ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ຄົນລຸ້ນ Gen Alpha, ກໍຄື ເຍົາວະຊົນລຸ້ນຫຼ້າສຸດຂອງສະຫະລັດ


ພາບນີ້ ເອົາອອກມາຈາກວີດີໂອ ທີ່ສະແດງໃຫ້ເຫັນນາງ ໂດຣາ ເມກຄົວຣ໌ ກຳລັງເບິ່ງແຍງບັນດາເດັກນ້ອຍຊາວອາເມຣິກັນ ກຳລັງນັ່ງຟັງຜູ້ບັນຍາຍ ຢູ່ໃນຫໍສະໝຸດແຫ່ງນຶ່ງ ໃນສະຫະລັດ.
ພາບນີ້ ເອົາອອກມາຈາກວີດີໂອ ທີ່ສະແດງໃຫ້ເຫັນນາງ ໂດຣາ ເມກຄົວຣ໌ ກຳລັງເບິ່ງແຍງບັນດາເດັກນ້ອຍຊາວອາເມຣິກັນ ກຳລັງນັ່ງຟັງຜູ້ບັນຍາຍ ຢູ່ໃນຫໍສະໝຸດແຫ່ງນຶ່ງ ໃນສະຫະລັດ.

ຕົວເລກ 2 ຕື້ ແລະຍັງຄົງເພີ້ມຂຶ້ນເລື້ອຍໆ, Gen Alpha (ຜູ້ທີ່ເກີດລະຫວ່າງ ປີ 2010 ຫາ 2024) ຄາດວ່າຈະເປັນຄົນລຸ້ນທີ່ຫຼາຍທີ່ສຸດໃນປະຫວັດສາດ. ແລະເຖິງແມ່ນສະມາຊິກທີ່ອາຍຸຫຼາຍທີ່ສຸດ ຈະມີອາຍຸພຽງແຕ່ 14 ປີກໍຕາມ, Gen Alpha ກໍແມ່ນກໍາລັງແຮງທາງເສດຖະກິດທີ່ຈະຕ້ອງໄດ້ຄຳນຶງເຖິງຢູ່ແລ້ວ.

“ພວກເຂົາກໍາລັງໃຊ້ຈ່າຍເງິນ, ແລະເປັນຈໍານວນເງິນທີ່ຫຼວງຫຼາຍ. ບໍ່ພຽງແຕ່ເທົ່ານັ້ນ, ພວກເຂົາມີອິດທິພົນຕໍ່ການຕັດສິນໃຈຊື້ຂອງພໍ່ແມ່ໃນລັກສະນະທີ່ສໍາຄັນ,” ນັກວິເຄາະສັງຄົມ ແລະນັກປະຊາກອນສາດ, ທ່ານມາກ ແມັກຄຣິນໂດລ໌ (Mark McCrindle) ກ່າວ. ແລະກ່າວຕື່ມວ່າ “ພວກເຮົາຄາດຄະເນວ່າ ການໃຊ້ຈ່າຍທົ່ວໂລກຂອງ Generation Alpha ໂດຍກົງ, ແລະມີອິດທິພົນນັ້ນ ຢູ່ທີ່ 5.5 ພັນຕື້ໂດລາແລ້ວ, ດັ່ງນັ້ນ ເສັ້ນທາງເສດຖະກິດທີ່ຫນ້າອັດສະຈັນ ຈະໄປພ້ອມໆກັບເສັ້ນທາງປະຊາກອນທີ່ບໍ່ເຄີຍມີມາກ່ອນຂອງພວກເຂົາ.”

ສະມາຊິກທີ່ອາຍຸນ້ອຍທີ່ສຸດຂອງພວກເຂົາຈະປາກົດຕົວໃນປີນີ້, ແຕ່ Alpha ທີ່ອາຍຸຫຼາຍທີ່ສຸດເກີດໃນປີດຽວກັນກັບທີ່ iPad ອອກມາ.

ເນື່ອງຈາກເປັນລຸ້ນທໍາອິດທີ່ເກີດມາໃນໂລກຂອງໂທລະສັບສະຫຼາດ ແລະອຸປະກອນເຊື່ອມຕໍ່ອື່ນໆ. Alphas ໄດ້ກາຍເປັນຜູ້ບໍລິໂພກໄວກວ່າລຸ້ນກ່ອນຫຼາຍ. ສ່ວນນຶ່ງນັ້ນ ຕ້ອງຂອບໃຈຮູບແບບການຊໍາລະເງິນອອນໄລນ໌ ທີ່ເຊື່ອມຕໍ່ກັບບັດເຄຣດິດຂອງພໍ່ແມ່ ຫຼືສະກຸນເງິນດິຈິຕອນອື່ນໆ. ແລະພວກເຂົາເຈົ້າກຳລັງໃຊ້ເງິນນັ້ນເພື່ອຊື້ເກມດິຈິຕອນ ແລະອຸປະກອນເສີມ.

ທ່ານ ແມັກຄຣິນໂດລ໌ (McCrindle) ກ່າວວ່າ “ພວກເຂົາກໍາລັງຊື້ສິນຄ້າສະເໜືອນຈິງ ໂດຍໃຊ້ສະກຸນເງິນ ສະເໜືອນຈິງ, ດັ່ງນັ້ນ, ຈຶ່ງມີວິທີການໃຊ້ຈ່າຍໃຫມ່ໆ ແລະວິທີການໃຊ້ຈ່າຍສໍາລັບຄົນລຸ້ນນີ້ ທີ່ນໍາໄປສູ່ການໃຊ້ປະໂຫຍດໃນຮູບແບບການຄ້າທີ່ເພີ່ມຂຶ້ນຢ່າງແທ້ຈິງ.”

ທ່ານ ແມັກຄຣິນໂດລ໌ (McCrindle) ກ່າວວ່າ ຕະຫຼາດນຶ່ງທີ່ບໍ່ແມ່ນຮູບແບບສະເໝືອນຈຶງ ແຕ່ຮູ້ສຶກໄດ້ເຖິງກໍາລັງຊື້ຂອງ Gen Alpha ແມ່ນອຸດສາຫະກໍາເຄື່ອງສໍາອາງ.

ຕົວຢ່າງເຊັ່ນ ການໄປຢ້ຽມຢາມຮ້ານເຄື່ອງສໍາອາງ Sephora ສໍາລັບກຸ່ມອາຍຸ 10-14 ປີ ເພີ່ມຂຶ້ນຫຼາຍກ່ວາ 22 ເປີເຊັນ ນັບຕັ້ງແຕ່ເດືອນກຸມພາ ປີ 2023 ຫາເດືອນມີນາ 2024, ເມື່ອປຽບທຽບກັບຊ່ວງກ່ອນໜ້ານີ້, ອີງຕາມການກ່າວຂອງນັກວິເຄາະຮ້ານຂາຍຍ່ອຍ.

ອ່ານຂ່າວເປັນພາສາອັງກິດລຸ້ມນີ້:

Numbering 2 billion and counting, Gen Alpha (born 2010-2024) is expected to be the biggest generation in history. And even though its oldest members are only 14 years old, Gen Alpha is already an economic force to be reckoned with.

“They're spending money, and in significant amounts. Not only that, they influence parental purchasing decisions in a significant way,” says social analyst and demographer Mark McCrindle. “We estimate that the global spend of Generation Alpha direct, and in influence, is $5.5 trillion already, so a pretty phenomenal economic footprint to go with their unsurpassed demographic footprint.”

Its youngest members will make their appearance this year, but the oldest Alphas were born the same year the iPad came out.

As the first entire generation born into the world of smartphones and other connected devices. Alphas have become consumers much earlier than previous generations. That’s thanks, in part, to online forms of payment linked to parental credit cards or other digital currencies. And they’re using that money to buy digital games and accessories.

“They're buying virtual items using virtual currency,” McCrindle says. “So, there's whole new ways of spending and means of spending for this generation that's really leading to that increased commercialization.”

McCrindle says one market that isn’t virtual but is feeling Gen Alpha’s buying power is the cosmetics industry.

For example, visits to Sephora cosmetics stores for the 10-14 age group were up more than 22% from February 2023 through March 2024, over the prior period, according to retail analyst pass by.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG