລັງຈະດຳເນີນການໄປໜ້າ.”
ກອງທຶນອະນຸລັກສັດປ່າຂອງໂລກ ຫຼື WWF ກ່າວວ່າ ພຽງແຕ່ການຫາປາເທົ່ານັ້ນ ແມ່ນຄາດຄະເນວ່າຈະມີມູນຄ່າປະມານ 17 ພັນລ້ານໂດລາຕໍ່ປີ. ລາຍງານຂອງ
ອົງການ WWF ຫວ່າງມໍ່ໆມານີ້ກ່າວວ່າ “ກິດຈະການເສດຖະກິດທັງໝົດ ຢູ່ໃນ
ຂົງເຂດແມ່ນພົວພັນໂດຍກົງ ຫລືບໍ່ ກໍໂດຍທາງອ້ອມກັບແມ່ນໍ້າດັ່ງກ່າວແລະ ເພາະສະນັ້ນຈຶ່ງເປັນອັນຕະລາຍຕໍ່ການປ່ຽນແປງຂອງແມ່ນໍ້ານີ້.”
ຢູ່ໃນເຂດຕອນເທິງຂຶ້ນໄປຂອງແມ່ນ້ຳຂອງ ໄລຍະ 4,300 ກິໂລແມັດນັ້ນ ຈີນໄດ້ສ້າງ ຫົກເຂື່ອນທີ່ພາໃຫ້ມີຄວາມເປັນຫ່ວງເພີ້ມຂຶ້ນ ກ່ຽວກັບຜົນກະທົບ ທີ່ເປັນອັນຕະລາຍ ຕໍ່ການໄຫລຂອງດິນຝຸ່ນ ລົງມາຕາມລຳແມ່ນໍ້າຂອງ.
ທ່ານ Robert Mather ເປັນທີ່ປຶກສາໃຫ້ ອົງການເພື່ອການອະນຸລັກທຳມະຊາດ
ສາກົນ ຫຼືີ IUCN ທັງເປັນອະດີດຜູ້ອຳນວຍການ ອົງການແມ່ນໍ້າສາກົນ ໃນເຂດ
ເອເຊຍຕາເວັນອອກສຽງໃຕ້ ກ່າວວ່າ ຈີນວາງແຜນວ່າ ຈະຫັນປ່ຽນເສັ້ນທາງເດີນເຮືອ ຂະໜາດໃຫຍ່ ຢູ່ເໜືອເມືອງໜຶ່ງຂອງແຂວງຫຼວງພະບາງ ເພື່ອເຮັດໃຫ້ເຮືອນ້ຳໜັກ
500 ໂຕນ ສາມາດເດີນໄດ້.
ວຽກງານດັ່ງກ່າວນັ້ນ ຈະປະກອບດ້ວຍການທຳລາຍ ແກ້ງທີ່ເປັນຫີນ ຫຼາຍກວ່າ 12
ແຫ່ງ ແລະ ເຂດນ້ຳຕື້ນ ພ້ອມກັບ ການກໍ່ສ້າງທ່າເຮືອໃໝ່ຂຶ້ນຫຼາຍແຫ່ງ ທີ່ເຂື່ອນ
ປາກແບງ ຢູ່ໃນແລວນ້ຳອັນດຽວກັນນີ້ ຈະດຳເນີນໄປ ໃນເວລາດຽວກັນ.
ທ່ານ Mather ກ່າວຕໍ່ວີໂອເອ ວ່າ “ມັນພຽງສະແດງໃຫ້ເຫັນເຖິງຄວາມເປັນຈິງ ວ່າ ບໍ່ມີການປະສານງານກັນ ລະຫວ່າງພວກເຂົາເຈົ້າເລີຍ ເຖິງແມ່ນວ່າ ໂຄງການ
ເຫຼົ່ານີ້ ຈະມີຄວາມໃຫຍ່ໂຕຊ່ຳໃດກໍຕາມ. ແລະ ມັນເປັນ ການຊຸກຍູ້ຂອງແຕ່ລະ
ອົງການຈັດຕັ້ງຕ່າງໆ ເພື່ອຜົນປະໂຫຍດສ່ວນຕົວ ຂອງພວກເຂົາເຈົ້າ ເທົ່ານັ້ນ.”
ການສຶກສາຄົ້ນຄວ້າ ໄດ້ຄາດວ່າ ການຜະລິດເຂົ້າຢູ່ໃນຂົງເຂດ ຈະຕົກຕ່ຳລົງ ຍ້ອນ ແຜນການກໍ່ສ້າງເຂື່ອນທັງຫຼາຍ ຢູ່ໃນລາວ ຊຶ່ງຈະເຮັດໃຫ້ເກີດມີການກັກດິນຝຸ່ນໄວ້ ທີ່ເຮັດໃຫ້ຄຸນຄ່າສານອາຫານ ແລະ ຈຳນວນຂອງປາ ຈະຫລຸດລົງ ອັນເປັນສາເຫດ ຈາກການລົບກວນ ການເຄື່ອນຍ້າຍແຫລ່ງເພາະພັນຂອງປາ. ປະຊາຊົນຂອງຂົງເຂດ ດັ່ງກ່າວ ແມ່ນມີຖານະຍາກຈົນທີ່ສຸດ ຢູ່ໃນເອເຊຍຕາເວັນອອກສຽງໃຕ້ ຊີວິດການ
ເປັນຢູ່ ຂອງພວກເຂົາເຈົ້າ ແມ່ນກາງຕໍ່ປານ້ຳຈືດ ເປັນອາຫາການກິນ.
ທ່ານ Chris Barlow ນັກຊ່ຽວຊານດ້ານການປະມົງ ຢູ່ທີ່ ສູນກາງຄົ້ນຄວ້າກະສິກຳ
ສາກົນ ຂອງອອສເຕຣເລຍ ຫຼື ACIAR ກ່າວວ່າ ໃນເວລາໃດທີ່ເຂື່ອນທັງຫຼາຍ ສ້າງຂຶ້ນແລ້ວ ຜົນກະທົບຕໍ່ຈຳນວນຂອງປານັ້ນ ຈະເປັນໄປໃນທັນທີທັນໃດ.
ທ່ານ Barlow ເວົ້າວ່າ “ໃນເວລາໃດ ທີ່ພວກເຂື່ອນ ອັນເປັນຫຼັກແຫລ່ງຂອງລາວ ຖືກສ້າງຂຶ້ນຢູ່ໃນລາວ ພວກເຂົາເຈົ້າ ຈະເລີ່ມໄດ້ຮັບຜົນກະທົບ ກ່ຽວກັບ ແຫລ່ງ
ຫາປາ ແລະ ດ້ວຍປະການນັ້ນ ປະລິມານຂອງຝຸງປາ ຈຶ່ງຈະຫຼຸດລົງ.”
ທ່ານໄດ້ເຕື່ອນວ່າ ສະຖານະການນີ້ ຈະນຳໄປສູ່ ວິກິດການດ້ານອາຫານການກິນ ຢູ່ໃນຂົງເຂດດັ່ງກ່າວນີ້.
ທ່ານ Barlow ເວົ້າຕື່ມວ່າ “ເວລາທີ່ລັດຖະບານ ຈະແກ້ໄຂ ແມ່ນໝົດແລ້ວ. ມັນໄດ້ໝົດໄປແລ້ວ ໃນດ້ານຂອງການຮັກສາໄວ້ ພວກຝຸງປາ ແມ່ນມີຫຍັງອີກ ທີ່ເປັນການແກ້ໄຂພຽງທາງດຽວ ກໍຄືທ່ານຄວນຈະພະຍາຍາມ ແລະ ທົດແທນ ແຫລ່ງອາຫານພວກນັ້ນຄືນ.”
ຄະນະກຳມາທິການແມ່ນໍ້າຂອງສາກົນ ໄດ້ຖືກຕຳນິຕິຕຽນ ກ່ຽວກັບການຮັບມືກັບ
ການອະພິປາຍ ໃນເລື່ອງຂອງແຜນການສ້າງເຂື່ອນຢ່າງຫຼວງຫຼາຍ ໃສ່ລຳແມ່ນ້ຳຂອງ ນັ້ນ. ຫົວໜ້າອົງການ MRC ທ່ານ Pham Tuan Phan ຢູ່ໃນຄຳເຫັນຕອນນຶ່ງ ໄດ້ ກ່າວວ່າ ບົດບາດຂອງຄະນະກຳມາທິການ ແມ່ນຈັດຕັ້ງ “ກອງປະຊຸມ” ເພື່ອການ
ຮ່ວມໄມ້ຮ່ວມມື ບໍ່ແມ່ນເປັນອົງການຈັດຕັ້ງລະບຽບການ. ທ່ານກ່າວຕໍ່ສື່ມວນຊົນ ໃນທ້ອງຖິ່ນວ່າ “ອົງການ MRC ແມ່ນບໍ່ສົມບູນແບບ ແຕ່ມັນກໍ່ “ຂາດໄປບໍ່ໄດ້.”
ບັນດານັກເຄື່ີອນໄຫວ ກ່າວວ່າ ອົງການ MRC ຂາດແຄນ ດ້ານອຳນາດໃນການຊັກ
ຈູງບຸກຄົນທີ່ເປັນສະມາຊິກ ຜູ້ທີ່ເປັນບ່ອນທຳລາຍ ອຳນາດຂອງຕົນນັ້ນ.
ທ່ານ Robert Edis ເປັນຜູ້ຈັດການ ໂຄງການຄົ້ນຄວ້າ ກ່ຽວກັບຄຸນຄ່າຂອງດິນ ແລະ ພືດພັນ ຈາກ ອົງການ ACIAR ກ່າວວ່າ ສາຍນ້ຳທີ່ໄຫລໄປ ຂົງເຂດຜະລິດກະສິກຳ ເປັນສ່ວນໃຫຍ່ ເຊັ່ນວ່າ ເຂດສາມຫຼ່ຽມປາກແມ່ນ້ຳຂອງ ໃນປະເທດຫວຽດນາມ ນັ້ນ ຈະເປັນການຍາກລຳບາກ. ທ່ານ Edis ເວົ້າວ່າ “ຖ້າແຫລ່ງຂອງນ້ຳໄດ້ຖືກປິດໄວ້ ມັນກໍຈະບໍ່ມີນ້ຳພຽງພໍ ເພື່ອປູກພືດພັນທີ່ບໍ່ແມ່ນເຂົ້າ ຢູ່ໃນພື້ນທີ່ຕ່າງໆ.”
ທ່ານເວົ້າອີກວ່າ “ແລະມີຫຼາຍໆຄົນ ຜູ້ທີ່ກາງຕໍ່ແມ່ນ້ຳນັ້ນ ແລະ ມີຫຼາຍຄົນ ຊຶ່ງ
ສຳລັບ ພວກເຂົາເຈົ້າ ຈະຢູ່ລະຫວ່າງຄວາມພຽງພໍ ແລະ ບໍ່ພຽງພໍ ແມ່ນມີໜ້ອຍ
ເກີນໄປ. ສະນັ້ນ ພວກເຮົາບໍ່ເວົ້າເຖິງພວກຄົນ ຜູ້ທີ່ມີລາຍໄດ້ ແລະອາຫານການກິນ ສຳຮອງໄວ້ ທີ່ອຸດົມສົມບູນ.”
ອົງການແມ່ນ້ຳສາກົນ ໄດ້ຮຽກຮ້ອງ ຄະນະກຳມາທິການແມ່ນໍ້າຂອງສາກົນ ໃຫ້ຖ່ວງ
ເວລາ ຂະບວນການໃຫ້ຄຳປຶກສາ ສຳລັບເຂື່ອນປາກແບງ ແລະ ໂຈະກິດຈະການ ການກໍ່ສ້າງເຂື່ອນທັງໝົດໄວ້ ເພື່ອຮັບປະກັນ ຄວາມໂປ່ງໃສ ແລະການໃຫ້ຄຳປຶກສາ ຕໍ່ສາທາລະນະຊົນ.