ເຄືອຂ່າຍອະນຸລັກສິ່ງແວດລ້ອມທຳມະຊາດ ຮຽກຮ້ອງຂໍໃຫ້ຍົກເລີກໂຄງການເຂື່ອນຫຼວງພະບາງ ເທິງແນວນ້ຳຂອງໃນ ລາວ ເພາະເຫັນວ່າຈະກະທົບຕໍ່ສິ່ງແວດລ້ອມທຳມະຊາດຢ່າງໜັກໜ່ວງ.
ພັນທະມິດປົກປ້ອງແມ່ນ້ຳຂອງ (Save the Mekong) ແລະ ເຄືອຂ່າຍປະຊາຊົນ ໄທ 8 ຈັງຫວັດໃນລຸ່ມແມ່ນ້ຳຂອງໄດ້ອອກຖະແຫຼງການຮ່ວມກັນໃນວັນທີ 8 ຕຸລາ 2019 ທີ່ຜ່ານມາ ເພື່ອຮຽກຮ້ອງຂໍໃຫ້ຍົກເລີກໂຄງການເຂື່ອນຫຼວງພະບາງ ທີ່ຈະກໍ່ສ້າງຢູ່ເທິງແນວແມ່ນ້ຳຂອງໃນ ລາວ ລວມເຖິງໂຄງການເຂື່ອນໄຟຟ້າອື່ນໆຢູ່ເທິງແນວແມ່ນ້ຳຂອງທີ່ຍັງບໍ່ທັນໄດ້ສະເໜີຕໍ່ຄະນະກຳມາທິການແມ່ນ້ຳຂອງ (MRC) ທີ່ມີສຳນັກງານຕັ້ງຢູ່ທີ່ນະຄອນຫຼວງ ວຽງຈັນ ນັ້ນ.
ຖະແຫຼງການຮ່ວມດັ່ງກ່າວໄດ້ມີຂຶ້ນໃນໂອກາດທີ່ MRC ທີ່ປະກອບດ້ວຍຄະນະຜູ້ຕາງໜ້າຂອງລັດຖະບານ ລາວ, ໄທ, ກຳປູເຈຍ ແລະ ຫວຽດນາມ ໄດ້ປະຊຸມຮ່ວມກັນຄັ້ງທຳອິດ ເພື່ອປຶກສາຫາລື ກ່ຽວກັບ ແຜນການກໍ່ສ້າງເຂື່ອນຫຼວງພະບາງ ເທິງແນວແມ່ນ້ຳຂອງທີ່ສະເໜີໂດຍທາງການ ລາວ ຮ່ວມກັບກຸ່ມຜູ້ລົງທຶນໃນໂຄງການທີ່ປະກອບດ້ວຍກຸ່ມບໍລິສັດ Petro Vietnam Power ຈຳກັດ, ບໍລິສັດ ຊ. ການຊ່າງຈຳກັດ (ມະຫາຊົນ) ຈາກ ໄທ ແລະ ວິສາຫະກິດຖືຫຸ້ນຂອງລັດຖະບານ ລາວ (Lao Holding) ນັ້ນ.
ທັງນີ້ໂດຍໄດ້ສະແດງເຫດຜົນວ່າ ໂຄງການເຂື່ອນໄຟຟ້າ ຫຼວງພະບາງ ຈະປະກອບສ່ວນເຮັດໃຫ້ສິ່ງແວດລ້ອມທຳມະຊາດໃນແມ່ນ້ຳຂອງ ຖືກທຳລາຍເພີ່ມຂຶ້ນອີກ ເພາະໃນປັດຈຸບັນນີ້ກໍມີການກໍ່ສ້າງເຂື່ອນເທິງແນວແມ່ນ້ຳຂອງເຖິງ 4 ໂຄງການທີ່ຕັ້ງຢູ່ໃນ ລາວ ກໍຄືເຂື່ອນ ໄຊຍະບູລີ, ເຂື່ອນປາກແບງ, ເຂື່ອນປາກລາຍ ແລະ ເຂື່ອນດອນສະໂຮງ ທັງຍັງມີອີກເຖິງ 10 ໂຄງການທີ່ຕັ້ງຢູ່ເທິງແນວແມ່ນ້ຳຂອງໃນປະເທດ ຈີນ ທີ່ເຮັດໃຫ້ລະດັບນ້ຳ ແລະ ປະລິມານນ້ຳຂອງປັບຂຶ້ນ-ລົງຢ່າງຜິດປົກກະຕິ ຈຶ່ງສົ່ງຜົນກະທົບຕໍ່ການຜະລິດໃນດ້ານກະສິກຳ ແລະ ການປະມົງຢ່າງກວ້າງຂວາງ ທັງຍັງມີສ່ວນເຮັດໃຫ້ເກີດອຸທົກກະໄພ ແລະ ໄພແຫ້ງແລ້ງຢ່າງນັກໜ່ວງໃນໄລຍະ 5 ປີມານີ້ ດັ່ງທີ່ຜູ້ປະສານເຄືອຂ່າຍປົກປ້ອງແມ່ນ້ຳຂອງ ໄດ້ໃຫ້ການຢືນຢັນວ່າ
"ພີ່ນ້ອງກັງວົນວ່າ ໃນການທີ່ເຂົາສ້າງເຂື່ອນຂຶ້ນມານີ້ ເກງວ່ານໍ້ເທີ້ກັບຂຶ້ນມານີ້ ຈະໄປຖ້ວມບ້ານເຮືອນ ຄືປະເດັນທີ 1, ປະເດັນທີ 2 ພີ່ມນ້ອງປະຊາຊົນກັງວົນວ່າ ປານີ້ຈະສູນພັນ ຫຼືບໍ່ ປາຈະມີຄວາມອຸດົມສົມບູນເໝືອນເດີມຫຼືບໍ່ ຕໍ່ມາກໍໃນເລື່ອງຂອງຄວາມໝັ້ນຄົງຂອງເຂື່ອນວ່າຈະໝັ້ນຄົງພຽງພໍຫຼືບໍ່ ກໍຈະມາເລື່ອງຂອງການສ້າງເຂື່ອນຄັ້ງນີ້ຈະໃຫ້ນ້ຳເພີ່ມກໍຕະລິ່ງຈະພັງຫຼືບໍ່ ແລ້ວກໍ
ຢ້ານເລື່ອງລະບົບນິເວດຈະປ່ຽນໄປ ວິຖີຊີວິດຈະປ່ຽນບໍ່ ກໍຄືດ້ານເສດຖະກິດສັງຄົມ."
ແຕ່ຢ່າງໃດກໍຕາມ ທ່ານ ສົມກຽດ ປະຈຳວົງ ຜູ້ຕາງໜ້າຂອງລັດຖະບານ ໄທ ໃນ MRC ກໍຢືນຢັນວ່າ ການປຶກສາຫາລື ກ່ຽວກັບ ແຜນການກໍ່ສ້າງເຂື່ອນ ຫຼວງພະບາງ ຈະໃຊ້ເວລາ 6 ເດືອນນັບແຕ່ວັນທີ 8 ຕຸລາ 2019 ໄປຈົນເຖິງວັນທີ 7 ເມສາ 2020 ໂດຍໃນໄລຍະ 6 ເດືອນດັ່ງກ່າວ ທາງການ ໄທ ກໍຈະຈັດໃຫ້ມີການຊີ້ແຈງເພື່ອໃຫ້ຂໍ້ມູນໂຄງການແກ່ພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ພາກເອກະຊົນ ກໍຄືອົງການປົກຄອງສ່ວນທ້ອງຖິ່ນ, ພາກປະຊາສັງຄົມ, ອົງການພັດທະນາເອກະຊົນ, ອົງການອະນຸລັກຊັບພະຍາກອນ ແລະ ສິ່ງແວດລ້ອມທຳມະຊາດໃນ 8 ຈັງຫວັດຂອງ ໄທ ທີ່ຕັ້ງຢູ່ແຄມຝັ່ງນ້ຳຂອງ.
ສ່ວນທ່ານ ຊານນະຣົງ ວົງລາ ຜູ້ປະສານງານເຄືອຂ່າຍປະຊາຊົນ ໄທ 8 ຈັງຫວັດໃນລຸ່ມນ້ຳຂອງຢືນຢັນວ່າ ການຄັດຄ້ານໂຄງການກໍ່ສ້າງເຂື່ອນເທິງແມ່ນ້ຳຂອງ ຍັງຈະດຳເນີນໄປຢ່າງຕໍ່ເນື່ອງ ໂດຍໃນເດືອນກໍລະກົດ 2019 ທີ່ຜ່ານມາ ເຄືອຂ່າຍປະຊາຊົນ ໄທ 8 ຈັງຫວັດໃນລຸ່ມນໍ້ຂອງກໍໄດ້ຍື່ນຄຳຮ້ອງຕໍ່ສານປົກຄອງສູງສຸດຂອງ ໄທ ເພື່ອຂໍໃຫ້ມີຄຳສັ່ງໂຈະການຊື້ກະແສໄຟຟ້າຈາກເຂື່ອນໄຊຍະບູລີ ເທິງແນວແມ່ນ້ຳຂອງໃນ ລາວ ຊຶ່ງການໄຟຟ້າຝ່າຍຜະລິດແຫ່ງປະເທດ ໄທ (EGAT) ຈະຮັບຊື້ນັບຈາກເດືອນທັນວາ 2019 ນີ້ເປັນຕົ້ນໄປ ໂດຍເປັນການປະຕິບັດຕາມຂໍ້ຕົກລົງວ່າດ້ວຍການຊື້ກະແສໄຟຟ້າຈາກ ລາວ ໃນປະລິມານລວມ 9,000 ເມກະວັດຕໍ່ປີ ເປັນເວລາ 25 ປີ ກໍຄືໃນຊ່ວງປີ 2019-2044 ນັ້ນເອງ.
ໂຄງການເຂື່ອນຫຼວງພະບາງມີກຳລັງຕິດຕັ້ງ 1,460 ເມກະວັດຕັ້ງຢູ່ໃນເຂດເມືອງຈອມເພັດ ຫຼືຢູ່ຫ່າງຈາກຕົວເມືອງມໍລະດົກໂລກ ຫຼວງພະບາງ ປະມານ 25 ກິໂລແມັດ ໂດຍຈະກໍ່ສ້າງເປັນເຂື່ອນນ້ຳລົ້ນທີ່ມີສັນເຂື່ອນສູງ 79 ແມັດ ກວ້າງ 97 ແມັດ ຍາວ 275 ແມັດ ແລະ ອ່າງເກັບນ້ຳມີເນື້ອທີ່ກວ້າງກວ່າ 90 ກິໂລແມັດມົນທົນ ຈຶ່ງເຮັດໃຫ້ຈະຕ້ອງຍົກຍ້າຍປະຊາຊົນຫຼາຍກວ່າ 4,600 ຄົນໃນ 1,077 ຄອບຄົວໄປຢູ່ໃນເຂດຈັດສັນໃໝ່ ເພື່ອເປີດພື້ນທີ່ໃຫ້ການກໍ່ສ້າງເຂື່ອນທີ່ມີກຳນົດແລ້ວສຳເລັດໃນປີ 2027.