ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດເຫດດິນຕາຝັ່ງເຈື່ອນ ໃນແລວແມ່ນ້ຳຂອງ ແລະແມ່ນ້ຳເຫືອງໃນລາວ ເປັນໄລຍະຍາວກວ່າ 500 ກິໂລແມັດ


ໂຄງການກໍ່ສ້າງກັນຕາຝັ່ງເຈື່ອນຢູ່ແຄມຝັ່ງແມ່ນ້ຳຂອງທາງຟາກປະເທດໄທ
ໂຄງການກໍ່ສ້າງກັນຕາຝັ່ງເຈື່ອນຢູ່ແຄມຝັ່ງແມ່ນ້ຳຂອງທາງຟາກປະເທດໄທ

ເກີດບັນຫາດິນຕາຝັ່ງເຈື່ອນ ໃນແລວແມ່ນ້ຳຂອງແລະແມ່ນ້ຳເຫືອງໃນລາວ ເປັນໄລຍະທາງຍາວກວ່າ 500 ກິໂລແມັດ ໂດຍມີສາເຫດມາຈາກການກໍ່ສ້າງເຂື່ອນໄຟຟ້າ ແລະໂຄງການພັດທະນາຕ່າງໆ ທັງໃນລາວ ແລະຈີນ ຊຶ່ງ ຊົງຣິດ ໂພນເງິນ ມີລາຍງານ ຈາກບາງກອກ.

ເຈົ້າໜ້າທີ່ກະຊວງຊັບພະຍາກອນທຳມະຊາດແລະສິ່ງແວນລ້ອມ ເປີດເຜີຍວ່າ ນັບຈາກປີ 2021 ເຖິງກາງປີ 2023 ໄດ້ເກີດບັນຫາດິນຕາຝັ່ງເຈື່ອນ ໃນແລວແມ່ນ້ຳຂອງແລະແມ່ນ້ຳເຫືອງໃນລາວ ຄິດເປັນໄລຍະທາງລວມກັນເຖິງ 514 ກິໂລແມັດ ແລະຍັງຈະເກີດການເຈື່ອນເພີ້ມຂຶ້ນນັບມື້ອີກດ້ວຍ ຖ້າຫາກບໍ່ມີການກໍ່ສ້າງເຂື່ອນກັນຕາຝັ່ງເຈື່ອນ ໃຫ້ເທົ່າທັນກັບສະພາບຕົວຈິງ ເພາະວ່າການກໍ່ສ້າງເຂື່ອນໄຟຟ້າ ແລະໂຄງການພັດທະນາຕ່າງໆ ທັງໃນລາວແລະຈີນ ລວມເຖິງການກໍ່ສ້າງເຂື່ອນກັນຕາຝັ່ງເຈື່ອນຢູ່ທີ່ຝັ່ງປະເທດໄທນັ້ນ ໄດ້ເຮັດໃຫ້ກະແສນ້ຳ ຊັດເຂົ້າໃສ່ຕາຝັ່ງໃນດ້ານລາວ ຮຸນແຮງຂຶ້ນ ເຮັດໃຫ້ຈະຕ້ອງດຳເນີນການກໍ່ສ້າງເຂື່ອນກັນຕາຝັ່ງເຈື່ອນຢ່າງຮີບດ່ວນທີ່ສຸດ ຫາກແຕ່ບັນຫາກໍຄື ລັດຖະບານລາວ ຍັງບໍ່ມີງົບປະມານເພື່ອນຳໃຊ້ໃນການດຳເນີນການດັ່ງກ່າວ ດັ່ງທີ່ເຈົ້າໜ້າທີ່ລາວ ໄດ້ໃຫ້ການຢືນຢັນວ່າ:

