ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນາ​ຍົກ​ໄທກ່າວ​ວ່າ ​ຂົວ​ຂ້າມ​ນ້ຳ​ຂອງ​ແຫ່ງ ​ທີ 5 ທີ່​ເຊື່ອມ​ຕໍ່ເມືອງປາກ​ຊັນ ແລະ ບຶງ​ການ ຄື​ສ່ວນນຶ່ງ​ຂອງ​ການ​ເປັນ​ຫຸ້ນ​ສ່ວນ ຍຸດ​ທະ​ສາດ​ລາວ-ໄທ


ພາບຈຳລອງຂອງຂົວຂ້າມແມ່ນ້ຳຂອງ ແຫ່ງທີ 5 ລະຫວ່າງ ລາວ-ໄທ ​ທີ່​ເຊື່ອມ​ຕໍ່ລະ​ຫວ່າງ​ເມືອງ ປາກ​ຊັນ ກັບບຶງ​ການ (​ພາບ​ສະ​ໜອງ​ໃຫ້​ໂດຍ ຊົງ​ລິດ ໂພນ​ເງິນ)
ພາບຈຳລອງຂອງຂົວຂ້າມແມ່ນ້ຳຂອງ ແຫ່ງທີ 5 ລະຫວ່າງ ລາວ-ໄທ ​ທີ່​ເຊື່ອມ​ຕໍ່ລະ​ຫວ່າງ​ເມືອງ ປາກ​ຊັນ ກັບບຶງ​ການ (​ພາບ​ສະ​ໜອງ​ໃຫ້​ໂດຍ ຊົງ​ລິດ ໂພນ​ເງິນ)

ການກໍ່​ສ້າງ​ຂົວ​ຂ້າມ​ແມ່​ນ້ຳ​ຂອງ​ແຫ່ງ​ທີ 5 ລະ​ຫວ່າງ​ລາວ​ໄທ ທີ່​ເຊື່ອມ​ຕໍ່​ລະ​ຫວ່າງປາກ​ຊັນ-ບຶງ​ການຄື​ສ່ວນ​ປະ​ກອບ​ນຶ່ງ​ຂອງ​ການ​ເປັນ​ຫຸ້ນ​ສ່ວນຍຸດ​ທະ​ສາດ​ລາວ-ໄທເພື່ອ​ການ​ພັດ​ທະ​ນາ​ຢ່າງ​ຍືນ​ຍົງ. ຊົງ​ລິດ ໂພນ​ເງິນ​ ມີ​ລາຍ​ງານ​ເລື້ອງນີ້ ມາ​ສະ​ເໜີ​ທ່ານ​ຈາກ​ບາງກອກ.

ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ຖະ​ແຫລງ​ຢືນ​ຢັນ​ວ່າ ການກໍ່​ສ້າງຂົວ ຫຼື ສະ​ພານຂ້າມແມ່ນ້ຳຂອງແຫ່ງທີ 5 ລະຫວ່າງ ລາວ-ໄທ ທີ່ເຊື່ອມ​ຕໍ່ລະຫວ່າງເມືອງປາກຊັນ, ແຂວງບໍລິຄຳໄຊ ກັບຈັງຫວັດບຶງການ ກໍ​ຄື​ສ່ວນ​ປະ​ກອບອັນ​ນຶ່ງທີ່​ສຳ​ຄັນ​ຂອງ​ການ​ເປັນ​ຫຸ້ນ​ສ່ວນຍຸດ​ທະ​ສາດ​ ເພື່ອ​ການ​ຈະ​ເລີນ​ເຕີບ​ໂຕ ແລະ​ການ​ພັດ​ທະ​ນາ​ຢ່າງ​ຍືນ​ຍົງ ລະຫວ່າງລາວ-ໄທ ທີ່ລັດຖະບານທັງ 2 ປະເທດ ໄດ້ຕົກລົງຮ່ວມ​ກັນ ນັບແຕ່ເດືອນມິຖຸນາປີ 2022 ເປັນຕົ້ນມາ. ທັງຍັງ​ຖືເປັນ​ສ່ວນ​ປະ​ກອບ​ທີ່​ສຳ​ຄັນທີ່​ຕອບ​ສະ​ໜອງ​ແຜນ​ການ​ພັດ​ທະ​ນາລາວ ໃຫ້​ເປັນເຂດເຊື່ອມ​ຕໍ່ການ​ຄົມ​ມະ​ນາ​ຄົມ-ຂົນສົ່ງ ແລະ ການຄ້າລະ​ຫວ່າງ​ປະ​ເທດໃນເຂດລຸ່ມແມ່ນ້ຳຂອງດ້ວຍ​ກັນອີກ​ດ້ວຍດັ່ງທີ່ພົນເອກປຣະຢຸດ ໄດ້ໃຫ້ການຢືນ​ຢັນ​ວ່າ:

“ຂົວມິດຕະພາບໄທ-ລາວ ແຫ່ງທີ 5 ເປັນໂຄງການຍຸດທະສາດທີ່​ສຳ​ຄັນ ທັງຍັງ​ສອດ​ຄ່ອງ ກັບ ຍຸດທະສາດຂອງ ສປປ.ລາວ ທີ່ຈະພັດທະນາໃຫ້​ເປັນຈຸດເຊື່ອ​ມ​ໂຍງ​ທີ່​ສຳ​ຄັນຂອງພູມ​ມີພາກ ແລະ ຂົວແຫ່ງນີ້ ຈະ​ຊ່ວຍ​ອຳ​ນວຍຄວາມ​ສະ​ດວກ​ໃຫ້​ປະ​ຊາ​ຊົນໄປ​ມາ​ຫາ​ສູ່​ກັນ​ງ່າຍ​ຂຶ້ນ ແລະ​ເພີ້ມ​ທາງ​ເລືອກໃນ​ການ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ລະ​ຫວ່າງ​ໄທ​ ກັບ​ສະ​ປ​ປ​ລາວ. ນອກ​ຈາກນີ້ ຍັງຈະ​ຊ່ວຍ​ສົ່ງ​ເສີມ​ຄວາມ​ເຊື່ອມ​ໂຍງ​ໃນ​ອະ​ນຸ​ພາກ​ພື້ນ​ລະ​ຫວ່າງ​ໄທ - ລາວ - ຫວຽດ​ນາມ ແລະ​ສາ​ມາດ​ເຊື່ອ​ຕໍ່​ໄປ​ຍັງ​ຈີນໄດ້ສະດວກຍິ່ງ​ຂຶ້ນ ຊຶ່ງ​ກໍ​ຈະ​ເຮັດ​ໃຫ້​ການຄ້າຂາຍຈະເລີນກ້າວໜ້າຍິ່ງ​ຂຶ້ນ.”

​ການ​ກໍ່​ສ້າງ​ຂົວ​ຂ້າມ​ແມ່​ນ້ຳ​ຂອງ​ລາວ-ໄທ ແຫ່ງ​ທີ 5 ນີ້ ​ຢູ່​ເບື້ອງ​ລາວ​ມີ 2 ສັນ​ຍາ​ດ້ວຍ​ກັນ ກໍ​ຄື​ການ​ກໍ່​ສ້າງ​ຖະ​ໜົນ​ທີ່​ເຊື່ອມ​ຕໍ່​ກັບ​ໂຕຂອງ​ຂົວ ແລະ ອາ​ຄານ​ປະ​ຈຳ​ດ່ານກວດ​ຄົນ​ເຂົ້າ​ເມືອງ​ທີ່​ການ​ດຳ​ເນີນ​ງານ​ໄດ້​ຄືບ​ໜ້າ​ແລ້ວກວ່າ 50 ເປີ​ເຊັນ​ຂອງ​ແຜນ​ການ. ສ່ວນການ​ກໍ່​ສ້າງ​ຂົວຈາກ​ຈຸດ​ເຄິ່ງ​ກາງ​ແມ່​ນ້ຳ​ຂອງ​ທີ່​ເບື້ອງ​ລາວ​ນັ້ນ ​ກໍ​ຄືບ​ໜ້າ​ແລ້ວ​ເກີນກວ່າ 40 ເປີ​ເຊັນ​ຂອ​ງ​ແຜນ​ການ ​ຈຶ່ງ​ເຊື່ອ​ໝັ້ນ​ວ່າ​ການ​ກໍ່​ສ້າງ​ທັງ​ເບື້ອງ​ລາວ ແລະໄທ ຈະ​ສຳ​ເລັດ ແລະເປີດ​ການ​ນຳໃຊ້​ໄດ້​ຕາມ​ແຜນ​ການ​ທີ່​ວາງ​ໄວ້​ໃນ​ເດືອນ​ທັນ​ວາ 2023 ຢ່າງ​ແນ່ນອນ. ສ່ວນ​ທາງ​ແຂວງ​ບໍ​ລິ​ຄຳ​ໄຊກໍ​ໄດ້​ສ້າງ​ຕັ້ງ​ເຂດ​ເສດ​ຖະ​ກິດ​ພິ​ເສດທີ່​ຢູ່​ຕິດ​ຕໍ່​ກັບ​ຂົວໃນ​ເບື້ອງ​ລາວ ເພື່ອ​ຮອງ​ຮັບ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ ແລະ​ເຊື່ອມ​ໂຍງ​ການ​ຄ້າ​ລະ​ຫວ່າງ​ປະ​ເທດ​ໃນ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ ດັ່ງ​ທີ່​ທ່ານກອງ​ແກ້ວ ໄຊ​ສົງ​ຄາມ ເຈົ້າ​ແຂວງ​ບໍ​ລິ​ຄຳ​ໄຊ​ໄດ້​ຢືນ​ຢັນ​ວ່າ:

“ຂົວ​ມິດ​ຕະ​ພາບ​ແຫ່ງ​ທີ 5 ນີ້​ ນອກ​ຈາກ​ຈະ​ເປັນສັນ​ຍາ​ລັກຂອງ​ການ​ພົວ​ພັນຮ່ວມ​ມື ​ລະ​ຫວ່າງ​ສາ​ທາ​ລະ​ນະ​ລັດ​ປະ​ຊາທິ​ປະ​ໄຕ ​ປະ​ຊາ​ຊົນ​ລາວ​ ແລະລາດ​ຊະ​ອາ​ນາ​ຈັກໄທ​ແລ້ວ ​ຍັງ​ຈະ​ສ້າງ​ເງື່ອນ​ໄຂໃນ​ການ​ເຊື່ອມ​ໂຍງ​ໃນອາ​ນຸ​ພາກ​ພື້ນ ລຸ່ມ​ແມ່​ນ້ຳ​ຂອງ ທັງເປັນ​ການ​ເປີດປະ​ຕູ​ທາງ​ດ້ານການຂົນສົ່ງ ລວມ​ທັງ​ການ​ສົ່ງເສີມການຄ້າ, ການ​ລົງ​ທຶນ ແລະການ​ທ່ອງ​ທ່ຽວ​ໃນ​ອະ​ນາ​ຄົດ ພ້ອມ​ກັນ​ນີ້ ແຂວງໄດ້ກຳນົດເອົາເຂດສົ້ນຂົວ​ແຫ່ງທີ 5 ເປັນເຂດເສດຖະກິດພິເສດ ຊຶ່ງ​ມີເນື້ອທີ 110 ເຮັກຕ້າ ເພື່ອ​ສ້າງ​ເປັນເຂດ Logistic.”

ໂຄງ​ການ​ກໍ່​ສ້າງ​ຂົວ​ຂ້າມ​ນ້ຳ​ຂອງ​ແຫ່ງ​ທີ 5 ຈະ​ໃຊ້​ເງິນ​ທຶນ​ໃນ​ມູນ​ຄ່າ​ລວມ 3,930 ລ້ານ​ບາດ​ທີ່​ຈັດ​ສັນ​ໂດຍ​ລັດ​ຖະ​ບານ​ໄທ​ທັງ​ໝົດ ​ໃນ​ນີ້ລັດ​ຖະ​ບານ​ໄທ​ໄດ້​ຈັດ​ສັນ​ໃຫ້​ລັດ​ຖະ​ບານ​ລາວ 1,248 ລ້ານ​ບາ​ດແບ່ງ​ເປັນ​ການ​ຊ່ວຍ​ເຫຼືອ 30 ເປີ​ເຊັນ ແລະ ເງິນ​ກູ້​ຢືມ​ໄລ​ຍະ​ຍາວ 70 ເປີ​ເຊັນ​. ນອກ​ຈາກນີ້ ລັດ​ຖະ​ບານ​ໄທ​ກໍ​ໄດ້​ອະ​ນຸ​ມັດ​ງົບ​ປະ​ມານ​ໃນ​ມູນ​ຄ່າ 4,765 ລ້ານ​ບາດ ​ເພື່ອໃຊ້​ໃນ​ການ​ກໍ່​ສ້າງ​ຂົວ​ຂ້າມ​ນ້ຳ​ຂອງ​ແຫ່ງ​ທີ 6 ທີ່​ເຊື່ອມ​ຕໍ່​ແຂວງ​ສາ​ລະ​ວັນ​ກັບ​ຈັງ​ຫວັດ​ອຸ​ບົນ​ຣາ​ຊະ​ທາ​ນີ​ພາຍໃນ​ປີ 2027 ໂດຍ​ງົບ​ປະ​ມານ 50 ເປີ​ເຊັນ​ເປັນການຊ່ວຍ​ເຫລືອ​ແລະ ເງິນ​ກູ້​ທີ່​ຈັດ​ສັນ​ໃຫ້​ລັດ​ຖະ​ບານ​ລາວ ໂດຍ​ຂົວ​ຍາວ 1,020 ແມັດ​ມີ 2 ຊ່ອງ​ຈະ​ລາ​ຈອນ ທີ່​ເຊື່ອມ​ຕໍ່​ການຂົນ​ສົ່ງ​ລະ​ຫວ່າງ​ໄທ-ລາວ-ຫວຽດ​ນາມ ດ້ວຍ​ໄລ​ຍະ​ທາງ​ພຽງແຕ່ 150 ກິ​ໂລ​ແມັດເທົ່າ​ນັ້ນ.

ຍິ່ງ​ໄປ​ກວ່ານັ້ນ ລັດ​ຖະ​ບານ​ລາວ-ໄທ​ຍັງ​ໄດ້​ຕົກ​ລົງ​ທີ່​ຈະ​ຮ່ວມ​ມື​ກັນ​ກໍ່​ສ້າງ​ຂົວ​ຂ້າ​ມ​ແມ່​ນ້ຳ​ຂອງ​ແຫ່ງ​ໃໝ່​ລະ​ຫວ່າງ​ນະ​ຄອນຫຼວງວຽງ​ຈັນ​ກັບ​ຈັງ​ຫວັດ​ໜອງ​ຄາຍ ຊຶ່ງ​ຈະ​ເປັນ​ການ​ກໍ່​ສ້າງ​ຄູ່​ຂະ​ໜານ​ກັບ​ຂົວ​ຂ້າມ​ແມ່​ນ້ຳ​ຂອງ​ແຫ່ງ​ທີ 1 ທີ່​ໄດ້​ນຳ​ໃຊ້ນັບ​ຕັ້ງ​ແຕ່​ປີ 1994 ເປັນ​ຕົ້ນ​ມາ ແຕ່​ສຳ​ລັບ​ຂົວ​ແຫ່ງ​ໃໝ່​ນີ້​ຈະ​ນຳ​ໃຊ້​ເພື່ອ​ຮອງ​ຮັບ​ການ​ຂົນ​ສົ່ງ​ສິນ​ຄ້າລະ​ຫວ່າງ ລາວ-ຈີນ-ໄທໃນ​ປີ 2027. ສ່ວນ​ປີ 2022 ນີ້ ທາງ​ການ​ໄທ​ຄາດ​ວ່າ ຈະ​ສົ່ງ​ສິນ​ຄ້າ​ກະ​ສິ​ກຳ ເຊັ່ນ ຢາງ​ພາ​ລາ ແລະ​ເຂົ້າ​ໜຽວ ໄປ​ຈີນ​ດ້ວຍ​ລົດ​ໄຟ​ລາວ-ຈີນ ​ໃນປະ​ລິ​ມານ​ລວມ​ເກີນກວ່າ 6 ລ້ານ​ໂຕນ ທັງ​ຍັງ​ຈະ​ສົ່ງ ​ໝາກ​ໄມ້ 22 ຊະ​ນິດໄປ​ຈີນ​ເກີນກວ່າ 2.5 ລ້ານ​ໂຕນ ທີ່​ຄິດ​ເປັນ​ມູນ​ຄ່າ​ຫຼາຍກວ່າ ​5,600 ລ້ານ​ໂດ​ລາໃນ​ຕະ​ຫລອດ​ປີ 2022 ນີ້​ອີກ​ດ້ວຍ.

XS
SM
MD
LG