“ປັດຈຸບັນ ສະພາຝັ່ງແມ່ນໍ້າຂອງ ແລະແມ່ນໍ້າເຫືອງ ທີ່ເປັນຊາຍແດນລະຫວ່າງປະ ເທດ ມີການເຊາະເຈື່ອນຢ່າງຮ້າຍແຮງອັນເກີດມາຈາກການປ່ຽນແປງຂອງທຳມະຊາດ ແລະມະນຸດ ເປັນຜູ້ສ້າງຂຶ້ນດ້ວຍໂຄງການຕ່າງໆ ເຊັ່ນການຂຸດຄົ້ນຫີນແຮ່ ຊາຍ ແລ້ວກະກໍ່ສ້າງກິດຈະກຳຕ່າງໆ ທີ່ວ່າ ຍື່ນອອກມາຕາມແຄມແມ່ນໍ້າ ເຮັດໃຫ້ກະແສນໍ້າປ່ຽນແປງກະທົບໃສ່ຕາຝັ່ງຢ່າງຮ້າຍແຮງ ເພາະສະນັ້ນ ໝວດເຮົາກະມີແຜນການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ຄວາມຍາວ 514 ກິໂລແມັດ ງົບປະມານທີ່ພວກເຮົາຕ້ອງການທັງໝົດ ກໍປະມານ 2,380 ຕື້ກີບ ຫຼືວ່າປະມານ 1,130 ລ້ານໂດລາ.”

ທາງດ້ານຜູ້ປະສານງານໃນຄະນະກຳມະການແມ່ນ້ຳຂອງແຫ່ງຊາດໄທ ເປີດເຜີຍວ່າ ຄະນະຜູ້ແທນຂອງໄທ ໄດ້ສະເໜີໃຫ້ມີການສຶກສາວິໄຈເພື່ອການປ້ອງກັນຜົນກະທົບແບບຂ້າມພົມແດນ ໃນທຸກໂຄງການກໍ່ສ້າງເຂື່ອນເທິງແນວແມ່ນ້ຳຂອງ ທີ່ຈະນຳສະເໜີເຂົ້າສູ່ຂະບວນການປຶກສາຫາລືຮ່ວມກັນລະຫວ່າງປະເທດສະມາຊິກຂອງຄະນະກຳມາທິການແມ່ນ້ຳຂອງ (MRC) ກ່ອນທີ່ຈະລົງມືກໍ່ສ້າງຕົວຈິງ ແຕ່ວ່າ ຄະນະຜູ້ແທນຂອງລັດຖະບານລາວ ຍັງບໍ່ເຫັນດ້ວຍແລະສະເໜີໃຫ້ມີການເຈ ລະຈາໃນລາຍລະອຽດ ຢ່າງຮອບດ້ານເສຍກ່ອນ ຊຶ່ງການສະແດງທ່າທີດັ່ງກ່າວຂອງຄະນະຜູ້ແທນລັດຖະບານລາວ ກໍເພາະຢ້ານວ່າ ຈະສົ່ງຜົນກະທົບ ຕໍ່ແຜນ ການກໍ່ສ້າງເຂື່ອນ ເທິງແມ່ນ້ຳຂອງໃນລາວ ທັງຍັງຈະສົ່ງຜົນກະທົບເຖິງເຂື່ອນໄຟຟ້າເທິງແລວແມ່ນ້ຳຂອງ 11 ແຫ່ງໃນຈີນ ທີ່ເປັນຮຸ້ນສ່ວນຍຸດທະສາດຂອງລາວດ້ວຍ ໂດຍສະເພາະໃນສ່ວນກ່ຽວກັບບໍລິມານນ້ຳແລະການລະບາຍນ້ຳຈາກເຂື່ອນເທິງແລວນ້ຳຂອງທັງ 11 ໂຄງການໃນຈີນນັ້ນ ໃນຂະນະທີ່ຜົນກະທົບໄດ້ເກີດຂຶ້ນແລ້ວ ເຊັ່ນປະລິມານ ແລະລະດັບນ້ຳຂຶ້ນ-ລົງ ທີ່ບໍ່ເປັນທຳມະຊາດ ແລະກະແສນ້ຳທີ່ຮຸນແຮງຂຶ້ນ ໄດ້ເຮັດໃຫ້ປະຊາຊົນບໍ່ສາມາດຈັບປາ ແລະປູກພືດຢູ່ທີ່ແຄມຝັ່ງແມ່ນ້ຳຂອງໄດ້ເລີຍ ດັ່ງຜູ້ປະສານງານເຄືອຂ່າຍປະຊາຊົນໄທ 8 ຈັງຫວັດໃນລຸ່ມແມ່ນ້ຳຂອງ ໄດ້ໃຫ້ການຢືນຢັນວ່າ:

“ທີ່ຊຽງຄານນີ້ ປະມານ 24 ກິໂລແມັດນີ້ ມັນກໍຍິ່ງເປັນການຕອກຢໍ້າອີກ ເໝືອນເດີມວ່າ ຕໍ່ໄປນີ້ ປະມົງກັບກະສິກຳນີ້ ຂ້ອຍບໍ່ຕ້ອງເຮັດແລ້ວເນາະ ເພາະວ່າ ຢ່າງນຶ່ງກໍຄື ຢ່າງກະເສດຫັ້ນ ແຕ່ກ່ອນມັນຍັງບໍ່ມີເຂື່ອນກັນຕາຝັ່ງເຈື່ອນແມ່ນບໍ່ ຍິ່ງຖ້າມີເຂື່ອນສານະຄາມເຂົ້າມາຫັ້ນ ຍິ່ງນ້ຳມັນຈະຂຶ້ນ-ລົງຫັ້ນເນາະ ຕະກອນພວກນີ້ນິ ສຸດທ້າຍຄົງຕ້ອງຫາຍໄປໝົດເລີຍບໍ່ສາມາດທີ່ຈະເຮັດກະສິກຳແຄມຂອງໄດ້ແລ້ວ.”

ສ່ວນທ່ານອຽນ ແບດຣ໌ ສາດສະດາຈານດ້ານພູມສາດ ມະຫາວິທະຍາໄລ ວິສຄອນຊິນ-ແມດິສັນ ທີ່ໄດ້ສຶກສາວິໄຈ ກ່ຽວກັບຜົນກະທົບຈາກໂຄງການເຂື່ອນໄຟ ຟ້າໃນລຸ່ມແມ່ນ້ຳຂອງເປັນເວລາທີ່ຍາວກວ່າ 10 ປີ ໃຫ້ການຢືນຢັນວ່າ ໂຄງການເຂື່ອນເທິງແລວນ້ຳຂອງໃນຈີນ ແລະໂຄງການເຂື່ອນໄຟຟ້າຕ່າງໆໃນລາວ ໄດ້ສົ່ງຜົນກະະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນໃນເຂດຕອນລ່າງ ຂອງລຸ່ມແມ່ນ້ຳຂອງຮຸນແຮງຂຶ້ນນັບມື້ ໂດຍສະເພາະແມ່ນເຂດຊາຍແດນລາວ ກັບກຳປູເຈຍທີ່ສີ່ພັນດອນ-ຄອນພະເພັງນັ້ນ ຄືເຂດທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດ ເພາະ ວ່າ ປະລິມານນ້ຳ ແລະລະດັບນ້ຳບໍ່ເປັນໄປຕາມລະດູການ ໂດຍມີສາເຫດມາຈາກການປ່ອຍນ້ຳຈາກເຂື່ອນຕ່າງໆໃນຈີນ ແລະລາວ ຊຶ່ງເຮັດໃຫ້ລະດັບນ້ຳຂຶ້ນ-ລົງບໍ່ເປັນປົກກະຕິຕາມລະດູການ ເຊັ່ນໃນລະດູແລ້ງ ກໍຍັງປາກົດວ່າ ມີລະດັບນ້ຳທີ່ສູງເກີນປົກກະຕິ ຈຶ່ງສົ່ງຜົນກະທົບຕໍ່ສັດນ້ຳ ແລະພືດທີ່ເປັນແຫລ່ງອາຫານຂອງສັດນ້ຳດ້ວຍ.

ທາງດ້ານອົງການເພື່ອການພັດທະນາສາກົນແຫ່ງສະຫະລັດ (USAID) ໄດ້ໃຫ້ ການສະໜັບສະໜຸນ ມູນຄ່າ 10.6 ລ້ານໂດລາສຳລັບໂຄງການປົກປ້ອງແມ່ນ້ຳຂອງ (Mekong Safeguards) ໃນພາກເໜືອຂອງໄທ ເມື່ອບໍ່ນານມານີ້ ໂດຍແນໃສ່ການອະນຸລັກສິ່ງແວດລ້ອມທຳມະຊາດ ໃນລຸ່ມນ້ຳຂອງເປັນສຳຄັນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG